ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມອົບຮົມກ່ຽວກັບ ການຄຸ້ມຄອງຄຸນນະພາບ ແລະ ການໃຫ້ຂໍ້ມູນກ່ຽວກັບຄວາມສ່ຽງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 06/11/2015
ໂດຍ: ນາງ ວົງສີ ພັນທະວົງ

ກອງ​ປະຊຸມສໍາມະນາ ຄັ້ງນີ້​ໄດ້​ເປີດ​ຂຶ້ນ ​ໃນຕອນ​ເຊົ້າ​ຂອງ​ວັນ​ທີ 03 ພະຈິກ 2015 ​​ພາຍ​ໃຕ້​ການ​ເປັນ​ປະທານຮ່ວມ​ຂອງ​ທ່ານ ດຣ. ນ. ລໍາ​ພອນ ສີ​ຫາ​ຄັງ ຮອງ​ຫົວໜ້າ​ກົມ​ອາຫານ ​ແລະ ຢາ ກະຊວງສາທາລະນະສຸກ ​​​ແລະ ທ່ານ ດຣ. ນ. ​ແສງ​ເພັດ ພົງ​ພະຈັນ ຜູ້​ປະສານ​ງານດ້ານຢາ ​ຂອງ​ອົງການ​ອະນາ​ໄມ​ໂລກປະຈໍາ ລາວ. ກອງປະຊຸມໄດ້​ມີ​ວິ​ທະ​ຍາກ​ອນມາ​ຈາກ WHO WPRO ຈໍານວນ 03 ທ່ານ​ຄື: ທ່ານ Dr. Syed Shah, STC, WP/RGO/DCC/EPI, ທ່ານ Dr. Razieh OSTAD Ali DEHAGHI, Technical Officer, HQ/HIS/EMP/RHT/RS ​​ແລະ Mr. Abd RAZAK BIN ABU BAKAR.

​            ຜູ້​ເຂົ້າ​ຮ່ວມ​ອົບຮົມ​ມາ​ຈາກຕາງໜ້າ​ຄະນະຂອງ​​ແຕ່ລະພະ​ແນ​ກ ພ້ອມ​ດ້ວຍ​ວິຊາ​ການ​ຂອງ​ກົມ​ອາຫານ ​ແລະ ຢາ, ຕາງ​ໜາ​ຈາກ​ຄະນະ​ໂຄງການ​ສັກ​ຢາ​ກັນ​ພະຍາດ ສູນ​ແມ່ ​ແລະ ​ເດັກ, ຕາງໜ້າ​ຈາກ ຄະນະ​ເພສັດ​ຊາດ ມະຫາວິທະຍາ​ໄລ ວິທະຍາສາດ ສຸຂະພາບ, ຕາງໜ້າ​ຄະນະ​ພ້ອມ​ດ້ວຍ​ວິຊາ​ການ ຈາກສູນ​ວິ​ໄຈ​ອາຫານ ​ແລະ ຢາ, ຕາງໜ້າ​ຄະນະ ພ້ອມ​ດ້ວຍ ​ວິຊາ​ການ​ຈາກ ສູນ​ສະໜອງຢາ ​ແລະ ອຸປະກອນ​ການ​ແພດ, ຕາງໜ້າ​ ຈາກ​ຄະນະ​ສະ​ຖາ​ບັນ​ການ​ແພດ ​ແລະ ການ​ຢາ​ພື້ນ​ເມື​ອງ​ແລະ ຕາງໜ້າ​ວິຊາ​ການ ຈາກກອງ​ກວດກາ​ອາຫານ ​ແລະ ຢາ ລວມທັງ​ໝົດ: 19 ທ່ານ. ກອງ​ປະຊຸມ​ອົບຮົມ​ໄດ້​ດຳ​ເນີນ​ເປັນ​ເວລາ 04 ວັນ. ກອງປະຊຸມ ໄດ້ຮັບການສະໜັບສະໜູນດ້ານງົບປະມານ ຈາກອົງການ ອະນາໄມໂລກ.ຈຸດປະສົງ​ເພື່ອ ສ້າງຄວາມຮັບຮູ້ໃຫ້ແກ່ພະນັກງານ ຄຸ້ມຄອງດ້ານຢາ ຮູ້ກ່ຽວກັບການສ້າງຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງ, ຮູ້ໄດ້ກຳນົດຄວາມ​ຕ້ອງການ​ພື້ນຖານສຳລັບ​ການ​ສ້າງ​ຕັ້ງລະບົບ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ​ໃນອົງການຄຸ້ມຄອງດ້ານຢາ​ລະດັບຊາດ; ສ້າງ​ ​ແລະ ​​ເພີ້​ມຄວາມ​ເຂັ້ມ​ແຂງລະບົບ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບ​ເພື່ອສາມາດບັນລຸ ​ “ການປະຕິບັດລະ​ບຽບການຄຸ້ມຄອງ​ທີ່​ດີ”. ໃນການອົບຮົມຄັ້ງນີ້ ຫລາຍຫົວຂໍ້ທີ່ສໍາຄັນທີ່ກ່ຽວຂ້ອງກັບການຈັດຕັ້ງການຄຸ້ມຄອງ ໜ່ວຍງານອົງການ ທີ່ສະໜັບສະໜູນໃຫ້ການຈັດຕັ້ງປະຕິບັດວຽກງານບັນລຸໝາກຜົນ ຢ່າງມີປະສິດທິຜົນ ໂດຍຜ່ານການຈັດຕັ້ງປະຕິບັດ ມາດຕະຖານທີ່ກ່ຽວຂ້ອງ ເຊັ່ນ: ການສະເໜີ ISO 9001:2008, ISO 9001-2015(E) ກ່ຽວກັບຄວາມຕ້ອງການພື້ນຖານກ່ຽວກັບລະບົບການບໍລິຫານດ້ານ

ຄຸນນະພາບ, ການຄຸ້ມຄອງຄວາມສ່ຽງ ແລະ ອື່ນໆ.           ພາຍຫລັງສໍາເລັດການອົບຮົມສໍາມະນາກອນສາມາດຮັບຮູ້, ເຂົ້າໃນກ່ຽວກັບລະບົບການບໍລິການຄຸ້ມຄອງດ້ານຄຸນນະພາບ, ສາມາດນໍາໃຊ້ບົດຮຽນດັ່ງກ່າວກໍານົດ ແລະ ສ້າງ​ແຜນ​ກິດງານ, ໂຄງການ ແລະ ກິດຈະ​ກໍາ​ທີ່ເປັນອັນລະອຽດ ຂອງລະບົບ​ການ​ຄຸ້ມ​ຄອງ​ຄຸນ​ນະພາ​ບສໍາລັບ​ເຈົ້າ​ໜ້າທີ່ ​ແລະ ກໍານົດ​ຂອບ​ເຂດ​ຮັບຜິດຊອບເປັນລະອຽດ ໂດຍສະເພາະ ຕິດພັນກັບ ວຽກງານການ​ອອກ​ອະນຸຍາດ ​ແລະ ການຕິດຕາມກວດກາຄຸນນະພາບ ແລະ ຄວາມປອດໄພ ກ່ອນ ແລະ ຫລັງການຈໍາໜ່າຍຢູ່ທ້ອງຕະຫລາດ.

            ປະຈຸບັນລະບົບການຄຸ້ມຄອງບໍລິຫານດ້ານຄຸນນະພາບ ໄດ້ຈັດຕັ້ງປະຕິບັດຢູ່ຫລາຍໜ່ວຍງານທັງພາກລັດ ແລະ ເອກະຊົນ ໂດຍສະເພາະພາກອົງການຄຸ້ມຄອງຂອງລັດ ໄດ້ນໍາມາປະຕິບັດ ເພື່ອສະໜັບສະໜູນຮັບປະກັນໜ້າວຽກໄດ້ຮັບປະກັນ ເປົ້າໝາຍ ແລະ ຈຸດປະສົງຂອງວຽກງານ ສາມາດບັນລຸຢ່າງມີປະສິດທິຜົນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA