ສະຖິຕິການຢ້ຽມຊົມ |
ກໍາລັງຊົມເວັບໄຊທ໌ຂະນະນີ້ |
54 |
ມື້ນີ້ |
1,041 |
ມື້ວານນີ້ |
1,787 |
ເດືອນນີ້ |
35,286 |
ເດືອນແລ້ວນີ້ |
28,901 |
ປີນີ້ |
96,504 |
ປີກາຍນີ້ |
167,903 |
ທັງໝົດ |
701,147 |
|
|
|
ກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ | ປະກາດໂດຍ: ທ້າວ ຊົ່ງ, ວັນທີ: 16/02/2023 |
ຂຽນໂດຍ: ກິລ່າ ບຸນປະເສີດ |
ໃນວັນທີ 10 ກຸມພາ 2023 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ ໂດຍການເປັນປະທານຂອງທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຊິ່ງກອງປະຊຸມດັ່ງກ່າວມີເພສັດຊະກອນຈາກພາກລັດ ແລະ ຕາງໜ້າຈາກຜູ້ດຳເນີນທຸລະກິດ ໃຫ້ກຽດເຂົ້າຮ່ວມ: ພະນັກງານບຳນານອາວຸໂສ, ຫ້ອງການກະຊວງສາທາລະນະສຸກ, ຄະນະເພສັຊສາດ (ມວສ), ສະຖາບັນການແພດ ແລະ ການຢາພື້ນເມືອງພ້ອມ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ໂຮງໝໍສູນກາງ, ຜູ້ຕາງໜ້າຈາກໂຮງງານຜະລິດ ແລະ ບໍລິສັດຂາເຂົ້າ-ຂາອອກດ້ານຢາ, ຫົວໜ້າ/ຮອງພະແນກຈາກກົມອາຫານ ແລະ ຢາ ລວມທັງໝົດ 32 ທ່ານ. |
 |
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລືກະກຽມສ້າງຕັ້ງສະມາຄົມເພສັດຊະກອນ ລາວ, ແລະ ຄັດເລືອກຄະນະຂົນຂວາຍດ້ວຍຮູບແບບອາສາສະໝັກ. ຊຶ່ງໃນທີ່ປະຊຸມແມ່ນໄດ້ສະເໜີກ່ຽວກັບປະຫວັດຄວາມເປັນມາຂອງເພສັດຊະກອນ ແລະ , ຂັ້ນຕອນໃນການສ້າງຕັ້ງສະມາຄົມເພສັດຊະກອນ.
ພາຍຫຼັງການປຶກສາຫາລື ໃນກອງປະຊຸມຄັ້ງນີ້ ມີຜູ້ສະໝັກເຂົ້າເປັນຄະນະຂົນຂວາຍຂອງສະມາຄົມເພສັດຊະກອນ ທັງໝົດ 08 ທ່ານ ໃນນັ້ນ ມີທັງພະນັກງານອາວຸໂສບຳນານ, ພະນັກງານສັງກັດລັດ ແລະ ຜູ້ດຳເນີນທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ຫຼັງຈາກນັ້ນ ກົມອາຫານ ແລະ ຢາຈະສະເໜີຂໍການແຕ່ງຕັ້ງຄະນະດັ່ງກ່າວພ້ອມທັງຄະນະຊີ້ນຳ ແລະ ກອງເລຂາເພື່ອຊ່ວຍວຽກໃນການກະກຽມສະມສຄົມເພສັດຊະກອນລາວໃນຕໍ່ໜ້າ.
|
 |
| | |
|
|
|
|