ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ໃນລະຫວ່າງວັນທີ 16 ແລະ 19-21 ກຸມພາ 2024 ຝຶກອົບຮົມການຂໍອະນຸຍາດຂື້ນທະບຽນຢາ ແລະ ອຸປະກອນການແພດຜ່ານລະບົບອອນລາຍ LaoReg ໃຫ້ແກ່ເຈົ້າໜ້າທີອາຫານ ແລະ ຢາ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໂຮງແຮມດອນຈັນພາເລດ
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 22/02/2024

ຝຶກອົບຮົມການຂໍອະນຸຍາດຂື້ນທະບຽນຢາ ແລະ

ອຸປະກອນການແພດຜ່ານລະບົບອອນລາຍ LaoReg

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ ກົມອາຫານ ແລະ ຢາ

          ໃນລະຫວ່າງວັນທີ 16 ແລະ 19-21 ກຸມພາ 2024 ຝຶກອົບຮົມການຂໍອະນຸຍາດຂື້ນທະບຽນຢາ ແລະ ອຸປະກອນການແພດຜ່ານລະບົບອອນລາຍ LaoReg ໃຫ້ແກ່ເຈົ້າໜ້າທີອາຫານ ແລະ ຢາ ແລະ ຜູ້ປະກອບການດ້ານຢາ ແລະ ຜະລິດຕະພັນການແພດ ທີ່ໂຮງແຮມດອນຈັນພາເລດ, ໂດຍການເປັນປະທານຂອງທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ຊຶ່ງມີ Dr. Valerio Reggi  ທີ່ປຶກສາລະບົບຂຶ້ນທະບຽນອອນລາຍ LaoReg ເປັນວິທະຍາກອນ ໂດຍມີຜູ້ ເຂົ້າຮ່ວມ ຝຶກອົບຮົມໃນຄັ້ງນີ້ມີ :​ ພະນັກງານ ຈາກສູນວິໄຈອາຫານ ແລະ ຢາ, ກອງກວດການອາຫານ ແລະ ຢາ, ຜູ້ປະກອບການທຸລະກິດ ນໍາເຂົ້າ-ສົ່ງອອກຢາ ແລະ ອຸປະກອນ ການແພດ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາເຂົ້້າຮ່ວມລວມທັງໝົດ 129 ທ່ານ.

 

          ຈຸດປະສົງຂອງກອງປະຊຸມ ເພື່ອໃຫ້ຜູ້ປະກອບການໄດ້ທົດລອງປະຕິບັດຕົວຈິງໃນການຂໍອະນຸຍາດຂື້ນທະບຽນຢາ ແລະ ອຸປະກອນການແພດຜ່ານລະບົບອອນລາຍ LaoReg ແລະ ເພື່ອກຳນົດທິດທາງແຜນການໃນການຈັດຕັ້ງປະຕິບັດຂື້ນທະບຽນຜ່ານລະບົບອອນລາຍໃນປີ 2024. ໃນກອງປະຊຸມໄດ້ນຳສະເໜີຄວາມເປັນມາ ແລະ ແຜນການຈັດຕັ້ງປະຕິບັດການຂໍອະນຸຍາດການຂື້ນທະບຽນຢາ ແລະ ອຸປະກອນການແພດຜ່ານລະບົບອອນລາຍ LaoReg, ວິທີການຂໍບັນຊີນໍາໃຊ້ລະບົບຂື້ນທະບຽນອອນລາຍ ແລະ ການຂໍອະນຸຍາດຂື້ນທະບຽນອອນລາຍສຳລັບຜະລິດຕະພັນຢາ ແລະ ຜະລິດຕະພັນການແພດ ແລະ ໃຫ້ຜູ້ປະກອບການໄດ້ທົດລອງ ການປະຕິບັດຕົວຈິງ (ຕື່ມຕາມແບບຟອມ) ເພື່ອໃຫ້ມີຄວາມເຂົ້າໃຈແຕ່ລະຂັ້ນຕອນໂດຍມີບັນດາຊ່ຽວຊານໄດ້ຕິດຕາມ ແລະ ໃຫ້ຄໍາແນະນໍາຢ່າງໃກ້ຊິດ. ເພື່ອໃຫ້ຜູ້ປະກອບການໄດ້ນຳໄປໃຊ້ໄດ້ຢ່າງຊຳນິຊຳນານ ແລະ ມີການສົນທະນາຖາມຕອບກັນເພື່ອແລກປ່ຽນເພີ່ມຕື່ມ ກ່ຽວກັບລະບົບຂໍອະນຸຍາດຂື້ນທະບຽນອອນລາຍນີ້ເພື່ອໃຫ້ມີຄວາມເຂົ້າໃຈແຈ້ງຕື່ມ. ນອກຈາກນີ້ຍັງການສົນທະນາກັນລະຫວ່າງພາກລັດ ແລະ ຜູ້ດຳເນີນທຸລະກິດເພື່ອໃຫ້ຮັບຮູ້ເຖິງບັນຫາຂອງການໃຊ້ລະບົບນອອນລາຍ, ປຶກສາຫາລື ແລະ ແລກປ່ຽນຄຳເຫັນເຊີ່ງກັນ ແລະ ກັນ ເພື່ອໃຫ້ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດ.

          ຈາກນັ້ນປະທານກອງປະຊຸມໄດ້ມີຄຳເຫັນພ້ອມທັງກ່າວຊົມເຊີຍຕໍ່ຜູ້ໃຫ້ການສະໜັບສະໜຸນລະບົບອອນລາຍ LaoReg ຈາກໂຄງການສ້າງຄວາມເຂັ້ມແຂງໃນຂົງເຂດອາຊີປາຊີຝິກ ແລະ ສະໜັບສະໜູນໃຫ້ຈັດກອງປະຊຸມໃນຄັ້ງນີ້ແມ່ນອົງການອະນາໄມໂລກ ເຊິ່ງຈະເຮັດໃຫ້ການຂື້ນທະບຽນ ມີຄວາມວ່ອງໄວໃນການສະໜອງເອກະສານ ສາມາດກວດສອບເບີ່ງເອກະສານເຂົ້້າ-ອອກລະບົບອອນລາຍລະຫວ່າງພາກລັດ ແລະ ເອກະຊົນ,  ສະຫຼຸບແລ້ວກໍ່ຄືເພື່ອຊ່ວຍໃຫ້ວຽກງານການຂື້ນທະບຽນຢາ ແລະ ອູປະກອນການແພດມີຄວາມສະດວກສະບາຍ ແລະ ຊ່ວຍຫຼຸດຜ່ອນຂອດຂັ້ນການເຮັດວຽກ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA