ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ) ໃນລະຫວ່າງວັນທີ 19-21 ມີນາ 2024
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 01/04/2024

ກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ

ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ)

          ໃນລະຫວ່າງວັນທີ 19-21 ມີນາ 2024 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເປີດກວ້າງ ຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ (ສະບັບປັບປຸງ) ສໍາລັບກົມກອງອ້ອມຂ້າງກະຊວງສາທາລະນະສຸກ ທີ່ ນາປ່າກວາງລີສອດ ເມືອງແກ້ວອຸດົມ ແຂວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ດຣ ນາງ ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ກົມລ້ຽງສັດ ແລະ ການປະມົງ, ກົມປູກຝັງ, ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະຂະແໜງອາຫານ ແລະ ຢາຈາກ: ນະຄອນຫຼວງ, ແຂວງວຽງຈັນ, ແຂວງບໍລິຄໍາໄຊ, ແຂວງສະຫວັນນະເຂດ, ແຂວງຈໍາປາສັກ ແລະ ແຂວງຫຼວງນໍ້າທາ, ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ແລະ ບໍລິສັດຂາອອກ-ຂາເຂົ້າອາຫານ ລວມທັງໝົດ 65 ທ່ານ

 

          ຈຸດປະສົງຂອງກອງປະຊຸມເພື່ອຜ່ານຮ່າງເນື້ອໃນ ຂໍ້ຕົກລົງວ່າດ້ວຍ ການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ແລະ ນໍາສະເໜີເນື້ອໃນຂອງບັນດາຫຼັກການ ແລະ ລະບຽບການ ໃນການຮຽກຮ້ອງ ຂອງການຈັດຕັ້ງປະຕິບັດໃນຕໍ່ໜ້າ ໃນຮ່າງຂໍ້ຕົກລົງວ່າດວ້ຍການສົ່ງອອກ-ນໍາເຂົ້າ ແລະ ສົ່ງ ຜ່ານອາຫານໃຫ້ມີຄວາມເປັນເອກະພາບ, ສອດຄ່ອງກັບພາກພື້ນ ແລະ ສາກົນ. ເຊີ່ງໃນກອງປະຊຸມໄດ້ຜ່ານຮ່າງເນື້ອໃນຂໍ້ຕົກລົງວ່າດ້ວຍການສົ່ງອອກ-ນຳເຂົ້າ ນຳເຂົ້້າ-ສົ່ງອອກຊົ່ວຄາວ ນຳເຂົ້າເພື່ອສົ່ງຕໍ່ ແລະ ສົ່ງຜ່ານອາຫານ, ລະບົບການກວດກາຢູ່ດ່ານ, ໄລຍະຄວາມຖີ່ ແລະ ປະເພດຂອງການກວດກາ, ວິທີການບັນທຶກ ແລະ ການລາຍງານຂໍ້ມູນ, ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງເຈົ້າໜ້າທີກວດກາອາຫານ ແລະ ຢາ ໃນການປະຕິບັດງານຢູ່ດ່ານ, ຂໍ້ຫ້າມ ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຂອງຜູ້ລະເມີດຂອງພະນັກງານອາຫານ ແລະ ຢາປະຈຳດ່ານ ແລະ ພະນັກງານທີ່ກ່ຽວຂ້ອງ, ຄ່າທໍານຽມ ແລະ ບໍລິການຂອງຫົວໜ່ວຍທຸລະກິດທີ່ຕ້ອງຈ່າຍ, ການຮ້ອງຮຽນຂອງຫົວໜ່ວຍທຸລະກິດ ແລະ ການຈັດຕັ້ງປະຕິບັດຂອງພະນັກງານແຕ່ລະຂັ້ນ. ຈາກນັ້ນໃນກອງປະຊຸມໄດ້ມີການປຶກສາຫາລື ພ້ອມກັນປະກອບຄຳເຫັນໃສ່ຮ່າງຂໍ້ຕົກລົງນີ້ດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມເປັນເອກະພາບ.

          ຈາກນັ້ນທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ໄດ້ກ່າວຊົມເຊີຍຕໍ່ບັນດາທ່ານທີ່ມີຄວາມຕັ້ງໃຈໃນການປະກອບຄຳເຫັນ, ສ່ວນບາງເນື້ອໃນທີ່ພົວພັນກັບກະຊວງທີ່ກ່ຽວຂ້ອງແມ່ນໃຫ້ກອງເລຂາສະເໜີຂໍຄຳເຫັນເພີ່ມເຕີມຕື່ມ

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA