ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຖອດຖອນບົດຮຽນໃນການກະກຽມການຈັດຕັ້ງປະຕິບັດ ການສອບເສັງລະດັບຊາດຂອງຄະນະວິຊາຊີບເພສັຊກັມ ວັນທີ 29 ມີນາ 2024
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 01/04/2024

ກອງປະຊຸມຖອດຖອນບົດຮຽນໃນການກະກຽມການຈັດຕັ້ງປະຕິບັດ

ການສອບເສັງລະດັບຊາດຂອງຄະນະວິຊາຊີບເພສັຊກັມ

ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາຂ່າວສານ, ກົມອາຫານ ແລະ ຢາ

          ໃນວັນທີ 29 ມີນາ 2024 ໄດ້ຈັດກອງປະຊຸມຖອດຖອນບົດຮຽນໃນການກະກຽມ ການຈັດຕັ້ງ ປະຕິບັດ ການສອບເສັງລະດັບຊາດ  ເພື່ອອອກໃບປະກອບວິຊາຊີບໃຫ້ແກ່ຜູ້ທີ່ສຳເລັດການສຶກສາ ວິຊາເພສັຊສາດລະດັບປະລິນຍາຕີ ແລະ ລຸ່ມປະລີນຍາຕີ ໃນປີ 2024. ກອງປະຊຸມດັ່ກ່າວໄດ້ຈັດຂື້ນທີ່ຫ້ອງປະຊຸມ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ. ໂດຍການເປັນປະທານຂອງ ທ່ານ ສຈ.ພິເສດ ດຣ ຖະໜອມ ອິນສານ ຫົວໜ້າຄະນະ ກຳມະການວິຊາຊີບເພສັຊກັມ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ສຈ ປອນເມກ ດາລາລອຍ ປະທານສະພາ ຄຸ້ມຄອງວິຊາຊີບປິ່ນປົວ, ບັນດາທ່ານໃນຄະນະກຳມະການວິຊາຊີບເພສັຊກັມ, ຜູ້ຕາງໜ້າຈາກບອດທ່ານໝໍ, ບອດພະຍາບານ ແລະ ຜະດຸງຄັນ, ຄະນະພະແນກການຢາ ແລະ ອຸປະກອນການແພດ, ອາຈານອາວຸໂສ, ຄູອາຈານ ຄະນະເພສັຊສາດ ເຂົ້າຮ່ວມລວມທັງໝົດ 45 ທ່ານ

 

          ຈຸດປະສົງຂອງກອງປະຊຸມ ເພື່ອຖອດຖອນບົດຮຽນການຈັດຕັ້ງປະຕິບັດການສອບເສັງລະດັບຊາດຈາກຄະນະກຳມະການວິຊາຊີບທ່ານໝໍ ແລະ ຄະນະກຳມະການວິຊາຊີບພະຍາບານ ແລະ ຜະດຸງຄັນ ຊຶ່ງເປັນຄະນະທີ່ໄດ້ຈັດຕັ້ງການສອບເສັງລະດັບຊາດມາໄດ້ຫຼາຍປີແລ້ວ, ນອກຈາກນັ້ນກໍເພື່ອໃຫ້ຄູອາຈານທີ່ພວມສິດສອນຢູ່ໃນພາກວິຊາເພສັຊສາດເຂົ້າໃຈເຖີງຂັ້ນຕອນ, ບັນຫາ ແລະ ສິ່ງທ້າຍໃນການອອກຄຳຖາມສອບເສັງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ມີການຮັບຟັງການສະເໜີຈາກນັກວິທະຍາກອນຈາກທັງສອງບອດກ່ຽວກັບຂັ້ນຕອນ ແລະ ວິທີການຈັດຕັ້ງປະຕິບັດວຽກງານການສອບເສັງເລີ້ມຈາກການກະກຽມ, ການອອກຂໍ້ສອບເສັງ, ການໃຫ້ຄະແນນ, ການກວດກາ ແລະ ຕັດສິນບັນຫາ ແລະ ສິ່ງທ້າທາຍທີ່ພົບຈາກນັ້ນກໍ່ໄດ້ມີການຊັກຖາມ, ສົນທະນາ ປະກອບຄຳຄິດເຫັນ ແລກປ່ຽນຖອດຖອນບົດຮຽນກ່ຽວກັບວຽກງານການສອບເສັງລະດັບຊາດຂອງບອດເພສັຊກັມ. ກອງປະຊຸມໄດ້ສຳເລັດລົງໃນເວລາ 12:00 ໂມງຂອງວັນດຽວກັນ.

 
 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA