ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025; ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025; ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025; ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025; ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025; ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025; ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025; ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975; ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025. LAO ENG   
   
 
ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາ ວຽກງານການຢາໂຮງໝໍ 2021-2025
ປະກາດໂດຍ: ທ້າວ ວ່າງຈື້ຊົ່ງ ຕົງນາມະວົງ, ວັນທີ: 25/06/2025
ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ກະກຽມປະເມີນການຈັດຕັ້ງປະຕິບັດຍຸດທະສາດພັດທະນາວຽກງານການຢາໂຮງໝໍ 2021-2025 ຂຶ້ນ ຢູ່ທີ່ ຣີສອດນາປ່າກວາງ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ຂອງ ວັນທີ 25-27 ມິຖຸນາ 2025. ໂດຍການເປັນປະທານ ຂອງ ທ່ານ ປອ ດຣ. ສຸຣິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ ໂດຍມີເປົ້າໝາຍຜູ້ເຂົ້າຮ່ວມທີ່ມາຈາກ: ກົມອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ຂະແໜງອາຫານ ແລະ ຢາ, ໂຮງໝໍແຂວງ ແລະ ໂຮງໝໍເມືອງ ທັງຫົວໜ້າ ແລະ ວິຊາການ ລວມທັງໝົດ 18 ແຂວງ ທົ່ວປະເທດ ຈຳນວນ 64 ທ່ານ.
ຈຸດປະສົງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອກະກຽມໃນການປະເມີນການຈັດຕັ້ງປະຕິບັດຍຸດທະສາດການພັດທະນາວຽກງານການຄຸ້ມຄອງການຢາໂຮງໝໍ 2021-2025  ແລະ ກໍານົດແຜນກິດຈະກໍາຂອງຍຸດທະສາດ 2026-2030 ແນ່ໃສ່ ການຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ ທີ່ມີຄຸນນະພາບ, ປະສິດທິພາບ ແລະ ປອດໄພ ເຊິ່ງທຸກຄົນສາມາດເຂົ້າເຖິງໄດ້ ແລະ ເພື່ອປະກອບສ່ວນຍົກສູງຄຸນນະພາບການປິ່ນປົວ ແລະ ຮັກສາສຸຂະພາບຂອງປະຊາຊົນ.
ວາລະຂອງກອງປະຊຸມຄັ້ງນີ້ ແມ່ນໄດ່ນຳສະເໜີ ທົບທວນຄືນການຈັດຕັ້ງປະຕິບັດຍຸດທະສາດພັດທະນາວຽກງານການຢາໂຮງໝໍ 2021-2025 (ບັນຫາ ແລະ ຂໍ້ຄົງຄ້າງ) ຂອງ ສູນກາງ ແລະ ບັນດາແຂວງ 18 ແຂວງ ທົ່ວປະເທດເພື່ອກະກຽມຈັດກອງປະຊຸມປະເມີນການຈັດຕັ້ງປະຕິບັດຍຸດທະສາດເຄິ່ງສະໄໝໃນທ້າຍປີ 2025, ເພື່ອວາງແຜນ ແລະ ທິດທາງແຜນການຕໍ່ໜ້າ ພ້ອມນັ້ນ, ຍັງໄດ້ແບ່ງກຸ່ມອອກເປັນ 05 ກຸ່ມ ຄົ້ນຄວ້າຕາມ 07 ມາດຕະຖານ ແລະ ນຳສະເໜີ ຄື: ກຸ່ມທີ 01: ຍຸດທະສາດ ສ້າງຄວາມເຂົ້າໃຈກ່ຽວກັບຢາໂຮງໝໍ, ກຸ່ມທີ 02: ຍຸດທະສາດ ຍົກລະດັບຄວາມຮູ້ຄວາມສາມາດຂອງເພສັຊກອນ ແລະ ເພສັຊກອນຊ່ວຍໂຮງໝໍ, ກຸ່ມທີ 03: ຍຸດທະສາດ ປັບປຸງ ແລະ ພັດທະນາການຄຸ້ມຄອງການຢາໂຮງໝໍໃຫ້ດີຂຶ້ນ, ກຸ່ມທີ 04: ຍຸດທະສາດ ປັບປຸງໂຄງລ່າງພື້ນຖານໃຫ້ໄດ້ມາດຕະຖານ ແລະ ພັດທະນາເຄື່ອງມືຊ່ວຍໃນກາາເຮັດວຽກໃຫ້ມີປະສິດທິພາບ ແລະ ກຸ່ມທີ 05: ຍຸດທະສາດເພີ້ມທະວີວຽກງານຕິດຕາມ ແລະ ປະເມີນຜົນ. ຫຼັງຈາກແຕ່ລະກຸ່ມໄດ້ນໍາສະເໜີແຕ່ລະຫົວຂໍ້ແລ້ວ ກໍໄດ້ສົນທະນາແລກປ່ຽນຄໍາຄິດເຫັນ, ຈັດບຸລິມະສິດວຽກງານ ແລະ ຜ່ານແຜນຮ່ວມກັນ 2026-2030 ແລະ ກອງປະຊຸມຍັງໄດ້ແນະນຳຄືນວິທີການປະເມີນ ການຈັດຕັ້ງປະຕິບັດການຢາໂຮງໝໍທີ່ດີ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA