ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອ.ຢ ລາວ-ໄທ ຮ່ວມມືຄຸ້ມຄອງຜະລິດຕະພັນສຸຂະພາບ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 23/02/2016

ອ.ຢ ລາວ-ໄທ ຮ່ວມມື ຄຸ້ມຄອງຜະລິດຕະພັນສຸຂະພາບ

 

ບົດຂ່າວ: ສຸກສົມຄວນ ຈັນທະມາດ

       ເພື່ອສົ່ງເສີມ ແລະ ເພີ້ມທະວີສາຍພົວພັນຮ່ວມມືລະຫວ່າງ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແຫ່ງ ສປປ ລາວ ແລະ ຄະນະກໍາມະການອາຫານ ແລະ ຢາ ກະຊວງສາທາລະນະສຸກ ແຫ່ງລາດຊະອານະຈັກໄທໃນການແລກປ່ຽນຂໍ້ມູນຂ່າວສານລະບຽບການ ແລະ ຂໍ້ຮຽກຮ້ອງ ດ້ານການຄຸ້ມຄອງຜະລິດຕະພັນເພື່ອສຸຂະພາບ (ອາຫານ, ຢາ, ຜະລິດຕະພັນການແພດ) ເພື່ອຮັບປະກັນຄວາມປອດໄພ, ຄຸນນະພາບ ແລະ ປະສິດທິພາບຂອງຜະລິດຕະພັນດັ່ງກ່າວໃຫ້ແກ່ຜູ້ບໍລິໂພກຂອງທັງສອງປະເທດ. ດັ່ງນັ້ນ, ຄະນະທິມງານຂອງກົມອາຫານ ແລະ ຢາ ຊຶ່ງນໍາພາໂດຍ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ໄດ້ເດີນທາງຢ້ຽມຢຽມ ຄະນະກໍາມະການອາຫານ ແລະ ຢາ ກະຊວງສາທາລະນະສຸກ ລາດຊະອານະຈັກໄທ ລະຫວ່າງວັນທີ 17-19 ກຸມພາ 2016 ຕາການເຊື້ອເຊີນຂອງ ເລຂາທິການຄະນະກໍາມະການອາຫານ ແລະ ຢາ ໄທ.

ໃນການເດີນທາງຢ້ຽມຢາມໃນຄັ້ງນີ້ ແມ່ນການສືບຕໍ່ ຜັນຂະຫຍາຍ ຈັດຕັ້ງປະຕິບັດ ຜົນຂອງກອງປະຊຸມພົບປະສົນທະນາ ໃນ ວັນທີ 4-5 ສິງຫາ 2015 ທີ່ຜ່ານມາ ທີ່ ສປປ ລາວ, ຊຶ່ງມີທ່ານເລຂາທິການ ຄະນະກໍາມະການອາຫານ ແລະ ຢາ ແຫ່ງລາດຊະອານະຈັກໄທ  ທ່ານ ດຣ. ບຸນໄຊ ສົມບູນສຸກ ພ້ອມດ້ວຍຄະນະໄດ້ມາຢ້ຽມຢາມ ກົມອາຫານ ແລະ ຢາ ເພື່ອປຶກສາຫາລືການຮ່ວມມືກ່ຽວກັບວຽກງານຄຸ້ມຄອງກວດກາຜະລິດຕະພັນອາຫານ ແລະ ຢາ.

          ຈຸດປະສົງຕົ້ນຕໍ ຂອງການເດີນທາງ ໄປຢ້ຽມຢ້າມ ຄະນະກໍາມະການອາຫານ ແລະ ຢາ ໄທ ໃນຄັ້ງນີ້ ແມ່ນເພື່ອສືບຕໍ່ປະຊຸມປຶກສາຫາລື ແລະ ປະກອບຄໍາເຫັນໃສ່ຮ່າງ ບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການຮ່ວມມືລະຫວ່າງ ຂອງສອງຝ່າຍໃນການແລກປ່ຽນປະສົບການໃນການຄຸ້ມຄອງ ກວດກາ ອາຫານ ແລະ ຢາ ເພື່ອກະກຽມຄວາມພ້ອມເຂົ້າສູ່ ປະຊາຄົມເສດຖະກິດອາຊຽນ (AEC).

ການເດີນທາງພົບປະໃນຄັ້ງນີ້, ຄະນະທິມງານໄດ້ ທັງສອງຝ່າຍໄດ້ປຶກສາຫາລື, ແລກປ່ຽນຄໍາຄິດຄໍາເຫັນຢ່າງກົງໄປກົງມາ ແລະ ສາມາດ ບັນລຸຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້ ເປັນຕົ້ນ ໄດ້ເປັນເອກະພາບ ໂດຍພື້ນຖານໃນຮ່າງ ບົດບັນທຶກຊ່ວຍຈໍາ (MOU) ກ່ຽວກັບການຮ່ວມມື ໃນຫລາຍໆດ້ານ ເຊັ່ນ: ການແລກປ່ຽນຂໍ້ມູນຂ່າວສານ ດ້ານນະໂຍບາຍ, ການຈັດຕັ້ງ, ມາດຕະຖານ, ເຕັກນິກ ໃນການການຄວບຄຸມຄຸນນະພາບ, ການນໍາເຂົ້າ-ສົ່ງອອກ ແລະ ຂໍ້ຮຽກຮ້ອງຕ່າງໆ ສໍາລັບຜະລິດຕະພັນສຸຂະພາບ; ການອົບຮົມ ດ້ານການຮັບປະກັນຄຸນນະພາບ ແລະ ຄວາມປອດໄພ, ການຜະລິດທີດີ (GMP), ການອະນຸຍາດ ແລະ ການກວດກາ (Pre and Post-marketing control), ການຄວບຄຸມການນໍາເຂົ້າ-ສົ່ງອອກ ແລະ ອື່ນໆ. ນອກຈາກນີ້ ທັງສອງຝ່າຍ ຍັງໄດ້ເປັນເອກະພາບໃນການກໍານົດແຜນກິດຈະກໍາລະອຽດ ເຊິ່ງຈະປະກອບເປັນເອກະສານຄັດຕິດໃສ່ ບົດບັນທຶກຊ່ວຍຈໍາ ດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ແກ່ການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃຫ້ບັນລຸຜົນໃນຕໍ່ໜ້າໃນການຈັດຕັ້ງປະຕິບັດ ແລະ ທັງສອງຝ່າຍ ເຫັນຈະໄດ້ສືບຕໍ່ນໍາເອົາ ຮ່າງ MOU ສະບັບດັ່ງກ່າວ ນໍາສະເຫນີ ກະຊວງສາທາລະນະສຸກ ແລະ ກະຊວງການຕ່າງ ປະເທດຂອງທັງສອງປະເທດ ເພື່ອພິຈາລະນາທາງດ້ານ ເນື້ອໃນ ແລະ ຫລັກການ, ຊຶ່ງທັງສອງຝ່າຍຄາດຄະເນວ່າຈະໄດ້ຮ່ວມລົງນາມ ບົດບັນທຶກຊ່ວຍຊົງຈໍາ ກ່ຽວການຮ່ວມມື ລະຫວ່າງເດືອນ ກໍລະກົດ 2016 ນີ້.

 ໃນການຢ້ຽມຢາມຄັ້ງນີ້ ຄະນະທິມງານ ກົມອາຫານ ແລະ ຢາ ໄດ້ມີໂອກາດ ຮຽນຮູ້ກ່ຽວກັບລະບົບການຮັບເອກະສານຄໍາຮ້ອງຜ່ານປະຕູດຽວ (One Stop Service) ຊຶ່ງເປັນໜ່ວຍງານ ທີ່ມີຄວາມພ້ອມທາງດ້ານພື້ນຖານໂຄງລ່າງກົນໄກ ແລະ ບຸກຄະລາກອນ ເພື່ອເຮັດໜ້າທີ່ອໍນວຍຄວາມສະດວກໃຫ້ແກ່ ຜູ້ກອບການທີ່ມາພົວພັນ ວຽກງານ ຊຶ່ງໜ່ວຍງານ ດັ່ງກ່າວ ໄດ້ມີການຢັ້ງຢືນລະບົບ   ISO TQM ສາມາດໃຫ້ການບໍລິການໄດ້ຢ່າງວ່ອງໄວ ແລະ ທັນສະໄໝ.ການລົງຢ້ຽມຢາມດ່ານ, ທັດສະນະສຶກສາຢູ່ໜ່ວຍງານກວດກາ ອາຫານ ແລະ ຢາ ປະຈໍາສະໜາມບິນບິນສາກົນສຸວັນນະພູມ, ນະຄອນຫລວງບາງກອກ, ປະເທດໄທ ເພື່ອຖອດຖອນບົດຮຽນ ກ່ຽວກັບ ລະບົບການອອກອະນຸຍາດ ນໍາເຂົ້າ ຜະລິດຕະພັນ ອາຫານ ແລະ ຢາ ບາງປະເທດ ຢູ່ກັບດ່ານສະໜາມບິນ ຊຶ່ງປະເທດໄທ ໄດ້ນຳໃຊ້ລະບົບຖານຂໍ້ມູນນໍາໃຊ້ເຂົ້າໃນວຽກງານ ອະນຸຍາດ ດໍາເນີນທຸລະກິດຜະລິດ, ລະບົບການຈົດທະບຽນ ແລະ ອະນຸຍາດນໍາເຂົ້າ ລວມທັງການອະນຸຍາດນໍາເຂົ້າຢູ່ດ່ານ ທີ່ມີການເຊື່ອມໂຍງ ນັບແຕ່ຂັ້ນສູນກາງ ລົງຮອດແຂວງ ໂດຍນໍາໃຊ້ລະບົບ ໄອທີ ເຂົ້າຊ່ວຍ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA