ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການຕອບໂຕ້ການດື້ຕໍ່ຢາ Artemisinin ຂອງເຊື້ອໄຂ້ຍຸງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 17/03/2016

ການ​ຕອບ​ໂຕ້​ການ​ດື້​ຕໍ່​ຢາ Artemisinin ຂອງ​ເຊື້ອ​ໄຂ້ຍຸງ

ສະ​ເໜີ​ໂດຍ: ກອງ​ມະນີ ນາມມະ​ວົງ​ມີ​ໄຊ

                        ກົມ​ອາຫານ ​ແລະ ຢາ

      

          ບັນຫາການແຜ່ລະບາດຂອງພະຍາດໄຂ້ຍຸງກໍ່ຍັງເປັນສິ່ງທ້າຍທາຍ ຕໍ່ວຽກງານສາທາລະນະສຸກ ຢູ່ ສປປ ລາວ ແລະ ພ້ອມກັນນັ້ນ ການເກີດສະພາບ ການດື້ຢາ Arthemisinin ຂອງພະຍາດໄຂ້ຍຸງ ແລະ ການດື້ຢາ ກໍ່ກໍາລັງແຜ່ລາມໄປໃນຂົງເຂດ ໂດຍສະເພາະບັນດາແຂວງທີ່ມີຊາຍແດນ ຕິດຈອດກັບປະເທດເພື່ອນບ້ານ. ເພື່ອຈະຕອບໂຕ້ ແລະ ແກ້ໄຂບັນຫານີ້ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ນໍາໃຊຫ້ຫລາຍໆ ມາດຕະການເພື່ອແກ້ໄຂ ໃນນັ້ນການປຸກລະດົມຂົນຂວາຍ ຮຽກຮ້ອງການປະກອບສ່ວນຈາກທຸກພາກສ່ວນທີ່ກ່ຽວຂ້ອງປະກອບສ່ວນເຂົ້າໃນວຽການດັ່ງກ່າວນີ້ ແມ່ນມີີຄວາມຈໍາເປັນ ເພື່ອຕ້ານຕໍ່ບັນຫາທີ່ເກີດຂຶ້ນ ແລະ ຕ້ານຕໍ່ການລະບາດໃນຂົງເຂດ.

ສະນັ້ນ, ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມລະດົມການສະໜັບສະໜູນຂອງທຸກພາກສ່ວນກ່ຽວຂ້ອງເພື່ອຕໍ້ານຕໍ່ການແພດຂະຫຍາຍການດື້ຕໍ່ຢາ Artemisinin ຂອງເຊື້ອໄຂຍຸງ ລະຫວ່າງວັນທີ 25-26 ກຸມພາ 2016  ທີ່ ໂຮງແຮມຈໍາປາສັກ ແກຼນ, ທີ່ ເມືອງປາກເຊ ແຂວງຈໍາປາສັກ. ພາຍໃຕ້ການເປັນປະທານຂອງ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ນ. ລຳພອນ ສີຫາຄັງ  ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ສີວິໄຊ ໄຊຍະສານ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງຈໍາປາສັກ   ເປັນຄະນະປະທານຮ່ວມ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮວ່ມ ຈຳນວນ 70 ກວ່າ ທ່ານ ເຊິ່ງແມ່ນຄະນະນໍາຂອງຂະແໜງການສາທາລະນະສຸກຂັ້ນແຂວງ ແລະ ຂະແໜງອາຫານ ແລະ ຢາ ພ້ອມດ້ວຍວິຊາການກ່ຽວຂ້ອງຂອງ 4 ແຂວງເປົ້າໝາຍໂຄງການ (ຈຳປາສັກ, ສາລະວັນ, ເຊກອງ ແລະ ອັດຕະປື) ນອກນັ້ນຍັງມີພາກສ່ວນກ່ຽວຂ້ອງ ເຊັ່ນ: ສູນໄຂ້ຍຸງແມ່ກາຝາກ ແລະ ແມງໄມ້, ຕໍາຫຼວດສິ່ງແວດລ້ອມ, ພາສີ, ສາຍອາຫານ ແລະ ຢາ ຂັ້ນສູນກາງ, ວິຊາການກ່ຽວຂ້ອງຈາກພາກສ່ວນສູນກາງ ແລະ ຜູ້ປະກອບການທຸລະກິດດ້ານຢາ: ໂຮງງານຜະລິດຢາ, ບໍລິສັດການຢາ ແລະ ຮ້ານຂາຍຢາເອກະຊົນ ຢູ່ເທດສະບານແຂວງຈໍາປາສັກ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອລະດົມການສະໜັບສະໜູນ ການມີສ່ວນຮ່ວມຂອງທຸກພາກສ່ວນກ່ຽວຂ້ອງ ແລະ ສົ່ງເສີມການປະສານງານໃນວຽກງານຄຸ້ມຄອງຢາເພື່ອຕອບໂຕ້ການດື້ຕໍ່ຢາ Artemisinin  ຂອງເຊື້ອໄຂ້ຍຸງ ສຳລັບຂັ້ນແຂວງ ແລະ ຂັ້ນເມືອງໃນ 4 ແຂວງ ເປົ້າໝາຍ, ແລກປ່ຽນຂໍ້ມູນຂ່າວສານ ຂອງສາກົນ ແລະ ພາກພື້ນກ່ຽວກັບສະພາບການດື້ຢາຕ້ານເຊື້ອຂອງເຊື້ອໄຂ້ຍຸງໃຫ້ແກ່ຂົງເຂດທີ່ມີສ່ວນຮ່ວມ ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດຕົວຈິງຂອງທ້ອງຖິ່ນດ້ານການກວດກາຢາ, ລວມທັງການປະສານງານໃນວຽກງານກວດກາໃນດ່ານນຳເຂົ້າ ແລະ ການຈໍລະຈອນໃນພາກລັດ ແລະ ເອກະຊົນ.

          ຜົນຂອງກອງປະຊຸມໄດ້ຕົກລົງເຫັນດີເປັນເອກະພາບກັນສືບຕໍ່ສະໜັບສະໜູນ ການມີສ່ວນຮ່ວມຂອງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ສົ່ງເສີມການປະສານງານໃນວຽກງານຄຸ້ມຄອງຢາເພື່ອຕອບໂຕ້ການດື້ຕໍ່ຢາ Artemisinin  ຂອງເຊື້ອໄຂ້ຍຸງ ຊຶ່ງຕ້ອງໄດ້ຮ່ວມມແຮງຮ່ວມໃຈເອົາໃຈໃສ່ຕໍ່ບັນຫາ ຄື: ຕ້ອງສົ່ງເສີມການຜະລິດ ແລະ ຂຶ້ນທະບຽນຢາປິ່ນປົວໄຂ້ຍຸງ ທີ່ຮັບປະກັນຄຸນພາບ, ປະສິດທິພາບ ແລະ ຄວາມປອດໄພຂອງຜູ້ຊົມໃຊ້ ກ້າວໄປສູ່ການຫຼຸດຜ່ອນຢາປອມ, ຢາຕົກມາດຕະຖານເທື່ອລະກ້າວ; ປະຕິບັດລະບົບພະລາທິການລວມສູນ, ຮັບປະກັນການເກັບຮັກສາໃຫ້ຖືກວິທີ ແລະ ຈໍລະຈອນແຈກຢາຍໃຫ້ທົ່ວເຖິງ, ເຂັ້ມງວດໃນການຄັດເລືອກ, ຈັດຫາ, ສະໜອງ ແລະ ການກວດກາເວລານໍາເຂົ້າຢາຈາກຕ່າງປະເທດ; ສົ່ງເສີມການນໍາໃຊ້ຢາຢ່າງສົມເຫດສົມຜົນ ມີເປົ້າໝາຍເພື່ອລົບລ້າງການໃຊ້ຢາຢ່າງຊະຊາຍ ໂດຍສະເພາະການໃຊ້ຢາ Artemisinin Oral Monotherapy ເອົາໃຈໃສ່ຕໍ່ການປ້ອງກັນ, ການປິ່ນປົວໃຫ້ສອດຄ່ອງຕາມນະໂຍບາຍການປິ່ນປົວພະຍາດໄຂ້ຍຸງ ສະບັບປະຈຸບັນ; ເພີ້ມທະວີການເຜີຍແຜ່ ຂໍ້ມູນຂ່າວສານດ້ານຢາໃຫ້ຜູ້ບໍລິໂພກ ແລະ ຊຸມຊົນເມື່ອເຈັບເປັນໃຫ້ໄປໃຊ້ບໍລິການດ້ານສຸຂະພາບຢູ່ສະຖານທີ່ບໍລິການສາທາລະນະສຸກຂອງລັດ, ບໍ່ຄວນໃຊ້ຢາດ້ວຍຕົນເອງ.

          ຕໍ່ກັບບັນຫາແຮງງານເຄື່ອນຍ້າຍ, ໃຫ້ບັນດາໂຄງການຮັບຜິດຊອບກ່ຽວຂ້ອງມີນະໂຍບາຍປິ່ນປົວສອດ ຄ່ອງກັບລະບຽບການຂະແໜງການສາທາລະນະສຸກ ຂອງ ສ ປປ ລາວ. ຖ້າມີຄວາມຈໍາເປັນນໍາຢາເຂົ້າມາຮັບໃຊ້ໂຄງການຕ້ອງໄດ້ຮັບການອະນຸຍາດຈາກເຈົ້າໜ້າທີ່ສາທາລະນະສຸກ ຂອງ ສ ປປ ລາວ ແລະ ອໍານວຍຄວາມສະດວກໃຫ້ເຈົ້າໜ້າທີ່ກວດກາອາຫານ ແລະ ຢາ ເຂົ້າຕິດຕາມກວດກາການມີຢາຢູ່ໃນຄວາມຮັບຜິດຊອບໂຄງການ.  

          ຂັ້ນແຂວງຕ້ອງເປັນເຈົ້າການໃນການຕິດຕາມສະພາບການ ແລະ ເພີ້ມການເອົາໃຈໃສ່ກວດກາ ຮັບປະກັນບໍ່ໃຫ້ມີການນໍາເຂົ້າ, ຈໍລະຈອນ ແລະ ນໍາໃຊ້ຢາ Artesunate Oral monotherapy ລວມທັງການນໍາເຂົ້າເພື່ອນໍາໃຊ້ໃນກຸ່ມຄົນຕ່າງໆ ໂດຍສະເພາະໃນກຸ່ມແຮງງານເຄຶ່ອນຍ້າຍ, ໂຄງການສຳປະທານຕ່າງໆ....ເພື່ອວາງມາດຕະການທີ່ເໝາະສົມ.

            ການຈັດກອງປະຊຸມຄັ້ງນີ້ແມ່ນໄດ້ຮັບການສະໜັບສະໜູນຈາກ ກອງໂຄງການ ທຶນໂລກ ຮອບ Regional Artemisinin Resistance Initiative / RAI.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA