ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອາຊຽນຫາລືຮັບປະກັນຄວາມປອດໄພຂອງອາຫານ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/04/2016

ອາຊຽນຫາລືຮັບປະກັນຄວາມປອດໄພຂອງອາຫານ

 

ບົດຂ່າວໂດຍ: ດຣ. ສີວິໄລ ນະໄພວົງ

ອີງຕາມການຕົກລົງຂອງກອງປະຊຸມຊ່ຽວຊານດ້ານຄວາມປອດໄພອາຫານ ອາຊຽນ ຄັ້ງທີ່ 12 ທີ່  ໂຢກ ຈາກາຕາ ປະເທດ ອິນໂດເນເຊຍ 2015 ເຊິ່ງໄດ້ມອບໃຫ້ ສປປ ລາວ ເປັນເຈົ້າພາບກອງປະຊຸມໃນຫົວຂໍ້ “ ກອງປະຊຸມຄັ້ງທີ 1 ຂອງກຸ່ມທີ່ 4 ຮັບປະກັນດ້ານ ຄວາມປອດໄພອາຫານ ສໍາລັບແຜນພັດທະນາສາທາລະນະສຸກ ອາຊຽນ ຫລັງ ປີ 2015. ດັ່ງນັ້ນ, ໃນລະຫວ່າງ ວັນທີ 26-28 ເມສາ 2016 ກອງປະຊຸມພາຍໃຕ້ຫົວຂໍ້ດັ່ງກ່າວ ຈຶ່ງ ໄດ້ຈັດຂຶ້ນ ທີ່ໂຮງແຮງດອນຈັນພາເລດ ນະຄອນຫລວງວຽງຈັນ ໂດຍມີທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ ຄະນະປະທານຝ່າຍລາວ ແລະ ບັນດາປະເທດອາຊຽນເຂົ້າຮ່ວມ.

          ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນທວນຄືນ ແລະ ສົນທະນາທິດທາງໃນຕໍ່ໜ້າ ສໍາລັບແຜນປັງປຸງຄວາມປອດໄພຂອງອາຫານ ລະດັບ 2 ກິດຈະກໍາທີ່ກໍາລັງດໍາເນີນການສະເຫນີໃຫ້ມີການຮ່ວມມືໃນຫລາຍກິດຈະກໍາທີ່ກ່ຽວຂ້ອງກັບຄວາມປອດໄພຂອງອາຫານ ພ້ອມທັງສົນທະນາກ່ຽວກັບຍຸດທະສາດ, ຕົວຊີ້ວັດ ແລະ ເປົ້າໝາຍ ຂອງພາກພື້ນ ສໍາລັບກຸ່ມ 4 ທາງດ້ານສາທາລະນະສຸກ, ກິດຈະກໍາທີ່ສໍາຄັນ ທີ່ໄດ້ກໍານົດໃນຕໍ່ໜ້າ ແມ່ນເນັ້ນໃສ່ເຫດການ ກິດຈະກໍາພາຍໃນແຜນປັບປຸງຄວາມປອດໄພຂອງອາຫານ ລະດັບ 2 ໂດຍການປະສານງານກັບຄູ່ຮ່ວມພັດທະນາຕ່າງໆ ເຊັ່ນ: ອົງການອະນາໄມໂລກ, ອີຢູ ແລະ ອົງການອື່ນໆທີ່ກ່ຽວຂ້ອງ.

          ສໍາລັບ ສປປ ລາວ ແມ່ນສຸມໃສ່ການສົ່ງເສີມວຽກງານຄວາມປອດໄພຂອງອາຫານ ໂດຍສະເພາະການສ້າງນິຕິກໍາ ແລະ ລະບຽບການຕ່າງໆ ກ່ຽວກັບການຄຸ້ມຄອງຄວາມປອດໄພຂອງອາຫານ, ຜັນຂະຫຍາຍເນື້ອໃນກົດໝາຍອາຫານ ຊຶ່ງໄດ້ປັບປຸງ ແລະ ອະນຸມັດນໍາໃຊ້ໃນປີ 2013 ແລະ ນະໂຍບາຍແຫ່ງຊາດດ້ານຄວາມປອດໄພຂອງອາຫານ ໃຫ້ເປັນອັນລະອຽດ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄຸ້ມຄອງວຽກງານວຽກງານຄວາມປອດໄພຂອງອາຫານ ແລະ ການດໍາເນີນທຸລະກິດຂອງຜູ້ປະກອບການ. ນອກຈາກນີ້ກໍ່ຍັງລິເລີ່ມໃນການສໍາຫລວດຂໍ້ມູນບໍລິໂພກອາຫານ ເພື່ອນໍາໃຊ້ເຂົ້າໃນການປະເມີນຄວາມສ່ຽງ, ສົ່ງເສີມວຽກງານວິໄຈຂອງ ອາຫານ ແລະ ສ້າງຄວາມເຂັ້ມແຂງໃນວຽກງານກວດກາ ແລະ ເຝົ້າລະວັງຄວາມປອດໄພຂອງອາຫານ ແນໃສ່ປົກປ້ອງສຸຂະພາບຂອງປະຊາຊົນໃຫ້ດີຂຶ້ນ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA