ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສາທາແຂວງ ໄຊສົມບູນ ປະຊຸມປຶກສາຫາລືການຈັດຊື້ຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 18/06/2016

ສາທາແຂວງ ໄຊສົມບູນ ປະຊຸມປຶກສາຫາລືການຈັດຊື້ຢາ ແລະ ຜະລິດຕະພັນການແພດ

ບົດຂ່າວ: ສຸກສົມຄວນ ຈັນທະມາດ

ໃນວັນທີ 17 ມິຖຸນາ 2016 ຜ່ານມານີ້ ທີ່ເມືອງ ລ້ອງຊານ ແຂວງ ໄຊສົມບູນ ພະແນກສາທາລະນະສຸກ ແຂວງ ໄຊສົມບູນ ໄດ້ຈັດກອງປະຊຸມ ປຶກສາຫາລືວຽກງານການຈັດຊື້ຢາ ແລະ ຜະລິດຕະພັນການແພດຂຶ້ນ. ຈຸດປະສົງຂອງກອງປະຊຸມແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບການຈັດຕັ້ງປະຕິບັດວຽກງານຈັດຊື້ຢາ ແລະ ຜະລິດຕະພັນການແພດ ພາຍໃນແຂວງ ເພື່ອຈັດຕັ້ງຜັນຂະຫຍາຍຕົກລົງຂອງ ກະຊວງສາທາລະນະສຸກ ເລກທີ 1489/ກຊສ, ລົງວັນທີ26 ມິຖຸນາ 2015 ວ່າດ້ວຍການອະນຸມັດໃຫ້ ພະແນກສາທາລະນະສຸກ ແຂວງ ໄຊສົມບູນ ຈັດຕັ້ງປະຕິບັດການຈັດຊື້ຢາ ແລະ ອຸປະກອນການແພດຮ່ວມກັນ ຢູ່ທົ່ວ. ໃຫ້ກຽດເປັນປະທານກອງປະຊຸມຄັ້ງນີ້ ໂດຍ ທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ. ທ່ານ ດຣ. ວັງເຢີ ເນັ່ງມົ້ງວ່າງ ຫົວໜ້າພະແນກ ສາທາລະນະສຸກ ແຂວງ ໄຊສົມບູນ ແລະ ທ່ານ ດຣ. ຖະໝອນ ອິນສານ ຫົວໜ້າສູນສະໜອງຢາ-ອຸປະກອນການແພດ ຮ່ວມເປັນຄະນະປະທານ. ກອງປະຊຸມມີຜູ້ຕ່າງໜ້າ ຈາກຂະແໜງອາຫານ ແລະ ຢາ ແຂວງ, ໂຮງໝໍແຂວງ ແລະ ເມືອງ ແລະ ພະນັກງານທີ່ກ່ຽວຂ້ອງ ຂອງກັບວຽກງານສະໜອງຢາ ຂອງແຂວງ ລວມທັງໝົດ 37 ທ່ານ.

ໃນວາລະກອງປະຊຸມ, ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ແຂວງໄຊສົມບູນ ສະເຫນີບົດລາຍງານ ຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານການຈັດຊື້ຢາ ແລະ ອຸປະກອນການແພດ ທີ່ຈັດຕັ້ງພາຍໃນແຂວງ. ທ່ານ ດຣ.​ຖະໝອມ ອິນສານ ຫົວໜ້າສູນສະໜອງຢາ-ອຸປະກອນການແພດ ໄດ້ສະເຫນີ ຄວາມເປັນມາຂອງການຈັດຊື້-ສະໜອງ ໃນໄລຍະຜ່ານມາ, ສະພາບການຈັດຕັ້ງປະຕິບັດວຽກງານຈັດຊື້-ສະໜອງຢາ ຂອງບາງແຂວງ ແລະ ຄວາມຈໍາເປັນເພື່ອຈັດຕັ້ງການຈັດຊື່ຮ່ວມກັນ. ຫລັງຈາກນັ້ນ ຜູ້ຂອງຜູ້ເຂົ້າຮ່ວມ ຈາກໂຮງໝໍແຂວງ ແລະ ເມືອງ ເຊິ່ງເປັນຜູ້ຈັດຕັ້ງປະບັດຕົວຈິງ ໄດ້ແລກປ່ຽນບົດຮຽນ ບົດຮຽນການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ສະເຫນີຄໍາຄິດຄໍາເຫັນຢ່າງກົງໄປກົງ ຕໍ່ການຈັດຕັ້ງປະຕິບັດ ການຈັດຊື້ ພາຍໃນແຂວງ ແລະ ລະບົບການຈັດຊື້ຮ່ວມກັນ.​

ກອງປະຊຸມ ໄດ້ດໍາເນີນ ເປັນເວລາ 1 ວັນ ເຊິ່ງ ໄດ້ຮັບໝາກຜົນຕາມຄາດໝາຍ,​ກອງປະຊຸມ ເຫັນດີເປັນເອກະພາບ ໃຫ້ມີການຈັດຕັ້ງປະຕິບັດ ການຈັດຊື້ຢາ ແລະ ອຸປະກອນການແພດຮ່ວມກັນ ທົ່ວແຂວງ. ໃຫ້ບັນດາຫ້ອງການສາທາລະນະສຸກເມືອງ ແລະ ໂຮງໝໍແຂວງ ສືບຕໍ່ຂຶ້ນແຜນຄວາມຕ້ອງການຢາ ແລະ ອຸປະກອນການແພດ ໃຫ້ພຽງພໍໃນການນໍາໃຊ້ ນັບແຕ່ຂັ້ນແຂວງ ຮອດສຸກສາລາ, ຕູ້ຢາປະຈໍາບ້ານ ແລ້ວ ສົ່ງໃຫ້ ພະແນກສາທາລະນະສຸກ ເພື່ອສັງລວມ ກະກຽມການຈັດຊື້ໃຫ້ທ່ວງທັນ ກັບ ສົກງົບປະມານຂອງປີຕໍ່ໄປ (2017); ເຫັນດີໃຫ້ມີການແຕ່ຕັ້ງຄະນະກໍາມະການຈັດຊື້ ໂດຍປະກອບມີທຸກພາກສ່ວນທີ່ກ່ຽວຂ້ອງ ເຂົ້າເປັນກໍາມະການ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຈັດຊື້ ໄດ້ຮັບການປະຕິບັດຢ່າງມີປະສິດທິພາບ ປະສິດທິຜົນ. ບັນຫາອື່ນໆ ໂດຍສະເພາະ ສະເຫນີໃຫ້ ມີການທົບທວນຄືນວຽກງານກອງທຶນໜູນວຽນຢາ ແຕ່ລະຂັ້ນ ເຊິ່ງຕິດພັນກັບ ລາຍຮັບວິຊາການ ເພື່ອຄວາມຍືນຍົຂອງໂຮງໝໍແຕ່ລະຂັ້ນ ແລະ ກະກຽມການກ້າວສູ່ລະບົບປະກັນສຸຂະພາບ.

ວຽກງານການຄັດເລືອກຢາ ລວມທັງວຽກງານການຈັດຊື້-ສະໜອງ ຢາ ແມ່ນອົງປະກອບໜຶ່ງທີ່ສໍາຄັນຂອງນະໂຍບາຍແຫ່ງຊາດດ້ານຢາ ໂດຍມີສູນສະໜອງຢາ-ອຸປະກອນການແພດ ປະຕິບັດພາລະບົດບາດໃນການປະສານງານກັບບັນດາແຂວງ ກົມກອງທີ່ກ່ຽວຂ້ອງຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ບັນລຸຕາມຄາດ ໝາຍສູ້ຊົນ. ວຽກງານການຈັດຊື້-ສະໜອງຢາ ແລະ ຜະລິດຕະພັນການແພດ ແບບຮ່ວມກັນ ເປັນໂຄງການໜຶ່ງ ກໍານົດຢູ່ໃນແຜນງານ ສະໜອງຢາ-ອຸປະກອນການແພດ ແລະ ເຕັກໂນໂລຍີ ຂອງແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ VIII ເຊິ່ງຈະປະກອບສ່ວນໃນການຈັດຕັ້ງຜັນຂະຫຍາຍ ນະໂຍບາຍແຫ່ງຊາດດ້ານຢາ, ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ແລະ ໃນແຜນຍຸດທະສາດປະຕິຮູບສາທາລະນະສຸກ ດ້ານການປັບປຸງການບໍລິການດ້ານການແພດ. ຄາດໝາຍສູ້ຊົນ ໃຫ້ວຽກງານການຈັດຊື້ຮ່ວມກັນຢ່າງເຕັມລະບົບຄົບຖ້ວນ ປະຕິບັດໃນຂອບເຂດທົ່ວປະເທດ ໃນປີ 2020.

free porn videos free sex videos
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA