ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອົບຮົມສ້າງຄວາມເຂັ້ມແຂງວຽກງານສ້າງມາດຕະຖານອາຫານປອດໄພ ແລະ ການມີສ່ວນຮ່ວມຢາງມີປະສິດທິພາບ ໃນວຽກງານ Codex
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/06/2016

ອົບຮົມສ້າງຄວາມເຂັ້ມແຂງວຽກງານສ້າງມາດຕະຖານອາຫານປອດໄພ ແລະ ການມີສ່ວນຮ່ວມຢາງມີປະສິດທິພາບ ໃນວຽກງານ Codex

ບົດຂ່າວ: ສຸກສົມຄວນ ຈັນທະມາດ

 

        ໃນລະຫວ່າງ ວັນທີ 27-29 ມິຖຸນາ ຜ່ານມານີ້ ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ແລະ ອົງການອາຫານໂລກ (FAO) ໄດ້ຮ່ວມມື ຈັດຊຸດອົບຮົມຂຶ້ນ ພາຍໃຕ້ ຫົວຂໍ້ "ສ້າງຄວາມເຂັ້ມແຂງໃຫ້ແກ່ການສ້າງມາດຕະຖານອາຫານອາຫານ ແລະ ການເຂົ້າຮ່ວມ ໃນວຽກງານມາດຕະຖານອາຫານສາກົນ (Codex) ຢ່າງມີປະສິດທິຜົນ ຢູ່ ສປປ ລາວ". ຈຸດປະສົງ ຂອງການຈັດອົບຮົມຄັ້ງນີ້ ແມ່ນເພື່ອເພີ້ມຄວາມອາດສາມາດ ສໍາລັບວຽກງານການສ້າງມາດຕະຖານມອາຫານປອດໄພ ເຊິ່ງຈະປະກອບສ່ວນເຂົ້າໃນວຽກງານ ມາດຕະຖານອາຫານສາກົນ ຫລື Codex. ເປັນກຽດເຂົ້າຮ່ວມ ແລະ ກ່າວເປີດຊຸດຮົມ ໂດຍແມ່ນທ່ານ ດຣ. ສີວົງ ແສງອາລຸນເດດ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ມີບັນດານັກສໍາມະນາກອນ ເຂົ້າຮ່ວມ ທີ່ມາຈາກໜ່ວຍງານທີ່ກ່ຽວຂ້ອງ ທີ່ຮັບຜິດຊອບວຽກງານຄຸ້ມຄອງອາຫານປອດໄພ ແລະ ກ່ຽວຂ້ອງກັບຈັດຕັ້ງ ແລະ ການພັດທະນາມາດຕະຖານອາຫານ ເຊັ່ນ: ນັກສໍາມະນາກອນ ຈາກກົມອາຫານ ແລະ ຢາ, ກົມມາດຕະຖານ ແລະ ວັດແທກ ກະຊວງວິທະຍາສາດ ແລະ ເຕັກໂນໂລຍີ; ກົມປູກຝັງ, ກົມລ້ຽງສັດ ແລະ ປະໂມງ ກະຊວງ ກະສິກໍາ ແລະ ປ່າໄມ; ກົມການຄ້າພາຍໃນ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ສູນວິໄຈອາຫານ ແລະ ຢາ; ກອງກວດກາອາຫານ ແລະ ຢາ ມະຫາວິທະຍາໄລວິທະຍາສາດສຸກຂະພາບ.

          ໃນຊຸດອົບຮົມຄັ້ງນີ້ ໄດ້ມີບັນດາຜູ້ຊ່ຽວຊານຈາກອົງການ FAO ໄດ້ພັດປ່ຽນຂຶ້ນສະເຫນີບົດໃນຫົວຂໍ້່ຕ່າງໆ ທີ່ກ່ຽວຂ້ອງ ກັບວຽກງານການສ້າງມາດຕະຖານອາຫານສາກົນ (Codex) ເປັນຕົ້ນ ພາລະບົດບາດ ແລະ ກົງຈັກການຈັດຕັ້ງ, ໜ່ວຍງານທີ່ກ່ຽວຂ້ອງໃນການສະໜັບສະໜູນວຽກງານຂອງ Codex, ຄູ່ມືການຈັດຕັ້ງປະຕິບັດວຽກງານ Codex, ບັນດາຫລັກການ ໃນການພິຈາລະນາການຮັບຮອງມາດຕະຖານອາຫານ, ນອກຈາກນີ້ ຍັງມີຜູ້ຊ່ຽວຊານ ຈາກປະເທດ ອິນເດຍ, ໄທ ແລະ ອິນໂດເນເຊຍ  ສະເຫນີບົດຮຽນໃນການສ້າງມາດຕະຖານອາຫານຂອງປະເທດ.

          ຄາດຄະເນຜົນໄດ້ຮັບຂອງຊຸດອົບຮົມຄັ້ງນີ້ ຈະໄດ້ເພີ້ມຄວາມເຂົ້າໃຈໃຫ້ແກ່ນັກສໍາມະນາກອນ ໂດຍສະເພາະໜ່ວຍງານຂອງກົມອາຫານ ແລະ ຢາ ທີ່ມີພາລະໜ້າທີ່ເປັນ ຈຸດປະສານງານລະດັບຊາດ ກ່ຽວກັບ ວຽກງານ ກົດລະຫັດອາຫານສາກົນ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງ ເຂົ້າໃຈເລິກເຊິ່ງ ກ່ຽວກັບກົງຈັກ ແລະ ພາລະບົດບາດ ວ່າ ຄະນະກໍາມະທິການ ກົດລະຫັດອາຫານ (Codex Alimentarius Commission) ແມ່ນຕິດພັັນກັບ ຂໍ້ຕົກລົງ SPS/TBT, ເພີ້ມຄວາມຮູ້ກ່ຽວກັບ ແນວຄວາມຄິດຂັ້ນພື້ນຖານຂອງ ກອບວຽກການວິໄຈຄວາມສ່ຽງ ທີ່ ເຊື່ອມໂຍງກັບ ການພັດທະນາມາດຕະຖານ ແລະ ການເກັບກໍາຂໍ້ມູນ ແລະ ນໍາໃຊ້ຂໍ້ມູນ. ຜົນໄດ້ຮັບຂອງການອົບຮົມໃນຄັ້ງນີ້ ບັນດານັກສໍາມະນາກອນ ຍັງຈະໄດ້ ຮ່ວມກັນສ້າງແຜນຍຸດທະສາດ ໃນການປັບປຸງ ແລະ ພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ວຽກງານ Codex ຢູ່ ສປປ ລາວ.

          ການຈັດຊຸດອົບຮົມຄັ້ງນີ້ ແມ່ນ ກິດຈະກໍາໜຶ່ງ ຂອງອົງການອາຫານໂລກ ທີ່ໄດ້ຈັດຕັ້ງປະບັດໂດຍຜ່ານໂຄງການສະໜັບສະໜູນ "ເພື່ອສ້າງຄວາມອາດສາມາດ ສໍາລັບການພັດທະນາ ມາດຕະຖານອາຫານປອດໄພ ເທົ່າທຽມກັບສາກົນ ແລະ ການຈັດຕັ້ງປະຕິບັດ ໃນບັນດາປະເທດອາຊຽນ".

free porn videos free sex videos
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA