ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ດຳລັດວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 18/07/2016

ກອງປະຊຸມເຜີຍແຜ່ດຳລັດວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ

 

ກອງປະຊຸມໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-15 ກໍລະກົດ 2016 ທີ່ຫ້ອງປະຊຸມ ຂອງພະແນກສາທາ ລະນະສຸກ; ພາຍໃຕ້ການປັນປະທານໂດຍ ທ່ານ ດຣ.ສົມທະວີ ຈາງວິສົມມິດ, ຫົວໜ້າກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ພ້ອມດ້ວຍທ່ານ ພູສະໄໝ ກິດຕິລາດ ຮອງຫົວໜ້າຫ້ອງການ ຫ້ອງວ່າການປົກຄອງແຂວງສະຫວັນະເຂດ ແລະ ທ່ານ ດຣ. ນາງ ຈັນດອນ ມະນີພູໃສ ຮອງຫົວໜ້າພະແນກສາທາລະນະສຸກແຂວງສະຫວັນນະເຂດ ຮ່ວມເປັນຄະນະປະທານ.

ກອງປະຊຸມ ໄດ້ມີຜູ້ແທນເຂົ້າຮ່ວມມາຈາກພາກສ່ວນຂະແໜງການສາທາລະນະສຸກ ເຊຶ່ງປະກອບດ້ວຍ ທ່ານ ດຣ.ບຸນແຝງ ພຸມມະໄລສິດ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ; ຮສ.ດຣ. ກອງມະນີ ສີດາລາ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ຫົວໜ້າພະແນກ/ຮອງພະແນກ ສາທາລະນະສຸກພ້ອມພະນັກງານວິຊາການ ອາຫານແລະຢາແຂວງ. ນອກຈາກນັ້ນຍັງມີຂະແໜງການທີ່ກ່ຽວຂ້ອງປະກອບມີຜູ້ຕາງໜ້າ ພະແນກຊັບພະຍາ ກອນທຳມະຊາດ ແລະ ສີ່ງແວດລ້ອມ, ກະສິກຳ ແລະ ປ່າໄມ້, ພະແນກ ອຸດສະຫະກຳ ແລະ ການຄ້າ ຂອງ 5 ແຂວງພາກໃຕ້ ມີບັນດາພະນັກງານວິຊາການ ຂອງ ກົມອາຫານ ແລະ ຢາແລະ ຫ້ອງການສັງລວມຈຳນວນໜື່ງເຂົ້າຮ່ວມທັງໝົດ 48 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອເຜີຍ​ແຜ່​ບັນດາ ນະ​ໂຍບາຍ,  ນິຕິ​ກຳກ່ຽວກັບ​ວຽກງານ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາ-ຢາ​ພື້ນ​ເມືອງ​ຂອງ​ລາວ, ໂດຍ​ສະ​ເພາະ​ແມ່ນດໍາລັດ​ເລກທີ 155/ນຍ ແລະ ຄຳ​ສັ່ງ​ແນະນຳ​ຈຳນວນໜຶ່ງ​ທີ່​ຂັ້ນ​ເທີ​ງ​ໄດ້​ປະກາດ​ໃຊ້ ແລະ ເພື່ອປືກສາ​ຫາລື ​ເຖິງ​ກົນ​ໄກ​ຮ່ວມມື​ປະສານ​ງານ​ເພື່ອ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດທີ່ເປັນຢາ,ໃຫ້​ມີ​ຄວາມ​ຮັດກຸມ ​ແລະ ​ເຂັ້ມ​ແຂງ​ຂຶ້ນ​ກວ່າ​ເກົ່າ.

ຜົນໄດ້ຮັບຂອງກອງປະຊຸມໃນຄັ້ງນີ້ ບັນດາເຈົ້າໜ້າທີ່ ສາທາລະນະສຸກ ແລະ ບັນດາຂະແໜງການທີ່ກ່ຽວຂ້ອງ ເຫັນດີສືບຕໍ່ ເຜີຍແຜ່ ບັນດານິຕິກຳ ເປັນດຳລັດ ເປັນຄຳສັ່ງ ກ່ຽວກັບຊັບພະຍາກອນ ທຳມະຊາດທີ່ເປັນຢາໃຫ້ ກ້ວາງຂວາງ ທົ່ວເຖີງໄປຮອດຂັ້ນເມືອງ ແລະ ບ້ານດ້ວຍວິທີທີ່ເໝາະສົມ ໃຫ້ຖືກກັບລະດັບຄວາມຮັບຮູ້; ໄດ້ເປັນເອກະພາບໃຫ້ມີການສົ່ງເສີມການປູກ ການລ້ຽງ ການປົກປັກຮັກສາ ຊັບພະຍາກອນທຳມະຊາດທີ່ເປັນຢາ ຂອງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ທາງດ້ານເສດຖະກິດ ດ້ານຄຸນປະໂຫຍດ ໃຫ້ແກ່ການປີ່ນປົວ ແລະ ກັນພະຍາດ ແລະ ສຳຄັນທີ່ສຸດແມ່ນໃຫ້ມີຄວາມຍືນຍົງ ຕໍ່ເນື່ອງ ຂອງຊັບພະຍາກອນ ທຳມະຊາດທີ່ເປັນຢາ; ຄວນມີແຜນການ ແລະ ໂຄງການ ສຳຫລວດຊັບພະຍາກອນທຳມະຊາດທີ່ເປັນຢາ ຢູໃນສາມປະເພດປ່າ ຂອງກະຊວງກະສິກຳ ແລະ ປ່າໄມ້ ກໍ່ຄືຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ ໂດຍມີການສະໜັບສະໜູນ ຈາກຂະແໜງການທີ່ກ່ຽວຂ້ອງ ມີການສະໜັບສະໜູນ ຈາກການນຳຢູ່ຂັ້ນແຂວງ ແຕ່ວ່າໂຄງການ ແລະ ແຜນງານແມ່ນເຮັດໃຫ້ມີລາຍລັກອັກສອນ ຕ້ອງໃຫ້ມີບຸກຂະລາກອນຕື່ມ;

ນອກຈາກນີ້ກອງປະຊຸມຍັງໄດ້ ສະເຫນີໃຫ້ມີການທົບທວນຄືນ ຫຼື ປັບປຸງ ການສ້າງຕັ້ງ ອົງການຄະນະກຳມະການ ຄຸ້ມຄອງອາຫານ ແລະ ຢາ ຫຼື ຖ້າຈຳເປັນແມ່ນໃຫ້ຈັດຕັ້ງຄະນະກຳມະການສະເພາະກິດອັນໜື່ງເພື່ອຄຸ້ມຄອງຊັບພະຍາກອນທຳມະຊາດທີ່ເປັນຢາ ແລະ ຢາພື້ນເມືອງຂຶ້ນ, ແຕ່ຄວນມີການຄົ້ນຄ້ວາເລີກເຊີງ ດ້ານພາລະບົດບາດຕື່ມ;ສົ່ງເສີມ ຄົ້ນຄ້ວາ ການແພດ ແລະ ການຢາພື້ນເມືອງ ຖ້າມີຄວາມຈຳເປັນຈະຕ້ອງມີການສ້າງຕັ້ງສູນ ເພື່ອຄົ້ນຄ້ວາໃນການນຳໃຊ້ຢາພື້ນເມືອງເຂົ້າໃນການປີ່ນປົວຢູ່ໃນຂັ້ນແຂວງຕື່ມ, ທັງໃຫ້ສອດຄ່ອງກັບນະໂຍ ບາຍຂອງພັກ ແລະ ລັດ ວ່າໃຫ້ມີການສົມທົບຢາຫຼວງ ແລະ ຢາພື້ນເມືອງເຂົ້າໃນຕາໜາງສາທາລະນະສຸກທຸກຂັ້ນ ແລະ ບັນຫາອື່ນໆ ທີ່ກ່ຽວຂ້ອງວຽກງານພັດທະນາການແພດການຢາພື້ນເມືອງ.

 

ບົດຂ່າວໂດຍ: ດຣ. ບຸນເລື່ອນ ດວງເດືອນ

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA