ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງເຄື່ອງສໍາອາງ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/07/2016

ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງເຄື່ອງສໍາອາງ

 

 ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ແຂວງ ໃນຂອບເຂດທົ່ວປະເທດ ກ່ຽວກັບວຽກງານຄຸ້ມຄອງເຄື່ອງສໍາອາງ ໂດຍສະເພາະການຮັບປະກັນຄຸນນະພາບ ຜະລິດຕະພັນເຄື່ອງສໍາອາງ ທີ່ຜະລິດ, ນໍາເຂົ້າ ຈໍາໜ່າຍຢູ່ ສປປ ລາວ. ນັບແຕ່ຕົ້ນປີ 2016 ເປັນຕົ້ນມາ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ດໍາເນີນການຈັດຊຸດອົບຮົມສໍາມະນາ ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງ ແລະ ຜູ້ປະກອບການດ້ານເຄື່ອງສໍາອາງ ເຊິ່ງຈຸດປະສົງຂອງການຈັດການອົບຮົມ ເພື່ອທົບ​ທວນຄືນດ້ານ​ລະບຽບການຕ່າງໆ ທີ່ກ່ຽວຂ້ອງ ທີ່ນໍາໃຊ້ໃນການຄຸ້ມຄອງຜະລິດ​ຕະພັນ​​​ເຄື່ອງ​ສໍາອາງ; ​ເຜີຍ​ແຜ່​ກ່ຽວກັບທິດນໍາ ຂອງພາກພື້ນ ໂດຍສະເພາະ ອາຊຽນ ກ່ຽວກັບ​ຄຸ້ມ​ຄ​ອງ​ເຄື່ອງ​ສໍາອາງ​ (ASEAN Cosmetic Directive), ເພື່ອ​ຍົກ​ລະດັບ​ຄວາມ​ຮັບ​ຮູ້, ຄວາມ​ສາມາດ ​ແລະ ​ເຕັກນິກ​ໃນ​ການ​ກວດກາ​ຜະລິດ​ຕະພັນ​ເຄື່ອງ​ສໍາອາງໃຫ້​ແກ່​ເຈົ້າໜ້າ​ທີ່ກວດກາ​ຂັ້ນ​ແຂວງ ​ແລະ ​ເມືອງ. ໃນຊຸດອົບຮົມ ແມ່ນໄດ້ມີຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ເຊັ່ນ: ພະນັກງານຂະ​ແໜງ​ອາຫານ ​ແລະ ຢາ ​ແຂວງ, ອາຫານ ​ແລະ ຢາ ​ເມືອງ, ຂະ​ແໜງອຸດສາຫະກໍາ-ການຄ້າ, ຕໍາຫຼວດສິ່ງ​ແວດ​ລ້ອມ ແລະ ຜູ້ປະກອບການເຄື່ອງສໍາອາງ.

ການຈັດອົບຮົມສໍາມະນາ ກ່ຽວກັບວຽກງານຄຸ້ມຄອງເຄື່ອງສໍາອາງ ຖືວ່າເປັນຄັ້ງທໍາອິດທີ່ ໄດ້ຈັດຂຶ້ນໃນຂອບເຂດທົ່ວປະເທດ ເຊິ່ງ ມາຮອດປະຈຸບັນ ການອົບຮົມ ໄດ້ປະຕິບັດ ສໍາເລັດ ຢູ່ 12 ແຂວງ ເຊິ່ງຜົນໄດ້ຮັບຂອງການອົບຮົມ ແມ່ນ ພະນັກງານທີ່ກ່ຽວຂອງ ແລະ ຜູ້ປະກອບການ ເຂົ້າໃຈກ່ຽວກັບຄວາມສໍາຄັນຂອງວຽກງານຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ເຊິ່ງຕິດພັນ ກັບວຽກງານອະນຸຍາດ ກ່ອນການຜະລິດ, ນໍາເຂົ້າ ແລະ ຈໍາໜ່າຍ ແລະ ກ່ຽວຂ້ອງສະນິດແໜ້ນກັບວຽກງານຕິດຕາມກວດກາຄຸນນະພາບ ພາຍຫລັງທີ່ໄດ້ຮັບອະນຸຍາດ. ຜູ້ເຂົ້າຮ່ວມຍັງໄດ້ຮັບຮູ້ ລະບຽບການສາກົນ ກ່ຽວກັບການຄຸ້ມຄອງເຄື່ອງສໍາອາງ ຕາມທິດນໍາຂອງ ອາຊຽນ ກ່ຽວກັບເຄື່ອງສໍາອາງ, ບັນຫາສະພາບເຄື່ອງສໍາອາງທີ່ບໍ່ໄດ້ຈົດແຈ້ງ, ບໍ່ມີສະຫລາກ ຫລື ໝົດອາຍຸ ທີ່ມີການຈໍລະຈອນຈໍາໜ່າຍຢູ່ທ້ອງຕະຫລາດເປັນຈໍານວນຫລາຍ. ກອງຈັດອົບຮົມ ຈະໄດ້ສືບຕໍ່ຈັດໃນທຸກໆ ແຂວງ ໃນຂອບເຂດທົ່ວປະເທດໃຫ້ສໍາເລັດ.

ວຽກງານຄຸ້ມຄອງເຄື່ອງສໍາອາງ ແມ່ນວຽກງານໜຶ່ງທີ່ມີຄວາມສໍາຄັນ, ແມ່ນວຽກງານປົກປ້ອງຜູ້ຊົມໃຊ້ໃຫ້ມີຄວາມປອດໄພ ແລະ ເປັນວຽກງານທີ່ນອນຢູ່ໃນແຜນງານ ປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງແຜນພັດທະນາສາທາລະນະສຸກ 5 ປີ. ການຈັດການອົບຮົມ ກ່ຽວກັບວຽການຄຸມຄອງເຄື່ອງສໍາອາງ ແມ່ນ ໂຄງການໜຶ່ງທີ່ນອນຢູ່ໃນແຜນງານດັ່ງກ່າວຂອງປີ.

                                                                                                                                    (ຮູບພາບຈາກກອງກວດກາອາຫານ ແລະ ຢາ)

ການຈົດແຈ້ງຜະລິດຕະພັນເຄື່ອງສໍາອາງ ແມ່ນມາດຕະການໜຶ່ງຂອງກະຊວງສາທາລະນະສຸກ ທີ່ໄດ້ກໍານົດຢູ່ໃນຂໍ້ຕົກລົງຂອງກະຊວງສາທາລະນະສຸກ ວ່າດ້ວຍການຄຸ້ມຄອງເຄື່ອງສໍາອາງ ປີ 2003 ຈຸດປະສົງແມ່ນເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພກ່ອນອະນຸຍາດວາງຈໍາໜ່າຍຢູ່ທອງຕະຫລາດ. ມາຮອດປະຈຸບັນ ໄດ້ມີຜະລິດຕະພັນເຄື່ອງສໍາອາງຈົດທະບຽນ ຫລື ຈົດແຈ້ງ ຢູ່ ກົມອາຫານ ແລະ ຢາ ກະຊວງສາທາລະນສຸກ ເກືອບ 2000 ລາຍການ ທີ່ຈົດແຈ້ງໂດຍໂຮງງານຜະລິດພາຍໃນ, ບໍລິສັດນໍາເຂົ້າ ແລະ ຫ້າງຮ້ານຕ່າງໆ.

ການລົງຕິດຕາມກວດກາ ຂອງເຈົ້າໜ້າທີ່ ສູນກາງ ແລະ ແຂວງ ໃນໄລຍະທີ່ຜ່ານມາ ກໍ່ຍັງພົບເຫັນ ຜະລິດຕະພັນເຄື່ອງສໍາອາງຈາກນວນໜຶ່ງທີ່ບໍ່ຈົດແຈ້ງ ວາງຈໍາໜ່າຍຢູ່ທ້ອງຕະຫລາດ ແລະ ໄດ້ມີການໂຄສະນາຜ່ານສື່ຕ່າງໆ ໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງບໍ່ຮັບປະກັນຄວາມປອດໄພ. ກົມອາຫານ ແລະ ຢາ ໂດຍສົມທົບກັບກອງກວດກາອາຫານ ແລະ ຢາ ແລະ ພາກສ່ວນທີ່ກ່ຽວຂ້ອງທັງສູນກາງ ແລະ ແຂວງ ໄດ້ລົງຕິດຕາມກວດກາ ແລະ ຍຶດຜະລິດຕະພັນ ແລະ ທໍາລາຍເປັນຈໍານວນຫລາຍ.ນອກຈາກນີ້ຍັງໄດ້ສ້າງສິ່ງ ໂຄສະນາຕ່າງໆ ເປັນຕົ້ນ ໂປສເຕີ ຮູບພາບຜະລິດຕະພັນທີ່ບໍ່ປອດໄພ ເພື່ອເຕືອນ ສະຕິດຕໍ່ສັງຄົມ ໃຫ້ຮັບຮູ້ ແລະ ລະມັດລະວັງຈາກການນໍາກ່ຽວກັບເຄື່ອງສໍາອາງທີ່ບໍ່ປອດໄພ.

 

ບົດຂ່າວໂດຍ: ວຽງສະໄໝ ສີລືໄຊ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA