ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຂະແໜງອາຫານ ແລະ ຢາລົງກວດກາໂຮງແຮມ, ຮ້ານອາຫານ ແລະ ຕະຫຼາດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 01/09/2016

ຂະແໜງອາຫານ ແລະ ຢາລົງກວດກາໂຮງແຮມ, ຮ້ານອາຫານ ແລະ ຕະຫຼາດ

 

ບົດຂ່າວ: ໜັງສືພິມ ວຽງຈັນໃໝ່

          ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ໄດ້ລົງມາຕິດຕາມກວດກາບັນດາໂຮງແຮມ, ຮ້ານອາຫານ ແລະ ຕະຫຼາດ ເພື່ອກວດກາພາຊະນະ ຫຼື ອຸປະກອນຕ່າງໆທີ່ຮັບໃຊ້ໃນການແຕ່ງກິນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ຜູ້ບໍລິໂພກ ແລະ ໃຫ້ອາຫານມີຄວາມສະອາດ ເພື່ອກຽມພ້ອມຕ້ອນຮັບກອງປະຊຸມສຸດຍອດອາຊຽນຄັ້ງທີ 28-29 ແລະ ກອງປະຊຸມບັນດາເຈົ້າຄອງນະຄອນຫຼວງຂອງອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ.

          ວັນທີ 25 ສິງຫາ 2016 ຂະແໜງອາຫານ ແລະ ຢາ ພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ ນຳໂດຍ ທ່ານ ດຣ ສົມຈີນ ສີຫາລາດ ຫົວໜ້າຂະແໜງອາຫານ ແລະ ຢາພ້ອມດ້ວຍຄະນະ ໄດ້ລົງກວດກາພາຊະນະ ຫຼື ປະກອນຕ່າງໆທີ່ຮັບໃຊ້ໃນການແຕ່ງກິນຢູ່ໂຮງແຮມ ຈັນທະປັນຍາ ໂດຍຕ້ອນຮັບຂອງທ່ານ ປະກາສິດ ຈັນທະປັນຍາ ອຳນວຍການໂຮງແຮມ ຈັນທະປັນຍາ ພ້ອມຄະນະ ໃຫ້ຄວາມສະດວກໃນການກວດກາໃນຄັ້ງນີ້.

          ການລົງກວດກາໂຮງແຮມ ຈັນທະປັນຍາ ຢູ່ບ້ານຫາຍໂສກ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນຄັ້ງນີ້ ແມ່ນກວດກາພາຊະນະ-ອຸປະກອນຮັບໃຊ້ ດ້ານຈຸລິນຊີ ເຄມີ ດັ່ງນັ້ນ ຮຍກຮ້ອງໃຫ້ບັນດາຜູ້ປະກອບການໂຮງແຮມ ຮ້ານອາຫານ, ຕະຫຼາດ ແລະ ພາກສ່ວນທີປະກອບການທາງດ້ານອາຫານທຸກພາສ່ວນ ແລະ ພາກສ່ວນທີ່ມີສ່ວນກ່ຽວຂ້ອງ ຈົ່ງໃຫ້ການຮ່ວມມືໃນການເຝົ້າລະວັງຮັກສາຄວາມສະອາດ ເຮັດໃຫ້ອາຫານປອດໄພ ເຮັດໃຫ້ຜູ້ບໍລິໂພກມີຄວາມປອດໄພເພື່ອເປັນເຈົ້າກາຮ່ວມກັນໃນການເປັນເຈົ້າພາບທີ່ດີ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA