ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ອະນາໄມສິ່ງແວດລ້ອມ ແລະ ອາຫານປອດໄພ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/09/2016

ອະນາໄມສິ່ງແວດລ້ອມ ແລະ ອາຫານປອດໄພ

 

ໃນວາລະໂອກາດທີ່ ປະເທດ ສປປ ລາວ ໄດ້ຮັບກຽດອັນສະຫງ່າ ໃນການເປັນເຈົ້າພາບຈັດກອງປະຊຸມອາຊຽນ ໃນຂົງເຂດວຽກງານຕ່າງໆ ນັບແຕ່ຕົ້ນປີ 2016, ທຸກໆ ອົງການຈັດຕັ້ງ, ອໍານາດການປົກຄອງທີ່ກ່ຽວຂ້ອງ ໄດ້ເອົາໃຈໃສ່ ວຽກງານທີ່ໄດ້ຮັບມອບໝາຍ ສໍາເລັດເປັນຢ່າງດີ ເປັນຕົ້ນ ວຽກງານການອໍານວຍຄວາມສະດວກ ການຈໍລະຈອນ ແລະ ຄວາມສະຫງົບຕາມເສັ້ນທາງໃຫຍ່, ຄວາມສະອາດຂອງຕົວເມືອງ ແລະ ອື່ນໆ ເຊິ່ງຮັບປະກັນໄດ້ຄວາມເປັນລະບຽບຮຽບຮ້ອຍ ໃນໄລຍະຜ່ານມາ.

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 28-29 ທີ່ ກໍາລັງຈັດຂຶ້ນຢູ່ ນະຄອນຫລວງວຽງຈັນ ລະຫວ່າງ ວັນທີ 6-8 ກັນຍາ 2016 ກໍ່ແມ່ນເຫດການສໍາຄັນເຫດການໜຶ່ງ ທີ່ທົ່ວປວງຊົນລາວ ມີຄວາມພາກພູມໃຈ ທີ່ໄດ້ຮັບກຽດນີ້ ແລະ ໄດ້ເພີ້ມທະວີກໍາລັງ ແລະ ເຮື່ອແຮງ ປະກອບສ່ວນຕ້ອນຮັບເຫດການ. ໃນນັ້ນ, ວຽກງານສາທາລະນະສຸກກໍ່ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ສະໜັບສະໜູນຮັບໃຊ້ກອງປະຊຸມ ພາຍໃຕ້ການຊີ້ນໍາຂອງການນໍາກະຊວງ ຫລາຍໆໜ່ວຍງານສະເພາະກິດ ໄດ້ຮັບການແຕ່ງຕັ້ງຂຶ້ນ ເຊັ່ນ: ໜ່ວຍງານແພດປະຈໍາຫ້ອງປະຊຸມ, ໜ່ວຍງານແພດປະຈໍາລົດແພດສຸກເສີນ ແລະ ປ້ອງກັນອຸບັດຕິໄພ, ໜ່ວຍງານແພດກະກຽມປະຈໍາ 5 ໂຮງໝໍໃຫຍ່, ໜ່ວຍງານສະໜອງເລືອດ, ໜ່ວຍງານເຝົ້າລະວັງພະຍາດລະບາດ ແລະ ໂຄສະນາຂ່າວສານ, ໜ່ວຍງານອະນາໄມສິ່ງແວດລ້ອມ ແລະ ອາຫານປອດໄພ ແລະ ອື່ນໆ...

ໜ່ວຍງານອະນາໄມສິ່ງແວດລ້ອມ ແລະ ອາຫານປອດໄພ  ແມ່ນນອນຢູ່ໃນຄວາມຮັບຜິດຊອບຂອງກົມອາຫານ ແລະ ຢາ ແລະ ກົມອະນາໄມ ສົ່ງເສີມສຸຂະພາບ ແລະ ຮ່ວມກັບພະແນກສາທາລະນະສຸກ ນະຄອນຫລວງ ມີໜ້າທີ່ລົງກວດກາຕິດຕາມຄຸນນະພາບ ແລະ ຄວາມປອດໄພຂອງອາຫານ ແລະ ເຄື່ອງດື່ມ, ສຸຂະອານາໄມ ແລະ ສິ່ງແວດລ້ອມຢູ່ບັນດາໂຮງແຮມ, ຮ້ານອາຫານ, ຮ້ານກິນດື່ມ, ຮ້ານອາຫານແຄມທາງ ແລະ ສະຖານທີ່ຈັດງານ, ສະຖານທີ່ປຸງແຕ່ງອາຫານ ທີ່ສະໜອງໃຫ້ພະນັກງານຮັບໃຊ້ກອງປະຊຸມ. ລວມທັງໝົດເປົ້າໝາຍຂອງສະຖານທີ່ຖືກກວດກາ ແມ່ນ 28 ແຫ່ງ ທີ່ກວດກາໂດຍຂັ້ນສູນກາງ, ແລະ ນອກຈາກນີ້ ນະຄອນຫລວງ ກໍ່ໄດ້ປະຕິບັດການກວດກາສະຖານທີ່ ເຖິງ 140 ແຫ່ງ.

ບົດຂ່າວ: ສຸກສົມຄວນ ຈັນທະມາດ

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA