ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຕິດຕາມ, ຊຸກຍູ້, ບໍລິສັດຂາເຂົ້າ-ຂາອອກດ້ານຢາແລະຜະລິດຕະພັນການແພດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/09/2016

ຕິດຕາມ, ຊຸກຍູ້, ບໍລິສັດຂາເຂົ້າ-ຂາອອກດ້ານຢາແລະຜະລິດຕະພັນການແພດ

 

ບົດຂ່າວໂດຍ: ນາງ ວົງວຽງສາ ສິດທິເດດ

ວຽກງານຮັບປະກັນຄຸນນະພາບແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ ເຊີ່ງກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ເປັນໃຈກາງໃນການປະສານງານກັບ ການຈັດຕັ້ງທີ່ກ່ຽວຂ້ອງ ນັບທັງຂັ້ນສູນກາງ ແລະ ແຂວງ ເພື່ອຮັບປະກັນປະຊາຊົນຈະໄດ້ຮັບແຕ່ຢາທີ່ດີ, ມີຄຸນນະພາບ ແລະ ຄວາມປອດໄພ ໂດຍຜ່ານການຈັດຕັ້ງວຽກງານກວດກາຢ່າງເປັນລະບົບຄົບຊຸດຢ່າງຕໍ່ເນື່ອງ ແລະ ເຄັ່ງຄັດ ນັບແຕ່ຂັ້ນຕອນການອອກອະນຸຍາດຜູ້ດຳເນີນທຸລະກິດ ແລະ ສຳຄັນທີ່ສຸດພາຍຫລັງອະນຸຍາດແລ້ວຕ້ອງຮັບປະກັນວ່າບັນດາຫົວໜ່ວຍທຸລະກິດທີ່ອະນຸຍາດນັ້ນ ໄດ້ປະຕິບັດສອດຄ່ອງຕາມກົດໝາຍ ແລະ ລະບຽບການທີ່ກະຊວງວາງອອກຢ່າງເຄັ່ງຄັດ.

          ວຽກງານກວດກາ ແມ່ນສ່ວນໜຶ່ງຂອງລະບົບຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາ, ດັ່ງນັ້ນ ໃນຕົ້ນເດືອນກັນຍາ ທີ່ຜ່ານມາ ພະແນກຄຸ້ມຄອງຢາຫລວງ ກົມອາຫານ ແລະ ຢາ ໄດ້ສົມທົບກັບ ໜ່ວຍງານທີ່ກ່ຽວຂ້ອງ ເປັນຕົ້ນ ກອງກວດກາອາຫານ ແລະ ຢາ, ຂະແໜງອາຫານ ແລະ ຢາ ນະຄອນຫລວງ ແລະ ແຂວງ ໄດ້ ລົງຕິດຕາມກວດກາ ຊຸກຍູ້ ການເຄື່ອນໄຫວຂອງບໍລິສັດ ຂາອອກ ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ເຊິ່ງ ຈຸດປະສົງເພື່ອ ຕິດຕາມ ກວດກາ ແລະ ຊຸກຍູ້, ສົ່ງເສີມ ບັນດາບໍລິສັດ ພາຍຫລັງອະນຸຍາດດຳເນີນທຸລະກິດ ເພື່ອຮັບປະກັນການຈັດ​ຕັ້ງ​ປະຕິບັດ​ ​ສອດຄ່ອງ​ ກັບກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ແລະ ນິຕິກໍາລຸ່ມກົດໝາຍຂັ້ນກະຊວງ ແລະ ​​ຫຼັກການຕ່າງໆ ທີ່ກ່ຽວຂ້ອງ ເປັນຕົ້ນ ຫຼັກການການຂາຍຍົກທີ່ດີ (GWP). ການຕິດຕາມກວດກາຄັ້ງນີ້ ຍັງສາມາດເກັບກໍາຂໍ້ມູນ ການເຄື່ອນໄຫວ ເພື່ອເປັນຂໍ້ມູນໃຫ້ແກ່ການ ຄົ້ນຄ້ວາ, ຕີລາຄາປະເມີນ  ເພື່ອ ອອກໃບຢັ້ງຢືນ ຫລັກການການຂາຍຍົກທີດີ ໃຫ້ແກ່ບໍລິສັດທີ່ມີການຈັດຕັ້ງ ແລະ ການເຄື່ອນໄຫວໄດ້ດີຕາມຫລັກການທີ່ກະຊວງວາງອອກ.

          ​ປັດຈຸບັນ​ຫົວໜ່ວຍ​ທຸລະ​ກິດ​ນຳ​ເຂົ້າ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ​ໄດ້​ຮັບ​ອະນຸຍາດ​ດ້ານ​ວິຊາ​ຊີບ​ເພສັຊະ​ກຳ ຈາກ​ກະຊວງ​ສາທາລະນະ​ສຸກ ​ເພື່ອ​ດຳ​ເນີນ​ທຸລະ​ກິດ​ປັດຈຸບັນ​ມີ​ຈຳນວນ 60 ກວ່າ​ແຫ່ງ ​ໃນ​ທົ່ວ​ປະ​ເທດ, ມີ​ຢາ​ທີ່​ໄດ້​ຮັບ​ການ​ຈົດ​ທະບຽນ​ປະມານ​ກວ່າ 1000 ລາຍການ. ກົມອາຫານ ແລະ ຢາ ໄດ້ ກໍານົດຢູ່ໃນແຜນ ພັດທະນາສາທາລະນະສຸກ ຮອດປີ 2020 ເພື່ອຍົກລະດັບຄຸນນະພາບຂອງການບໍລິການຂອງຫົວໜ່ວຍທຸລະກິດນໍາເຂົ້າຢາ ແລະ ຜະລິດຕະພັນການແພດ ເຊິ່ງຈະອອກໃບຢັ້ງຢືນຮັບຮອງມາດຕະຖານການຂາຍຍົກທີດີ ໃຫ້ແກ່ບໍລິສັດ ຈໍານວນໜຶ່ງ. 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA