ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137 ປີ (01/05/1886-01/05/2023) ; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 73 ປີ (01/06/1950-01/06/2023) ; ຊົມເຊີຍວັນແພດລາວ ຄົບຮອບ 58 ປີ (18/06/1965-18/06/2023) ; ຊົມເຊີຍວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/07/1909-13/07/2023) ; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2023) ; ຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15/08/1975-15/08/2023) ; ຊົມເຊີຍວັນຍຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23/08/1975-23/08/2023) ; LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 145
 ມື້ນີ້ 88
 ມື້ວານນີ້ 2,260
 ເດືອນນີ້ 12,913
 ເດືອນແລ້ວນີ້ 46,722
 ປີນີ້ 213,818
 ປີກາຍນີ້ 167,903
 ທັງໝົດ 818,461
   
 
ຄວາມສຳຄັນຂອງ Folic Acid ຕໍ່ແມ່ຍິງຖືພາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 05/10/2016

ຄວາມສຳຄັນຂອງ Folic Acid ຕໍ່ແມ່ຍິງຖືພາ

ໂດຍ ດຣ.ນ.ຈັນຖະໜອມ ມະນີທິບ

 

Folic acid ຫລື folate ແມ່ນ B vitamin. ມັນຖືກເອີ້ນວ່າເປັນ vitamin M, vitamin B9,  vitamin Bc (ຫລື folacin), pteroyl-L-glutamic acid, ແລະ pteroyl-L-glutamate. ມີຫລາຍເຫດຜົນວ່າຍ້ອນຫຍັງຮ່າງກາຍຂອງຄົນເຮົາຕ້ອງໄດ້ຮັບທາດ Folic acid ຢ່າງພຽງພໍໃນ ແຕ່ລະມື້. ເຫດຜົນສຳຄັນທີ່ສຸດແມ່ນ Folic acid ເຮັດໜ້າທີ່ສົ່ງເສີມການຈະເລີນເຕີບໂຕຂອງຈຸລັງ ແລະ ຟື້ນຟູຈຸລັງ. ນອກຈາກນັ້ນ, Folic acid ຍັງຊ່ວຍໃຫ້ຮ່າງກາຍເຮັດໜ້າທີ່ການທີ່ສໍາຄັນເຊັ່ນ ການສັງເຄາະທາງ ດ້ານຊີວະຂອງ nucleotide ໃນຈຸລັງ, ສັງເຄາະ ແລະ ສ້ອມແຊມ DNA, ການສ້າງເມັດເລືອດແດງ ແລະ ການປ້ອງກັນພາວະເລືອດຈາງ. Folic acid ຖືກນຳໃຊ້ຢ່າງກ້ວາງ ຂວາງເຂົ້າໃນການປ້ອງກັນການຜິດປົກກະຕິຂອງເດັກໃນທ້ອງ, ພະຍາດ Alzheimer, ແລະ ມະເຮັງ ຫລາຍປະເພດ.

ສໍາຫລັບແມ່ຍິງຖືພາ ແລະ ຜູ້ທີ່ກໍາລັງກຽມຈະຖືພາ, Folic acid ແມ່ນມີຄວາມຈໍາເປັນຍ້ອນວ່າມັນ ໄປຊ່ວຍປ້ອງກັນພາວະຜິດປົກກະຕິຂອງທໍ່ປະສາດເຊັ່ນ ຄວາມຜິດປົກກະຕິແຕ່ກຳເນີດທີ່ຮ້າຍແຮງຂອງ ເສັ້ນປະສາດໄຂສັນຫລັງ ແລະ ສະໝອງ. ພາວະຜິດປົກກະຕິຂອງທໍ່ປະສາດນີ້ແມ່ນເກີດຂື້ນໃນໄລຍະ ຕົ້ນໆຂອງການພັດທະນາເປັນໂຕອ່ອນຂອງເດັກໃນທ້ອງ, ກ່ອນທີ່ແມ່ຍິງບາງຄົນຈະຮູ້ວ່າຕົນເອງ ຖືພາ. ພາວະຜິດປົກກະຕິນີ້ມີຜົນກະທົບຕໍ່ແມ່ຍິງຖືພາໃນສະຫະລັດອາເມລິກາເຖີງ 3,000 ຄົນ ຕໍ່ ປີ. ແມ່ຍິງຜູ້ທີ່​ໄດ້​ຮັບ Folic acid ໃນປະລິມານທີ່ແນະນໍາໃຫ້ໃຊ້ປະຈໍາວັນກ່ອນການຖືພາຢ່າງໜ້ອຍ 1 ເດືອນ ແລະ ພາຍໃນໄຕມາດທີ່ 1 ຂອງການຖືພາ ຈະຊ່ວຍລຸດຜ່ອນຄວາມສ່ຽງຂອງເດັກນ້ອຍຕໍ່ການ ເກີດ ພາວະຜິດປົກກະຕິຂອງທໍ່ປະສາດນີ້ໄດ້ເຖິງ 50 ຫາ 70%. ນອກຈາກນັ້ນ, ບາງບົດວິໄຈຍັງພົບ ວ່າ Folic acid ອາດຊ່ວຍລຸດຜ່ອນຄວາມສ່ຽງຂອງເດັກນ້ອຍຕໍ່ພາວະຜິດປົກກະຕິອື່ນໆ ເຊັ່ນ ປາກ ແຫວ່ງ ເພດານໂຫວ່ ແລະ ບາງປະເພດຂອງຫົວໃຈຜິດປົກກະຕິ.

ສຳຫລັບເດັກນ້ອຍໃນທ້ອງແມ່ນ ມີຄວາມຕ້ອງການ Folic acid ສໍາຫລັບການສ້າງຈຸລັງເມັດເລືອດ ແດງ ແລະ ການປ້ອງການພາວະເລືອດຈາງ. ນອກຈາກນັ້ນ, Folic acid ແມ່ນມີຄວາມຈໍາເປັນ ສຳຫລັບການຜະລິດ, ການສ້ອມແຊມ DNA, ແຜນທີ່ທາງພັນທຸກຳ(Genetic map) ແລະ ໂຄງສ້າງພື້ນຖານຂອງ ຈຸລັງ. ດັ່ງນັ້ນ, ການໄດ້ຮັບທາດ Folic acid ຢ່າງພຽງພໍ ແມ່ນຈໍາເປັນ ໂດຍສະເພາະຕໍ່ການຈະເລີນ ເຕີບໂຕຂອງຈຸລັງຂອງແຫ່ ແລະ ຕໍ່ການພັດທະນາຂອງເດັກໃນທ້ອງ.

ເພື່ອປ້ອງກັນການເກີດພາວະຜິດປົກກະຕິຂອງເດັກໃນທ້ອງ, ແມ່ຍິງຖືພາ ແລະ ກຽມຈະຖືພາຄວນ​ໄດ້​ຮັບ  Folic acid 400 - 800mcg (microgram) ຕໍ່ມື້, ຢ່າງໜ້ອຍ 1 ເດືອນກ່ອນການຖືພາ ແລະ ໃນໄລຍະ ໄຕມາດທໍາອິດຂອງການຖືພາ ຫລື ກິນຕະຫລອດໄລຍະຂອງການຖືພາ. ​ແຕ່​ການ​ທີ່​ຈະ​ນຳ​ໃຊ້​ Folic acid ນີ້​ຄວນ​ຢູ່​ພາຍ​ໃຕ້​ຄຳ​ແນະນຳ​ຂອງ​ແພດ ​ເພາະວ່າ Folic acid ກໍ​ສາມາດ​ເຮັດ​ໃຫ້​ເກີດ​ອາການ​ຂ້າງຄຽງ​ໄດ້​ເຊັ່ນ ຫັນ​ໃຈ​ຍາກ, ​ໄຄ່​ບວມ​ຕາມ​ໃບ​ໜ້າ ປາກ ລີ້ນ ຫລື ຄໍ, ປວດຮາກ, ​ເບື່ອ​ອາຫານ, ຂົມ​ໃນ​ປາກ, ນອນ​ບໍ່​ຫລັບ, ຊືມ​ເສົ້າ, ເປັນ​ໄຂ້, ອ່ອນ​ເພັຍ, ຮູ້ສຶກ​ບໍ່​ສະ​ບາຍ, ຜີວ​ໜັງ​ຮ້ອນ​ແດງ, ເປັນ​ຕຸ່ມ​ຄັນ, ​ແໜ້ນ​ໜ້າ​ເອິກ, ຫັນ​ໃຈ​ຝືດ ​ແລະ ອື່ນໆ. ຖ້າ​ອາການ​ເຫລົ່າ​ນີ້​ເກີດ​ຂື້ນ​ຄວນ​ໄປ​ປືກສາ​ແພດ​ທັນທີ.

Folic acid ນອກຈາກ​ທີ່​ມີ​ຢູ່​ຮູບ​ແບບ​ທີ່​ເປັນ​ວິຕາ​ມີນ​ເສີມ​ແລ້ວ​ແມ່ນ​ຍັງ​ພົບ​ຫລາຍ​ຢູ່​ໃນ​ອາຫານຫລາຍ​ປະ​ເພດດັ່ງ​ທີ່​ສະ​ແດງ​ຢູ່​ໃນຕາຕະລາງ​ລຸ່ມ​ນີ້:

 

 

ປະ​ເພດ​ຊີ້ນ

ຕັບ (​ແຫ​ລ່ງທີ່​ດີ​ທີ່​ສຸດ); ໄກ່, ຫ່ານ, ນົກ; ໝາກ​ໄຂ່ຫລັງ; ໄຂ່​ແດງ

ປະ​ເພດ​ໝາກ​ຖົ່ວ

ແກ່ນ​ໝາກ​ຖົ່ວ​ແຫ້ງ, ຖົ່ວ​ຝັກ​ຍາວ, ຖົ່ວ​ປາກ​ອ້າ, ຜະລິດ​ຕະພັນ​ຈາກ​ຖົ່ວ​ເຫລືອງ, ແອ​ລມອນ, ຖົ່ວດິນ

ປະ​ເພດ​ແປ້ງ

ເຂົ້າຈີ່​ທີ່​ເຮັດ​ຈາກ​ທັນ​ຍະ​ພືດ, ແປ້ງ​ສາລີ, ມັນຝຣັ່ງ, ມັນ​ດ້າງ

ໝາກ​ໄມ້ ​ແລະ ຜັກ

ຜັກ​ຫົມ, ຫົວຜັກ, ຖົ່ວ​ງອກ, ບລອກ​ໂຄ​ລີ, ກະຫລ່ຳ​ປີ, ໜໍ່​ໄມ້​ຝຣັ່ງ, ໝາກກ້ວຍ, ໝາກກ້ຽງ, ໝາກຈອງ

 

​ການ​ກິນ​ອາຫານ​ທີ່​ບັນຈຸ Folic acid ອາດ​ບໍ່​ພຽງພໍ​​ຕໍ່ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ໃນ​ແຕ່​ລະ​ວັນ​ຂອງ​ແມ່ຍິງ​ຖືພາ, ​ແຕ່​ມັນ​ກໍ​ເປັນ​ວິທີ​ນື່ງທີ່​ສາມາດ​​ໄປ​ເພີ້​ມລະດັບ Folic acid​ ທີ່​​ໄດ້​ຮັບ​ຈາກວິຕາມິນ​ເສີມ​ໄດ້.   

​ເອກະສານອ້າງອິງ:

  1. Food High in Folic acid. Global Healing Center: National Health & Organic Living. June 23, 2014
  2. Folic acid: Why you need it before and during pregnancy. Baby Center Medical Advisory Board. March, 2013.
  3. Folic acid. Wikipedia, the free encyclopedia. April 21, 2015.
 
ແຫລ່ງທີ່ມາ:
   
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA