ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ຜົນ​ດີ ​ແລະ ຜົນ​ຮ້າຍ​ຈາກ​ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 07/10/2016

ຜົນ​ດີ ​ແລະ ຜົນ​ຮ້າຍ​ຈາກ​ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ

 

 ສະ​ເໜີ​ໂດຍ: ກອງ​ມະນີ ນາມມະ​ວົງ​ມີ​ໄຊ

                                                             

      ຢາ Antibiotic ຫຼື ຢາ​ຕ້ານ​ເຊື້ອ​​ເປັນ​ຢາ​ປິ່ນປົວ​ພະຍາດ​ທີ່​ຕິດ​ເຊື້ອ​ຈຸລິນຊີ (Bacterial), ຢາ​ຕ້ານ​ເຊື້ອ​ແມ່ນກຸ່ມ​ຢາອັນຕະລາຍ​ທີ່​ບໍ່​ຄວນ​ຊື້​ກິນ​ເອງ ​ເພາະ​ອາດ​ຈະ​ເກີດ​ຜົນ​ຂ້າງຄຽງ​ເຊັ່ນ : ​ເກີດ​ການ​ແພ້​ຢາ ຫຼື ພາ​ໃຫ້​ເຊື້ອ​ພະຍາດດື້​ຕໍ່​ຢາ ຖ້າ​ໃຊ້​ບໍ່​ຖືກຕ້ອງ​. ຕາມ​ການ​ລາຍ​ງານ​ຂອງ WHO ໃນປີ 2005-06 ໄດ້ເຮັດການສຳຫຼວດຢູ່ນະຄອນຫຼວງວຽງຈັນ ແລະ ​ແຂວງຈຳປາສັກເຫັນວ່າ: ປະຊາຊົນ 91% ແມ່ນຊື້ຢາຕ້ານເຊື້ອກິນເອງຢູ່ຮ້ານຂາຍຢາເອກະຊົນໂດຍບໍ່ມີໃບສັ່ງຢາຈາກແພດ, ໃນນັ້ນໃຊ້ຢາ Ampicillin ເຖິງ 83%, ສະ​ແດງ​ໃຫ້​ເຫັນ​ວ່າສະພາບ​ການ​ນຳ​ໃຊ້​ຢາ​ທີ່​ບໍ່​ສົມ​ເຫດ ສົມ​ຜົນ​ເຊິ່ງ​ເປັນ​ສາຍ​ເຫດ​ໜຶ່ງ​ທີ່​ພາ​ໃຫ້​ເຊື້ອ​ພະຍາດ​ດື້ຕໍ່​ຢາຕາມ​ມາ[1]​.

      ​ເຊື້ອ​ພະຍາດ​ດື້​ຢາ​ແມ່ນ​ຍ້ອນ​ການ​ນຳ​ໃຊ້​ຢາ​ບໍ່​ຖືກຕ້ອງ ​ໂດຍ​ສະ​ເພາະ​ແມ່ນ​ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ທີ່​ເກີນ ຫຼື ຫຼຸດຂະໜາດ (ປະລິມານຄວາມ​ແຮງ​ຂອງ​ຢາ) ​ແລະ ​ໄລຍະ​ເວລາບໍ່​ຖືກຕ້ອງ, ຊຶ່ງ​ຈະ​ພາ​ໃຫ້​ເຊື້ອ​ພະຍາດ​ຂະຫຍາຍຕົວ​ ​ແລະ ພັດທະນາກາຍ​ເປັນ​ສາຍ​ພັນ​ໃໝ່.

      ​ໃນ​ວັນ​ທີ 29 ​ເດືອນ​ເມສາ ປີ 2015 WHO ​ກໍ່ໄດ້​ປະກາດ​​ເຕື່ອນກ່ຽວ​ກັບ​ສະພາບ​ດື້​ຢາ​ຕ້ານ​ເຊື້ອ​ໃນ​ທົ່ວ​ໂລກ[2], ຊຶ່ງ​ໃນ​ນັ້ນ​ໄດ້​ເໜັ້ນໜັກ​ໃຫ້​ບັນດາ​ປະ​ເທດ​ຕ່າງໆ ຄວນ​ເພີ້​ມທະວີ​ແຜນການ​ດຳ​ເນີນ​ງານ​ເພື່ອ​ຮັບ​ມື​ກັບ​ສະພາບ​ດື້​ຢາ​ຕ້ານ​ເຊື້ອ ​ແລະ ສະກັດ​ກັ້ນ​ພຶດຕິ​ກຳ​ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ເກີນ​ຂະໜາດ ​ເພື່ອ​ຫຼຸດຜ່ອນ​ສະພາບ​ການ​ດື້​ຢາ​ຕ້ານ​ເຊື້ອ.

WHO ​ໄດ້​ຮຽກຮ້ອງ​ໃຫ້​ມີ​ຄວາມ​ພະຍາຍາມ​ຫຼາຍ​ຂຶ້ນ​ເພື່ອ​ຫຼື​ກ​ເວັ້ນຕໍ່​ການ​ສູນ​ເສຍ​ຄວາມ​ສາມາດ​ໃນ​ການ​ປິ່ນປົວ​ດ້ວຍ​ຢາ​ສຳລັບ​ພະຍາດ​ຕ່າງໆ ທີ່​ເກີດ​ຂຶ້ນ​ທົ່ວ​ໄປ ​ແລະ ພະຍາດ​ທີ່​ຮ້າຍ​ແຮງ. ບັນດາ​ນັກວິທະ ຍາສາດ​ດ້ານ​ການ​ແພດ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ອື່ນໆ ລວມທັງ WHO ​ໄດ້​ກ່າວ​ເຕືອນ​ກ່ຽວ​ກັບ​ໄພພິ ບັດ​ທີ່​ມີ​ຢູ່ ຖ້າ​ຫາກ​ວ່າ​ຍັງ​ເມີນ​ເສີຍ​ຕໍ່​ສະພາບ​ການ​ດື້​ຢາ​ຕ້ານ​ເຊື້ອ ​ແລະ ສະພາບ​ການຂາຍ​ຢາ​ຕ້ານ​ເຊື້ອ​ໂດຍ​ບໍ່​ມີ​ໃບ​ສັ່ງ​ຢາ​ຈາກ​ທ່ານໝໍ ຍັງ​ມີ​ຢ່າງ​ກ້ວາງ​ຂວາງ​, ໃນ​ຫຼາຍ​ປະ​ເທດຍັງ​ຂາດ​ການ​ແນະນຳ​ກ່ຽວ​ກັບ​ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ທີ່​ຖືກຕ້ອງ ​ແລະ ສົມ​ເຫດ ສົມ​ຜົນ​ເຮັດ​ໃຫ້​ມີ​ການ​ນຳ​ໃຊ້​ຢາ​ຕ້ານ​ເຊື້ອ​ຊະຊາຍ, ​ເກີນ​ຂະ  ໜາ​ດພາ​ໃຫ້​​ເຊື້ອ​ພະຍາດ​ດື້​ຕໍ່​ຢາອາດ​ຈະ​ກ້າວ​ໄປ​ເຖິງ​ບໍ່​ມີ​ຢາ​ຕ້ານ​ເຊື້ອ​ສຳລັບປິ່ນປົວ​ພະຍາດໃນ​ອານາ​ຄົດ.



[1]: WHO. 2004. Rational Use of Medicines by Prescribers and Patients. Report by the Secretariat. Geneva: WHO.

<http://www.who.int/gb/ebwha/pdf_files/EB115/B115_40-en.pdf>

 

[2] . ບົດ​ລາຍ​ງານ​ຂອງ WHO ຄັ້ງວັນ​ທີ 29/4/2015 ​ກ່າວ​ເຕືອນ​ສະພາບ​ດື້​ຢາ​ຕ້ານ​ເຊື້ອ​ໃນ​ທົ່ວ​ໂລກ

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA