ຊົມເຊີຍວັນກຳມະກອນສາກົນ ຄົບຮອບ 137 ປີ (01/05/1886-01/05/2023) ; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 73 ປີ (01/06/1950-01/06/2023) ; ຊົມເຊີຍວັນແພດລາວ ຄົບຮອບ 58 ປີ (18/06/1965-18/06/2023) ; ຊົມເຊີຍວັນຄ້າຍວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 113 ປີ (13/07/1909-13/07/2023) ; ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2023) ; ຊົມເຊີຍວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ (15/08/1975-15/08/2023) ; ຊົມເຊີຍວັນຍຶດອຳນາດທົ່ວປະເທດ ຄົບຮອບ 48 ປີ (23/08/1975-23/08/2023) ; LAO ENG   
 
 
 
 
 
 
 
 
 

ສະຖິຕິການຢ້ຽມຊົມ
 ກໍາລັງຊົມເວັບໄຊທ໌ຂະນະນີ້ 14
 ມື້ນີ້ 22
 ມື້ວານນີ້ 2,260
 ເດືອນນີ້ 12,913
 ເດືອນແລ້ວນີ້ 46,722
 ປີນີ້ 213,818
 ປີກາຍນີ້ 167,903
 ທັງໝົດ 818,461
   
 
ການລິເລີ່້ມລະບົບຕິດຕາມຄວາມປອດໄພຂອງຢາ ໃນ ສປປ ລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 08/10/2016

Members of the WHO Programme for International Drug Monitoring, 1968 - 2015
6 October 2015

ເພື່ອຮັບປະກັນການໃຊ້ຢາປິ່ນປົວຄົນເຈັບໃຫ້ມີຄວາມປອດໄພ ແລະ ປ້ອງກັນການອາການທີ່ບໍ່ເພີງປາດຖະໜາທີ່ເກີດຂຶ້ນ ຈາກການນໍາໃຊ້ຢາ, ກອງປະຊຸມສະມັດຊາໃຫຍ່ຂອງອົງການອະນາໄມໂລກ ຄັ້ງທີ 28 ໄດ້ເຫັນດີໃຫ້ມີລະບົບການຕິດຕາມຄວາມປອດໄພຂອງຢາຂອງສາກົນ (The WTO Programme for International Drug Monitoring)  ໃນປີ 1968 ຊຶ່ງມີຈຸດປະສົງເພື່ອສ້າງລະບົບເຄື່ອຄ່າຍ ໃນການເກັບກໍາຂໍ້ມູນທີ່ເກີດຈາກການນໍາໃຊ້ຢາ ແລະ ເພື່ອແລກປ່ຽນຂໍ້ມູນຄວາມປອດໄພຂອງຢາໃນທົ່ວໂລກ. ປັດຈຸບັນລະບົບຕິດຕາມຄວາມປອດໄພດ້ານຢາ ຂອງອົງການອະນາໄມໂລກໄດ້ມີເຄືອຄ່າຍຫຼາຍກວ່າ 140 ປະເທດໃນທົ່ວໂລກ.

ສໍາລັບວຽກງານດັ່ງກ່າວ ຢູ່ ສປປ ລາວ ກໍ່ຄືໃນຂົງເຂດອາຊຽນ ມີຄວາມຈໍາເປັນຕ້ອງສ້າງຕັ້ງລະບົບ ດັ່ງກ່າວ ແລະ ໄດ້ມີ 8 ປະເທດສະມາຊິກ ອາຊ່ຽນ ເຂົ້າເປັນສໍາມະຊິກຂອງແຜນງານດັ່ງກ່າວແລ້ວ, ໄລຍະຜ່ານມາຍັງແຕ່ປະເທດ ມຽນມາ ແລະ ສປປ ລາວ ເທົ່ານັ້ນທີ່ຍັງບໍ່ທັນໄດ້ເຂົ້າເປັນເຄືອຄ່າຍ.

ສະນັ້ນ, ເພື່ອສ້າງເງື່ອນໄຂໃຫ້ແກ່ ສປປ ລາວ ໄດ້ເຂົ້າເປັນສະມາຊິກຂອງອົງການ ອະນາໄມໂລກ ດ້ານການລາຍງານຜົນສະທ້ອນຈາກການໃຊ້ຢາ, ກົມອາຫານ  ແລະ ຢາ ໂດຍການຮ່ວມມືກັບພາກສ່ວນທີ່ກ່ຽວຂ້ອງເປັນຕົ້ນ: ກົມປິ່ນປົວ ແລະ ສູນຕ້ານເອດ ແລະ ພຕພ ໄດ້ຈັດຕັ້ງປະຕິບັດໂຄງການຕົວແບບ ໃນການຕິດຕາມຜົນສະທ້ອນຈາກການນໍາໃຊ້ຢາ ARV  ໂດຍເລືອກຕິດຕາມຢາ ສອງຊະນິດຄື Nevirapine (NVP) ແລະ Zidovudine (AZT) ຈັດຕັ້ງປະຕິບັດການຕິດຕາມຢູ່ຫ້າສູນບໍລິການປິ່ນປົວຜູ້ຕິດເຊື້ອ HIV ຄື: ໂຮງໝໍມະໂຫສົດ, ເສດຖາທິລາດ, ໂຮງໝໍແຂງຫຼວງພະບາງ, ສະຫວັນນະຂດ ແລະ ຈໍາປາສັກ ໃນປີ 2012-2013 ໂດຍການສະໜັບສະໜູນທຶນຈາກ WHO. ຜ່ານການຈັດຕັ້ງປະຕິບັດໂຄງການຕົວແບບດັ່ງກ່າວ, ພົບວ່າ ໃນຄົນເຈັບ 421 ຄົນ ທີ່ກິນຢາດັ່ງກ່າວ ເກີດອາການແພ້ 73 ກໍລະນີ. ຈາກຜົນຂອງການເກັບກໍາຂໍ້ມູນຂອງໂຄງການຕົວແບບດັ່ງກ່າວ ກະຊວງສາທາລະນະສຸກໄດ້ສະເໜີເຖິງອົງການອະນາໄມໂລກ ເພື່ອຂໍເຂົ້າເປັນສະມາຊິກຂອງອົງການອະນາໄມໂລກ ໃນການຕິດຕາມຄວາມປອດໄພຂອງຢາ ແລະ ໃນວັນທີ 15 ສິງຫາ 2013 ສປປ ລາວ ໄດ້ຖືກຮັບເປັນສະມາຊິກສໍາຮອງ.

          ພາຍຫຼັງທີ່ໄດ້ຮັບເປັນສະມາຊິກສໍາຮອງແລ້ວ, ກົມອາຫານ ແລະ ຢາ ກໍ່ໄດ້ສືບຕໍ່ເກັບກໍາຂໍໍ້ມູນ ດ້ານຜົນສະທ້ອນຂອງຢາ (ADR) ທັງໝົດ 143 ກໍລະນີ, ພ້ອມທັງສ້າງສາຍພົວພັນອັນດີ ກັບສູນຕິດຕາມຄວາມປອດໄພຂອງຢາ ຂອງ WHO (Uppsala Monitoring Centre) ໂດຍມີການສືບຕໍ່ເກັບກໍາຂໍ້ມູນການແພ້ຢາດັ່ງກ່າວແລ້ວ ເກັບກໍາຂໍ້ມູນເຂົ້າໃນຖານຂໍ້ມູນຕິດຕາມຄວາມປອດໄພຂອງຢາ  (Data base) ຂອງອົງການອະນາໄມໂລກ, ມາຮອດປະຈຸບັນ ໄດ້ລາຍງານ 90 ກໍລະນີ. ຍ້ອນການຮັກສາສາຍພົວພັນທີ່ດີ ແລະ ມີຄວາມຄືບໜ້າ ໃນການສ້າງລະບົບດັ່ງກ່າວຕະຫຼອດ 2 ປີ, ອົງການອະນາໄມໂລກ ຈຶ່ງໄດ້ຕົກລົງຮັບຮອງເອົາ ສປປ ລາວ ເຂົ້າເປັນສະມາຊິກສົມບູນ ວັນທີ 8 ກໍລະກົດ 2015 ກ່ຽວກັບການຕິດຕາມຄວາມປອດໄພຂອງຢາ ເຊິ່ງເປັນປະເທດສະມາຊິກອັນດັບທີ 122.

ຜົນປະໂຫຍດ ແລະ ພັນທະຈາກການເຂົ້າເປັນສະມາຊິກ:

          ໃນການເຂົ້າເປັນສະມາຊິກດ້ານການລາຍງານຜົນສະທ້ອນຈາກການໃຊ້ຢາ ແລະ ຜົນປະໂຫຍດຫຼາຍຢ່າງ ທີ່ ສປປ ລາວ ່ຈະໄດ້ຮັບເຊັ່ນ:

 ຜົນປະໂຫຍດ:

- ສາມາດຍົກສູງບົດບາດດ້ານການຄຸ້ມຄອງຢາ ຂອງ ສປປ ລາວ ໃຫ້ເສື່ອມສານກັບຫຼັກການຂອງສາກົນ. ການຕິດຕາມຄວາມປອດໄພຂອງຢາ ແມ່ນໜ້າທີ່ຫຼັກອັນໜຶ່ງຂອງວຽກງານການຄຸ້ມຄອງຢາ.

- ສາມາດເຂົ້າເຖິງຖານຂໍ້ມູນຄວາມປອດໄພດ້ານຢາຂອງສາກົນ (Acces worldwide medicine satety data).

- ສາມາດຖອດຖອນບົດຮຽນ ແລະ ແລກປ່ຽນບົດຂໍໍ້ມູນຮຽນຄວາມປອດໄພ ດ້ານຢາ ເຊິ່ງກັນ ແລະ ກັນ ໃນພາກພື້ນ ແລະ ສາກົນ ພ້ອມທັງສາມາດເຜີຍແຜ່ໃຫ້ສາທາລະນະສຸກຊົນຮັບຮູ້ຂໍ້ມູນ ດ້ວຍລະບົບການເຕືອນໄພທີ່ສອດຄອງ ແລະ ເຮັດໃຫ້ຜູ້ຊົມໃຊ້ຢາມີຄວາມລະມັດລະວັງຫຼາຍຂຶ້ນ.

- ສາມາດນໍາໃຊ້ເຄື່ອງມືສໍາລັບການລາຍງານ, ການເກັບກໍາຂໍ້ມູນ, ການຄົ້ນຫາ ແລະ ການວິໃຈຂໍ້ມູນການລາຍງານ (Individual Case Safty Reports).

- ຈະໄດ້ຮັບການສະໜັບສະໜູນດ້ານການອົບຮົມ ແລະ ຄູ່ມືຕ່າງໆ ໃນການຕິດຕາມຄວາມປອດໄພຂອງຢາ.

- ການລາຍງານການຕິດຕາມຜົນສະທ້ອນຂອງການໃຊ້ຢາ ໄດ້ນໍາມາເປັນຂໍ້ມູນທາງດ້ານການຄຸ້ມຄອງຄຸນນະພາບຢາ ເພື່ອຮັບປະກັນຄວາມປອດໄພ ແລະ ປົກປ້ອງສຸຂະພາບຂອງຜູ້ຊົມໃຊ້ ຕາມແຜນງານປົກປ້ອງຜູ້ບໍລິໂພກດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ຕາມການມອບໝາຍຂອງກະຊວງສາທາລະນະສຸກ.

 

 
ແຫລ່ງທີ່ມາ:
   
         
ID ຊື່ຜະລິດຕະພັນ ໂຮງງານຜູ້ຜະລິດ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ຈາກໂຮງງານ ປະສິດທິພາບດ້ານ ຄລີນິກຢັ້ງຢືນ ໂດຍສູນວິເຄາະລະບາດວິທະຍາ ເລກທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ວັນທີ ໄດ້ຮັບອານຸຍາດ EUA ຈາກກົມອາຫານ ແລະ ຢາ ບໍລິສັດນຳເຂົ້າ ຮູບພາບ ແລະ ວິທີການນໍາໃຊ້
1Sure Status COVID-19 Antigen Card Test (Nasopharyngeal Swab)Premier Medical Corporation Private Limited (India)ຄວາມໄວ 94.4% (Sensitivity), ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0101/11/2021ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
2Panbio COVID-19 Ag Rapid Test Device (Nasal)Abbott Rapid Diagnostic Jena GmbH (Germany) ຄວາມໄວ 98.1% (Sensitivity) ຄວາມຈຳເພາະ 99.8% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0201/11/2021ບໍລິສັດ ຊີບີເອັຟ ຟາຣມາ ຈຳກັດPREVIEW
3Standard Q COVID-19 Ag Test (Nasopharyngeal Swab)SD Biosensor, Inc (Korea)- ທົດສອບໃນປະເທດເຢຍລະມັນ ຄວາມໄວ 100% (Sensitivity) ຄວາມຈຳເພາະ 99.3% (Specificity), ທົດສອບໃນປະເທດເຢຍບຣາຊີນ ຄວາມໄວ 95.9% (Sensitivity) ຄວາມຈໍາເພາະ 97.6% (Specificity)ບໍ່ໄດ້ທົດສອບຄືນ ເນື່ອງຈາກເປັນເຄື່ອງທົດສອບແບບໄວທີ່ຢູ່ໃນ EUL ຂອງອົງການອະນາໄມໂລກEUA-01-0318/11/2021ບໍລິສັດ ເອັສເຄເອັນການຄ້າ ຂາອອກ-ຂາເຂົ້າຈຳກັດ ຜູ້ດຽວPREVIEW
4COVID-19 (SARS-CoV-2) Antigen Test Kit (Kolloidal Gold)Anhui DeepBlue Medical Technology,Co.,Ltd (China)ຄວາມໄວ 96.4% (Sensitivity)ຄວາມຈຳເພາະ 99,8% (Specificity)ບໍ່ໄດ້ທົດສອບຄືນEUA-02-0722/02/2022ບໍລິສັດ ພອນທິດາ ຂາເຂົ້າ - ຂາອອກPREVIEW
5Covid-19 Antigen CARD KitFosun Diagnostics (Shanghai) Co.,Ltd (China)ຄວາມໄວ 96.1% (Sensitivity) ຄວາມຈຳເພາະ 99,5% (Specificity)ບໍ່ໄດ້ທົດສອບຄືນEUA-02-0218/02/2022ບໍລິສັດ ການຢາມິດຕະພາບ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
6SARS-CoV-2 Rapid Antigen Test Kit (Colloidal Gold)Genrui Biotech Inc. (China)ຄວາມໄວ 98.13% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0418/02/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
7One Step Rapid Test, SARS-CoV-2 Rapid Antigen Test (Immunochromatograpphy Assay)Qingdao Hightop Biotech Co.,Ltd (China)ຄວາມໄວ 93% (Sensitivity) ຄວາມຈຳເພາະ 99% (Specificity)ບໍ່ໄດ້ທົດສອບຄືນEUA-02-0318/02/2022ບໍລິສັດ ເອັນເອັນຊີ ຟາກມາຈຳກັດPREVIEW
8Sure Status COVID-19 Antigen Card Test (Home Test)Premier Medical Corporation Private Limited (India)ຄວາມໄວ 95% (Sensitivity) ຄວາມຈຳເພາະ100% (Specificity)ບໍ່ໄດ້ທົດສອບຄືນEUA-02-0118/02/2022ບໍລິສັດ ວຽງທອງການຢາ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວPREVIEW
92019-nCoV Antigen Test, W634P0009 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0622/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
102019-nCoV Antigen Test, W196P0010 (Lateral Flow Method)Guangzhou Wondfo Biotech Co.,Ltd (China)ຄວາມໄວ 97,83% (Sensitivity) ຄວາມຈຳເພາະ99,08% (Specificity)ບໍ່ໄດ້ທົດສອບຄືນEUA-02-0522/02/2022ບໍລິສັດ ໄຊມັງກອນການຢາ ຈຳກັດຜູ້ດຽວPREVIEW
11SARS-CoV-2 Antigen Test Kit (LFIA)Jiangsu Medomic Medical Technology Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0827/04/2022ບໍລິສັດ ດີເຄເອັດສເຮັດສ ລາວ ຈຳກັດ (DKSH)PREVIEW
122019-nCoV Antigen Rapid Test Cassette Anterior Nasal SwabBeijing Applied Biological Technologies Co.,Ltdຄວາມໄວ 95,83% (Sensitivity) ຄວາມຈຳເພາະ 100% (Specificity)N/AEUA-02-0926/04/2022ບໍລິສັດ ເຄເອັສດີການຢາ ຂາອອກ - ຂາເຂົ້າ ຈຳກັດຜູ້ດຽວPREVIEW
13SARS-CoV-2 Rapid Antigen Test Kit (Colloidal Gold Method)Nanjing Qiitianying Biotech Co., Ltdຄວາມໄວ 96,25% (Sensitivity) ຄວາມຈຳເພາະ 99% (Specificity)N/AEUA-02-1011/05/2022ບໍລິສັດ ຄ່າງອານອິນເຕີເນເຊີນນໍ ຂາເຂົ້າ ແລະ ຂາອອກ ຈຳກັດຜູ້ດຽວPREVIEW

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA