ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ທົບທວນກາງສະໄໝຂອງການຈັດຕັ້ງປະຕິບັດ ແຜນການພັດທະນາຢາພື້ນເມືອງ ທົ່ວປະເທດ ຄັ້ງທີ III
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 28/07/2015
       
 ກອງປະຊຸມໄດ້ໄຂຂຶ້ນທີ່ຫ້ອງປະຊຸມພະແນກສາທາລະນະສຸກແຂວງຫຼວງພະບາງ,ໃນຕອນເຊົ້າຂອງມື້ ວັນທີ 06 ຕຸລາ 2014 ພາຍໃຕ້ການເປັນປະທານ ຮ່ວມຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ຊ່ວຍວ່າການ ກະຊວງສາທາລະນະສຸກ ແລະ ທ່ານ ສາຍສະຫມອນ ຄົມທະວົງ ຮອງເຈົ້າແຂວງຫຼວງພະບາງຜູ້ແທນເຂົ້າຮ່ວມຄັ້ງນີແມ່ນມາຈາກພາກສ່ວນຂະແໜງ ການສາທາລະນະສຸກ, ເຊຶ່ງປະກອບດ້ວຍທ່ານ ຮອງຫົວໜ້າຫ້ອງການກະຊວງສາທາລະນະສຸກ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ຫົວໜ້າ ກອງກວດກາອາຫານແລະຢາ, ຮອງຄະນະບໍດີຄະນະເພສັຊສາດ ມວສ; ອາຫານ ແລະ ຢາພະແນກສາທາລະນະສຸກນະຄອນຫຼວງ, ຈາກພະແນກສາທາລະນະສຸກແຂວງ 8ແຂວງ ຂະແໜງການທີ່ກ່ຽວຂ້ອງ ປະກອບ ມີຜູ້ຕາງໜ້າຈາກກົມປ່າໄມ້ກະຊວງກະສິກຳ ແລະ ປ່າໄມ້, ກົມນຳ ເຂົ້າ-ສົ່ງອອກກະຊງອຸດສາຫະກຳ ແລະ ການຄ້າ, ກອງປະເມີນ ຜົນກະທົບຕໍ່ສິງແວດແລະສັງຄົມກະຊວງຊັບພະຍາກອນທຳມະຊາດ ແລະ ສິງແວດລ້ອມ, ພະນັກງ ານ, ວິຊາການຈາກອົງການອະນາໄມໂລກປະຈຳ ສປປ  ລາວ; ກະສິກຳ-ປ່າໄມ້ 8 ແຂວງພາກເໜືອ; ພະແນກຊັບພະຍາ ກອນທຳມະຊາດ ແລະ ສິງແວດລ້ອມແຂວງຫຼວງພະບາງ ເຂົ້າຮ່ວມທັງໝົດ 61 ທ່ານ (ມີເອກະສານຄັດຕິດ 1). 

 ຈຸດປະສົງຂອງກອງປະຊຸມ ເພື່ອ​ຕີ​ລາຄາ​ຄືນ​ສະພາບ​ການຈັດ​ຕັ້ງ​ປະຕິບັດ​ເຄິ່ງສະ​ໄໝກ່ຽວ​ກັບ​ວຽກ​ງານການ​ຄຸ້ມ​ຄອງ​ຢາ​ພື້ນ​ເມືອງ​ທົ່ວ​ປະ​ເທດຄັ້ງ​ທີ III; ​ເພື່ອ​ປຶກ​ສາ​ຫາລື​ກົນ​ໄກ ການ​ຮ່ວມ​ມື ​ແລະ ປະສານ​ງານ ລະຫວ່າງ ຂະ​ແໜງ​ການ​ກ່ຽວຂ້ອງ​ໃນ​ການ​ຄຸ້ມ​ຄອງ​ສົ່ງເສີມ ຢາ​ພື້ນ​ເມືອງ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ​ທີ່​ເປັນ​ຢາລະຫວ່າງ ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ; ເພື່ອ​ວາງ​ແຜນການພັດທະນາ ແລະ ​ຈັດ​ຕັ້ງ​ປະຕິບັດ​ວຽກ​ງານຢາ​ພື້ນ​ເມືອງ​ເຄິ່ງສະ​ໄໝໃນ​ຕໍ່ໜ້າ (2014-2015).

 ໃນວາລະຂອງກອງປະຊຸມພາຍຫຼັງທ່ານຮອງເຈົ້າແຂວງຫຼວງພະບາງໄດ້ມີຄຳເຫັນ ແລະ ກ່າວຕ້ອນຮັບໃນນາມ ແຂວງເຈົ້າພາບຈັດກອງປະ ຊຸມຄັ້ງນີ້; ທ່ານລັດຖະມົນຕິຊ່ວຍວ່າການກະຊວງສາທາລະນະສຸກປະທານກອງປະຊຸມທັງໄດ້ກ່າວເ ປີດພິທີຢ່າງເປັນທາງການຊື່ງໃນນັ້ນທ່ານໄດ້ເນັ້ນໜັກໃສ່ວຽກການອະນຸຍາດ ການຂຸດຄົ້ນ, ການນຳໃຊ້, ການປະສານງານ ຄຸ້ມຄອງລະຫວ່າງຂະແໜງການທີ່ກ່ຽວຂ້ອງດ້ານຊັບພະຍາກອນທຳມະຊາດ ທີ່ເປັນຢາເຮັດແນວໃດໃຫ້ມີຄຸນຄ່າ, ຂຸດຄົ້ນໃຫ້ ຖືກວິທີ ເພື່ອຄວາມຍືນຍົງໂດຍຮຽກຮ້ອງມີຄວາມຮັບຜິດຊອບຮ່ວມກັນ ທຸກໆພາກສ່ວນທຸກຂະແໜງການທີ່ກ່ຽວຂ້ອງ;

     ຈາກນັ້ນທ່ານຫົວໜ້າກົມອາຫານ ແລະ ຢາຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຢາ ພື້ນເມືອງທົ່ວປະເທດຊື່ງໄດ້ເລີມແຕ່ກອງປະຊຸມຢາພື້ນເມືອງທົ່ວປະເທດຄັ້ງທີ III ແຕ່ເດືອນ 9 ປີ 2010 ເປັນຕົ້ນມາ ຈົນເຖີງປະຈຸບັນ; ຈາກນັ້ນໄດ້ມີທ່ານຫົວໜ້າສະຖານບັນການແພດແລະການຢາພື້ນເມືອງຂຶ້ນສະເໜີກ່ຽວ​ ກັບການເຊື່ອມໂຍງ ດ້ານມາດຕະຖານ, ການກຽມພ້ອມເຂົ້າ ເອອີຊີ (AEC) ໃນປີ 2015 ດ້ານຢາພື້ນເມືອງໃນອາຊຽນ ແລະ ສາກົນ;

     ຈາກນັ້ນມີຫົວໜ້າພະແນກຄຸ້ມຄອງຢາພື້ນເມືອງ ກອຢ ຂຶ້ນອ່ານ ເຜີຍແຜ່ຄືນດຳລັດ 155/ນຍ ກ່ຽວກັບຊັບພະຍາ ກອນທຳມະຊາດທີ່ເປັນຢາ,ພ້ອມລາຍງານສະພາບການຄຸ້ມຄອງ,ກວດກາພ້ອມບັນຫາໃຫ້ເຫັນຮູບພາບການລົງຕິດຕາມ; ມີລາຍງານສະພາບຂອງບາງແຂວງດ້ານດີຂໍ້ຄົງຄ້າງການປະຕິບັດແຜນການຢາພື້ນເມືອງໃນແຂວງຕາມລຳດັບແລະມີການປະກອບບາງຄຳເຫັນສຳຄັນຄື: ໜື່ງໄດ້ມີຜູ້ຕາງໜ້າຈາກ ກຊ ກະສິກຳ-ປ່າໄມ້ ສະເໜີໃຫ້ເຫັນວ່າຄວນມີການຈັດສັນປ່າໄມ້ໃຫ້ ລວມເອົາພຶດຕົ້ນ ໄມ້ທີ່ເປັນຢາຊື່ງຕິດພັນກັບການມອບດີນມອບປ່າ, ປ່າໄມ້ບ້ານ. ສອງມີຜູ້ຕ່າງໜ້າຈາກກົມນຳ ເຂົ້າ-ສົ່ງ ອອກ ກະຊງອຸດສາຫະກຳ-ການຄ້າ ໄດ້ແຈ້ງຕໍ່ກອງປະຊຸມຊາບກ່ຽວກັບບົດ ບາດການຄຸ້ມຄ້ອງການນຳເຂົ້າ-ສົ່ງອອກ ແລະ ບຽບສາກົນທີ່ລາວໄດ້ເປັນພາຄີ. ສາມ ມີຜູ້ ຕາງໜ້າ ກອງປະເມີນ ຜົນກະທົບຕໍ່ສິງແວດ ແລະ ສັງຄົມກະ ຊວງຊັບພະຍາກອນທຳມະຊາດແລະສິງແວດລ້ອມປະກອບຄຳເຫັນເນັ່ນໜັກຂອດປະສານງານ ຄຸ້ມຄອງອະນຸຍາດ ແລະ ດຳລັດ 155 / ນຍ ວ່າດ້ວຍຊັບພະຍາກອນທຳມະຊາດທີ່ເປັນຢາ ບໍ່ຄົບຖ້ວນສະເໜີຄວນປັບປຸງຄືນ, ນອກນັ້ນຂະແໜງ ຊຊວ ແລະ ຂະແໜງກຳສິກຳ-ປ່າໄມ້ ແຂວງຫຼວງພະບາງ ກໍ່ປະກອບຄຳເຫັນຢ່າງອຸດົມສົມບູນຕາມຈຸດປະສົງ ແລະ ຄຳຖາມເຈາະຈີ້ມ ແລະຕາຕະລາງ (ເອກະສານຄັດຕິດ 2 ແລະ 3);

 ຜົນຂອງກອງປະຊຸມ:

ພາຍຫຼັງທີ່ໄດ້ຮັບການຟັງບົດສະເໜີ ການປະກອບຄຳເຫັນ ຂອງທຸກພາກສ່ວນກອງປະຊຸມໄດ້ເອກະພາບດັ່ງລຸ່ມນີ້:

  • ສືບຕໍ່ຈັດຕັ້ງປະຕິບັດດຳລັດ 155/ນຍ, ແຕ່ຄວນຍົກລະດັບລະບຽບຄຸ້ມຄອງວຽກການຢາພື້ນເມືອງ ແລະ ການຄຸ້ມຄອງ ຊັບພະຍາກອນທຳມະຊາດທີ່ເປັນຢາໃຫ້ກາຍເປັນກົດໝາຍ;
  • ສືບຕໍ່ເພີ້ມທະວີຂອດປະສານງານຮ່ວມມືຫວ່າງຂະແໜງການທີ່ກ່ຽວຂ້ອງໂດຍສະເພາະໃຫ້ຈັດກອງປະຊຸມດ້ານຂອດປະສານງານສຳລັບຂັ້ນສູນກາງ, ຂັ້ນແຂວງ ແລະ ເມືອງ ຮອດກຸ່ມບ້ານ ເພື່ອກຳນົດໜ້າທີ່ແບ່ງ ຄວາມຮັບຜິດຊອບ, ກຳນົດມາດຕະການ ກຳນົດແຜນການ ຄຸ້ມຄອງ ກວດກາ ການຂຸດຄົ້ນ ການອອກ ອະນຸມັດນຳເຂົ້າ-ສົ່ງອອກເພື່ອຮັບປະກັນທາງດ້ານຫຼັກການທັງບໍ່ໃຫ້ມີການນຳ ໃຊ້ແບບຟູມເຟືອຍດ້ານຊັບ ພະຍາກອນທຳມະຊາດທີ່ເປັນຢາ ແລະ ຫາວິທີຄຸ້ມຄອງໃຫ້ມີແບບຍືນຍົງ;
  • ໃຫ້ສ້າງໂຄງການຄຸ້ມຄອງມີກິດຈະກຳເຂົ້າຮ່ວມກັນແກ່ພາກສ່ວນສາທາລະນະສຸກຕື່ມເຊ່ນ: ການ​ຈັດ​ສັນປ່າການສຳ​ຫຼວດ​ເກັບ​ກຳ​ຂໍ້​ມູນ, ການຂື້ນທະບຽບ ພືດ ​ສັດ ​ແລະ ຕົ້ນ​ໄມ້​ທີ່​ເປັນ​ຢາ ຢູ່ໃນເຂດປ່າສະຫງວນ, ປ່າຜະລິດ, ປ່າປ້ອງກັນ ແລະ ອີກອັນໜື່ງແມ່ນ ນອກຈາກສາມປະເພດປ່າທີ່ບໍ່ທັນໄດ້ຈັດສັນນຳອີກ;
  • ຄວນ​ເລັ່ງລັດໃຫ້ມີການພັດທະນາຫຼັກສູດການຮຽນ ການສອນດ້ານການແພດ ແລະ ການຢາພື້ນເມືອງແຕ່ສຳລັບການ ຈັດຕັ້ງ ຄວນໃຫ້ນອນໃນຄະນະເພສັຊສາດມວສ ກ່ອນ ແລະ ມີຜູ້ຮັບຜິດຊອບສະເພາະດ້ານນີ້;
  • ເພື່ອໃຫ້ທ່ວງທັນກັບປະເທດເພື່ອນບ້ານດ້ານການພັດທະນາເສດຖະກິດ-ສັງຄົມ ສະເໜີ ໃຫ້ກະຊວງສາທາ ລະນະສຸກຕ້ອງໄດ້ພັດທະນາຄູ່ມືນຳໃຊ້ຢາພື້ນເມືອງເຂົ້າສອນໃນໂຮງຮຽນ,ມີຄູ່ມີໃຫ້ການອົບຮົມແພດໝໍທົ່ວໄປນຳໃຊ້ຢາພື້ນເມືອງ, ອົບຮັມໃຫ້ໝໍຢາພື້ນເມືອງສືບທອດ ລວມທັງເກັບກຳຕຳລາການປີ່ນປົວ ແລະ ຊື່ຂອງພຶດ ຕົ້ນໄມ້ ສັດ ທີ່ເປັນຢາພື້ນເມືອງແຕ່ລະແຂວງໃຫ້ກ່າຍເປັນມໍລະດົກສືບທອດລຸ້ນຕໍ່ໆໄປ;
  • ເຜີຍແຜ່ການຄຸ້ມຄອງນຳໃຊ້ຊັບພະຍາກອນທຳມະຊາດທີ່ເປັນຢາແບບເປີດກວ້າງໃຫ້ທັງພາກລັດ-ເອກະຊົນ ​ທັງສ້າງ ແລະ ປັບປຸງລະບຽບການ ການຈົດທະບຽນຜະລິດຕະພັນຢາພື້ນເມືອງ, ຈົດທະບຽນ ສູດຕຳລາຢາພື້ນເມືອງ ຈົດທະບຽນໝໍຢາພື້ນເມືອງຂອງບັນດາເຜົ່າ ຈົດລິຂະສິດພຶດທີເປັນຢາຂອງລາວຕື່ມ;
  • ໃຫ້ ​ກະຊວງ​ຊັບພະຍາກອນທຳມະຊາດ ​ແລະ ສິ່ງ​ແວດ​ລ້ອມພິຈາລະນາຊ່ວຍຂອດການເຈລະຈາ ການນຳເອົາຫົວຂໍ້ກິດຈະກຳທີ່ຕິດພັນກັບຂະແໜງການຂອງສາທາລະນະສຸກເຂົ້າໃນ​ ແຜນການ-ງົບປະມານການ​ຄຸ້ມຄອງ​ເຊັ່ນ: ອ່າງ​ໂຕ່ງຈາກໂຄງການພັດທະນາພະລັງງານໄຟຟ້າ ແລະ ໂຄງການພັດທະນາອື່ນໆ...
  • ຂຶ້ນແຜນຂໍງົບປະມານຂອງລັດ ​ແລະ ອົງການ​ຕ່າງໆໂດຍສະເພາະ ອົງການອະນາໄມໂລກຊ່ວຍເພື່ອພັດທະ ນາປັບປຸງວຽກງານຢາພື້ນເມືອງໂດຍລວມ;ໂດຍສະເພາະວຽກງານດ້ານການວິໄຈຄຸນນະພາບ ແລະ ສ້າງມາດຕະຖານຢາພື້ນເມືອງຂອງລາວ, ສ້າງສວນອານຸລັກ ສວນຕົວແບບ ໃຫ້ມີຄວາມຄືບໜ້າກ້າວໜ້າ ແລະ ທັນສະໄໝ ເພື່ອກະກຽມເຊື່ອມໂຍ່ງກັບພາກພື້ນ ແລະ ສາກົນ;
  • ກອງປະຊຸມມອບໃຫ້ຜູ້ເຂົ້າຮ່ວມ ຕາງໜ້າຈາກແຕ່ລະຂະແໜງການ ທັງສູນກາງ ແລະ ແຂວງ ຈົ່ງນຳເອົາຜົນຂອງກອງປະຊຸມຄັ້ງນີ້ ລາຍງານການນຳຂອງຕົນ ເພື່ອຂໍທິດຊີ້ນຳໃນການຈັດຕັ້ງປະຕິບັດດ້ວຍ.
 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA