ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມປຶກສາຫາລືການສ້າງຕັ້ງສະມາຄົມທຸລະກິດຢາ ແລະ ຜະລິດຕະພັນການແພດ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 21/12/2016

ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າພະແນກຄຸ້ມຄອງຢາຫຼວງ

 

          ເພື່ອສືບຕໍ່ຈັດຕັັ້ງຜັນຂະຫຍາຍແຜນຍຸດທະສາດຂອງວຽກງານອາຫານ ແລະ ຢາ ແລະ ຜັນຂະຫຍາຍເນື້ອໃນ ແລະ ມາດຕາ  41 ຂອງ ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011 ກ່ຽວກັບ ໃຫ້ປະ

ກົດຜົນເປັນຈິງ.   ດັ່ງນັ້ນ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ປຶກສາຫາລືການສ້າງຕັ້ງກຸ່ມທະລະກິດດ້ານຢາ ແລະ ຜະລິດຕະພັນການແພດ ຂອງ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 21 ທັນວາ 2016.  ຈຸດປະສົງເພື່ອປຶກສາຫາລືກ່ຽວກັບຄວາມເປັນໄປໄດ້ໃນການການສ້າງຕັ້ງກຸ່ມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ໂດຍການເປັນປະທານຂອງທ່ານ ດຣ. ສົມທະວີ ຈາງວິສົມມິດ, ຄະນະປະຈໍາພັກກະຊວງ, ປະທານ​ກວດກາ​ພັກ​ກະຊວງ​ສາທາລະນະ​ສຸກ, ຫົວໜ້າກົມອາຫານ ແລະ ຢາ, ການເຂົ້າຮ່ວມຂອງ ທ່ານ ນາງ ວາລີ ເວດສະພົງ ຮອງປະທານສະພາອຸດສາຫະກໍາ ​ແລະ ການ​ຄ້າແຫ່ງຊາດ, ມີ​ຄະນະສະ​ຖາ​ບັນ, ກອງ ສູນ ພາຍ​ໃນສາຍອາຫານ ແລະ ຢາ, ຄະນະອໍານວຍການໂຮງງານຜະລິດ​ຢາ, ຄະນະອໍານວຍການ ແລະ ຜູ້ຕາງໜ້າ ຈາກບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການແພດ ແລະ  ພະນັກງານພະແນກການທີ່ກ່ຽວຂ້ອງຂອງກົມອາຫານ ແລະ ຢາ.   

          ໃນວາລະຂອງກອງປະຊຸມ ທ່ານ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າພະແນກຄຸ້ມ​ຄອງ​ຢາ​ຫຼວງ, ກົມ​ອາຫານ ​ແລະ ຢາ ໄດ້ສະເຫນີແນວຄວາມຄິດ, ຄວາມໝາຍຄວາມສໍາຄັນ ແລະ ຄວາມຈໍາເປັນໃນການສ້າງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດ ໂດຍໄດ້ສະເຫນີບາງບົດຮຽນຂອງບາງປະເທດ ໃນຂົງເຂດ ອາຊຽນທີ່ໄດ້ມີການສ້າງຕັ້ງສະມາຄົມທີ່ເຂັ້ມແຂງ ແລະ ປະຈຸບັນອາຊຽນກໍ່ມີສະມາຄົມທຸລະກິດດ້ານຢາຂອງອາຊຽນ ເຊິ່ງໄດ້​ເປັນຄູ່ຮ່ວມພັດທະນາອັນໜຶ່ງຂອງວຽກງານດ້ານຢາ.

          ສໍາລັບ ສປປ ລາວ ໃນໄລຍະຜ່ານມາ ກໍ່ໄດ້ສ້າງຕັ້ງສະມາຄົມຕ່າງໆ ຂອງຂະແໜງສາທາລະນະສຸກ ເປັນຕົ້ນ ສະມາຄົມ ການແພດຫົວໃຈ, ສະມາຄົມສຸຂະພາບຕາ, ສະມາຄົມ ທັນຕະແພດ, ສະມະຄົມວາງຢາສະຫຼົບ ແລະ ອື່ນໆ. ສໍາລັບສະພາທຸລະກິດດ້ານຢາ ໄດ້ມີການສ້າງຕັ້ງຂຶ້ນໃນໄລຍະຜ່ານ ແຕ່ການຈັດຕັ້ງປະຕິບັດຕົວຈິງ ບໍ່ທັນປົກກະຕິເທົ່າທີ່ຄວນ ເນື່ອງຈາກຫລາຍໆ ປັດໃຈ. 

ໃນກອງປະຊຸມ ທ່ານ ນາງ ວາລີ ເວດສະພົງ ໄດ້ແລກປ່ຽນຄໍາເຫັນ ບາງບັນຫາກ່ຽວກັບການເຕົ້າໂຮມທຸລະກິດແມ່ນບັນຫາທີມີຄວາມສໍາຄັນ ເຊິ່ງກຸ່ມ ຫລື ສະມາຄົມ ໄດ້ເປັນຄູ່ຮ່ວມພັດທະນາຂອງພາກລັດ. ການສ້າງກຸ່ມທຸລະກິດແມ່ນກໍ່ມີຄວາມທ້າທາຍ ແຕ່ສິ່ງ​ສໍາຄັນ​ແມ່ນຂຶ້ນກັບການຕັດສິນໃຈຂອງບັນດາທຸລະກິດ​ເອງ. ທ່ານຍັງໄດ້ຍົກໃຫ້ເຫັນເຖິງ ດໍາລັດ 155/ນຍ ທີ່​ສ້າງ​ຂຶ້ນ​ໂດຍ ທະບວງ​ການ​ປົກຄອງ ​ແລະ ຄຸ້ມ​ຄອງ​ລັດຖະກອນ ກ່ຽວກັບການສ້າງສະມາຄົມ ປະຈຸບັນ ແມ່ນຍັງຢູ່ໃນໄລຍະການປັບປຸງ ເຊິ່ງຄາດວ່າຈະໄດ້ຮັບການຮັບຮອງໃນໝໍ່ໆນີ້. ນອກ​ນັ້ນ​ຍັງໄດ້ແລກປ່ຽນວິທີການຂອງການສ້າງຕັ້ງສະມາ​ຄົມ ​ເຊິ່ງ​ເຫັນ​ວ່າ​ໃນ​ຂົງ​ເຂດ​ທຸລະ​ກິດ​ດ້ານ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ​ຂອງ ສປປ ລາວ ​ແມ່ນ​ມີ​ຄວາມ​ພ້ອມ​ທາງ​ດ້ານ​ກໍາລັງ​ແຮງ ​ແລະ ​ເງື່ອນ​ໄຂ​ຫຼາຍ​ຢ່າງ ຈິ່ງ​ເຫັນ​ຄວນ​ຊຸກຍູ້​ໃຫ້​ມີ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ​ເຄື່ອນ​ໄຫວ​ໃຫ້​ມີ​ຮູບ​ປະ​ທໍາ.

          ກອງປະຊຸມ ໄດ້ດໍາເນີນເປັນເວລາເຄິ່ງມື້ ເຊິ່ງໄດ້ຮັບການຮ່ວມມື ແລະ ປະກອບຄໍາຄິດຄໍາເຫັນຢ່າງອຸດົມສົມບູນຂອງ​ຜູ້​ເຂົ້າ​ຮ່ວມ, ກອງປະຊຸມເຫັນໄດ້ເຖິງຄວາມສໍາຄັນ ແລະ ຄວາມຈໍາເປັນຂອງການສ້າງຕັ້ງກຸ່ມສະມາຄົມ ແລະ ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນ ໃຫ້ມີການສ້າງສະມາຄົມການຢາ ແລະ ຜະລິດຕະພັນການແພດຂຶ້ນ ຊຶ່ງໃນເບື້ອງຕົ້ນ ໃຫ້ມີການແຕ່ງຕັ້ງຄະນະສະເພາະກິດຂຶ້ນ ເຊິ່ງຄະນະກໍາມະການນີ້ ຄວນປະກອບມີຫຼາຍໆພາກສ່ວນເຂົ້າຮ່ວມ ເພື່ອໃຫ້ມີລັກສະນະເປັນກາງ ເພື່ອຄົ້ນຄ້ວາບັນດານິຕິກໍາ, ລະບຽບການຄຸ້ມຄອງ ແລະ ອື່ນໆ. ສໍາລັບ ຊື່່ຂອງສະມາຄົມ ຈະໄດ້ສືບຕໍ່ປຶກສາຫາລື ໂດຍອີງໃສ່ນິຕິກໍາທີ່ມີ ​ໃຫ້​ມີ​ຄວາມ​ສອດ​ຄ່ອງ ​ແລະ ​ເໝາະ​ສົມ​ກັບ​ຕົວ​ຈິງ​ຂອງ​ຫົວໜ່ວຍ​ທຸ​ລະ​ກິດ. ການ​ເລີ້ມ​ຕົ້ນ​ການ​ສ້າງ​ຕັ້ງ​ດັ່ງກ່າວ ​ແມ່ນ​ໃຫ້​ມີ​ພາກ​ລັດ​ເປັນ​ໃຈກາງ​ໃນ​ການ​ປະສານ​ງານ ​ແລະ ​ເຕົ້າ​ໂຮມ​ໃຫ້​ມີ​ຄວາມ​ເປັນ​ເອກະ​ພາບ.

          ສ່ວນວິທີການຈັດຕັ້ງສະເຫນີຕໍ່ໄປ ກອງປະຊຸມໄດ້ສະເຫນີໃຫ້ກົມອາຫານ ແລະ ຢາ ຈະໄດ້ພິຈາລະນາຕາມຄວາມເໝາະສົມ ໂດຍສົມທົບກັບສະພາອຸດສາຫະກໍາການຄ້າ, ການເຕົ້າໂຮມທຸລະກິດການຢາ ແມ່ນເລີ່ມຈາກຄວາມສະມັກ​ໃຈ, ຄວາມເສຍສະລະຜົນປະໂຫຍດຈາກສ່ວນບຸກຄົນ, ສະຫຼະ​ເວລາ ​ແລະ ມີ​ຄວາມ​ມຸ້ງ​ໝັ້ນ ເພື່ອພັດທະນາສະມາຄົມໃຫ້ທັນກັບຍຸກສະໄໝປະຈຸບັນ ​ແລະ ມີ​ຄວາມເຂັ້ມແຂງ. ເຊິ່ງລາຍລະອຽດຈະໄດ້ນໍາເອົາເນື້ອໃນຂອງກອງ ປະຊຸມຄັ້ງ​ນີ້ລາຍງານຕໍ່ການນໍາຂອງກະຊວງສາທາລະນະ​ສຸກ ​ເພື່ອ​ຂໍ​ທິດ​ທາງ​ຊີ້​ນໍາ​ ​​ແລະ ​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ເລີ້ມ​ຕົ້ນ​ໃນ​ການ​ສ້າງ​ຕັ້ງ​ສະມາຄົມ​ທຸລະ​ກິດ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ຂອງ ສປປ ລາວ.  

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA