ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມສໍາມະນາ ກ່ຽວກັບບັນດາຄູ່ມືອາຊຽນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 11/01/2017

ກອງປະຊຸມສໍາມະນາ ກ່ຽວກັບບັນດາຄູ່ມືອາຊຽນກ່ຽວກັບການຂຶ້ນທະບຽນຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 11-12 ມັງກອນ 2017 ໂດຍໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນໍາ ໂດຍທ່ານ ດຣ. ລໍາພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ມີ ຕ່າງໜ້າຈາກໂຮງງານຜະລິດຢາ, ບໍລິສັດຂາອອກ-ຂາເຂົ້າດ້ານຢາ ແລະ ຜະລິດຕະພັນການ, ຄະນະພາກວິຊາເພສັດສາດ, ສູນສະໜອງຢາ ແລະ ອຸປະກອນການແພດ, ສູນວິໄຈອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ ແລະ ພະນັກງານທີ່ກ່ຽວຂ້ອງຂອງກົມອາຫານ ແລະ ຢາ.      

 

ກອງປະຊຸມໄດ້ຈະໄດ້ດໍາເນີນ ເປັນເວລາ 2 ມື້ເຕັມ ເຊິ່ງຈຸດປະສົງຂອງກອງປະຊຸມແມ່ນ ເພື່ອທົບທວນຄືນບັນດາລະບຽບການ, ຄູ່ມືອາຊຽນທີ່ກ່ຽວຂ້ອງ ແລະ ຄວາມຄືບໜ້າໃນການຈັດຕັ້ງຕິບັດ ແລະ ເພື່ອສົນທະນາແລກປ່ຽນບົດຮຽນ ກ່ຽວກັບວຽກງານດັ່ງກ່າວ ສໍາລັບ ສປປ ລາວ. ໃນວາລະກອງປະຊຸມ ໄດ້ມີການລາຍງານລວມ ສະພາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານອາຊຽນດ້ານອາຫານ, ຢາຫຼວງ, ຢາພື້ນເມືອງ, ເຄື່ອງສໍາອາງ ໂດຍສະເພາະຜົນສໍາເລັດ ໂອກາດ ແລະ ສິ່ງທ້າທາຍ; ນອກຈາກນີ້ຍັງໄດ້ຫຼາຍໆເອກະສານ ທີ່ສະເໜີໂດຍວິທະຍາກອນຈາກພະແນກການຕ່າງໆ ຂອງກົມອາຫານ ແລະ ຢາ ເປັນຕົ້ນທິດນໍາຕ່າງໆ ທີ່ກ່ຽວຂ້ອງກັບ ການຄຸ້ມຄອງດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ອາຊຽນ ໄດ້ພັດທະນາ ແລະ ລົງນາມ ເຊັ່ນ: ເອກສານເຕັກນິກດ້ານວຽກງານຢາພື້ນເມືອງ, ເຄື່ອງສໍາອາງ, ຂໍ້ຮຽກຮ້ອງທົ່ວໄປຂອງອາຊຽນ (ACTD/ACTR) ໃນການຂຶ້ນທະບຽນ, ຄວາມຄືບໜ້າກ່ຽວກັບການກະກຽມເອກະສານຕົກລົງຮັບຮູ້ເຊິ່ງກັນ ແລະ ກັນ ເພື່ອນໍາໄປສູ່ການຍອມຮັບບົດລາຍງານການສຶກສາດ້ານຊີວະເທົ່າທຽມຂອງອາຊຽນ (Mutual recognition Agreement of Bioequivalence Study Report-MRA on BE), ຄວາມຄືບໜ້າໃນການປະສານງານຄະນະກໍາມະການເຕັກນິກອຸປະກອນການແພດ ອາຊຽນ ແລະ ອື່ນໆ ເພື່ອໃຫ້ບັນດາພະນັກງານຄຸ້ມຄອງລັດ ແລະ ຜູ້ປະກອບການໄດ້ຮັບຮູ້ ແລະ ປຶກສາຫາລືແລກປ່ຽນໃນການຈັດຕັ້ງປະຕິບັດ. ໃນວາລະກອງປະຊຸມນີ້ ກົມອາຫານ ແລະ ຢາ ຍັງໄດ້ນໍາສະເຫນີໃຫ້ຜູ້ເຂົ້າຮ່ວມຮັບຮູ້ກ່ຽວກັບແຫຼ່ງຂໍ້ມູນຂ່າວສານດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ສາມາດຄົ້ນຫາຂໍ້ມູນໄດ້ ເວບໄຊ໌ຂອງ ກົມອາຫານ ແລະ ຢາ ເຊິ່ງໄດ້ຮັບການພັດທະນາສໍາເລັດ ແລະ ນໍາໃຊ້ແຕ່ທ້າຍປີ 2015 ເປັນຕົົ້ນມາ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA