ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມລະດົມການຮ່ວມມືສະໜັບສະໜູນການຕ້ານເຊື້ອດື້ຕໍ່ຢາ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 22/01/2017

ບົດຂ່າວໂດຍ: ນາງ ດາວອນ ດວງດານີ

          ບັນຫາການເຈັບປ່ວຍ ແລະ ເສຍຊີວິດຈາກໄຂ້ມາລາເລຍ ກໍ່ຍັງເປັນບັນຫາໃຫຍ່ໜຶ່ງ ທີ່ຍັງກໍາລັງຄຸກຄາມຕໍ່ສຸຂະພາບ, ຊີວິດ ແລະ ເສດຖະກິດ-ສັງຄົມ ໃນຫຼາຍປະເທດ, ໃນຂົງເຂດ ແລະ ລວມທັງພາກພື້ນປະເທດລຸ່ມແມ່ນໍ້າຂອງ ແລະ ສປປ ລາວ ກໍ່ໄດ້ຮັບຜົນກະທົບຈາກບັນຫາດັ່ງກ່າວ. ຄຽງຄູ່ກັນນີ້ກໍ່ຍັງປະເຊີນກັບບັນຫາການດື້ຂອງເຊື້ອ ໄຂ້ມາລາເຣຍ ຕໍ່ຢາ ເຊິ່ງເປັນສາເຫດໜຶ່ງຂອງການປິ່ນປົວທີ່ບໍ່ໄດ້ຮັບປະສິດທິຜົນ ແລະ ສະພາບການດື້ຢາໄດ້ແຜ່ຂະຫຍາຍ ໂດຍສະເພາະຢູ່ໃນບັນດາປະເທດໃກ້ຄຽງ ກໍາລັງແຜ່ກະຈາຍເຂົ້າມາ ສປປ ລາວ. ດັ່ງນັ້ນ ອົງການອະນາໄມໂລກ ໄດ້ປະສານງານກັບສາທາລະນະສຸກ ຫຼາຍປະເທດ ຈັດຕັ້ງປະຕິບັດມາດຕະການຕ່າງໆສົມທົບກັບທຸກພາກສ່ວນ ເພື່ອຕອບໂຕ້ກັບບັນຫາດັ່ງກ່າວ.

          ກອງປະຊຸມລະດົມການສະໜັບສະໜູນຂອງທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຕ້ານເຊື້ອດື້ຕໍ່ຢາໄດ້ຈັດຂຶ້ນລະຫວ່າງ ວັນທີ 18-20 ມັງກອນ 2017 ທີ່ແຂວງ ສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ດຣ.​ ນາງ ລໍາພອນ ສີຫາຄັງ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ຕຽງຄໍາ ປ້ອງວົງສາ ຮອງຫົວໜ້າພະແນກສາທາລະນະສຸກ ແຂວງສະຫວັນນະເຂດ ຮ່ວມເປັນຄະນະປະທານ, ມີບັນດາຜູ້ຕາງໜ້າຈາກ ຂະແໜງການອຸດສາຫະກໍາ ແລະ ການຄ້າ, ພາກສ່ວນພາສີ,    ແລະ ຕຳຫຼວດສິ່ງແວດລ້ອມ, ຂະແໜງອາຫານ ແລະ ຢາ ແຂວງ, ເມືອງ, ຂະ   ແໜງການໄຂ້ຍຸງ.​ ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລະດົມຂໍການຮ່ວມມືສະໜັບສະໜູນ ຈາກທຸກພາສ່ວນທີ່ກ່ຽວຂ້ອງ ປະກອບສ່ວນເຂົ້າໃນວຽກງານຕ້ານເຊື້ອດື້ຕໍ່ຢາ.

          ກອງປະຊຸມໄດ້ມີການນໍາສະເຫນີຫຼາຍບັນຫາ, ບົດຮຽນ ທີ່ກ່ຽວຂ້ອງກັບບັນຫາໄຂ້ຍຸງ ສະເຫນີໂດຍວິທະຍາກອນຈາກກົມອາຫານ ແລະ ຢາ ແລະ ພາກສ່ວນກ່ຽວຂ້ອງ ເປັນຕົ້ນ ການສະເຫນີບົດກ່ຽວກັບສະພາບການຂອງໂລກ ແລະ ພາກພື້ນຕໍ່ບັນຫາເຊື້ອດື້ຕໍ່ຢາຕ້ານເຊື້ອໄຂ້ຍຸງ, ມາດຕະການຕ່າງໆ ທີ່ໄດ້ຈັດຕັ້ງປະຕິບັດໂດຍຜ່ານ ໂຄງການຕ້ານຕໍ່ເຊື້ອດື້ຕໍ່ຢາ, ຄວາມເປັນມາຂອງພະຍາດໄຂ້ຍຸງ ການແຜ່ລະບາດ ແລະ ກົນໄກການດື້ຕໍ່ຢາ, ເຊື້ອດື້ຕໍ່ຢາ ທີ່ກະທົບຕໍ່ວຽກງານສາທາລະນະສຸກ, ເສດຖະກິດ-ສັງຄົມ, ວຽກງານກວດກາເຝົ້າລະວັງ ຄຸນນະພາບຢາ, ແລະ ໄດ້ສະແດງຮູບພາບວີດີໂອ ກ່ຽວກັບວຽກງານຕ້ານຢາປອມ, ຢາຕົກມາດຕະຖານ ແລະ ລະບົບການຄຸ້ມຄອງກ່ອນ ແລະ ຫຼັງຈໍາໜ່າຍ ຢາ ແລະ ຜະລິດຕະພັນການແພດ.

          ການຕ້ານເຊື້ອດື້ຕໍ່ຢາ, ຢາປອມ ແລະ ຢາຕົກມາດຕະຖານ ໄດ້ຮັບການຈັດຕັ້ງປະຕິບັດແຕ່ປີ 2003 ເປັນຕົ້ນມາ ໂດຍກົມອາຫານອາຫານ ແລະ ຢາ ໃນນາມເປັນອົງການຄຸ້ມຄອງລັດ ໃນການຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນຢາ. ສະເພາະຕໍ່ ວຽກງານການຕ້ານເຊື້ອໄຂ້ມາລາເຣຍ ດື້ຕໍ່ຢາ Artemisinin ໄດ້ຖືກຈັດຕັ້ງປະຕິິບັດຢູ່ ສປປ ລາວ ແຕ່ປີ 2014 ເປັນຕົ້ນມາ ເພື່ອຕອບສະໜອງການບັນລຸເປົ້າໝາຍລວມຂອງວຽກງານສາທາລະນະສຸກ ໃນການລົບລ້າງການເຈັບປ່ວຍ ແລະ ເສຍຊີວິດ ຈາກ ໄຂ້ມາລາເລຍ ໃນປີ 2030, ຕອບໂຕ້ຕໍ່ເຊື້ອດື້ຕໍ່ຢາ ໂດຍຮັບປະກັນບໍ່ໃຫ້ມີການນໍາໃຊ້ຢາ Artemisinin ໃນຮູບແບບຢາເມັດທີ່ມີຕົວຢ່າດ່ຽວ. ກິດຈະກໍາຂອງໂຄງການແມ່ນ ເໜັ້ນໃສ່ວຽກງານກວດກາ,​ຕິດຕາມຄຸນນະພາບຂອງຢາປິ່ນປົວໄຂ້ຍຸງ, ຍົກສູງຄວາມຮັບຮູ້ແກ່ທຸກພາກສ່ວນທີ່ກ່ຽວຂ້ອງທັງພາກລັດ ແລະ ເອກະຊົນທີ່ກ່ຽວຂ້ອງ ກັບການຜະລິດ, ນໍາເຂົ້າ, ຈໍາໜ່າຍ ແລະ ນໍາໃຊ້ ໃຫ້ເຂົ້າໃຈ ແລະ ຮ່ວມມືຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ເພື່ອຮັກສາ ຢາປິ່ນປົວໄຂ້ຍຸງໃຫ້ມີປະສິດທິພາບຕໍ່ການປິ່ນປົວໂດຍສະເພາະ ຢາ Artemisinin ຕ້ອງນໍາໃຊ້ໃນຮູບປະສົມ (Fix dose combination). 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA