ໂດຍ ນາງ ດາວອນ ດວງດານີ
ນັກສຶກສາປະລິນຢາເອກ, ພະແນກຄຸ້ມຄອງຢາຫຼວງ
ຜົນຈາກການຄົ້ນຄວ້າຂອງນັກວິທະຍາສາດ ໄດ້ມີຫລັກຖານອ້າງອີງວ່າ ມະນຸດຮູ້ຈັກນຳໃຊ້ພືດເຂົ້າໃນການປິ່ນປົວຮັກສາພະຍາດແມ່ນມີປະຫວັດສາດອັນຍາວນານມາຫຼາຍກ່ວາ 60,000 ປີມາແລ້ວ, ໂດຍເລີ້ມຈາກທີ່ມະນຸດເຂົ້າສູ່ຍຸກການຮູ້ຈັກນຳໃຊ້ໃບໄມ້ຕ່າງໆ ມາເປັນວັດຖຸດິບປຸງແຕ່ງໃຫ້ເຄື່ອງກິນມີລົດຊາດ, ສີ, ກິ່ນ, ຫຼັງຈາກນັ້ນ ຈຶ່ງຮູ້ໄດ້ວ່າພືດບາງຊະນິດສາມາດປິ່ນປົວອາການໄຂ້, ຖອກທ້ອງ ແລະ ອາການເຈັບປວດໄດ້. ຜ່ານໄລຍະເວລາອັນຍາວນານ ໂດຍຜ່ານການຕົກທອດສູ່ລຸ້ນຕໍ່ລຸ້ນ ມະນຸດຈຶ່ງສາມາດຈຳແນກ ແລະ ຮູ້ໄດ້ວ່າ ພືດໃດກິນໄດ້ ພືດໃດມີພິດເບື່ອ ແລະ ອັນຕະລາຍເຖິງຊີວິດ. ແຕ່ເຖິງຢ່າງໃດກໍ່ຕາມ, ທາດເຄມີທີ່ຢູ່ໃນພືດມີຄວາມຫຼາກຫຼາຍ ແລະ ສະຫຼັບສັບຊ້ອນ ນອກຈາກທາດທີ່ທຸກຊະນິດພືດມີສ່ວນປະກອບຄືກັນເຊັ່ນ: ໄຟເບີ(fibre), ແປ້ງ, ທາດສີ ແລ້ວ, ສ່ວນໃຫຍ່ທາດທີ່ເປັນຢາໃນພືດເກີດຈາກ secondary plant metabolites ຫຼື ເອີ້ນວ່າ ເປັນທາດທີ່ໄດ້ມາຈາກການວິວັດທະນາການຂອງພືດເພື່ອໃຫ້ແທດເໝາະກັບສະພາບແວດລ້ອມທີ່ມັນຢູ່ ເພື່ອປ້ອງກັນແມງໄມ້, ແບັກທີເຣຍ ແລະ ເພື່ອຍາດແຍ່ງກັບພືດຊະນິດອື່ນເພື່ອການຢູ່ລອດ ເຊິ່ງທາດເຫຼົ່ານີ້ສ່ວນຫຼາຍແມ່ນຈຳພວກ: flavonoids, alkaloids, cardenolides, triterpenes, isothiocyanates, iridoids ເປັນຕົ້ນ, ພືດແຕ່ລະຊະນິດຈະມີທາດແຕກຕ່າງກັນເຊິ່ງນອນຢູ່ໃນໝວດທາດເຄມີທີ່ກ່າວມານັ້ນ ໃນປະລິມານ ແລະ ຄວາມແຮງທີ່ແຕກຕ່າງກັນແລ້ວແຕ່ສະພາບແວດລ້ອມທີ່ມັນຢູ່.
ດັ່ງນັ້ນ ໃນພືດຊະນິດໜຶ່ງຈຶ່ງມີຫຼາຍຫຼາຍທາດໃນໃບ, ດອກ, ກິ່ງ, ກ້ານ, ຮາກ ເຊິ່ງເຮົາບໍ່ສາມາດຮູ້ໄດ້ວ່າ ທາດທີ່ມີທັງໝົດໃນພືດນັ້ນປອດໄພຫຼືບໍ່ ເນື່ອງຈາກທາດບາງທາດມັນສະສົມເປັນເວລາດົນນານອາດຈະເກີດຜົນເສຍຫາຍໃນໄລຍະຍາວ ເຊິ່ງມະນຸດໃນຍຸກກ່ອນກໍ່ບໍ່ໄດ້ມີການຕິດຕາມ ແລະ ກໍ່ຍາກທີ່ຈະຕິດຕາມໄດ້ໃນຍຸກປະຈຸບັນ ຫຼື ໃນອີກກໍລະນີ ສຳລັບພືດທີ່ຮູ້ແລ້ວວ່າເປັນພິດເບື່ອ ແຕ່ວ່າພືດນັ້ນອາດຈະສາມາດຮັກສາຫຼືປິ່ນປົວບາງພະຍາດຢ່າງມີປະສິດທິຜົນ, ຍ້ອນແນວນັ້ນ ນັກວິທະຍາສາດຈຶ່ງຕ້ອງໄດ້ສະກັດເອົາທາດທີ່ເປັນຢານັ້ນອອກມາໃຫ້ໄດ້ທາດດ່ຽວ ທີ່ມີຄວາມສົດ ເພື່ອວິໄຈຫາສູດເຄມີ, ໂຄງສ້າງໂມເລກຸນຂອງມັນກໍ່ເພື່ອ ການສຶກສາທາງດ້ານພິດວິທະຍາ, ທົດລອງກັບສັດ, ຄົນ ເມື່ອຮັບປະກັນໄດ້ເຖິງປະສິດທິພາບ ແລະ ຄວາມປອດໄພຂອງມັນ ແລະ ຜ່ານການຢັ້ງຢືນຮັບຮອງຈາກໜ່ວຍງານຄຸ້ມຄອງດ້ານຜະລິດຕະພັນຢາແລ້ວ ຈຶ່ງສາມາດນຳໃຊ້ເຂົ້າໃນການປິ່ນປົວ.
ດັ່ງທີ່ຜ່ານມາທາດທີ່ສະກັດໄດ້ຈາກພືດ ຜ່ານການວິໄຈຮັບຮອງເຖິງຄວາມປອດໄພແລ້ວນຳໄປໃຊ້ປິ່ນປົວພະຍາດໂດຍກົງເຊັ່ນ: quinine, artemisinin (ຢາປົວໄຂ້ຍຸງ), reserpine( ຢາຫຼຸດຄວາມດັນເລືອດສູງ), digoxin (ຢາປົວໂລກຫົວໃຈ), ແລະ ກໍລະນີສະກັດໄດ້ທາດທີ່ມີປະສິດທິພາບໃນການປິ່ນປົວແຕ່ມີພິດຕໍ່ຕັບສູງ ນັກວິທະຍາສາດກໍ່ສາມາດດັດແປງໂຄງສ້າງເຄມີຂອງທາດນັ້ນດ້ວຍວິທີສັງເຄາະໃຫ້ເກີດເປັນທາດໃໝ່ ທີ່ຍັງມີປະສິດທິພາບໃນການປິ່ນປົວ ແຕ່ຫຼຸດຜ່ອນການເປັນພິດຕໍ່ຕັບລົງ ເຊັ່ນ metformin (ຢາຫຼຸດລະດັບນ້ຳຕານໃນເລືອດ). ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນ ທຸກສິ່ງທີ່ມີຊີວິດຢູ່ເທິງໜ້າໂລກ ລ້ວນແລ້ວແຕ່ສາມາດວິວັດທະນາການໂຕມັນເອງໃຫ້ມີຊີວິດຢູ່ລອດໄດ້ ໃນສະພາບແວດລ້ອມນັ້ນໆ. ມາໃນຍຸກປະຈຸບັນ ເຊິ່ງເປັນຍຸກອຸດສາຫະກຳ, ພູມອາກາດ ແລະ ສະພາບແວດລ້ອມທີ່ນັບມື້ນັບປ່ຽນແປງ, ການຈະເລີນເຕີບໂຕ ແລະ ການເກີດແບັກທີເຣຍສາຍພັນໃໝ່ ລ້ວນແລ້ວແຕ່ມີຜົນກະທົບຕໍ່ລະບົບນິເວດ, ພືດກໍ່ອາດຈະມີການປ່ຽນແປງທາງດ້ານປະລິມານຂອງທາດບາງຊະນິດໃນໂຕມັນ, ດັ່ງນັ້ນ ການຈະນຳເອົາພືດຊະນິດໃດໜຶ່ງມາປິ່ນປົວໂດຍກົງ ມັນກໍ່ຍັງຄົງມີຄວາມສ່ຽງທາງດ້ານຄວາມປອດໄພ ແລະ ບໍ່ຮັບປະກັນດ້ານປະສິດທິພາບ.
ມາຮອດປະຈຸບັນ ນັກວິທະຍາສາດໄດ້ພາກັນເລັ່ງໃສ່ການວິໄຈຫາທາດໃໝ່ທີ່ເປັນຢາໃນພືດຂັ້ນສູງ, ໃນທົ່ວໂລກພືດຂັ້ນສູງມີຢູ່ປະມານ 250,000 ຊະນິດ ໃນນັ້ນພືດຂັ້ນສູງທີ່ໄດ້ຮັບການວິໄຈແລະບຸກເບີກເພື່ອນຳໃຊ້ເຂົ້າໃນການປິ່ນປົວພະຍາດແລ້ວ ກວມເອົາພຽງ 6% ເທົ່ານັ້ນ. ດັ່ງນັ້ນ, ການວິໄຈຫາທາດທີ່ເປັນຢາໃນພືດ ຈຶ່ງມີຄວາມໝາຍຄວາມສຳຄັນຢ່າງຍິ່ງ ແລະ ມີໂອກາດສູງທີ່ຈະວິໄຈໄດ້ທາດໃໝ່ເພື່ອນຳໃຊ້ເຂົ້າໃນການປິ່ນປົວພະຍາດ ໃນອະນາຄົດ.
ເອກະສານອ້າງອີງ
Fabricant DS, Fransworth NR. The value of plants used in Traditional Medicine for Drug Discovery. Environ.Health Perspect, 2001.
|