ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມຢາພື້ນເມືອງທົ່ວປະເທດຄັ້ງທີ IV
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 29/01/2017

ກອງປະຊຸມຢາພື້ນເມືອງທົ່ວປະເທດ ຄັ້ງທີ IV ໄດ້ຈັດຂຶ້ນ ລະຫວ່າງ ວັນທີ 26-27 ມັງກອນ 2017 ທີ່ແຂວງ ວຽງຈັນ ໂດຍການເຂົ້າຮ່ວມ ແລະ ເປັນປະທານໂດຍ ທ່ານ ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ດຣ. ສົມທະວີ ຈາງວິມິດ ຫົວໜ້າກົມອາຫານ ແລະ ຢາ ຄະນະປະທານກອງປະຊຸມ, ມີຜູ້ແທນເຂົ້າຮ່ວມຈາກ ພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ຕາງໜ້າຈາກຫ້ອງການສໍານັກນາຍົກລັດຖະມົນຕີ, ກະຊວງກະສິກໍາ-ປ່າໄມ້, ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ; ສະຖານບັນການແພດການຢາພື້ນເມືອງ, ກົມປິ່ນປົວ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ພະແນກສາທາລະນະສຸກ 18 ແຂວງ, ຜູ້ປະກອບການດ້ານການຜະລິດ ແລະ ຈໍາໜ່າຍຢາພື້ນເມືອງ ແລະ ຜູ້ຕ່າງໜ້າຈາກອົງການອະນາໄມໂລກ ລວມທັງໝົດ 106 ທ່ານ. ຈຸດປະສົງຂອງ ກອງປະຊຸມທົ່ວປະເທດຄັ້ງທີ IV ແມ່ນເພື່ອສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຢາພື້ນເມືອງໃນໄລຍະທີ່ຜ່ານມາໂດຍສະເພາະການຜັນຂະຫຍາຍຍຸດທະສາດຢາພື້ນເມືອງ (2010-2015) ແລະ ປຶກສາຫາລືກ່ຽວກັບຮ່າງແຜນຍຸດທະສາດວຽກງານຢາພື້ນເມືອງ ແຕ່ປີ 2017-2021.

ກອງປະຊຸມໄດ້ຈັດຂຶ້ນເປັນເວລາ 2 ວັນເຕັມ ໂດຍໄດ້ຮັບການສະເຫນີຜົນສໍາເລັດຂອງ ການຈັດຕັ້ງປະຕິບັດວຽກງານ ໃນ 5 ປີທີ່ຜ່ານມາ ເຊິ່ງຜົນສໍາເລັດທີພົ້ນເດັ່ນແມ່ນການຈັດຕັ້ງການເຜີຍແຜ່ດໍາລັດ 155/ນຍ ວ່າດ້ວຍຊັບພະຍາກອນທໍາມະຊາດທີ່ເປັນຢາໃນຂອບເຂດທົ່ວປະເທດ, ການປຶກສາຫາລືກັບຂະແໜງການທີ່ກ່ຽວຂ້ອງເພື່ອເພື່ອປຶກສາຫາລືກົນໄກການປະສານງານໃນການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ເປັນຢາ, ການລົງຕິດຕາມຊຸກຍູ້ພາກສ່ວນທຸລະກິດຜະລິດຢາພື້ນເມືອງ ຈາກຕົ້ນໄມ້ທີ່ເປັນຢາ ແລະ ການຮ່ວມມືກັບຕ່າງປະເທດ ແລະ ສາກົນ ເພື່ອພັດທະນາວຽກງານຢາພື້ນເມືອງ. ຜົນສໍາເລັດທີ່ພົ້ນເດັ່ນທີ່ສໍາຄັນອັນໜຶ່ງແມ່ນການສ້າງຊັບພະຍາກອນມະນຸດດ້ານຢາພື້ນເມືອງ ແມ່ນການສ້າງຫຼັກສູດການແພດການຢາພື້ນເມືອງໃນລະດັບປະລິນຍາຕຼີ ຂອງມະຫາວິທະຍາໄລວິທະຍາສາດ ສຸຂະພາບ ເຊິ່ງທັງໝົດຜົນສໍາເລັດຂອງການຈັດຕັ້ງຜັນຂະຫາຍຍຸດທະສາດດ້ານຢາພືນເມືອງ. ກອງປະຊຸມໄດ້ມີການແລກປ່ຽນບົດຮຽນການຄຸ້ມຄອງ ແລະ ພັດທະນາຢາພື້ນເມືອງຂອງພະແນກສາທາ ຂອງສະຖານບັນການແພດການຢາພື້ນເມືອງ ແລະ ແຂວງຈໍານວນໜຶ່ງເຊັ່ນ: ໄຊຍະບູລີ, ຈໍາປາສັກ, ສະຫວັນນະເຂດ, ຊຽງຂວາງ ແລະ ບໍລິຄໍາໄຊ. ການແລກປ່ຽນບົດຮຽນຂອງພາກສ່ວນຜູ້ປະກອບການດ້ານຢາພື້ນເມືອງໃນການຜະລິດ ແລະ ຈໍາໜ່າຍຜະລິດຕະພັນຢາພື້ນເມືອງ. ກອງຊຸມໄດ້ຮ່ວມກັນຄົ້ນຄ້ວາປະກອບຄໍາຄິດຄໍາເຫັນຕໍ່ກັບຮ່າງຍຸດທະສາດດ້ານຢາພື້ນເມືອງໃນປີ 5 ປີ ຕໍ່ໜ້າ.

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA