ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມປຶກສາຫາລື ຮ່າງຂໍ້ຕົກລົງການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 09/02/2017

ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງ ຮ່າງຂໍ້ຕົກລົງວ່າດ້ວຍການສົ່ງອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ National Consultation on the draft of Food Import-Export Regulation 8-10 February 2017

ສຸກສົມຄວນ ຈັນທະມາດ

ກອງປະຊຸມປຶກສາຫາລືກ່ຽວກັບການປັບປຸງ ຮ່າງຂໍ້ຕົກລົງວ່າດ້ວຍການສົ່ງອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ ໄດ້ຈັດຂຶ້ນ ລະຫວ່າງວັນທີ 8-10 ກຸມພາ 2017 ທີ່ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຈາກທຸກພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກະຊວງອຸດຫະກໍາ ແລະ ການຄ້າ, ກະຊວງ ກະສິກໍາ ແລະ ປ່າໄມ້, ສະພາການຄ້າ, ຂະແໜງອາຫານ ແລະ ຢາ ຈາກ 10 ແຂວງ ທີ່ມີດ່ານຊາຍແດນ ແລະ ພາກສ່ວນທຸລະກິດຜະລິດ ແລະ ນໍາເຂົ້າສົ່ງອອກອາຫານ ລວມ ທັງໝົດ 60 ທ່ານ. ຈຸດປະສົງຂອງ ກອງປະຊຸມ ແມ່ນ ເພື່ອປຶກສາຫາລື ແລະ ລະດົມຄວາມຄິດຄໍາເຫັນ ຕໍ່ຮ່າງຂໍ້ຕົກລົງ ວ່າດ້ວຍການສົ່ງອອກ-ນໍາເຂົ້າ ແລະ ສົ່ງຜ່ານອາຫານ; ແລະ ຂໍ້ຕົກລົງວ່າດ້ວຍ ທຸລະກິດອາຫານ. ເປັນກຽດເປັນປະທານ ແລະ ຊີ້ນໍາກອງປະຊຸມ ໂດຍທ່ານ ດຣ. ສົມທະວີ ຈາງວິສົມມິດ ຫົວໜ້າກົມອາຫານ ແລະ ຢາ, ນອກນັ້ນຍັງມີທ່ານ ນາງ Alexandria Huerta ຜູ້ຕາງໜ້າ ອົງການ USAID ປະຈໍາ ສປປ ລາວ ແລະ ທ່ານ Daniel Fitzpatrick ຜູ້ປະສານງານໂຄງການ USAID LUNA II ເຂົ້າຮ່ວມເປັນຄະນະປະທານ.

ການປັບປຸງ ແລະ ສ້າງ ຂໍ້ຕົກລົງທັງສອງສະບັບນີ້ ແມ່ນການຂະຫຍາຍເນື້ອໃນ ມາດຕາ ຂອງ ກົດໝາຍວ່າດ້ວອາຫານ ສະບັບ ນໍາໃຊ້ປະຈຸບັນ ເຊິ່ງ ເນື້ອ ລະອຽດ ເພື່ອຮັບປະກັນການຈັດຕັ້ງປະຕິບັດກົດໝາຍຢ່າງມີປະສິດທິຜົນ.  

ກອງປະຊຸມໄດ້ດໍາເນີນເປັນເວລາ 3 ມື້ເຕັມ ຊຶ່ງໄດ້ຮັບຜົນສໍາເລັດລຸລ່ວງໄປດ້ວຍດີ ຕາມຈຸດປະສົງ ແລະ ຄາດໝາຍ. ຜູ້ເຂົ້າຮ່ວມ ໄດ້ປະກອບຄໍາຄິດຄໍາເຫັນທີ່ອຸດົມສົມບູນ ແລະ ເປັນປະໂຫຍດຢ່າງຫລວງຫລາຍ ໃສ່ໃນຮ່າງສະບັບດັ່ງກ່າວ ທາງດ້ານເນື້ອໃນ, ຮູບການ ຊຶ່ງ​ກອງ​ເລຂາ ແລະ ຄະນະອະນຸກໍາມະການຮ່າງຈະສືບຕໍ່ນໍາໄປ ປັບປຸງຄືນ ຕາມເນື້ອ​ໃນ​ຈິດ​ໃຈ​ຂອງ​ກອງ​ປະຊຸມ​ທີ່​ໄດ້​ປະກອບ​ໃສ່​ ແລະ ​ນຳ​ສະ​ເໜີ​ຂໍ​ຮັບຮອງ​ຈາກ​ຂັ້ນ​ເທິງ​ຕາມ​ລຳດັບ.

ຈຸດປະສົງຂອງຂໍ້​ຕົກລົງ​ດັ່ງກ່າວ​ນີ້ ໄດ້​ກຳນົດ ​ຫຼັກການ, ລະບຽບ​ການ ​ໃນ​ການ​ຄຸ້ມ​ຄອງ, ປະສານ​ງານ ​ແລະ ດຳ​ເນີນ​ຂັ້ນ​ຕອນ​ໃນ​ການຈັດ​ຕັ້ງ​ປະຕິບັດການກວດກາການສົ່ງອອກ, ການນໍາເຂົ້າ, ການສົ່ງຜ່ານອາຫານ ແນໃສ ການຮັບປະກັນຄຸນນະພາບ, ຄວາມປອດໄພຂອງອາຫານ, ຄວາມຍຸດຕິທໍາໃນການດໍາເນີນທຸລະກິດ ແລະ ເພື່ອອໍານວຍຄວາມສະດວກໃຫ້ແກ່ການຄ້າ

ກອງ​ປະຊຸມ​ຄັ້ງນີ້ ໄດ້ຮັບ​ການສະໜັບສະໜູນດ້ານງົບປະມານ ຈາກອົງການ USAID. 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA