ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມເຜີຍແຜ່ນິຕິກຳລຸ່ມກົດຫມາຍດ້ານຢາທີ່ແຂວງ ຈໍາປາສັກ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 27/03/2017

ໂດຍ: ທ່ານ ນາງ ວົງວຽງສາ ສິດທິເດດ, ວິຊາການພະແນກຄຸ້ມຄອງຢາຫຼວງ, ກອຢ 

  ເພື່ອເຮັດໃຫ້ບັນດາກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍຂອງກະຊວງສາທາລະນະສຸກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງໄດ້ຮັບໝາກຜົນ, ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຢາ ກ່ອນ ແລະ ຫຼັງການອະນຸຍາດ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໂດຍສົມທົບກັບພະແນກສາທາລະນະສຸກ ແຂວງ ຈໍາປາສັກ ໄດ້ຈັດກອງ​ປະຊຸມ​ເຜີຍ​ແຜ່ນິຕິກຳລຸ່ມກົດຫມາຍຂຶ້ນ ​ໃນ​ລະຫວ່າງ​ວັນ​ທີ 23-24 ມີນາ 2017 ທີ່ ແຂວງຈຳປາສັກ. ໃຫ້​ກຽດການເປັນ​ປະ​ທານ​ໂດຍ​ທ່ານ ດຣ. ນາງ ລຳ​ພອນ ສີ​ຫາ​ຄັງ ຮອງ​ຫົວຫນ້າ​ກົມ​ອາຫານ, ​ນອກ​ນັ້ນ ຍັງ​ມີ ​ທ່ານ ດຣ. ສຸພັນ ພູນ​ສະຫວັດ ຮອງ​ຫົວຫນ້າ​ພະ​ແນ​ກສາທາລະນະ​ສຸກແຂວງ ຈໍາປາສັກ ໃຫ້ກຽດເຂົ້າຮ່ວມ ແລະ ​ເປັນ​ຄະນະ​ປະທານ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມຈາກ​ທຸກ​ພາກ​ສວ່ນທີ່ກ່ຽວຂ້ອງຂອງ​ຂະ​ແໜງ​ສາທາລະນະ​ສຸກ​ເຊັ່ນ: ຄະນະ​ພະ​ແນ​ກສາທາລະນະ​ສຸກ​ແຂວງ, ຄະນະ​ຂະ​ແຫນງ​ອາຫານ ​ແລະ ຢາ, ຄະນະ​ຫນວ່ຍງານ​ອາຫານ ​ແລະ ຢາ​ເມືອງ ຈາກ 9 ​ແຂວງ (ນະຄອນຫລວງ, ​ໄຊ​ສົມບູນ,ບໍລິ​ຄຳ​ໄຊ, ຄຳ​ມວ່ນ, ສະຫວັນ​ນ​ະ​ເຂດດ ຈຳປາ​ສັກ, ​ເຊ​ກອງ, ສາລະ​ວັນ ​ແລະ ອັດ​ຕະປື) ລວມທັງ​ຫມົດ   45 ທ່ານ.

  ຈຸດປະສົງ​ຂອງ​ກອງ​ປະຊຸມ​ແມ່ນ​ເພື່ອ​ເຜີຍ​ແຜ່ ສອງນິຕິກໍາກ່ຽວກັບຄຸ້ມຄອງຢາ ພາຍຫຼັງທີ່ໄດ້ຖືກຮັບຮອງໃນປີ2016 ເປັນຕົ້ນ​ຂໍ້​ຕົກລົງ​ວ່າ​ດ້ວຍຮ້ານ​ຂາຍຍ່ອຍ​ຢາ ສະບັບເລກທີ 2992 /ສທ, ລົງວັນທີ 19 ກັນຍາ 2016 ເຊິ່ງເປັນນິຕິກໍາທີ່ໄດ້ຖືກສ້າງແຕ່ປີ 2003, ແລະ ຂໍ້​ຕົກລົງ​ວ່າ​ດ້ວຍການ​ຊຳລະ​ສະ​ສາງ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ສະບັບ​ເລກທີ 1862/ສທ, ລົງວັນທີ 5 ສິງຫາ 2016 ເຊິ່ງເປັນນິຕິກໍາລຸ່ມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ສ້າງຂຶ້ນໃໝ່ ເພື່ອກໍານົດຫຼັກການ ໃນການຄຸ້ມຄອງປະສານງານ ແລະ ດໍາເນີນຂັ້ນຕອນການຈັດຕັ້ງປະຕິບັດການທໍາລາຍ ຊະສາງຢາ ແລະ ຜະລິດຕະພັນການແພດ ທີ່ໝົດອາຍຸ, ປອມແປງ, ເຊື່ອມຄຸນນະພາບ, ສິ່ງເສດເຫຼືອ ແລະ ໃຊ້ການບໍ່ໄດ້ ໄດ້ຖືກປະຕິບັດຢ່າງຖືກວິທີ ເພື່ອແນໃສ່ຫຼີກລ້ຽງຜົນກະທົບຕໍ່ສຸຂະພາບ, ສິ່ງແວດລ້ອມ ແລະ ຮັກສາຄວາມສະອາດຈົບງາມໃນສະຖານທີ່ຮັກສາ ແລະ ສະຖານທີ່ບໍລິການສາທາລະນະສຸກ ໃນຂອບເຂດທົ່ວປະເທດ.

          ກອງ​ປະຊຸມ​ໄດ້​ດຳ​ເນີນ​ເປັນ​ເວລາ 2 ວັນ ​ເຊີ່ງ​ໄດ້​ຮັບ​ຜົນສຳ​ເລັດ ຕາມ​ຈຸດປະສົງ ​ແລະ ຄາດຫມາຍ, ຜູ້​ເຂົ້າຮວ່ມ​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ດ້ວຍຄວາມເອົາໃຈໃສ່ ຊຶ່ງເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ​​ເປັນ​ປະ​ໂຫຍ​ດຢ່າງ​ຫລວງ​ຫລາຍ ​ເພື່ອ​ເປັນ​ທິດ​ທາງ​ໃນ​ການຈັດຕັ້ງປະຕິບັດ ພ້ອມ​ກັນນັ້ນກໍ່​ໄດ້​ແລກປຽ່ນຄຳ​ຄິດ​ຄຳ​ເຫັນ​ສົມທຽບກັບການປະຕິບັດໃນການຈັດຕັ້ງປະຕິບັດຜ່ານ​ມາ.

  ກາ​ນປັບປຸງ ​ແລະ ​ສ້າງ ຂໍ້​ຕົກລົງສອງ​ສະບັບ​ນີ້  ​ແມ່ນການປະຕິບັດແຜນຂອງກົມອາຫານ ແລະ ຢາ ກ່ຽວກັບການສ້າງ ແລະ ປັບປຸງນິຕິກໍາລຸ່ມກົດໝາຍອາຫານ, ກົດໝາຍຢາ ແລະ ຜະລິດຕະພັນກາແພດ ໃຫ້ມີຄວາມສອດຄ່ອງກັບສະພາບການ ຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ  ໂດຍສະເພາະການເຊື່ອມໂຍງທາງດ້ານການຄ້າໂລກ ແລະ ໃນຂົງເຂດອາຊີ. ປະຈຸບັນນິຕິກໍາລຸ່ມກົດໝາຍກ່ຽວກັບອາຫານ ແລະ ຢາ ໄດ້ຖືກສ້າງຂຶ້ນກວ່າ 30 ສະບັບ ໃນນັ້ນ ນິຕິກໍາສະເພາະກ່ຽວກັບການຄຸ້ມຄອງດ້ານຢາ ປະຈຸບັນມີ 10 ສະບັບ, ເຊິ່ງໃນນັ້ນ ນິຕິກໍາລຸ່ມກົດໝາຍຈໍານວນໜຶ່ງດ້ານຢາ ກໍາລັດຖືກປັບປຸງ ແລະ ຄາດວ່າຈະສໍາເລັດໃນປີ 2017. 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA