ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ເຜີຍແຜ່ນິຕິກຳລຸ່ມກົດໝາຍດ້ານຢາ ແລະ ຜະລິດຕະພັນການແພດ ແກ່ແຂວງພາກເໜືອ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 06/04/2017

ບົດຂ່າວໂດຍ: ນາງ ວົງວຽງສາ ສິດທິເດດ

          ເພື່ອຕັ້ງປະຕິບັດການເຜີຍແຜ່ບັນດາລະບຽບການຕ່າງໆ ທີ່ກ່ຽວຂ້ອງກັບການຄຸ້ມຄອງຢາ ໃຫ້ສໍາເລັດໃນຂອບເຂດທົ່ວປະເທດ. ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດກອງ​ປະຊຸມ​​ເຜີຍ​ແຜ່ ນິຕິກໍາລຸ່ມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນກນແພດ ຂຶ້ນ​ໃນ​ລະຫວ່າງ​ວັນ​ທີ 3-4 ​ເມສາ 2017 ທີ່ ແຂວງອຸດົມ​ໄຊ ​ເຊີ່ງ​​ເປັນ​ກຽດເຂົ້າຮ່ວມ ແລະ ເປັນ​ປະ​ທານ​ໂດຍ​ທ່ານ ດຣ. ສົມ​ທະວີ ຈາງ​ວິ​ສົມ​ມິດ ​ຄະນະປະຈໍາພັກກະຊວງ, ຫົວຫນ້າ​ກົມ​ອາຫານ ​ແລະ ຢາ, ​ນອກ​ນັ້ນ ຍັງ​ມີ ​ທ່ານ ຫູ​ມພັນ​ ອິນ​ທະ​ມຸງຄຸນ  ຮອງ​ຫົວໜ້າ​ພະ​ແນ​ກສາທາລະນະ​ສຸກ​ແຂວງ​ອຸດົມ​ໄຊ ​ເປັນ​ຄະນະ​ປະທານ ແລະ ມີຜູ້ເຂົ້າຮ່ວມຈາກ​ທຸກ​ພາກ​ທີ່ກ່ຽວຂ້ອງ​ເຊັ່ນ: ຄະນະ​ພະ​ແນ​ກສາທາລະນະ​ສຸກ​ແຂວງ, ຄະນະ​ຂະ​ແຫນງ​ອາຫານ ​ແລະ ຢາ ແລະ ​ໜ່ວຍງານ​ອາຫານ ​ແລະ ຢາແຂວງ ແລະ ​ເມືອງ ຈາກ 9 ​ແຂວງ ພາກ​​ເຫນືອ (ແຂວງວຽງຈັນ, ຫລວງ​ພະ​ບາງ, ອຸດົມ​ໄຊ, ​ໄຊ​ຍະ​ບູລີ, ຫຼວງ​ນ້ຳທາ, ບໍ່​ແກ້ວ, ຜົ້ງສາລີ, ຊຽງຂວາງ, ຫົວພັນ) ລວມທັງ​ໝົດ   45 ທ່ານ. ຈຸດປະສົງ​ ແມ່ນ​ເພື່ອຕໍ່ເຜີຍແຜ່​ນິຕິ​ກຳ​ລຸ່ມ​ກົດໝາຍ​ດ້ານ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ​ ໂດຍສະເພາະ​ຂໍ້​ຕົກລົງ​ວ່າ​ດວ້ຍຮ້ານ​ຂາຍຍ່ອຍ​ຢາ ສະບັບເລກທີ 2922/ສທ, ລົງວັນທີ 19 ກັນຍາ 2016 (ສະບັບປັບປຸງ)​ ແລະ ຂໍ້​ຕົກລົງ​ວ່າ​ດວ້ຍການ​ຊຳລະ​ສະ​ສາງ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ສະບັບ​ເລກທີ 1862/ສທ, ລົງວັນທີ 5 ສິງຫາ 2016 ທີ່ໄດ້ຖືກຮັບຮອງນໍາໃຊ້ໃນປີຜ່ານມາ.

          ການ​ເຜີຍ​ແຜ່​ນິຕິ​ກຳ​ລຸ່ມ​ກົດໝາຍ ​ໃນ​ຄັ້ງນີ້ ​ແມ່ນ​ການສືບຕໍ່ຈັດຕັ້ງປະຕິບັດ​ການ​ເຜີຍ​ແຜ່ໃຫ້ແກ່ ພະນັກງານ ທີ່ກ່ຽວຂ້ອງ ຂອງ 9 ແຂວງ​ພາກ​ເຫນືອ ​ເພື່ອ​ໃຫ້ລະບຽບການດັ່ງກ່າວ ໄດ້ຖືກ​ຮັບ​ຮູ້​ຢ່າງ​ກ້ວາງຂວາງ ​ແລະ ທົ່ວ​ເຖີງ ​ແລະ ນຳ​ເອົາໄປຈັດຕັ້ງປະຕິບັດ ແລະ ເຜີຍແຜ່ ​ໃຫ້​ແກ່ທຸກຂັ້ນທີ່​ຮັບຜິດຊອບ​ໃນ​ວຽກງານ​ສາທາລະນະ​ສຸກ. ສໍາລັບພາກໃຕ້ ແມ່ນໄດ້ຈັດຕັ້ງການເຜີຍແຜ່ຢູ່ແຂວງ ຈໍາປາສັກ ເຊິ່ງມີ ຜູ້ເຂົ້າຮ່ວມ 45 ທ່ານ ຈາກ 9 ແຂວງ ສໍາເລັດໃນເດືອນທີ່ຜ່ານມາ.

          ການສ້າງ ແລະ ການປັບປຸງນິຕິກໍາລຸ່ມກົດໝາຍສອງສະບັບນີ້ ແມ່ນການສືບຕໍ່ຈັດຕັ້ງປະຕິບັດກົດໝາຍ ແລະ ການຜັນຂະຫຍາຍກົດໝາຍໃຫ້ເປັນອັນລະອຽດ ເຊິ່ງຂໍ້ຕົກລົງຂອງ​ກະຊວງ​ສາທາລະນະ​ສຸກ​ວ່າ​ດ້ວຍຮ້ານ​ຂາຍຍ່ອຍ​ຢາ ສະບັບ​ເລກທີ 2992/ສທ, ລົງວັນທີ 19 ກັນຍາ 2016 ໄດ້ປັບປຸງມາຈາກຂໍ້ກໍານົດວ່າດ້ວຍຮ້ານຂາຍຍ່ອຍຢາ ສັບບັບ ປີ 2003 ​ ແມ່ນການຜັນຂະຫາຍເນື້ອໃນຂອງ ຫມວດ ທີ 1 ມາດຕາ 18 ກ່ຽວກັບການຂາຍຍ່ອຍຢາ ແລະ ຜະລິດຕະພັນການແພດຂອງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດສະບັບປັບປຸງ. ສຳລັບຂໍ້​ຕົກລົງ​ວ່າ​ດວ້ຍການ​ຊຳລະ​ສະ​ສາງ​ຢາ ​ແລະ ຜະລິດ​ຕະພັນ​ການ​ແພດ ສະບັບ​ເລກທີ 1862/ສທ, ລົງວັນທີ 5 ສິງຫາ 2016 ແມ່ນ​ນິຕິກໍາລຸ່ມກົດໝາຍສະບັບສ້າງໃໝ່ ຜັນຂະຫຍາຍມາຈາກເນື້ອໃນ ຂອງມາດຕາ 26 ກ່ຽວກັບ ການເກັບຮັກສາ ແລະ ການທໍາລາຍຢາ.

    ການສ້າງ ແລະ ປັບປຸງນິຕິກໍາ ແມ່ນວຽກບຸລິມະສິດຫຼັກໜຶ່ງທີ່ ກະຊວງສາທາລະນະສຸກ ໄດ້ເອົາໃຈໃສ່ປະຕິບັດຢ່າງຕໍ່ເນື່ອງ ເພື່ອຮັບປະກັນການຄຸ້ມຄອງລັດ ຄຸ້ມຄອງສັງຄົມຕາມລະບຽບກົດໝາຍ ແລະ ປະຕິບັດຕາມທິດການຫັນລັດ ໃຫ້ເປັນລັດແຫ່ງກົດໝາຍ. ມາຮອດປະຈຸບັນ ພາຍຫຼັງທີ່ລັດຖະທໍາມະນູນປະກາດໃຊ້ໃນປີ 1997 ກົດໝາຍຂອງ ສປປ ລາວ ໄດ້ຖືກສ້າງຂຶ້ນ ຈໍານວນ 121 ສະບັບ ແລະ ໃນນັ້ນ ກົດໝາຍ ສປປ ລາວ ທີ່ຕິດພັນຂະແໜງການສາທາລະນະສຸກ ມີ 7 ສະບັບ ຄື: ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ, ກົດໝາຍວ່າດ້ວຍອາຫານ, ກົດໝາຍວ່າດ້ວຍການປິ່ນປົວ, ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, ກົດໝາຍວ່າດ້ວຍການອະນາໄມ ແລະ ກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານເຊື້ອເຮສໄອວິ/ພະຍາດເອດ.

     ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ສືບຕໍ່ ໄດ້ຈັດຕັ້ງຜັນຂະຫຍາຍກົດໝາຍ ໃຫ້ເປັນລະບຽບການອັນລະອຽດ ເຊິ່ງມາຮອດປະຈຸບັນໄດ້ມີນິຕິກໍາລຸ່ມກົດໝາຍທີ່ກ່ຽວຂ້ອງມີຫຼາຍກວ່າ 30 ສະບັບ ແລະ ໃນນັ້ນ ນິຕິກໍາສະເພາະກ່ຽວກັບການຄຸ້ມຄອງດ້ານຢາ ປະຈຸບັນມີ 10 ສະບັບ. ກົມອາຫານ ແລະ ຢາ ໄດ້ມີແຜນການສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ໃນປີ 2017.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA