ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ການເຮັດວຽກຮ່ວມກັນເພື່ອແກ້ໄຂບັນຫາຄວາມທ້າທາຍດ້ານສາທາລະນະສຸກທີ່ສະລັບຊັບຊ້ອນ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/04/2017

ແປຈາກບົດຂ່າວຂອງອາຊຽນ: ໂດຍ ສຸກສົມຄວນ ຈັນທະມາດ

ອາຊຽນປະກອບດ້ວຍປະເທດສະມາຊິກຂອງ 10ລັດ ເຊິ່ງເປັນຂົງເຂດທີ່ມີຄວາມຫາກຫຼາຍ ແລະ ມີການປ່ຽນແປງຢ່າງໄວວາ, ມີການເຕີບໃຫຍ່ຂະຫຍາຍຕົວທາງດ້ານປະຊາກອນສາດ, ດ້ານການລະບາດວິທະຍາ ແລະ ການເຕີບໃຫຍ່ທາງດ້ານເສດຖະກິດ-ສັງຄົມ ເຊິ່ງການພັດທະນາເຫຼົ່ານີ້ ກໍ່ໃຫ້ເກີດໄພຄຸກຄາມ ແລະ ຄວາມທ້າທາຍຕໍ່ສຸຂະພາບຂອງປະຊາຊົນຢ່າງຫຼວງຫຼາຍ ເຊິ່ງລະບົບສາທາລະນະສຸກຂອງປະທດສະມາຊິກພະຍາຍາມແກ້ໄຂຢ່າງຕໍ່ເນື່ອງ.

ຊ່ອງຫວ່າງທີ່ຍັງຄົງຄ້າງຢູ່ລະຫວ່າງພາຍໃນພາກພື້ນເອງ ແລະ ພາຍໃນປະເທດຕ່າງໆ ຍັງຄົງເປັນປັດໄຈສໍາຄັນສໍາລັບສະຖານນະພາບ ເຊິ່ງສ່ວນໃຫຍ່ຕໍ່ກັບກຸ່ມຄົນທີ່ດ້ອຍໂອກາດ ແລະ ກຸ່ມສ່ຽງຕ່າງໆ ລວມທັງຜູ້ທີ່ອາໃສ່ຢູ່ຊຸມຊົນຫ່າງໃກສອກຫຼີກ ເຂດພູສູງ ແລະ ເກາະດອນຕ່າງໆ ເຊິ່ງຫຼາຍປະເທດຕ້ອງປະເຊີນກັບພາລະທີ່ເກີດຈາກການເຈັບປ່ວຍເປັນສອງເທົ່າຕົວ ເຊັ່ນ: ພະຍາດຫົວໃຈ ແລະ ຫຼອດເລືອດ ແລະ ພະຍາດມະເຮັງ ຢູ່ໃນຫຼາຍປະເທດ. ໃນຄະນະດຽວກັນຫຼາຍປະເທດ ບັນຫາພະຍາດ ໄຂ້ເລືອດອອກ, ວັນນະໂລກ, ວັກແຊງກັນພະຍາດເພື່ອປ້ອງກັນ ແລະ ພະຍາດຕິດຕໍ່ອື່ນໆ ຍັງເປັນພາລະອັນໜັກໜ່ວງຂອງປະເທດ.

ໃນຍຸກໂລກາພິວັດ, ການເປີດເສລີການຄ້າ ແລະ ການຮ່ວມເປັນປະຊາຄົມ ໄດ້ນໍາສະເໜີໂອກາດໃນການພັດທະນາສໍາລັບພາກພື້ນນີ້ ສິ່ງເຫຼົ່ານີ້ ສົ່ງຜົນໃຫ້ເກີດການຂະຫາຍຕົວຂອງຕົວເມືອງ ແລະ ອຸດສາຫະກໍາຢ່າງວ່ອງໄວ, ການເຄື່ອນທີ່ ແລະ ການເດີນທາງມີການເພີ້້ມຫຼາຍຂຶ້ນ, ການເກີດຂອງຕົວເມືອງໃຫຍ່ ແລະ ການມີພົນລະເມືອງຫຼາຍເກີນໄປ, ມົນລະຜິດ ແລະ ບັນຫາທາງດ້ານສິ່ງແວດລ້ອມ ເຊິ່ງເຮັດໃຫ້ພາກພື້ນນີ້ມີແນວໂນມທີ່ຈະເກີດການເຈັບເປັນຈາກເຊື້ອພະຍາດທໍາມະຊາດ ແລະ ລວມທັງການປະເຊີນກັບຜົນກະທົບທີ່ເກີດຈາກການປ່ຽນແປງສະພາບອາກາດທີ່ເພີ້ມຂຶ້ນ.

ໃນຖານະທີ່ເປັນປະຊາຄົມອາຊຽນ, ປະເທດສະມາຊິກເຊື່ອໝັ້ນວ່າຄວາມພະຍາຍາມ ແລະ ຊັບພະຍາກອນຂອງແຕ່ລະລະບົບສາທາລະນະສຸກແຫ່ງຊາດ ທີ່ມີເປົ້າໝາຍເພື່ອການປົກປ້ອງ ແລະ ພັດທະນາສຸຂະພາບຂອງປະຊາຊົນຂອງປະເທດສະມາຊິກຈະໄດ້ຮັບໝາກຜົນສູງສຸດ ເມື່ອໄດ້ເຮັດໃນລະສະນະຮ່ວມການເສີມສ້າງ ແລະ ເຮັດວຽກຮ່ວມກັນ ເຊິ່ງນັບແຕ່ປີ 1980 ການຮ່ວມມືດ້ານສາທາລະນະສຸກຂອງອາຊຽນໄດ້ຊ່ວຍປົກປ້ອງພືກພື້ນແຫ່ງນີ້ຈາກໄພພິບັດທີ່ຮ້າຍແຮງທາງດ້ານສາທາສາທາລະນະສຸກເຊັ່ນ: ພະຍາດ SARS, HPAI H5N1, 2009 H1N1, MERS-CoV, ໄວຮັດ Ebola, ແລະ ການມີສ່ວນຮ່ວມກັບປະຊາກອນໃນການປ້ອງກັນ ແລະ ຄວບຄຸມສະພາວະທີ່ສະເພາະເຊັ່ນພະຍາດທີ່ບໍ່ສາມາດຕິດຕໍ່ອື່ນໆ.

ປະຊາຄົມອາຊຽນປະກອບດ້ວຍສາມເສົາຄໍາຄື: ປະຊາຄົມການເມືອງ ແລະ ຄວາມໜັ້ນຄົງ ອາຊຽນ ASEAN Political-Security Community (APSC), ປະຊາຄົມເສດຕະກິດອາຊຽນ ASEAN Economic Community (AEC) ແລະ ປະຊາຄົມວັດສັງຄົມ ແລະ ວັດທະນະທໍາ ASEAN Socio-Cultural Community (ASCC), ການຮ່ວມມືດ້ານສາທາລະນະສຸກອາຊຽນຢູ່ພາຍໃນເສົາຄໍ້າປະຊາຄົມສັງຄົມ ແລະ ວັດທະນະທໍາ (ASCC).

ວາລະການພັດທະນາສາທາລະນະສຸກຫຼັງປີ 2015 (ASEAN Post-2015 Health Development Agenda-APHDA))

ອີງຕາມທິດທາງຂອງອາຊຽນ ຮອດປີ 2025 ກ່ຽວກັບວາລະການພັດທະນາວຽກງານສາທາລະນະສຸກ ຫຼື ASEAN Post-2015 Health Development Agenda (APHDA) ໄດ້ກໍານົດໃນແຜນແມ່ບົດວັດທະນະທໍາ-ສັງຄົມອາຊຽນ 2025 (ASEAN Socio-Cultural Community Blueprint 2025) ເປັນຕົ້ນການຮ່ວມມືໃນຂົງເຂດສາທາລະນະສຸກອາຊຽນ ພາຍຫລັງປີ 2015 (APHDA) ເຊິ່ງຮ່ວມກັນກໍານົດເປົ້າໝາຍ, ຍຸດທະສາດ ແລະ ໂຄງການຂອງຂະແໜງການສາທາລະນະສຸກ ລະຫວ່າງປີ 2016-2020 ປະກອບມີ 42 ບຸລິມະສິດທີ່ຕິດພັນກັບວຽກງານສາທາລະນະສຸກ ທີກໍານົດໃນ ແຜນແມ່ບົດວັດທະນະທໍາ-ສັງຄົມອາຊຽນ 2025 ເພືອບັນລຸວິໄສທັດ, ພັນທະກິດ ແລະ ເປົ້າໝາຍ ຂອງການຮ່ວມມືສາທາລະນະສຸກອາຊຽນນີ້່ ແຜນພັດທະນາສາທາລະນະສຸກ ຈະສຸມໃສ່ຄວາມເອົາໃຈໃສ່ໃນ 20 ບຸລິມະສິດທີ່ສໍາຄັນຂອງວຽກງານສາທາລະນະສຸກ ທີ່ຮັບຜິດຊອບໂດຍ 4 ກຸ່ມວິຊາການ (4 Health Clusters).

ການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດການປະສານງານວຽກງານສາທາລະນະສຸກອາຊຽນ

ໂຄງສ້າງຫຼັກຂອງການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດປະສານງານພັດທະນາວຽກງານສາທາລະນະສຸກອາຊຽນໂດຍມີ 2 ສ່ວນໃຫຍ່:

  • ກອງປະຊຸມລັດຖະມົນຕີສາທາລະນະສຸກອາຊຽນ ASEAN Health Ministers’ Meeting (AHMM) ເຊິ່ງຮັບຜິດຊອບດ້ານການກໍານົດນະໂຍບາຍຂອງສາທາລະນະສຸກອາຊຽນ ແລະ ຕົກລົງຮັບຮອງ ແລະ ການລາຍງານຂອງ ເຈົ້າໜ້າທີ່ອາວຸໂສກ່ຽວກັບການພັດທະນາສາທາລະນະສຸກອາຊຽນ ຫລື (SOMHD) ເຊິ່ງໄດ້ຈັດກອງປະຊຸມ 2 ຄັ້ງຕໍ່ປີ  ແລະ ຈັດກອງປະຊຸມສະເພາະ ຕາມຄວາມຈໍາເປັນ ເພື່ອສົນທະນາປຶກສາຫາລືບັນຫາຮີບດ່ວນຕ່າງໆ ກ່ຽວກັບຂະແໜງການສາທາລະນະສຸກ.
  • ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບການພັດທະນາສາທາລະນະສຸກອາຊຽນ ຫລື (SOMHD) ມີໜ້າທີ່ຮັບຜິດຊອບໃນການບໍລິຫານຄຸ້ມຄອງແຜນຍຸດທະສາດ ແລະ ໃຫ້ການແນະນໍາທຸກການຈັດຕັ້ງປະຕິບັດຂອງແຜນງານພັດທະນາສາທາລະນະສຸກ ຫຼັງປີ 2015  (APHDA) ເພື່ອຮັບປະກັນວ່າທຸກຄາດໝາຍ, ເປົ້າໝາຍສູ້ຊົນ ໄດ້ຖືກຈັດຕັ້ງປະຕິບັດບັນລຸໜາກຜົນທີ່ໄດ້ວາງໄວ້. ກອງປະຄຸມເຈົ້າໜ້າທີ່ອາວຸໂສ ໄດ້ຈັດຂຶ້ນ ໜຶ່ງຄັ້ງຕໍ່ປີ ແລະ ກອງປະຊຸມເພີ້ມເຕີມ ແລະ ສະເພາະ ກໍອາດຖືກຈັດຂຶ້ນ ເພື່ອປຶກສາຫາລືກ່ຽວກັບບັນຫາສະເພາະຮີບດ່ວນ.

ເພື່ອດໍາເນີນວາລະພັດທະນາສາທາລະນະສຸກອາຊຽນຫຼັງປີ 2015 ໃຫ້ໄດ້ຮັບປະສິດທິພາບປະສິດທິຜົນ ກຸ່ມໜ່ວຍງານສາທາລະນະສຸກ ອາຊຽນ (ASEAN Health Clusters)  ໄດ້ຖືກສ້າງຂຶ້ນເພື່ອເຮັດໜ້າທີ່ເປັນຜູ້ນໍາຂອງກຸ່ມຍຸດທະສາດສາທາລະນະສຸກອາຊຽນ ເພື່ອວິໄຈ ແລະ ຈັດຕັ້ງປະຕິບັດແຜນງານ, ໂຄງການ ແລະ ການລິເລີ່ມບັນຫາທີ່ເປັນບຸລິມະສິດວຽກງານສາທາລະນະສຸກຕ່າງໆທີ່ໄດ້ກໍານົດ.

ກຸ່ມໜ່ວຍງານສາທາລະນະສຸກອາຊຽນ

·         ກຸ່ມໜ່ວຍງານວິຊາການທີ 1 (ASEAN Health Cluster 1): ກຸ່ມການສົ່ງເສີມການມີສຸຂະພາບທີ່ດີ (Promoting Healthy Lifestyle)

·         ກຸ່ມໜ່ວຍງານວິຊາການທີ 2 (ASEAN Health Cluster 2): ກຸ່ມຕອບໂຕ້ການລະບາດ ແລະ ໄພທໍາມະຊາດ (Responding to All Hazards and Emerging Threats)

·         ກຸ່ມໜ່ວຍງານວິຊາການທີ 3 (ASEAN Health Cluster 3): ກຸ່ມສ້າງຄວາມເຂັ້ມແຂງລະບົບສາທາລະນະສຸກ (Strengthening Health Systems and Access to Care)

·         ກຸ່ມໜ່ວຍງານວິຊາການທີ 4 (ASEAN Health Cluster 4):        ກຸ່ມຮັບປະກັນອາຫານປອດໄພ (Ensuring Food Safety)

ຕາມຕະລາງລຸ່ມນີ້ ແມ່ນຄັດມາຈາກເນື້ອໃນ ວາລະການພັດທະນາສາທາລະນະສຸກຫຼັງປີ 2015 (ASEAN Post-2015 Health Development Agenda-APHDA)) ເຊິ່ງໄດ້ກໍານົດກຸ່ມໜ່ວຍງານ, ເປົ້າໝາຍ ແລະ ລາຍລະອຽດບຸລິມະສິດວຽກສາທາລະນະສຸກ ເຊິ່ງໄດ້ຖືກນໍາໃຊ້ສໍາລັບການຮ່ວມມືດ້ານສາທາລະນະສຸກ.

ຕາມຕະລາງ 1. ຕາມຕະລາງກ່ຽວກັບກຸ່ມໜ່ວຍງານວິຊາການ, ເປົ້າໝາຍ ແລະ ບຸລິມະສິດວຽກສາທາລະນະສຸກ

ແຫຼ່ງຂໍ້ມູນ:

http://asean.org/asean-socio-cultural/asean-health-ministers-meeting-ahmm/overview-2/

http://asean.org/storage/2017/02/APHDA-In-a-Nutshell.pdf

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA