ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີຂອງແພດລາວ
ປະກາດໂດຍ: ສຸກສົມຄວນ ຈັນທະມາດ, ວັນທີ: 20/06/2017

ບົດຂ່າວຈາກໜັງສືພິມ ວຽງຈັນໃໝ່ ສະບັບວັນທີ 20 ມິຖຸນາ 2017

 

ກະຊວງ​ສາທາລະນະ​ສຸກ ໄດ້ຈັດ​ພິທີ​ສະເຫຼີມສະຫຼອງ​ວັນ​ແພດລາວ 18 ມິຖຸນາ​ຂຶ້ນ ວັນ​ທີ 19 ມິຖຸ​ນາ 2017 ທີ່​ສູນ​ໄອ​ທີ​ຊີ​ທີ ນະຄອນ​ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະທານ​ຂອງ​ທ່ານ ຮສ ດຣ. ບຸນ​ກອງ ສີ​ຫາວົງ ລັດຖະມົນຕີ​ກະຊວງ​ສາ​ທາລະນະ​ສຸກ ມີ​ຄະນະ​ນຳ​ກະຊວງ ພະນັກງານ​ອາວຸໂສ​ບຳນານ ແລະ ພະນັກງານ​ແພດ ພະຍາບານ ​ເຂົ້າ​ຮ່ວມ 300 ກວ່າ​ຄົນ.

ໃນ​ພິທີ​ທ່ານ ຮສ ດຣ. ບຸນ​ກອງ ສີ​ຫາວົງ ໄດ້​ຍົກ​ໃຫ້​ເຫັນ​ເຖິງ​ປະຫວັດຄວາມ​ເປັນ​ມາ​ຂອງ​ວັນ​ແພດ​ລາວ​ ແມ່ນ​ວັນ​ໜຶ່ງ​ທີ່​ເປັນ​ປະຫວັດສາດອັນ​ລ້ຳ​ຄ່າ ​ຂອງ​ຂະແໜງການ​ກະຊວງ​ສາ​ທະ​ລະນະ​ສຸກ ເປັນ​ວັນສ້າງ​ຂະ​ບວນ​ການ​ກິດຈະກຳຕ່າງໆ ເພື່ອ​ລະນຶກ​ເຖິງ​ຜົນງານ ແລະ ສັນລະເສີນ​ຄຸນ​ງາມ​ຄວາມດີ​ຂອງ​ແພດ​ລາວ ໃນ​ສະໄໝ​ຕໍ່ສູ້ກູ້​ຊາດ ກໍ່​ຄືສະໄໝ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດຊາດ​ວັນ​ແພດ​ລາວ ໄດ້​ກຳເນີດຂຶ້ນ​ຜ່ານ​ຂະ​ບວນ​ວິວັດ​ແຫ່ງ​ການເຕີບ​ໃຫຍ່​ຂະຫຍາຍຕົວ​ຂອງການ​ແພດ​ລາວໃນ​ແຕ່​ລະສະ​ໄໜ ແຕ່​ດຶກ​ດຳ​ບັນ ແລະ ຕິດ​ພັນ​ກັບການ​ຕໍ່​ສູ່​ກູ້​ຊາດ​ແຕ່​ລະ​ໄລຍະ ໃນປີ 1963 ສະໜາມຮົບ​ຕໍ່​ສູ່​ກູ້​ຊາດຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ແບບ​ໃໝ່ ໄດ້​ເປີດ​ກວ້າງ​ອອກ​ທົ່ວ​ປະເທດເຂດ​ປົດ​ປ່ອຍ​ກໍ່​ນັບ​ມື້ນັບ​ຂະຫຍາຍ​ຕົວ ໂດຍ​ແພດ​ໝໍ​ໄດ້​ເຮັດໜ້າທີ່​ໃນ​ການ​ຮັກສາ​ປິ່ນປົວ​ສຸ​ຂະພາບ ​ໃຫ້​ແກ່​ພະນັກງານ​ນັກຮົບ ແລະ ປະຊາຊົນ​ຢ່າງ​ບໍ່​ຮູ້​ອິດ​ຮູ້ເມື່ອຍ.

ໃນ​ວັນ​ທີ 18 ມິຖຸນາ 1965 ສູນ​ກາງ​ພັກ ແລະ ແນວ​ລາວ​ຮັກຊາດ ຈຶ່ງ​ໄດ້​ຕົກລົງ​ແຍກ​ຂະແໜງສາທາລະນະ​ສຸກ ອອກ​ເປັນ​ສອງອົງ​ການຈັດຕັ້ງຄື: ເສນາ​ຮັກ​ເພື່ອຮັບ​ໃຊ້​ກອງທັບ ແລະ ສາ​ທາ​ລະນະ​ສຸກ ເພື່ອ​ຮັບ​ໃຊ້​ພົນ​ລະ​ເຮືອນປະທານ ໄກສອນ ພົມວິຫານ ໄດ້ກ່າວ​ໃນ​ກອງ​ປະຊຸມ​ສາທາລະນະສຸກ​ທົ່ວ​ປະເທດ ຄັ້ງ​ທີ II ໃນ​ວັນ​ທີ 11 ມີນາ 1965 ວ່າ: ຈະ​ສະເໜີຄະນະ​ເລຂາທິການ​ສູນ​ກາງ​ພັກ ແລະ ສະພາ​ລັດຖະມົນຕີ ​ເລືອກເອົາ​ມື້​ໃດ​ມື້ໜຶ່ງ​ທີ່​ມີ​ຄວາມ​ໝາຍປະຫວັດສາດ​ເປັນ​ວັນ​ແພດ​ລາວຈາກ​ແນວ​ຄິດ​ຊີ້​ນຳ​ຂອງ​ປະທານ ໄກສອນ ພົມວິຫານ ແລະ ເຫດຜົນ​ດັ່ງກ່າວ​ນັ້ນ ກະຊວງ​ສາ​ທາລະນະ​ສຸກ ​ໄດ້​ນຳ​ສະເໜີ​ລັດ​ຖະບານ ແລະ ສະພາ​ແຫ່ງ​ຊາດ ຊຸດທີ VII ແລະ ໄດ້​ຮັບ​ການ​ເຫັນ​ດີໃຫ້​ບັນຈຸ​ເຂົ້າ​ໃນ​ກົດໝາຍ​ປິ່ນປົວສະບັບ​ປັບປຸງເລກ​ທີ 58/​ສພຊ ລົງ​ວັນ​ທີ 24 ທັນວາ 2014 ມີ 10 ໝວດ 76 ມາດຕາ ແລະ ໄດ້​ກຳນົດ​ເອົາ​ວັນທີ 18 ມິຖຸນາ​ຂອງ​ທຸກປີ​ເປັນ​ວັນ​ແພດ​ລາວ.

ການ​ສະເຫຼີມສະຫຼອງ​ວັນ​ແພດລາວ​ຄັ້ງ​ນີ້ ເພື່ອ​ເປັນ​ການ​ປູກ​ຈິດສຳນຶກ​ໃຫ້​ແກ່​ພະນັກງານ​ແພດ​​ໝໍ-ພະຍາບານ ພະນັກງານ​ສາ​ທາລະນະ​ສຸກ​ລາວ ໄດ້​ສືບ​ທອດ​ຮ່ຳຮຽນ​ເອົາ​ແບບຢ່າງ​ອັນ​ດີງາມຂອງ​ແພດ​ໝໍ ແລະ ພະນັກງານສາທາລະນະ​ສຸກ​ຮຸ່ນ​ກ່ອນ ​ອອກແຮງ​ເຝິກຝົນ​ຫຼໍ່​ຫຼອມ​ສ້າງ​ຕົນເອງ​ໃຫ້​ພຽບ​ພ້ອມ​ໄປ​ດ້ວຍ​ຄຸນ​ສົມບັດ ຈັນຍາທຳ​ວິຊາ​ຊີບ ແລະ ຄວາມ​ຊຳນານ​ງານ​ດ້ານ​ວິຊາ​ສະເພາະ ເພື່ອ​ກາຍເປັນ​ແພດ​ແຫ່ງຊາດ ແລະ ແພດ​ປະຊາຊົນ ສົມກຽດ​ສັກ​ສີ​ທີ່​ວ່າ: ເປັນ​ນັກຮົບເສື້ອ​ຂາວ​ປະຕິວັດ​ຂອງ​ພັກປັດ​ຈຸບັນ ພະນັກງານ​ສາທາລະນະ​ສຸກມີ 19.584 ຄົນ ຍິງ 12.370 ຄົນ ໃນ​ນັ້ນຢູ່​ຂັ້ນ​ສູນ​ກາງ 3.744 ຄົນ ຂັ້ນ​ແຂວງ 4.562 ຄົນ ຂັ້ນ​ເມືອງ 7.136 ຄົນ ແລະ ສຸກສາລາ 4.262 ຄົນ.

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA