ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ລາວຕຸງເມິງການຢາ-ອາຫານ ໄດ້ຮັບໃບຢັ້ງຢືນ GMP
ປະກາດໂດຍ: ອາໂນມາ ວົງຄໍາສີ, ວັນທີ: 28/07/2017

ລາວຕຸງເມິງການຢາ-ອາຫານ ໄດ້ຮັບໃບຢັ້ງຢືນ GMP

ບົດຂ່າວໄດ້ມາຈາກເວບໄຊໜັງສືພິມ ວຽງຈັນໃໝ່ 28/07/2017

 

ກົມ​ອາຫານ ແລະ ຢາ ກະຊວງ​ສາທາລະນະ​ສຸກ ຈັດ​ພິທີມອບ​ໃບຢັ້ງຢືນ​ການ​ຜະລິດ​ທີ່​ດີ (GMP) ໃຫ້​ໂຮງງານ​ຜະລິດ​ຢາ ບໍລິ​ສັດ ​ລາວ​ຕຸງ​ເມິງ​ການ​ຢາ ແລະ ອາຫານ​ ຈຳກັດ ​ຂຶ້ນ ວັນ​ທີ 26 ກໍລະ​ກົດ 2017 ຢູ່​ຮ້ານ​ອາຫານ​ຟູມານ​ໂຫຼ ນະຄອນຫຼວງ​ວຽງ​ຈັນ ເຊິ່ງ​ມອບ​ໂດຍ​ທ່ານ ຮອງສາດສະດາຈານ ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ກະຊວງສາທາ​ລະນະ​ສຸກ ແລະ ຮັບ​ໂດຍ​ທ່ານ ຟ້ານ​ກົວ​ກວ່າງ ປະທານ​ສະພາບໍລິຫານບໍລິສັດ ລາວ​ຕຸງ​ເມິງການ​ຢາ ແລະ ອາຫານ​ ຈຳກັດ ມີທ່ານ ຮອງສາດສະດາຈານ ດຣ. ພູທອນ ເມືອງ​ປາກ ຮອງລັດຖະມົນຕີ​ກະຊວງ​ສາທາລະນະສຸກ ທ່ານ ສົມ​ທະວີ ຈາງ​ວິ​ສົມມິດ ຫົວໜ້າ​ກົມ​ອາຫານ ແລະ ຢາ ພ້ອມ​ດ້ວຍ​ຄະນະ​ບໍລິຫານ​ບໍລິ​ສັດ ​ລາວ​ຕຸງ​ເມິງ​ການ​ຢາ ແລະ ອາຫານ ​ຈຳກັດ ແລະ ແຂກ​ຖືກເຊີນ​ເຂົ້າ​ຮ່ວມຈາກໂຮງງານໝໍມະໂນສົດ, ໂຮງໝໍມິດຕະພາບ.

GMP ແມ່ນ​ຫຼັກການ​ການ​ຜະລິດ​ຢາ​ທີ່​ດີ ທີ່​ສາກົນ​ຮອງ​ຮັບ ແລະ ເປັນ​ໜຶ່ງ​ໃນ​ນະໂຍບາຍ​ທີ່ສຳຄັນ​ຂອງ​ກະຊວງ​ສາທາລະນະສຸກ ໃນ​ການ​ສົ່ງເສີມ​ການ​ຜະລິດຢາ​ພາຍ​ໃນ​ໃຫ້​ໄປ​ຕາມ​ຫຼັກການດັ່ງກ່າວ ເປັນ​ພາກສ່ວນ​ຂອງ​ຫຼັກການ​ການ​ຮັບຮອງ​ຄຸນະພາບ ມາດຕະຖານ​ຂອງ​ຢາ​ທີ່​ຜູ້​ຜະລິດຢາ ເປັນ​ຜູ້​ຢືນຢັນ​ວ່າ​ຢາ​ທີ່​ໄດ້​ຮັບອະນຸຍາດ​ໃຫ້​ຜະລິດ​ອອກ​ສູ່​ຕະຫຼາດ​ ໄດ້​ປະຕິບັດ​ຕາມ​ຂັ້ນ​ຕອນ ແລະ ມາດຕະຖານ​ທີ່​ກຳນົດ​ໄວ້ຢ່າງ​ຄົບ​ຖ້ວນ​ຖືກຕ້ອງ ແລະ ເຂັ້ມງວດ ບໍລິສັດ ​ລາວ​ຕຸງ​ເມິງ​ການ​ຢາ ແລະ ອາຫານ ​ຈຳກັດ ເປັນ​ວິ​ສາຫະ​ກິດ​ຮຸ້ນ​ສ່ວນ​ຂອງ​ນັກ​ລົງທຶນລາວ ແລະ ນັກ​ລົງທຶນ​ຈີນ ໄດ້ສ້າງຕັ້ງ​ປີ 2012 ແລະ ໄດ້​ຮັບ​ອະນຸ​ຍາດ​ຂຶ້ນ​ທະບຽນ​ວິຊາ​ຊີບເພສັດ​ຊະ​ກຳ ປີ 2013 ມູນ​ຄ່າ​ການລົງທຶນ 12,58 ລ້ານ​ໂດ​ລາ​ສະຫະລັດ ຫຼື ປະມານ 100,64 ຕື້​ກີບ ຫຼັງ​ຈາກ​ໄດ້​ຮັບຮອງ​ເອົາ​ແຜນຜັງ ແລະ ໂຄງ​ສ້າງ ທາງ​ບໍລິສັດ​ກໍ່​ໄດ້ສືບຕໍ່​ຮ່ວມ​ມື​ກັບ​ຄະນະ​ຮັບ​ຜິດຊອບ GMP ເພື່ອ​ສ້າງ ແລະ ປັບປຸງ​ລະບົບ​ປະກັນ​ຄຸນະພາບ​ຂອງຢາ​ຕາມ​ຫຼັກການ​ຜະລິດ​ຢາ ເປັນຕົ້ນ ປະກອບ​ບຸ​ຄະລາ​ກອນ​ທີ່​ມີວຸດ​ທິ​ສຳລັບ​ການ​ຄວບ​ຄຸມ​ການຜະລິດ ແລະ ຄວບ​ຄຸມ​ຄຸນະພາບ ພ້ອມ​ທັງ​ໄດ້​ສ້າງ​ເອກະສານ​ຄູ່​ມືການ​ປະຕິບັດ​ງານ​ຕ່າງໆ​ຢ່າງ​ຄົບຖ້ວນ.

ໃນ​ໂອກາດ​ຄົບຮອບ 5 ປີ ການ​ສ້າງຕັ້ງ​ບໍລິສັດ ແລະ ການໄດ້​ຮັບ​ໃບຢັ້ງຢືນ GMP ຄັ້ງ​ນີ້ ບໍ​ລິສັດ​ ລາວ​ຕຸງ​ເມິງ​ການ​ຢາ ແລະ ອາຫານ ຈຳກັດ ຍັງ​ໄດ້​ມອບ​ຢາປົວ​ພະຍາດ ລວມ​ມູນ​ຄ່າ 200.050 ໂດ​ລາ​ສະຫະລັດ ຫຼື ປະມານ 1,6 ຕື້​ກີບ ເປັນ​ຄັ້ງ​ທຳ​ອິດ ໃຫ້​ກົມ​ອາຫານ ແລະ ຢາ ເພື່ອ​ຊ່ວຍ​ປັບປຸງ​ຄຸ​ນະພາບ​ຊີວິດ​ຂອງ​ປະຊາຊົນ​ລາວ ໃນໂຄງ​ການ “ເພື່ອ​ສຸຂະພາບ​ທີ່​ດີ​ຂອງປວງ​ຊົນ” ຕື່ມ​ອີກ.

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA