International Labour's Day, Anniversary's 137 years (01/05/1886-01/05/2023 ; International Children and National Planting's Day, Anniversary's 73 years (01/06/1950-01/06/2023) ; Laos Nurse Days , Anniversary's 58 years(18/06/1965-18/06/2023) ; Former President Souphanouvong's Birthday, Anniversary's 113 years (13/07/1909-13/07/2023) ; Lao Woman Union's Day 20/7/2023 ; National Constitution's Day, Anniversary's 32 years (15/08/1991-15/08/2023); Uprising's Day, Anniversary's 48 years (23/08/1975-23/8/2023) LAO ENG   
 
 
 
 
 
 
 
 
 

Visitors Statistics
 Now Online 12
 Today 67
 Yesterday 2,260
 This Month 12,913
 Last Month 46,722
 This Year 213,818
 Last Year 167,903
 Total Visitors 818,461
  FOOD AND DRUG DEPARTMENT NEWS & ACTITIVITIES
 
ກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວ
Posted By: ກີລາ ບູນປະເສີດ, Date: 08/06/2022

 

ໃນວັນທີ 20\5\2022 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກະກຽມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວຂຶ້ນ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກົມອາຫານ ແລະ ຢາ, ສາຍອາຫານ ແລະ ຢາ ແລະ ພະນັກງານບຳນານອາວຸໂສທີ່ມີປະສົບການດ້ານຢາເຂົ້າຮ່ວມ 20 ກ່ວາທ່ານ.

ກອງປະຊຸມຄັ້ງນີ້ ແມ່ນມີຈຸດປະສົງເພື່ອປຶກສາຫາລື ແລະ ລະດົມຄວາມຄິດເຫັນ ໃນການລິເລີ້ມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວ ເພື່ອສົ່ງເສີມ ແລະ ພັດທະນາວິຊາຊີບການຢາ ໃຫ້ດີຂຶ້ນ ເຊິ່ງທີ່ປະຊຸມແມ່ນເຫັນດີໃຫ້ມີການລິເລີ້ມກະກຽມສ້າງຕັ້ງ, ແຕ່ຄວນແຍກສະພາວິຊາຊີບເພສັດຊະກຳອອກ ຕ່າງ ຫາກ ໂດຍບໍ່ລວມຢູ່ໃນຄະນະສະພາວິຊາຊີບການປິ່ນປົວ. ນອກນັ້ນກໍ່ໄດ້ຄັດເລືອກບຸກຄະລາກອນ ເພື່ອປະກອບເປັນຄະນະກະກຽມ ແລະ ກອງເລຂາເພື່ອລະດົມ ຂົນຂວາຍ ແລະ ສະເໜີສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະສະມາຄົມເພສັດຊະກອນ ໂດຍມອບໃຫ້ກົມອາຫານ ແລະ ຢາ ແລະ ຄະນະເພສັຊສາດ, ມະຫາວິທະຍາໄລ ວິທະຍາສາດ ສາທາ ລະນະສຸກ ເປັນຫຼັກ ໂດຍປະກອບມີ ຫົວໜ້າສະຖາບັນ, ສູນ, ກອງ ແລະ ໂຮງງານຜະລິດຢາ ຕາມສາຍອາຫານ ແລະ ຢາ ແລະ ພະນັກງານບຳນານອາວຸໂສ ທີ່ມີປະສົບການດ້ານວຽກງານການຢາ ເປັນທີ່ປຶກສາ ແລະ ປະກອບເຂົ້າເປັນຄະນະໃນການກະກຽມບຸກຄະລາກອນ, ພາລະບົດບາດ ແລະ ລະບຽບການ ເພື່ອນຳສະເໜີຂໍອະນຸມັດສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະສະມາຄົມເພສັດຊະກອນໃຫ້ໄດ້ຮັບຮອງ ແລະ ປະກາດສ້າງຕັ້ງໃນອານາຄົດໃກ້ໆນີ້. ນອກຈາກນັ້ນ ທີ່ປະຊຸມຍັງນຳສະເໜີຄວນກະກຽມສ້າງຕັ້ງສະມາຄົມ ວິທະຍາສາດ ແລະ ເຕັກໂນໂລຊີທາງດ້ານອາຫານຕື່ມອີກເພາະບັນດາປະເທດສະມາຊິກອາຊຽນແມ່ນມີສະມາຄົມດັ່ງກ່າວໝົດ ເພື່ອພັດທະນາວຽກງານອາຫານ.

 

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA