ພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ປີ 2024
ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2024 ກົມອາຫານ ແລະ ຢາ ໄດ້ ຈັດພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ໃຫ້ກຽດເປັນປະທານ ແລະ ເປີດພິທີ ໂດຍ ທ່ານ ປອ.ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ຊຶ່ງທ່ານປະທານໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນຄວາມປອດໄພອາຫານໂລກ ດັ່ງລາຍລະອຽດຕໍ່ໄປນີ້:
ວັນຄວາມປອດໄພອາຫານໂລກໄດ້ຖືກຮັບຮອງໂດຍຄະນະກໍາມາທິການມາດຕະຖານອາຫານໂລກໃນປີ 2018 ພາຍໃຕ້ການຮ່ວມມືລະຫວ່າງ ອົງການອາຫານ ແລະ ການກະສິກໍາຂອງສະຫະປະຊາຊາດ (FAO) ແລະ ອົງການອະນາໄມໂລກ (WHO) ຫຼື ກົດລະຫັດອາຫານສາກົນ (Codex Alimentarius) ໄດ້ກຳນົດເອົາວັນທີ 7 ມີຖຸນາ ຂອງແຕ່ລະປີ ເປັນ “ວັນຄວາມປອດໄພອາຫານໂລກ (World Food Safety Day)’’ ກົມອາຫານ ແລະ ຢາ ຈຶ່ງໄດ້ສະເຫລີມສະຫລອງວັນສໍາຄັນດັ່ງກ່າວຂຶ້ນ ໂດຍຮ່ວມກັບ ອົງການອະນາໄມໂລກ ຕັ້ງແຕ່ປີ 2018 ເປັນຕົ້ນມາ.
ວັນຄວາມປອດໄພອາຫານ ວັນທີ 7 ມິຖຸນາ ໃນທຸກທຸກປີ ໄດ້ເຮັດໃຫ້ເຮົາມີຄວາມຈື່ຈຳວັນທີ່ສຳຄັນຂອງໂລກ ແລະ ຮັບຮູ້ວ່າ ອາຫານປອດໄພ ແມ່ນຄວາມຮັບຜິດຊອບຂອງທຸກຄົນ ຈາກຜູ້ຜະລິດຈົນຮອດຜູ້ບໍລິໂພກ ເພື່ອຮັບປະກັນອາຫານທີ່ຈະບໍລິໂພກໃຫ້ມີຄວາມປອດໄພ ແລະ ເຮັດໃຫ້ມີສຸຂະພາບທີ່ດີ. ເຖີງຢ່າງໃດກໍ່ຕາມອາດຈະມີບາງກໍລະນີທີ່ບໍ່ຄາດຄິດເກີດຂຶ້ນໄດ້ ຊື່ງພວກເຮົາຈະໄດ້ກຽມພ້ອມປະຕິບັດບາງຢ່າງ ເພື່ອຫລີກລ້ຽງການເຈັບເປັນນັ້ນ. ກໍລະນີຄວາມປອດໄພອາຫານອາດມີຕັ້ງແຕ່ລະດັບເລັກນ້ອຍ ຈົນເຖິງລະດັບສາກົນ, ຈາກໃນຄົວເຮືອນ, ຮ້ານອາຫານ, ການຮຽກເກັບຄືນອາຫານທີ່ປົນເປື້ອນຈາກໂຮງງານຜະລິດອາຫານ,ຈາກຜະລິດຕະພັນນຳເຂົ້າ ຫລື ຈາກໄພທຳມະຊາດ. ຄວາມອັນຕະລາຍຂອງອາຫານທີ່ບໍ່ຖືກກວດພົບໃນດ່ານຊາຍແດນ ມີການເພີ້ມຂຶ້ນໄປໃນຕະຫລາດທົ່ວໂລກ ຈະເຮັດໃຫ້ຄວາມສ່ຽງທີ່ເປັນສາເຫດໃຫ້ອາຫານບໍ່ປອດໄພ ໄດ້ເພີ່ມທະວີຂຶ້ນຢ່າງຫລວງຫລາຍ ແລະ ຈາກບັນຫາທ້ອງຖິ່ນກະຈາຍໄປເປັນບັນຫາຮີບດ່ວນຂອງໂລກ. ສະນັ້ນ ຄໍາຂວັນໃນປີ 2024 ແມ່ນ “ການກຽມພ້ອມໃນກໍລະນີສຸກເສີນດ້ານອາຫານ (Food safety: prepare for the unexpected).
ຂໍ້ມູນຈາກອົງການອະນາໄມໂລກພົບວ່າ ໃນທົ່ວໂລກມີຄົນເຈັບປ່ວຍຍ້ອນພະຍາດທີ່ເກີດຈາກອາຫານ ສະ ເລ່ຍປະມານ 600 ລ້ານຄົນຕໍ່ປີ, ເສຍຊີວິດ 420,000 ຄົນຕໍ່ປີ, ໃນຂະນະທີ່ຢູ່ພາກພື້ນອາຊີ ແລະ ປາຊີຟິກ ມີຄົນເຈັບປ່ວຍຍ້ອນພະຍາດທີ່ເກີດມາອາຫານເຖິງ 275 ລ້ານຄົນຕໍ່ປີ, ຄົນເຈັບເລົ່ານີ້ຈ່າຍຄ່າການຮັກສາສຸຂະພາບ ບໍ່ສາ ມາດເຮັດວຽກໄດ້ຢ່າງເຕັມສ່ວນ ເຮັດໃຫ້ເກີດການສູນເສຍລາຍໄດ້ ຂໍ້ມູນນີ້ສະທ້ອນເຖິງບັນຫາສຸຂະພາບສາທາລະ ນະຢ່າງຊັດເຈນ. ອາຫານທີ່ປົນເປື້ອນ ສາເຫດຕົ້ນຕໍແມ່ນມາຈາກການຈັດການອາຫານທີ່ບໍ່ຖືກສຸຂະອະນາໄມເຊັ່ນ: ອາຫານແຄມທາງ, ອາຫານໃນຕະຫຼາດ ທີ່ຂາຍມາເປັນເວລາຫຼາຍຊົ່ວໂມງ ໃນສະພາບອາກາດຮ້ອນ, ອາຫານບໍ່ສຸກ ແລະ ບໍ່ໄດ້ຮັກສາໄວ້ຕູ້ເຢັນ. ເມື່ອຜູ້ບໍລິໂພກກິນອາຫານທີ່ປົນເປື້ອນ ເຂົ້າໄປໃນຮ່າງກາຍຈະເຮັດໃຫ້ເຈັບປ່ວຍ ຫຼື ເຖິງຂັ້ນເສຍຊີວິດໄດ້.
ໃນ ສປປ ລາວ ຈາກຂໍ້ມູນຂອງລະບົບເຝົ້າລະວັງ 19 ພະຍາດ ໄດ້ມີພະຍາດຖອກທ້ອງເກີດຂຶ້ນ 95,375 ກໍລະນີ ໃນແຕ່ລະປີ ແລະ 25 ກໍລະນີເສຍຊີວິດ. ກໍລະນີຖອກທ້ອງເປັນເລືອດ ມີ 21,786 ກໍລະນີ ,1 ກໍລະນີເສຍຊີວິດ. ເບື່ອອາຫານ 3,111 ກໍລະນີ ແລະ 7 ກໍລະນີເສຍຊີວິດ.
ພວກເຮົາຈະເຮັດແນວໃດ ໃນການກະກຽມຄວາມພ້ອມ ເພື່ອຮັບມືກັບກໍລະນີອາຫານບໍ່ປອດໄພ ທີ່ອາດຈະເກີດຂຶ້ນໂດຍບໍ່ຄາດຄິດ?
ການປະສານງານ ແລະ ການຮ່ວມມືທີ່ດີຂອງທຸກພາກສ່ວນ ແມ່ນສີ່ງສຳຄັນຕົ້ນຕໍໃນການຮັບມືກັບບັນຫາຄວາມປອດໄພອາຫານໃນປະເທດ.
ພາກສ່ວນລັດຖະບານ ຕ້ອງສ້າງ ຫລື ປັບປຸງແຜນງານຕອບໂຕ້ ດ້ານຄວາມປອດໄພອາຫານ, ສ້າງຄວາມເຂັ້ມແຂງໃນລະບົບຄຸ້ມຄອງຄວາມປອດໄພອາຫານພາຍໃນປະເທດ, ເພີ່ມທະວີສ້າງຄວາມອາດສາມາດຂອງລະບົບເຝົ້າລະວັງ, ການປະສານງານ ແລະ ປັບປຸງການສື່ສານລະຫວ່າງຜູ້ຜະລິດ ແລະ ປະຊາຊົນ ກ່ຽວກັບຂໍ້ມູນຂອງຜະລິດຕະພັນອາຫານ.
ສຳລັບພາກສ່ວນທຸລະກິດອາຫານຈະຕ້ອງໄດ້ປັບປຸງລະບົບຄຸ້ມຄອງຄວາມປອດໄພອາຫານ, ຖອດຖອນບົດຮຽນ ແລະ ເຮັດວຽກຮ່ວມກັນກັບບັນດາຫົວໜ່ວຍທຸລະກິດ ແລະ ການສື່ສານຂໍ້ມູນດ້ານອາຫານໃຫ້ຜູ້ບໍລິໂພກ.
ສຳລັບຜູ້ບໍລິໂພກ ຕ້ອງໄດ້ຮູ້ກ່ຽວກັບການລາຍງານ ແລະ ຕອບໂຕ້ ໃນກໍລະນີອາຫານບໍ່ປອດໄພ, ມີຄວາມເຂົ້າໃຈຕໍ່ຄວາມຮ້າຍແຮງຂອງເຫດການທີ່ບໍ່ອາດຄາດຄະເນໄດ້ໃນຄົວເຮືອນ ແລະ ການຕອບໂຕ້.
ໃນກໍລະນີເກີດມີເຫດການດ້ານຄວາມປອດໄພອາຫານ ສິ່ງສໍາຄັນຈະຕ້ອງໄດ້ປະຕິບັດມີດັ່ງນີ້:
1 ຕ້ອງມີຄວາມກຽມພ້ອມເປັນອັນຕົ້ນຕໍ;
2 ການຮ່ວມມືຫລາຍໆ ພາກສ່ວນ ເພື່ອການຕອບໂຕ້ຢ່າງມີປະສິດທິຜົນ;
3 ການແລກປ່ຽນຂໍ້ມູນຢ່າງທັນດ່ວນເພື່ອຊ່ວຍເຫລືອຊີວິດ;
4 ການສື່ສານພົວພັນເພື່ອຄວາມໝັ້ນໃຈໃນການສະຫນອງອາຫານ;
5 ມີລະບົບຄຸ້ມຄອງຄວາມປອດໄພອາຫານທີ່ດີ ເພື່ອປົກປ້ອງຜູ້ບໍລິໂພກ;
6 ປະຕິບັດການຢ່າງເດັດຂາດເພື່ອປົກປ້ອງຜູ້ບໍລິໂພກ;
7 ໃຫ້ຖືວ່າທຸກຄົນແມ່ນຜູ້ຄຸ້ມຄອງຄວາມສ່ຽງ.
ສະນັ້ນ, ຈື່ງຂໍຮຽກຮ້ອງມາຍັງທ່ານ ທຸກພາກສ່ວນ ທັງພາກລັດ, ເອກະຊົນ ແລະ ພໍ່ແມ່ພີ່ນ້ອງ ໃຫ້ຮ່ວມມືກັນເພື່ອປ້ອງກັນບໍ່ໃຫ້ມີການເກີດກໍລະນີ ຫລື ຫລຸດຜ່ອນພະຍາດ ທີ່ເກີດຈາກອາຫານເພື່ອປະກອບສ່ວນໃນການຮັກສາສຸຂະພາບ ເພາະອາຫານຈະປອດໄພແມ່ນຫນ້າທີ່ຂອງຫມົດທຸກຄົນ.
|