Lao Junior People’s Revolutionary’s Union 14/04/1955-14/04/2024; International Labour’s Day01/05/1886-01/05/2024; International Children and National Planting’s Day 01/06/1950-01/06/2024 ; Laos Doctors Day 18/06/1965-18/06/1965 LAO ENG   
 

Food & Drug Department, News & Activities

 
ພິທີເປີດໂຄງການສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດອຸປະກອນການແພດໃນ ສປປ ລາວ ເພື່ອຕອບໂຕ້ການລະບາດຂອງໂຄວິດ-19
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 30/11/2022 12:14:14

ໃນວັນທີ 24 ພະຈິກ 2022, ກົມອາຫານ ແລະ ຢາ ຮ່ວມກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ລັດວິສາຫະກິດ ໂຮງງານຜະລິດຢາ ເລກ 3 ໄດ້ຈັດພິທີເປີດໂຕກະກຽມສະຖານທີ່ຮອງຮັບການຕິດຕັ້ງເຄື່ອງຈັກຜະລິດຜ້າອັດປາກ-ດັງ ແລະ ເຈວລ້າງມືທີ່ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ 3. ພິທີການດັ່ງກ່າວໄດ້ຈັດຂື້ນທີ່ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາ ເລກ 3 ເຊິ່ງໄດ້ຮັບກຽດເຂົ້າຮ່ວມ ພິທີ ແລະ ມີຄໍາເຫັນ ໂດຍມີທ່ານ ປອ ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ທ່ານ ຫານ ເຢະ ເລຂາໂທ ຫ້ອງການເສດຖະກິດ ແລະ ການຄ້າ ສະຖານເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ປະຊາຊົນ ຈີນ ປະຈຳ ສປປ ລາວ, ທ່ານ Abduvakkos Abdurahmanov ຫົວໜ້າໜ່ວຍງານບໍລິຫານຈັດການຊັບພະຍາກອນທຳມະຊາດ, ການປ່ຽນແປງສະພາບອາກາດ ແລະ ຫຼຸດຜ່ອນຄວາມສ່ຽງໄພພິບັດ, ຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາ ສປປ ລາວ, ທ່ານ ດຣ. ພູຂົງ ໂຈມມາລາ  ຮອງຜູ້ອຳນວຍການ ລັດວິສາຫະກິດ ບໍລິສັດລັດວິສາຫະກິດ ໂຮງງານຜະລິດຢາເລກ 3. ພິທິດັ່ງກ່າວ ໄດ້ມີບັນດາ ຄະນະພະແນກ, ຄະນະຂະແໜງ, ຄະນໜ່ວຍງານ ແລະ ວິຊາການ ທີ່ມາຈາກກົມອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ  ແລະ ພະນັກງານ ລັດວິສາຫະກິດໂຮງງານຜະລິດຢາເລກ 3.

More »

ກອງປະຊຸມ ທົບທວນການຈັດຕັ້ງ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2012-2015) ແລະ ປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2023-2030)
Posted by: ທ້າວ ຊົ່ງ, date: 23/11/2022 07:31:57

ໃນລະຫວາງວັນທີ 16-17 ພະຈິກ 2022 ທີ່ ໂຮງແຮມດອນຈັນ ພາເລດ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມທົບທວນ ການຈັດຕັ້ງປະຕິບັດ ຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງ (2012-2015) ແລະ ປຶກສາຫາລື ຮ່າງຍຸດທະສາດແຫ່ງຊາດດ້ານຢາພື້ນເມືອງສໍາລັບຊຸ່ມປີຕໍ່ໜ້າ (2023-2030) ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມ ໄດ້ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຈາກພາກສ່ວນຕ່າງໆ ເຊັ່ນ: ຫ້ອງການກະຊວງສາທາລະນະສຸກ, ກົມຈັດຕັ້ງ-ພະນັກງານ, ກົມອາຫານ ແລະ ຢາ, ກົມປິ່ນປົວ ແລະ ຟື້ນຟະໜ້າທີ່ການ, ຫ້ອງການປະກັນສຸຂະພາບສະຖາບັນການແພດ ແລະ ການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ, ກອງກວດກາອາຫານ ແລະ ຢາ, ມະຫາວິທະຍາໄລວິທະຍາສາດສຸຂະພາບ, ຄະນະເພສັຊສາດ, ບັນດາທ່ານຫົວໜ້າ, ຮອງຫົວໜ້າອຳນວຍການໂຮງໝໍ ແລະ ຫົວໜ້າຂະແໜງການຢາໂຮງໝໍ ຈາກ 7 ໂຮງໝໍສູນກາງ, ຄະນະອໍານວຍການລັດວິສາຫະກິດໂຮງງານຜະລິດຢາ ແລະ 2 ແລະ ເລກ 3. ນອກຈາກນີ້ ມີທ່ານ Dr Jae Kyoun KIM ຈາກ ອົງການອະນາໄມໂລກພາກພື້ນປາຊີຟິກ ຕາເວັນຕົກ (WPRO) ພ້ອມດ້ວຍຜູ້ປະສານງານດ້ານຢາ ຈາກ ອົງການອະນາໄມໂລກປະຈໍາ ສປປ ລາວ ແລະ ຊ່ຽວຊານທີ່ປຶກສາກ່ຽວກັບການປັບປຸງຍຸດທະສາດດັ່ງກ່າວ, ມີຫົວໜ້າພະແນກ, ຮອງພະແນກ ແລະ ວິຊາການການທີ່ກ່ຽວຂ້ອງ ພາຍໃນກົມອາຫານ ແລະ ຢາ ລວມທັງ 40 ທ່ານ. 

More »

ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX
Posted by: ສຸກສົມຄວນ ຈັນທະມາດ, date: 21/10/2022 12:35:10

ກອງປະຊຸມອາຫານ ແລະ ຢາທົ່ວປະເທດ ຄັ້ງທີ IX ຂຶ້ນ ພາຍໃຕ້ ຄໍາຂວັນ “ສ້າງຄວາມເຂັ້ມແຂງວຽກງານຄຸ້ມຄອງ, ຊຸກຍູ້-ສົ່ງເສີມ ການຜະລິດອາຫານ, ຢາ ແລະ ຜະລິຕະພັນການແພດ ໃຫ້ມີຄຸນນະພາບ ແລະ ມີຄວາມປອດໄພ ເພື່ອນໍາໃຊ້ພາຍໃນ ແລະ ສົ່ງອອກ”  ໄດ້ຈັດຂຶ້ນໃນວັນທີ  6 – 7 ຕຸລາ 2022 ທີ ໂຮງແຮມດອນຈັນ ພາເລດ, ນະຄອນຫຼວງວຽງຈັນ ໄດ້ຮັບກຽດຮ່ວມເປັນປະທານ ໂດຍ ທ່ານ ປອ. ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ມີຜູ້ແທນເຂົ້າຮ່ວມ ທັງຫມົດ ຈຳນວນ 147  ທ່ານ, (ເປັນຍິງ ຈຳນວນ 59 ທ່ານ) ເຊິ່ງມາຈາກພາກສ່ວນຕ່າງໆ ເຊັ່ນ: ພະນັກງານອະວຸໂສບໍານານ ອະດີດການນໍາຂອງກະຊວງສາທາລະນະສຸກ, ຫ້ອງການກະຊວງ, ກົມ, ສະຖານບັນ, ມະຫາວິທະຍາໄລ, ສູນ, ກອງ, ໂຮງໝໍຂັ້ນສູນກາງ ອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ນະຄອນຫຼວງວຽງຈັນ ແລະ ຈາກຂະແໜງການທີ່ກ່ຽວຂ້ອງຂັ້ນສູນກາງ ເຊັ່ນ: ກົມຕໍາຫລວດສິ່ງແວດລ້ອມ, ກົມຕໍາຫລວດຄວບຄຸມ ແລະ ສະກັດກັ້ນຢາເສບຕິດ, ກົມເສນາຮັກ (ກະຊວງປ້ອງກັນຄວາມສະງົບ), ກົມເສນາຮັກ (ກະຊວງປ້ອງກັນຊາດ) ກະຊວງກົມບໍ່ແຮ່ (ກະຊວງພະລັງງານ ແລະ ບໍ່ແຮ່), ກົມການນຳເຂົ້າ-ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ, ກົມມາດຕະຖານ ແລະ ວັດແທກ, ກົມຄຸ້ມຄອງອຸດສະຫະກໍາ ແລະ ຫັດຖະກຳ, ກົມການຄ້າພາຍໃນ, (ກະຊວງອຸດສາຫະກຳ ແລະ ການຄ້າ), ກົມສື່ມວນຊົນ (ກະຊວງຖະແຫຼງຂ່າວ ວັດທະນາທໍາ ແລະ ທ່ອງທ່ຽວ), ກົມພາສີ (ກະຊວງການເງິນ), ກົມປູກຝັງ, ກົມລ້ຽງສັດ, ກົມປ່າໄມ້ (ກະຊວງກະສິກໍາ ແລະ ປ່າໄມ້), ມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ເຊັ່ນ: WHO, UNFPA, UNDP WB, ADB, CHAI, UNICEF, FAO, EU ແລະ ພາກສ່ວນທຸລະກິດຜະລິດດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ.

More »

ກອງປະຊຸມແລກປ່ຽນ ແລະ ຖອດຖອນບົດຮຽນວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ
Posted by: ກີລາ ບູນປະເສີດ, date: 12/07/2022 12:59:51

ກອງປະຊຸມແລກ​ປ່ຽນ ແລະ ຖອດ​ຖອນ​ບົດ​ຮຽນ​ວຽກ​ງານ​ຄຸ້ມ​ຄອງ​ອາ​ຫານ, ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ ລະ​ຫວ່າງ ​ສາຍ​ແຜນ​ງານ​ອາ​ຫານ ແລະ ຢາ ແລະ ຂະ​ແໜງອາ​ຫານ ແລະ  ຢາ​ ນະ​ຄອນ​ຫຼວງໄດ້ຈັດຂຶ້ນໃນວັນທີ 30 ມີຖຸນາ 2022 ຢູ່ທີ່ພະແນກສາທາລະນະສຸກນະຄອນຫຼວງ ໂດຍການເປັນປະທານຮ່ວມຂອງທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກ ນະຄອນຫຼວງວຽງຈັນ. ກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ 35 ທ່ານ ທີ່ມາຈາກ ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ອາຫານ ແລະ ຢາເມືອງສີໂຄດຕະບອງ, ນາຊາຍທອງ, ໄຊເຊດຖາ,  ແລະ ເມືອງໄຊທານີ.

 

More »

ກອງປະຊຸມຝຶກອົບຮົມຫຼັກການການຜະລິດທີ່ດີ (Good Manufacturing Practice, GMP) ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງ ແລະ ການຜະລິດຜະລິດຕະພັນຢາທັງຈາກພາກລັດ ແລະ ເອກະຊົນ
Posted by: ກີລາ ບູນປະເສີດ, date: 01/07/2022 08:37:42

ກອງປະຊຸມຝຶກອົບຮົມຫຼັກການການຜະລິດທີ່ດີ (Good Manufacturing Practice, GMP) ໃຫ້ແກ່ພະນັກງານທີ່ກ່ຽວຂ້ອງໃນວຽກງານຄຸ້ມຄອງ ແລະ ການຜະລິດຜະລິດຕະພັນຢາທັງຈາກພາກລັດ ແລະ ເອກະຊົນ ວັນທີ 28-29 ມິຖຸນາ 2022

More »

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “
Posted by: ກີລາ ບູນປະເສີດ, date: 21/06/2022 10:45:02

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ Dr. Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ; ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຄື: ຜູ້ຕາງໜ້າອົງການອະນາໄມໂລກ (WHO), ອົງການອາຫານ ແລະ ການກະເສດ (FAO), ຫ້ອງການກະຊວງສາທາລະນະສຸກ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ກົມມາດຕະຖານ ແລະ ວັດແທກ, ກົມນຳເຂົ້າ-ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຜູ້ປະກອບການດ້ານອາຫານ ແລະ ຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ.

 

More »

ກອງປະຊຸມສົ່ງເສີມອາຫານທີ່ຄວາມປອດໄພ, ໄດ້ຈັດຂື້ນວັນທີ 7 ມິຖຸນາ 2022 ທີ່ ໂຮງແຮມ ລາວພລາຊາ.
Posted by: ກີລາ ບູນປະເສີດ, date: 10/06/2022 21:32:10

ກອງປະຊຸມສົ່ງເສີມອາຫານທີ່ຄວາມປອດໄພ, ໄດ້ຈັດຂື້ນວັນທີ 7 ມິຖຸນາ 2022 ທີ່ ໂຮງແຮມ ລາວພລາຊາ. ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ທ່ານ ສົມຮັກ ວົງວິໄຊ ຮອງຫົວໜ້າ ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ Suriyan Vichitlekarn, Executive Director, Mekong Institute ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ 

More »

ການນຳໃຊ້ຢາເຂົ້າໃນການປີ່ນປົວພະຍາດໂຄວິດ-19
Posted by: ກີລາ ບູນປະເສີດ, date: 10/06/2022 08:08:13

ການນຳໃຊ້ຢາເຂົ້າໃນການປີ່ນປົວພະຍາດໂຄວິດ-19

More »

ປຶກສາຫາລືຮ່າງແຜນຍຸດທະສາດຂອງການພັດທະນາວຽກງານການຢາໂຮງໝໍແຕ່ປີ 2022-2030
Posted by: ກີລາ ບູນປະເສີດ, date: 08/06/2022 13:24:17

ກົມ​ອາ​ຫານ ແລະ ຢາ ໄດ້​ເປີດກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແລະ ລະ​ດົມ​ແນວ​ຄວາມ​ຄິດ​ປະ​ກອບ​ໃສ່​ຮ່າງ​ແຜນ​ຍຸດ​ທະ​ສາດ​​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຢາ​ໂຮງ​ໝໍ ແຕ່​ປີ 2022-2030 ຢູ່​ທີ່​ທ່າ​ລາດ ແຂວງວຽງ​ຈັນ ໃນ​ວັນ​ທີ 23-25 ພຶດ​ສະ​ພາ 2022 ...

More »

ກອງປະຊຸມປຶກສາຫາລືກະກຽມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວ
Posted by: ກີລາ ບູນປະເສີດ, date: 08/06/2022 13:03:00

ໃນວັນທີ 20\5\2022 ກົມອາຫານ ແລະ ຢາໄດ້ເປີດກອງປະຊຸມປຶກສາຫາລື ເພື່ອກະກຽມສ້າງຕັ້ງສະພາວິຊາຊີບເພສັດຊະກຳ ແລະ ສະມາຄົມເພສັດຊະກອນ ໃນ ສປປ ລາວຂຶ້ນ ໂດຍການເປັນປະທານກອງປະຊຸມຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ຊຶ່ງມີຜູ້ເຂົ້າຮ່ວມຈາກກົມອາຫານ ແລະ ຢາ, ສາຍອາຫານ ແລະ ຢາ ແລະ ພະນັກງານບຳນານອາວຸໂສທີ່ມີປະສົບການດ້ານຢາເຂົ້າຮ່ວມ 20 ກ່ວາທ່ານ.

 

More »

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA