International Labour's Day, Anniversary's 137 years (01/05/1886-01/05/2023 ; International Children and National Planting's Day, Anniversary's 73 years (01/06/1950-01/06/2023) ; Laos Nurse Days , Anniversary's 58 years(18/06/1965-18/06/2023) ; Former President Souphanouvong's Birthday, Anniversary's 113 years (13/07/1909-13/07/2023) ; Lao Woman Union's Day 20/7/2023 ; National Constitution's Day, Anniversary's 32 years (15/08/1991-15/08/2023); Uprising's Day, Anniversary's 48 years (23/08/1975-23/8/2023) LAO ENG   
 

Food & Drug Department, News & Activities

 
ກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວ ນຳໃຊ້ທາງການການແພດ ແລະ ເປັນສິນຄ້າ ແລະ ລະບຽບການທີ່ກ່ຽວຂ້ອງ
Posted by: ທ້າວ ຊົ່ງ, date: 04/07/2023 02:15:16

ໃນວັນທີ 23 ມິຖຸນາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວນຳໃຊ້ທາງການແພດ ແລະ ເປັນສິນຄ້າ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ທີ່ໂຮງແຮມດອນຈັນພາເຣດ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມທີ່ສໍາຄັນໃນຄັ້ງນີ້ມີຜູ້ຕາງໜ້າຈາກ ພະແນກຄົ້ນຄ້ວາການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ກົມຕຳຫຼວດຕ້ານ ແລະ ສະກັດກັ້ນຢາເສບຕິດ, ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ກົມທະບຽນວິສາຫະກິດ ກະຊວງອູດສາຫະກຳ ແລະ ການຄ້າ, ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ກະຊວງສາທາລະນະສຸກ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັຊສາດ, ພະແນກການພາຍໃນກົມອາຫານ ແລະ ຢາ  ແລະ ຜູ້ດຳເນີນທຸລະກິດ ລວມທັງໝົດ 49 ທ່ານ.

More »

ກອງປະຊຸມການ ມອບ-ຮັບ ງົບປະມານເພື່ອຈັດຊື້ສານມາດຕະຖານເຂົ້້າໃນວຽກງານວິໃຈ ຢາເສບຕິດຈາກ ປກສ ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2023.
Posted by: ທ້າວ ຊົ່ງ, date: 23/06/2023 06:03:41

ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2023 ກົມອາຫານ ແລະ ຢາໄດ້ຈັດຕັ້ງພິທີມອບ-ຮັບງົບປະມານເພື່ອຈັດຊື້້ສານມາດຕະຖານ ລວມມູນຄ່າທັງໝົດ 19,500,000 ກີບ ຈາກ ປກສ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ດຣ ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ພັນໂທ ບຸນມີ ແກ້ວພົມມາ ຮອງຫ້ອງການຕຳຫຼວດ ປກສ ນະຄອນຫຼວງວຽງັນ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ຮອງຫົວໜ້າສູນວິໄຈ ອາຫານ ແລະ ຢາແຫ່ງຊາດ ພ້ອມດ້ວຍພະນັກງານວິຊາການ, ພະນັກງານວິຊາການຈາກກອງບັນຊາການ ປກສ ນະຄອນຫລວງ, ກົມໃຫຍ່ຕຳຫຼວດ, ຫ້ອງການຕຳຫຼວດນະຄອນຫຼວງ ແລະ ພະນັກງານຈາກພະແນກ   ຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສຳອາງ ເຂົ້້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ ລວມທັງໝົດ 13 ທ່ານ.

More »

ກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຢາສະບັບປັບປຸງ
Posted by: ທ້າວ ຊົ່ງ, date: 23/06/2023 05:54:48

ໃນວັນທີ 7-9 ມິຖຸນາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຜ່ານຮ່າງຂໍ້ຕົກລົງວ່າດ້ວຍການຂື້ນທະບຽນຢາສະບັບປັບປຸງ ທີ່ໂຮງແຮມ ວິໄລວົງ, ເມືອງວັງວຽງ, ແຂວງວຽງຈັນ. ໂດຍການເປັນປະທານຮ່ວມຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມ ອາຫານ ແລະ ຢາ ແລະ ດຣ. ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫົວໜ້າກອງກວດກາອາຫານ ແລະ ຢາ ພ້ອມດ້ວຍວິຊາການ, ຕ່າງໜ້າຈາກສູນວິໄຈອາຫານ ແລະ ຢາ, ຕາງໜ້າຈາກສູນສະໜອງຢາ ແລະ ອຸປະກອນການແພດ, ຮອງອຳນວຍການໂຮງງານຜະລິດຢາ ເລກ 2 ແລະ ເລກ 3 ,ຫົວໜ້າ/ຮອງຂະແໜງ ອາຫານ ແລະ ຢານະຄອນຫຼວງ, ແຂວງ ຈໍາປາສັກ, ສະຫວັນນະເຂດ, ວຽງຈັນ, ຫຼວງພະບາງ , ອຸດົມໄຊ ແລະ ຫຼວງນໍ້າທາ ພ້ອມວິຊາການ, ຕາງໜ້າຄະນະເພສັດສາດ ມະຫາວິທະຍາໄລວິທະຍາສາດ ສຸຂະພາບ, ຕ່າງ ຫົວໜ່ວຍທຸລະກິດດ້ານຢາ ແລະ ອຸປະກອນການແພດ,  ຄະນະພະແນກ ແລະ ວິຊາການພາຍໃນກົມອາຫານ ເຂົ້າຮ່ວມລວມທັງໝົດ 75 ທ່ານ

More »

ກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືເນື້ອໃນນິຕິກຳລຸ່ມກົດໝາຍກ່ຽວກັບອຸປະກອນການແພດ 02 ສະບັບ ຢູ່ທີ່ ໂຮງແຮມທະວີສຸກ ເມືອງວັງວຽງ ແຂວງວຽງຈັນ.
Posted by: ທ້າວ ຊົ່ງ, date: 26/04/2023 01:14:21

ໃນວັນທີ 20-21 ເມສາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມຄົ້ນຄວ້າ ແລະ ປຶກສາຫາລືເນື້ອໃນນິຕິກຳລຸ່ມກົດໝາຍກ່ຽວກັບຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນ ແລະ ຈົດແຈ້ງອຸປະກອນການແພດ ແລະ ຮ່າງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງການຜະລິດຢາ ແລະ ອຸປະກອນການແພດ ພາຍໃຕ້ໂຄງການຮ່ວມມືສາມຫລ່ຽມ ສປຈີນ-ອົງການສະຫະປະຊາຊາດເພື່ອການພັດທະນາ ເພື່ຶອໂຕ້ຕອບການລະບາດຂອງພະຍາດໂຄວິດ-19 ໃນອາຊີແລະປາຊີຟິກ. ໂດຍການເປັນປະທານຂອງທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ເຂົ້້າຮ່ວມກອງປະຊຸມໃນຄັ້ງນີ້ມີທ່ານ ອາຈານ ສິລິນມາດ ກາດຈະມາດ ຊ່ຽວຊານດ້ານການຄຸ້ມຄອງອຸປະກອນການແພດ, ສຳນັກງານອາຫານ ແລະ ຢາ ປະເທດໄທ, ຄະນະ ພ້ອມວິຊາການຈາກ ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຫົວໜ້າພ້ອມວິຊາການ ຂະແໜງອາຫານ ແລະ ຢາ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ຈໍາປາສັກ, ອາຫານ ແລະ ຢາເມືອງສີໂຄດຕະບອງ, ໄຊເສດຖາ, ສີສັດຕະນາກ, ຈັນທະບູລີ ແລະ ໄຊທານີ, ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ແລະ ພະນັກງານຈາກ UNDP ເຂົ້າຮ່ວມທັງໝົດ 39 ທ່ານ.

More »

ພິທີເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ
Posted by: ທ້າວ ຊົ່ງ, date: 21/04/2023 09:25:40

ໃນວັນທີ 12 ເມສາ 2023 ກົມອາຫານ ແລະ ຢາໄດ້ເປີດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາທະນາໄລຍະປີ 2016-2020 ແລະ ທິດທາງແຜນການປີ 2021-2025 ໂດຍການເປັນປະທານຂອງ ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ກຳມະການຄະນະພັກກະຊວງ, ຫົວໜ້າກົມອາຫານ ແລະ ຢາ, ມີທ່ານຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ແລະ ພະນັກງານວິຊາການ  ພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ.

More »

ກອງປະຊຸມທາບທາມຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ໃນວັນທີ 27-29 ມີນາ 2023 ເມືອງວັງວຽງ, ແຂວງວຽງຈັນ
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 05/04/2023 19:07:25

ໃນລະຫວ່າງວັນທີ 27-29 ມີນາ 2023 ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ໄດ້ເປີດກອງປະຊຸມທາບທາມຄໍາເຫັນ ໃສ່ຮ່າງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ (ສະບັບສ້າງໃໝ່) ຂຶ້ນທີ່ໂຮງແຮມ ອາມາລີ, ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ດຣ. ໄພວັນ ແກ້ວປະເສີດ, ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ພູມວົງ ບຸນຊູ ກໍາມະການພັກແຂວງ, ຮອງ ເຈົ້າແຂວງ ແຂວງວຽງຈັນ ເພື່ອປຶກສາຫາລື, ທາບທາມດ້ານໂຄງຮ່າງ ແລະ ເນື້ອໃນຂອງກົດໝາຍ ກັບບັນດາຂະແໜງການທີ່ກ່ຽວຂ້ອງຂອງແຂວງ ແລະ ສູນກາງ, ຊຶ່ງກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປເປັນເວລາ 03 ວັນ ໂດຍແບ່ງເປັນ 03 ພາກຄື: ວັນທີ 27 ມີນາ 2023 ແມ່ນໄດ້ປະຊຸມທາບທາມຄຳຄິດເຫັນກັບຜູ້ແທນຈາກ 08 ແຂວງພາກເໜືອ, ວັນທີ 28 ມີນາ 2023 ຈາກ 03 ແຂວງພາກກາງ ແລະ ວັນທີ 29 ມີນາ 2023 ຈາກ 07 ແຂວງພາກໃຕ້. ກອງປະຊຸມທີ່ສໍາຄັນຄັ້ງນີ້ ມີຜູ້ແທນທີ່ເຂົ້າຮ່ວມ ທັງໝົດ 333 ທ່ານ ຈາກພາກສ່ວນ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດ, ທ່ານຜູ້ຕ່າງໜ້າສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 10 (ແຂວງວຽງຈັນ), ທ່ານຜູ້ຕາງໜ້າຈາກສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ຫ້ອງການກະຊວງສາທາລະນະສຸກ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັດສາດ( ມວສ ), ຫົວໜ້າກົມ, ຮອງຫົວໜ້າກົມ ແລະ ພະແນກການພາຍໃນກົມອາຫານ ແລະ ຢາ,  ຫົວໜ້າ/ຄະນະ ຫ້ອງວ່າການແຂວງ, ພະແນກສາທາລະນະສຸກແຂວງ, ພະແນກກະສິກໍາປ່າໄມ້ແຂວງ  17 ແຂວງ ແລະ ນະຄອນຫຼວງໃຫ້ກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້.

More »

ປະຊຸມສຳມະນາກ່ຽວກັບການຝຶກອົບຮົມຄູຝຶກໃນການເຜີຍແຜ່ລະບຽບການກ່ຽວກັບການອະນຸຍາດ ການຜະລິດອຸປະກອນການແພດ, ການປະຕິບັດທີ່ດີທາງດ້ານລະບຽບການ ແລະ ຂໍ້ແນະນຳໃຫ້ແກ່ພະນັກງານ ອາຫານ ແລະ ຢາຂັ້ນສູນກາງ ແລະ ຂັ້ນເມືອງໃນນະຄອນຫຼວງວຽງຈັນ.
Posted by: ວ່າງຈື້ຊົ່ງ ຕົງນາມະວົງ, date: 27/03/2023 11:59:01

ໃນລະຫວ່າງວັນທີ 23-24 ມີນາ 2023 ກົມອາຫານ ແລະ ຢາໄດ້ປະຊຸມສຳມະນາກ່ຽວກັບການຝຶກອົບຮົມຄູຝຶກໃນການເຜີຍແຜ່ລະບຽບການກ່ຽວກັບການອະນຸຍາດການຜະລິດອຸປະກອນການແພດ, ການປະຕິບັດທີ່ດີທາງດ້ານລະບຽບການ ແລະ ຂໍ້ແນະນຳໃຫ້ແກ່ພະນັກງານ ອາຫານ ແລະ ຢາຂັ້ນສູນກາງ ແລະ ຂັ້ນເມືອງໃນນະຄອນຫຼວງວຽງຈັນ. ລະຫວ່າງວັນທີ 23-24 ມີນາ 2023 ທີ່ໂຮງແຮມດອນຈັນພາເລດ, ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີຄະນະພະແນກ ແລະ ວິຊາການພາຍໃນກົມອາຫານ ແລະ ຢາ, ຄະນະກອງກວດກາອາຫານ ແລະ ຢາ ພ້ອມດ້ວຍວິຊາການ, ສູນວິໄຈອາຫານ ແລະ ຢາ, ຕາງໜ້າຈາກສູນສະໜອງຢາ ແລະ ອຸປະກອນການແພດ, ຄະນະພະແນກສາທານະຄອນຫຼວງ ແລະ ຄະນະຂະແໜງ ອາຫານ ແລະ ຢານະຄອນຫຼວງ ພ້ອມດ້ວຍພະນັກງານອາຫານ ແລະ ຢາ 09 ຕົວເມືອງ: ເມືອງ ສີໂຄດຕະບອງ, ຈັນທະບູລີ, ໄຊທານີ, ໄຊເສດຖາ, ສີສັດຕະນາກ, ສັງທອງ, ນາຊາຍທອງ, ປາກງື່ມ ແລະ ເມືອງຫາດຊາຍຟອງ ແລະ ຜູ້ຕາງໜ້າຈາກອົງການສະປະຊາຊາດເພື່ອການພັດທະນາ ສປປ ລາວ ລວມທັງໝົດ 37 ທ່ານ

More »

ກອງປະຊຸມ ການພັດທະນາໂຄງສ້າງຍຸດທະສາດ ສໍາລັບສູນວິໄຈອາຫານ ແລະ ຢາ
Posted by: ທ້າວ ຊົ່ງ, date: 27/03/2023 06:44:59

ການພັດທະນາ​ໂຄງ​ສ້າງ​ຍຸດ​ທະ​ສາດ​ໃນ​ວຽກ​ງານວິໄຈ​ອາຫານ ​ແລະ ຢາ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນ ​ເພື່ອ​ສ້າງຄວາມເຂັ້ມແຂງໃຫ້ແກ່​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ​ເປັນ​ອົງ​ກອນ​ນໍາ​ໜ້າ ​ແລະ ສາມາດ​ວິ​ໄຈ​ຮັບ​ໃຊ້​ສັງຄົມໄດ້​ວ່ອງ​ໄວ​ຂື້ນ. ສະ​ນັ້ນ, ໃນ​ວັນ​ທີ 7 ມີນາ 2023 ສູນ​ວິ​ໄຈ​ອາຫານ ​ແລະ ຢາ ກະຊວງ​ສາທາລະນະ​ສຸກ ​ໄດ້​ຈັດກ​ອງປະຊຸມ​ ​ ທີ່​​ໂຮງ​ແຮມຄຣາວພຣາຊາ ​​ໂດຍ​ການ​ເປັນ​ປະທານ​ຂອງ ປອ. ດຣ. ບຸນ​ຊູ ​ແກ້ວ​ຫາ​ວົງ ຫົວໜ້າ​ກົມ​ອາຫານ ​ແລະ ຢາ, ທ່ານ ດຣ. ຈັນ​ສະພາ ປາ​ມະນີ​ວົງ ຫົວໜ້າ​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ​ແລະ ທ່ານ ກາລີ ດາລ ຜູ້​ອໍານວຍ​ການ USP ປະ​ຈໍາ​ອາຊີ. ມີ​ຕາງໜ້າ​ຈາກໂຄງການ DFAT-USP ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ​ເຊັ່ນ ​ກົມ, ​ກອງ, ​ສູນ ​ແລະ ​ໂຮງງານ​ຜະລິດ​ຢາ ​ເຂົ້າ​ຮ່ວມ ​ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ໂຄງການ DFAT-USP. ກອງ​ປະຊຸມ​ໄດ້​ປຶກສາ​ຫາລື​ວິ​ໃສ​ທັດ, ​ແຜນ​ຍຸດ​ທະ​ສາດ ​ແລະ ກໍານົດ​ຈຸດ​ແຂງ, ຈຸດ​ອ່ອນ​ໃນ​ການ​ພັດທະນາ​ສູນ​ວິ​ໄຈ​ອາຫານ ​ແລະ ຢາ ​ໃຫ້ສາມາດ​ຈັດ​ຕັ້ງ​ປະຕິບັດ​ໄດ້ໃນ​ໄລຍະ 2023-2025 ​ແລະ 2025-2030.

More »

ກອງປະຊຸມສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ ຄັ້ງວັນທີ 10 ມີນາ 2023 ທີ່ ຫ້ອງປະຊຸມ ກົມອາຫານ ແລະ ຢາ.
Posted by: ທ້າວ ຊົ່ງ, date: 15/03/2023 04:06:03

ພິທີການສະເຫຼີມສະຫຼອງວັນແມ່ຍິງສາກົນ ວັນທີ 8 ມີນາ 2023 ຄົບຮອບ 113 ປີ (08 ມີນາ 1910 ເຖີງ 08 ມີນາ 2023) ໄດ້ຈັດຂື້ນ ໃນຕອນບ່າຍຂອງວັນທີ 10 ມີນາ 2023 ທີ່ ຫ້ອງປະຊຸມກົມອາຫານ ແລະ ຢາ. ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ປອ. ດຣ. ບຸນຊູ     ແກ້ວຫາວົງ ກໍາມະການຄະນະພັກ ກະຊວງສາທາລະນະສຸກ ຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ດຣ. ນ. ວຽງໄຊ ວັນສີລາລົມ ຮອງເລຂາພັກ ປະທານກວດກາພັກກົມອາຫານ ແລະ ຢາ ຄະນະສະຫະພັນແມ່ຍິງກະຊວງສາທາລະນະສຸກ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ການເຂົ້າຮ່ວມຂອງປະທານກຳມະບານຮາກຖານ ກອຢ, ເລຂາຊາວໜຸ່ມ ກອຢ, ຄະນະ ແລະ  ເອື້ອຍນ້ອງສະມາຊິກແມ່ຍິງ ສະຫະພັນແມ່ຍິງໜ່ວຍກົມອາຫານ ແລະ ຢາ ເຂົ້າຮ່ວມ ທັງໝົດ 26 ສະຫາຍ. 

More »

ພິທີສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດປະຈຳປີ 2022 ແລະ ແຜນການປີ 2023 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ ວັນທີ 6 ມີນາ 2023
Posted by: ທ້າວ ຊົ່ງ, date: 15/03/2023 03:53:45

ໃນຕອນບ່າຍຂອງ ວັນທີ 6 ມີນາ 2023 ກົມອາຫານ ແລະ ຢາ ໄດ້ເປີດພິທີສະຫຼຸບ ການເຄື່ອນໄຫວຈັດຕັ້ງປະຕິບັດປະຈໍາປີ 2022 ແລະ ແຜນການ ປີ 2023 ແລະ ເປີດຂະບວນການຈັບມືແຂ່ງຂັນ 5 ເປັນເຈົ້າ ກໍາມະບານ ຮາກຖານ ກົມອາຫານ ແລະ ຢາ. ໂດຍການເປັນປະທານ ຂອງ ສະຫາຍ ປອ. ດຣ ບຸນເລື່ອນ ດວງເດືອນ ຮອງປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ, ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ, ສະຫາຍ ດຣ ສຸກສົມຄວນ ຈັນທະມາດ ເລຂາພັກຮາກຖານ, ຮອງຫົວໜ້າກົມອາຫານ ແລະ ຢາ, ສະຫາຍ ນ. ວົງວຽງສາ ສິດທິເດດ ປະທານກຳມະບານ ຮາກຖານ ກົມອາຫານ ແລະ ຢາ ແລະ ມີການເຂົ້າຮ່ວມ ຂອງສະຫະພັນແມ່ຍິງ, ໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກກຳມະບານ ກົມອາຫານ ແລະ ຢາ,  ລວມຈໍານວນຜູ້ເຂົ້າຮ່ວມ ທັງໝົດ 38 ສະຫາຍ.

More »

 

   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA