2. ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ 14/04/1955-14/04/2024; ຊົມເຊີຍວັນກໍາມະກອນສາກົນ 01/05/1886-01/05/2024; ຊົມເຊີຍວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ 01/06/1950-01/06/2024; ຊົມເຊີຍວັນແພດລາວ 18/06/1965-18/06/1965 LAO ENG   
   
 
ກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 03/01/2024
ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ, ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ, ກົມອາຫານ ແລະ ຢາ
ໃນລະຫວ່າງວັນທີ 25-27 ທັນວາ 2023 ກົມອາຫານ ແລະ ຢາໄດ້ຈັດກອງປະຊຸມຖອດຖອນບົດຮຽນປະຈໍາປີ 2023 ກ່ຽວກັບ ວຽກງານການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ ທີ່ໂຮງງແຮມດອນຈັນພາເຣດ ນະຄອນຫຼວງວຽງຈັນ (ເອົາຕາມປ້າຍກອງປະຊຸມ). ໂດຍການເປັນປະທານຂອງ  ທ່ານ ປອ ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ປະທານຮ່ວມ ທ່ານ ປອ ດຣ ສຸລິສັກ ສູນວໍລະວົງ  ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ດຣ. ນ. ຢູລີ ປາກ ຜູ້ປະສານງານຈາກອົງການອະນາໄມໂລກ ວຽກງານສາທາລະນະສຸກ ປະຈໍາ ສປປ ລາວ. ມີຜູ້ເຂົ້າຮ່ວມມາຈາກ ກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມຄວບຄຸມພະຍາດຕິດຕໍ່, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ-ອຸປະກອນການແພດ, ສູນວິເຄາະ ແລະ ລະບາດວິທະຍາ, ສູນເມລີເອີ, 05 ໂຮງໝໍ ສູນກາງ, LOMWRU, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ຂະແໜງອາຫານ ແລະ ຢາ ແຂວງ , ໂຮງໝໍແຂວງ ຂອງ 17 ແຂວງ ທົ່ວປະເທດ, ໜ່ວຍງານອາຫານ ແລະ ຢາ ເມືອງ ແລະ ໂຮງໝໍ ຊຸມຊົນ ຂອງ 11 ເມືອງ ແຂວງ ວຽງຈັນ ແລະ 14 ເມືອງ,​01 ນະຄອນ ຂອງແຂວງ ສະຫວັນນະເຂດ, ບັນດາທ່ານ ຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ແລະ ຈາກ ອົງການຈັດຕັ້ງສາກົນ:​ ອົງການ ອະນາໄມໂລກ, ອົງການ Flemming Fund, ລວມຜູ້ເຂົ້າຮ່ວມທັງໝົດ  186 ທ່ານ.

ຈຸດປະສົງຂອງກອງປະຊຸມ ເພື່ອຖອດຖອນບົດຮຽນກ່ຽວກັບວຽກງານຕິດຕາມການຊົມໃຊ້ຢາຕ້ານເຊື້ອຢູ່ໃນ ສປປ ລາວ, ເພື່ອຖອດຖອນບົົດຮຽນກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການຢາໂຮງໝໍທີ່ດີຢູ່ໃນສອງແຂວງຕົວແບບ, ເພື່ອກໍານົດທິດທາງແຜນການໃນການຈັດ ຕັ້ງປະຕິບັດໃນປີ 2024. ໃນກອງປະຊຸມໄດ້ມີການນຳສະເໜີ ຜົນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງການຢາໂຮງໝໍທີ່ດີໃນສອງແຂວງຕົວແບບ, ການຊົມໃຊ້ຢາຕ້ານເຊື້ອໃນລະດັບຊາດ, ຜົນການຕິດຕາມການຊົມໃຊ້ຢາຕ້ານເຊື້ອໃນໂຮງໝໍ. ຂະແໜງອາຫານ ແລະ ຢາ ໂຮງໝໍ ແລະ ຂະແໜງອາຫານແລະ ຢາ ແຂວງວຽງຈັນ ແລະ ແຂວງສະຫວັນນະເຂດ ຍັງໄດ້ນຳສະເໜີ ພາບລວມການຈັດຕັ້ງປະຕິບັດສຳລັບວຽກງານຄຸ້ມຄອງການຢາໂຮງໝໍທີ່ດີ, ພາບລວມການຈັດຕັ້ງປະຕິບັດສຳລັບວຽກງານຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອ ແລະ ພາບລວມການຈັດຕັ້ງປະຕິບັດສຳລັບວຽກງານການຄຸ້ມຄອງການຢາໂຮງໝໍທີ່ດີ. ນອກຈາກນີ້ ໃນກອງປະຊຸມຍັງໄດ້ປະກອບຄຳຄິດຄຳເຫັນໃສ່ຄຳຖາມເຈາະຈີ້ມທີ່ຍົກຂື້ນມາສົນທະນາໃນກອງປະຊຸມ ມີການສົນທະນາ ເພື່ອແລກປ່ຽນຄໍາຄິດຄໍາເຫັນ ແລະ ແກ້ໄຂບັນຫາຮ່ວມກັນ ຈາກສູນກາງ ແຂວງ ແລະ ເມືອງ; ຜູ້ເຂົ້າຮ່ວມທັງໝົດ ມີຄວາມເປັນເອກະພາບ ແລະ ສາມາດກຳນົດ ໄດ້ທິດທາງ ແລະ ວາງແຜນການໃນຕໍ່ໜ້າ ສຳລັບປີ 2024-2025; ຈາກນັ້ນທາງອົງການອະນາໄມໂລກໄດ້ແນະນຳວິທີການນຳໃຊ້ໂປຣແກຼມທີ່ຢູ່ໃນແທບເລັດໃຫ້ແກ່ບັນດາແຂວງໃຫ້ມີຄວາມເຂົ້້າໃຈໃນການນຳໃຊ້ ສຳລັບການປະເມີນວຽກງານຄຸ້ມຄອງການຢາໂຮງໝໍທີ່ດີ ແລະ ໄດ້ມອບແທບເລັດໃຫ້ແຕ່ລະແຂວງເພື່ອນຳເຂົ້າໃຊ້ໃນວຽກງານດັ່ງກ່າວ.

ຈາກນັ້ນ, ທ່ານ ດຣ. ນ. ຢູລີ ປາກ ຜູ້ປະສານງານຈາກອົງການອະນາໄມໂລກ ວຽກງານສາທາລະນະສຸກ ປະຈໍາ ສປປ ລາວ ເຊິ່ງທ່ານ ໄດ້ມີຄຳເຫັນຕໍ່ 02 ໜ້າວຽກຄື: ສໍາລັບ ວຽກງານຄຸ້ມຄອງການຢາໂຮງໝໍ ໜ້າວຽກຫຼັກຄື ການຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ ທາງອົງການ ອະນາໄມໂລກ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໃນວຽກດັ່ງກ່າວ ແລະ ເຫັນດີ ເປັນເອກະພາບ ທ່ານໝໍ ແລະ ເພສັຊກອນ ຄວນມີການເຮັດວຽກຮ່ວມກັນ ໂດຍສະເພາະ ການຈັດຕັ້ງປະຕິບັດ ຄຣີນິກຄອນ ຟາກມາຊີ ໃນໂຮງໝໍ; ສຳລັບໂຄງລ່າງພື້ນຖານ ຂອງການຢາໂຮງໝໍ ແມ່ນເຫັນດີເປັນເອກະພາບ ທາງອົງການ ອະນາໄໂລກ ຈະໄດ້ນຳເອົາເປັນວຽກບູລິມາສິດໜຶ່ງ ເພື່ອປຶກສາຫາລື ຊອກວິທີແກ້ໄຂ ແລະ ໃຫ້ການຊ່ວຍເຫຼືອ. ສຳລັບວຽກງານຕິດຕາມການຊົມໃຊ້ຢາຕ້ານເຊື້ອ: ຄວນມີການອົບຮົມຄືນໃຫ້ ພະນັກງານຂັ້ນແຂວງ, ອົບຮົມໃຫ້ ຂັ້ນເມືອງ ແລະ ສຸກສາລາ ທີ່ຍັງບໍ່ທັນມີການຈັດຕັ້ງປະຕິບັດ;ເຫັນດີເປັນເອກະພາບຕໍ່ກັບການເຮັດວຽກຮ່ວມກັນ ລະຫວ່າງ AMC+AMU+AMR;ທາງອົງການອະນໂລກ ຈະສືບຕໍ່ໃຫ້ການສະໜັບສະໜູນ ການຈັດຕັ້ງປະຕິບັດ ວຽກງານຕິດຕາມ ການຊົມໃຊ້ຢາຕ້ານເຊື້ອ ໃຫ້ໄດ້ຮັບປະສິດທິຜົນເປັນຢ່າງດີ.ທາງອົງການອະນໄມໂລກ ຈະໄດ້ປະສານງານນຳ ກົມອາຫານ ແລະ ຢາ ເພື່ອສືບຕໍ່ໃຫ້ການສະໜັບສະໜູນໃນວຽກງານອາຫານ ແລະ ຢາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດໄປຕາມແຜນຍຸດທະສາດທີ່ວາງໄວ້.

ສຸດທ້າຍ ທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນໃນ 02 ໜ້າວຽກຄື: 1. ວຽກງານຄຸ້ມຄອງການຢາໂຮງໝໍ ທີ່ດີ ກຳນົດແຜນກິດຈະກຳທີ່ເປັນບູລິດມະສິດ ໂດຍອີງໃສ່ທິດທາງ ແລະ ແຜນການ ປີ 2024-2025 ແລະ ແຜນພັດທະນາຍຸດທະສາດການຢາໂຮງໝໍ 2021-2030 ເປັນບ່ອນອີງໃນການຈັດຕັ້ງປະຕິບັດ; ພັດທະນາວຽກງານການຢາໂຮງໝໍ ຮັບປະກັນການມີຢາ ແລະ ຜະລິດຕະພັນການແພດ, ຮັບປະກັນ ຄຸນນະພາບ ແລະ ຄວາມປອດໄພ; ສືບຕໍ່ຂະຫຍາຍການຈັດຕັ້ງປະຕິບັດການຄຸ້ມຄອງການຢາໂຮງໝໍທີ່ດີ ໃນຂັ້ນໂຮງໝໍສູນກາງ ແລະ ແຂວງ ເປັກຫຼັກເພື່ອເປັນແບບຢ່າງໃຫ້ຂັ້ນເມືອງ; ປະຕິບັດ ຄຣີນິກຄອນຟາກມາຊີ ແມ່ນຈັດຕັ້ງປະຕິບັດໃນຂັ້ນໂຮງໝໍສູນກາງ ແລະ ຂັ້ນແຂວງ ໄປພ້ອມກັນ; ພັດທະນາໂຄງລ່າງພື້ນຖານ ຂອງການຢາໂຮງໝໍ ໃຫ້ໄດ້ຕາມມາດຕະຖານ; ສົ່ງເສີມການນຳໃຊ້ຢາພື້ນເມືອງສົມທົບຢາຫຼວງ ເຂົ້າໃນການປິ່ນປົວທີ່ເປັນຮູບປະທຳ;ສືບຕໍ່ນຳໃຊ້ລະບົບ mSupply, Excel sheet ແລະ DHIS2 ໃນວຽກງານຄຸ້ມຄອງຢາ ແລະ ຜະລິດຕະພັນການແພດ; 2. ວຽກງານຕິດຕາມ ການຊົມໃຊ້ຢາຕ້ານເຊື້ອ ເພີ້ມທະວີ ການຕິດຕາມການຊົມໃຊ້ຢາຕ້ານເຊື້ອໃນໂຮງໝໍພາກລັດ, ໂຮງໝໍເອກະຊົນ ແລະ ຮ້ານຂາຍຢາ ພ້ອມທັງຕິດຕາມ ການນໍາເຂົ້າໃນແຕ່ລະຄັ້ງ;ສົ່ງເສີມການນໍາໃຊ້ຢາຕ້ານເຊື້ອໃຫ້ສົມເຫດສົມຜົນ ໄປຕາມຄູ່ມືປິ່ນປົວເອກະພາບແຫ່ງຊາດ, ຄູ່ມືການນໍາໃຊ້ຢາຕ້ານເຊື້ອ, ຄູ່ມືນຳໃຊ້ຢາ ແລະ ບັນຊີຢາຈຳເປັນພື້ນຖານແຫ່ງຊາດເປັນຫຼັກ;ອົບຮົມຄືນໃຫ້ ພະນັກງານຂັ້ນແຂວງ, ອົບຮົມໃຫ້ ຂັ້ນເມືອງ ແລະ ສຸກສາລາ ທີ່ຍັງບໍ່ທັນມີການຈັດຕັ້ງປະຕິບັດ;ເຫັນດີເປັນເອກະພາບຕໍ່ກັບການເຮັດວຽກຮ່ວມກັນ ລະຫວ່າງ AMC+AMU+AMR;ສ້າງຄູ່ມືການນຳໃຊ້ຢາຕ້ານເຊື້ອໃນໂຮງໝໍຂອງຕົນ ໂດຍອີງໃສ່ບັນຊີຢາຈໍາເປັນພື້ນຖານແຫ່ງຊາດ ເປັນຫຼັກ;ເພີ້ມຂອດການປະສານງານນຳພາກສ່ວນ ແລະ ຂະແໜງການກ່ຽວຂ້ອງ ສຳລັບການນຳໃຊ້ຢາຕ້ານເຊື້ອ;ເຊື່ອມຈອດ ຂໍ້ມູນວຽກງານການຊົມໃຊ້ຢາຕ້ານເຊື້ອ ໃຫ້ບັນດາແຂວງ ສາມາດເຂົ້າເຖິງ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດເປັນແຕ່ລະໄລຍະ;

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA