ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ 20/01/1949-20/01/2024 ; ຊົມເຊີຍວັນສ້າງຕັ້ງກຳມະບານລາວ 01/02/1966-01/02/2024 ; ຊົມເຊີຍວັນແມ່ຍິງສາກົນ 08/3/1910-08/3/2024 ; ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 22/3/1955-22/3/2024 LAO ENG   
   
 
ກອງປະຊຸມ ປຶກສາຫາລື ແລະ ຮັບຮອງແຜນຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ ສະບັບປັບປຸງ (ປີ2024-2030)
ປະກາດໂດຍ: ກີລາ ບູນປະເສີດ, ວັນທີ: 20/03/2024

ກອງປະຊຸມ ປຶກສາຫາລື ແລະ ຮັບຮອງແຜນຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ

ສະບັບປັບປຸງ (ປີ2024-2030)

ນຳສະເໜີບົດຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

ກອງປະຊຸມ ປຶກສາຫາລື ແລະ ຮັບຮອງແຜນຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ ສະບັບປັບປຸງ (ປີ2024-2030)ໄດ້ຈັດຂື້ນ ໃນລະຫວ່າງວັນທີ 18-20 ມີນາ 2024 ທີ່ໂຮງແຮມ ທະວີສຸກ, ເມືອງ ວັງວຽງ, ແຂວງ ວຽງຈັນ. ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ເຂົ້າຮ່ວມກອງປະຊຸມທີ່ສຳຄັນໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ຫ້ອງການປະກັບສຸຂະພາບ, ກົມປີ່ນປົວ ແລະ ຝື້ນຟູໜ້າທີ່ການ,  ກົມແຜນການ ແລະ ການເງິນ, ຄະນະບໍດີ ຄະນະເພສັຊສາດ,  6 ໂຮງໝໍສູນກາງ, ພະແນກສາທາລະນະສຸກ 17 ແຂວງ ແລະ 1 ນະຄອນຫຼວງ, ກອງກວດກາ ອາຫານ ແລະ ຢາ, ສະຖາບັນການແພດ-ການຢາພື້ນເມືອງ, ສູນວິໄຈອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ອົງການອະນາໄມໂລກ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 123 ທ່ານ

    ຈຸດປະສົງຂອງກອງປະຊຸມ ເພື່ອຄົ້ນຄ້ວາ ແລະ ປະກອບຄໍາເຫັນໃສ່ຮ່າງ ຍຸດທະສາດແຫ່ງຊາດ ດ້ານການແພດ ແລະ ການຢາພື້ນເມືອງປີ 2024-2030. ໃນກອງປະຊຸມແມ່ນໄດ້ທົບທວນຄືນການຈັດຕັ້ງປະຕິບັດຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ (ປີ 2012-2015) ໃນໄລຍະຜ່ານມາ, ໄດ້ລາຍງານການກະກຽມການປັບປຸງຍຸດທະສາດເພື່ອໃຫ້ບັນລຸຕາມຈຸດປະສົງ ແລະ ເປົ້າໝາຍຂອງການພັດທະນາວຽກງານ ແລະ ມີການກຳນົດທິດທາງ ແລະ ແຜນການດໍາເນີນງານຂອງຍຸດທະສາດແຫ່ງຊາດດ້ານການແພດ ແລະ ການຢາພື້ນເມືອງ ປີ 2024 -2030, ຫຼັງຈາກນັ້ນໄດ້ມີການຈັດກຸ່ມຄົ້ນຄວ້າສົນທະນາແລກປ່ຽນຂໍ້ມູນເຊິ່ງກັນ ແລະ ກັນ ເພື່ອປະກອບຄຳເຫັນໃສ່ຮ່າງຍຸດທະສາດແຫ່ງຊາດທາງດ້ານການແພດ ແລະ ການຢາພື້ນເມືອງ ແລະ ໄດ້ນໍາສະເໜີຜົນການຄົ້້ນຄວ້າຂອງ 6 ກຸ່ມ, ຜູ້ແທນກອງປະຊຸມໄດ້ມີຄຳເຫັນ ປຶກສາຫາລື ແລະ ໄດ້ສົນທະນາ ປະກອບຄໍາເຫັນໃສ່ຮ່າງເອກະສານຢ່າງຝົດຟື້ນ ມີຄວາມເປັນເອກະພາບກັນພາຍໃນກອງປະຊຸມ.

ຈາກນັ້ນ, ທ່ານປະທານໄດ້ມີຄຳເຫັນ ແລະ ໄດ້ກ່າວຊົມເຊີຍຕໍ່ກອງປະຊຸມໃນຄັ້ງນີ້ ແລະ ແນະນໍາໃຫ້ຄະນະຈັດຕັ້ງກອງປະຊຸມນໍາເອົາເນື້ອໃນທີ່ຜູ້ແທນໄດ້ສະເໜີໄປປັບປຸງໃຫ້ສົມບູນ.

 

 

 

 

 
   
         

  ASIAN DEVELOPMENT BANK Association of Southeast Asian Nations - ASEAN ຄະນະສະເພາະກິດ COVID-19 ສປປ ລາວ. Japan International Cooperation Agency - JICA Korea International Cooperation Agency (KOICA) The Global Fund to Fight AIDS, Tuberculosis and Malaria World Food Programme World Food Programme The World Bank  Ministry of Health Lao PDR.  United Nations Office on Drugs and Crime World Health Organization: WHO  Swedish International Development Cooperation Agency: SIDA