ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກ່ຽວກັບກົມອາຫານ ແລະ ຢາ

ກົມອາຫານ ແລະ ຢາ ຂຽນຫຍໍ້ເປັນຕົວອັກສອນ “ກອຢ”, ​​ຊື່​​ເປັນ​ພາສາຝຣັ່ງ: Département de l’Alimentation et Médicament  “DAM” ແລະ ພາສາອັງກິດ: Food and Drug Department “ FDD” . ແມ່ນ​ ​ກົງຈັກ​ໜຶ່ງຂອງ​ກະຊວງ​ສາທາລະນະ​ສຸກ,​ ມີ​ພາລະ​ບົດບາດ​ເປັນ​ເສນາ​ທິການໃຫ້ແກ່​ກະຊວງ​ສາທາລະນະ​ສຸກ ​ໃນ​ການ​ຄຸ້ມ​ຄອງວຽກງານ​ອາ​ຫານ, ຢາ ແລະ ຜະລິດຕະພັນການແພດ​ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພ ໃນຂອບ​ເຂດ​ທົ່ວ​ປະ​ເທດ.

ກົມອາຫານ ແລະ ຢາ ມີໂຄງປະກອບການຈັດຕັ້ງດັ່ງລຸ່ມນີ໊:

ພະແນກຄຸ້ມຄອງບໍລິຫານ ພະແນກຄຸ້ມຄອງຢາ ແລະ ອຸປະກອນການແພດ ພະແນກ ຄຸ້ມຄອງການຢາ ໂຮງໝໍ ພະແນກຄຸ້ມຄອງອາຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ ພະແນກຄຸ້ມຄອງການຢາໂຮງໝໍ ພະແນກຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສໍາອາງ ພະແນກຄຸ້ມຄອງອາຫານ ພະແນກຄຸ້ມຄອງການໂຄສະນາຂ່າວສານ

ນອກຈາກ​ນັ້ນ, ຍັງ​ມີ​ບັນດາ​ຫົວໜ່ວຍ​ການຈັດຕັ້ງວິຊາ​ການ​ຈຳນວນ​ໜຶ່ງທີ່​ຂຶ້ນກັບກົມ (ສະ​ຖາ​ບັນ, ກອງ, ສູນ, ໂຮງງານຜະລິດຢາ (ລັດວິສາຫະກິດ)).

ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA