ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ພາລະບົດບາດຂອງກົມອາຫານ ແລະ ຢາ

 

ປະຕິບັດກົດໝາຍ, ນິຕິກໍາອື່ນຂອງຂັ້ນເທິງ ແລະ ນິຕິກໍາຕ່າງໆຂອງກະຊວງສາທາລະນະສຸກ;

ຄົ້ນຄວ້າ, ເຊື່ອມຊຶມ, ຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ, ແຜນຍຸດທະສາດປະຕິຮູບສາທາລະນະສຸກ ກ່ຽວກັບວຽກງານອາຫານ ແລະ ຢາ ມາເປັນແຜນງານ, ແຜນງານຍ່ອຍ, ໂຄງການ ແລະ ກິດຈະກໍາ ລະອຽດຂອງຕົນເອງ ພ້ອມທັງຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ;

ຄົ້ນ​ຄວ້າ, ສ້າງ, ປັບປຸງ ແລະ ເຜີຍແຜ່ ກົດ​ໝາຍ, ນິຕິກຳ, ນະ​ໂຍ​ບາຍ, ມາດ​ຕະ​ຖານ​-ເຕັກ​ນິກ ແລະ ລະ​ບຽບການຕ່າງໆ ທີ່​ກ່ຽວຂ້ອງກັບ​ຂົງເຂດວຽກ​ງານ​ອາຫານ, ຢາ ແລະ ຜະລິດຕະພັນການແພດ​;

ສ້າງແຜນການ ແລະ ງົບປະມານໃນການຈັດຕັ້ງປະຕິບັດການເຄື່ອນໄຫວຕາມກຳນົດເວລາ;

ຄົ້ນຄວ້າ​ກຳນົດ ຫຼື ລົບລ້າງ​ບັນ​ຊີ​ອາ​ຫານ, ຢາ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ອຸປະກອນການແພດ,  ອາ​ຫານ​ເສີມ​ການ​ແພດ, ເຄື່ອງ​ສຳ​ອາງ, ຢາ​ເສບ​ຕິດ, ວັດ​ຖຸ​ອອກ​ລິດ​ຕໍ່ຈິດ​ປະ​ສາດ, ເຄ​ມີ​ຄວບ​ຄຸມ, ຢາ​ເບື່ອ, ຢາ​ຕ້ອງ​ຫ້າມ ແລະ  ​ເຄມີອັນຕະລາຍ​ທີ່​ນໍາ​ໃຊ້​ໃນ​ຄົວ​ເຮືອນ;

ຊີ້ນໍາ, ຊຸກຍູ້, ຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດແຜນງານຂອງກົມ, ສາຍແຜນງານ ນັບແຕ່ສູນກາງ ຮອດທ້ອງຖິ່ນ ແລະ ລາຍງານໃຫ້ການນໍາຂອງກະຊວງສາທາລະນະສຸກ ເປັນແຕ່ລະໄລຍະ;

ຄົ້ນ​ຄວ້າ ແລະ ນຳສະເໜີລັດຖະມົນຕີກະຊວງສາທາລະນະສຸກ ເພື່ອຂໍອະນຸຍາດ ຫຼື ລົບ​ລ້າງ​ໃບ​ທະບຽນ​ວິຊາຊີບເພສັດຊະກຳ ແລະ ໃບອະນຸຍາດວິຊາສະເພາະ ເພື່ອດໍາເນີນທຸລະກິດກ່ຽວກັບຜະລິດຕະພັນທີ່ມີຄວາມສ່ຽງຕໍ່ສຸຂະພາບ ເປັນຕົ້ນ ​ຜະລິດຕະພັນອາ​ຫານ, ອາຫານເສີມການແພດ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ຊັບພະຍາກອນທຳມະຊາດທີ່ເປັນຢາ, ອຸປະກອນການແພດ,  ເຄື່ອງສຳອາງ, ຢາເບື່ອ, ຢາ​ເສບ​ຕິດ, ວັດຖຸ​ອອກ​ລິດ​ຕໍ່​ຈິດ-​ປະສາດ, ​ເຄມີຄວບ​ຄຸມ ແລະ ເຄມີອັນຕະລາຍ​ທີ່​ນໍາ​ໃຊ້​ໃນ​ຄົວ​ເຮືອນ ແລະ ຫ້ອງທົດລອງ​;

ຄົ້ນຄວ້າການຂຶ້ນ​ທະບຽນ, ຈົດແຈ້ງ, ອະນຸມັດ​ໃຫ້​ຜະລິດ, ຈຳ​ໜ່າຍ, ນຳ​ເຂົ້າ-ສົ່ງ​ອອກ, ສົ່ງຜ່ານ​ຜະລິດ​ຕະພັນ​ອາຫານ, ອາຫານເສີມການແພດ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ຊັບພະຍາກອນ ທຳມະຊາດທີ່ເປັນຢາ, ອຸປະກອນ​ການ​ແພດ, ເຄື່ອງສຳອາງ ແລະ ວັດຖຸ​ເຄມີອັນຕະລາຍ​ທີ່ໃຊ້​ໃນ​ຄົວ​ເຮືອນ;

ຄົ້ນຄວ້າ, ກວດກາ ແລະ ປະເມີນຜົນ ເພື່ອຢັ້ງຢືນ ກ່ຽວກັບລະບົບການຜະລິດທີ່ດີ (GMP), ການປະຕິບັດຫ້ອງທົດລອງທີ່ດີ (GLP), ການເກັບຮັກສາທີ່ດີ (GSP), ລະບົບວິເຄາະ ແລະ ຄວບຄຸມຈຸດອັນຕະລາຍ (HACCP) ສໍາລັບຜະລິດຕະພັນອາຫານ, ການຂາຍຍົກທີ່ດີ (GWP), ການຂາຍຍ່ອຍທີ່ດີ (GPP) ສໍາລັບຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ ແລະ ເຄື່ອງສໍາອາງ;

ຕິດຕາມຄວາມປອດໄພຂອງຢາ ແລະ ຜະລິດຕະພັນການແພດ; ແຈ້ງເຕືອນຮີບດ່ວນດ້ານອາຫານ, ຢາ ແລະ ຜະລິດຕະພັນການແພດ ແລະ ເຜີຍແຜ່ຂໍ້ມູນຂ່າວສານໃຫ້ແກ່ສາທາລະນະ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

ປະຕິບັດພາລະບົດບາດໃນນາມກອງເລຂາຄະນະກຳມະການແຫ່ງຊາດເພື່ອຄຸ້ມຄອງອາຫານ ແລະ ຢາ ແລະ ເປັນຈຸດປະສານງານຂອງຄະນະກຳມະການກົດລະຫັດອາຫານລາວ;

ຕິດ​ຕາມ, ຊຸກຍູ້ ແລະ ສົ່ງ​ເສີມທຸກ​ຫົວ​ໜ່ວຍ​ການ​ຈັດ​ຕັ້ງ​ຂອງ​ລັດ, ເອ​ກະ​ຊົນ​ທີ່​ດຳ​ເນີນ​ທຸ​ລະ​ກິດການຜະລິດ, ຈຳໜ່າຍ, ນຳເຂົ້າ-ສົ່ງອອກ, ສົ່ງຜ່ານ ດ້ານ​ອາ​ຫານ,  ​ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ;

ຄົ້ນຄວ້າ, ສັງລວມ ​ແລະ ວິໄຈສະພາບ ກ່ຽວກັບຄຸນ​ນະພາ​ບ, ມາດຕະຖານ ແລະ ຄວາມ​ປອດ​ໄພອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນຂອບເຂດທົ່ວປະເທດ;

ຊີ້ນຳວຽກງານສົ່ງເສີມການອະນຸລັກ​ຊັບ​ພະ​ຍາ​ກອນທຳ​ມະ​ຊາດ​ທີ່​ເປັນ​ຢາ ແລະ ສົ່ງເສີມການຜະລິດຢາພື້ນເມືອງສົມທົບເຂົ້າໃນການ​ກັນ​ ແລະ ປິ່ນ​ປົວ​ພະ​ຍາດໃຫ້ກ້ວາງຂວາງ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

ຊີ້ນຳວຽກງານຮັບປະກັນການມີຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດໃຫ້ພຽງພໍ, ສອດຄ່ອງກັບນະໂຍບາຍການນຳໃຊ້, ມີລາຄາທີ່ເໝາະສົມ ແລະ ສົ່ງເສີມການນໍາໃຊ້ຢາ ຢ່າງສົມເຫດສົມຜົນ ໃນຕາໜ່າງການບໍລິການສາທາລະນະສຸກ ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ;

ຊີ້ນຳວຽກງານກວດກາອາຫານ, ຢາ ແລະ ຜະລິດຕະພັນການແພດ ປະຈໍາດ່ານ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ;

ຊຸກຍູ້, ສົ່ງ​ເສີມ​ການ​ຜະ​ລິດ​ພາຍ​ໃນ​ດ້ານ​ອາ​ຫານ,  ຢາ ແລະ ຜະລິດຕະພັນການແພດ ບົນພື້ນຖານ​ມາດຕະຖານຄຸນ​ນະ​ພາບ​​ການ​ຜະ​ລິດ​ທີ່​ດີ​ເພື່ອນຳໃຊ້ພາຍໃນ ແລະ ​ເປັນ​ສິນ​ຄ້າ​ສົ່ງ​ອອກທົດ​ແທນ​ການ​ນຳ​ເຂົ້າ​ເທື່ອ​ລະ​ກ້າວ;

ຄົ້ນຄວ້າ ແລະ ສະເໜີການດຸ່ນ​ດ່ຽງ ລະ​ຫວ່າງ​ຄວາມ​ຕ້ອງ​ການ​ຊົມໃຊ້​ກັບການ​ຜະ​ລິດພາຍໃນ ແລະ ການ​ນຳ​ເຂົ້າດ້ານ​ອາຫານ, ຢາ ແລະ ຜະລິດຕະພັນການແພດ;

​ຄົ້ນ​ຄວ້າ, ​ແກ້​ໄຂ ແລະ ປະຕິບັດມາດຕະການ ກ່ຽວກັບຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ມີບັນຫາດ້ານມາດຕະຖານ, ຄຸນນະພາບ ແລະ ຄວາມປອດໄພ;

ຄຸ້ມຄອງ, ພັດທະນາລະບົບຖານຂໍ້ມູນ ​ແລະ ​​​​​​ເຜີຍ​ແຜ່ຂໍ້​ມູນ​​ຂ່າວສານດ້ານອາຫານ, ຢາ ແລະ ຜະ​ລິດ​ຕະ​ພັນ​ການ​ແພດ;

ຄຸ້ມຄອງງົບປະມານ, ເງິນເດືອນ, ເງິນບໍລິຫານ, ຈັດຊື້-ຈັດຈ້າງ, ຄຸ້ມຄອງບັນຊີ, ຄັງເງິນສົດ, ຄຸ້ມຄອງຊັບສິນ, ພາຫະນະ, ວັດຖຸອຸປະກອນທີ່ຮັບໃຊ້ເຂົ້າໃນວຽກງານຂອງກົມ;

ຄົ້ນຄວ້າ ແລະ ສະເໜີແຕ່ງຕັ້ງ, ຍົກຍ້າຍ, ຍ້ອງຍໍ, ເລື່ອນຊັ້ນຂັ້ນ ແລະ ປະຕິບັດວິໄນຕໍ່ລັດຖະກອນຂອງກົມ ຕາມກົດໝາຍ ແລະ ລະບຽບການທີ່ກຳນົດໄວ້;

ພົວພັນ, ປະສານງານ ແລະ ຮ່ວມມືກັບອົງການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບວຽກງານຄຸ້ມຄອງອາຫານ, ຢາ ແລະ ຜະລິດຕະພັນການແພດ;

ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA