ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຂ່າວສານ ແລະ ເຫດການ

ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)
ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ)

(ສພຊ) - ກອງປະຊຸມຮຽບຮຽງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ (ສະບັບປັບປຸງ) ໄດ້ຈັດຂຶ້ນໃນວັນທີ 23-24 ກໍລະກົດນີ້ ທີ່ເມືອງວັງວຽງ ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ (ສພຊ); ເຂົ້າຮ່ວມມີບັນດາທ່ານປະທານ ແລະ ຮອງປະທານກຳມາທິການທີ່ກ່ຽວຂ້ອງພາຍໃນ ສພຊ, ຮອງລັດຖະມົນຕີກະຊວງສາທາລະນະສຸກ, ຮອງລັດຖະມົນຕີກະຊວງຍຸຕິທໍາ, ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ຄະນະທີ່ປຶກສາທາງດ້ານກົດໝາຍຂອງຄະນະປະຈໍາສະພາແຫ່ງຊາດ ພ້ອມດ້ວຍຄະນະກົມ, ພະແນກ ແລະ ພະນັກງານທີ່ກ່ຽວຂ້ອງ.

ວັນທີ: 04/08/2025 | ຜູ້ປະກາດ: Xiong


ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາ ວຽກງານການຢາໂຮງໝໍ 2021-2025
ກອງປະຊຸມປະເມີນການຈັດຕັ້ງປະຕິບັດ ຍຸດທະສາດພັດທະນາ ວຽກງານການຢາໂຮງໝໍ 2021-2025

ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມ ກະກຽມປະເມີນການຈັດຕັ້ງປະຕິບັດຍຸດທະສາດພັດທະນາວຽກງານການຢາໂຮງໝໍ 2021-2025 ຂຶ້ນ ຢູ່ທີ່ ຣີສອດນາປ່າກວາງ, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ຂອງ ວັນທີ 25-27 ມິຖຸນາ 2025. ໂດຍການເປັນປະທານ ຂອງ ທ່ານ ປອ ດຣ. ສຸຣິສັກ ສູນວໍລະວົງ ຮອງຫົວໜ້າກົມອາຫານ ແລະ ຢາ ໂດຍມີເປົ້າໝາຍຜູ້ເຂົ້າຮ່ວມທີ່ມາຈາກ: ກົມອາຫານ ແລະ ຢາ, ສູນສະໜອງຢາ ແລະ ອຸປະກອນການແພດ, ຂະແໜງອາຫານ ແລະ ຢາ, ໂຮງໝໍແຂວງ ແລະ ໂຮງໝໍເມືອງ ທັງຫົວໜ້າ ແລະ ວິຊາການ ລວມທັງໝົດ 18 ແຂວງ ທົ່ວປະເທດ ຈຳນວນ 64 ທ່ານ.

ວັນທີ: 26/06/2025 | ຜູ້ປະກາດ: Xiong


ຈັດ​ກິດ​ຈະ​ກຳ​ປູກ​ພືດ​ເປັນ​ຢາ ໃນ​ໂອ​ກາດວັນປູກຕົ້ນໄມ້ແຫ່ງຊາດ ​ແລະ ວັນເດັກນ້ອຍສາກົນ
ຈັດ​ກິດ​ຈະ​ກຳ​ປູກ​ພືດ​ເປັນ​ຢາ ໃນ​ໂອ​ກາດວັນປູກຕົ້ນໄມ້ແຫ່ງຊາດ ​ແລະ ວັນເດັກນ້ອຍສາກົນ

ສະຖາບັນການແພດ ແລະ ການຢາພື້ນເມືອງ ຮ່ວມກັບກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ຈັດກິດຈະກໍາປູກພືດທີ່ເປັນຢາຂຶ້ນໃນວັນ​ທີ 1 ມິ​ຖຸ​ນ າຜ່ານມາ ທີ່ຫ້ວຍຍາງ-ດົງໝາກຄາຍ ເມືອງໄຊທານີ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມເປັນກຽດຂອງທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ວັນທີ: 03/06/2025 | ຜູ້ປະກາດ: Xiong


ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ມິຖຸນາ 2025, ນະຄອນຫລວງວຽງຈັນ.
ກອງປະຊຸມເຜີຍແຜ່ວຽກງານກົດລະຫັດອາຫານສາກົນ ໄດ້ຈັດຂຶ້ນໃນວັນທີ 20-22 ມິຖຸນາ 2025, ນະຄອນຫລວງວຽງຈັນ.

ໂດຍການເປັນປະທານຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ນາງ ຄິຢອງ ມີ ຄິມ, ຜູ້ຕາງຫນ້າ ອົງການອາຫານ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳ ສປປລາວ, ທ່ານ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຮອງລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ບັນດາ ທ່ານ ຫົວໜ້າ ກົມ, ຄະນະກົມ, ກອງ, ສູນ ຈາກ ກະຊວງສາທາລະນະສຸກ, ກະສິກຳ ແລະ ປ່າ ໄມ້, ອຸດສາຫະກຳແລະການ ຄ້າ, ກະຊວງ ການ ຕ່າງປະ ເທດ, ສະພາແຫ່ງຊາດ ກໍເຂົ້າຮ່ວມ.

ກອງປະຊຸມນີ້ແມ່ນ ກອງ ປະຊຸມລະດັບ ຊາດ ຄັ້ງ ທີ 2 ກ່ຽວ ກັບ ວຽກງານ Codex ຢູ່ ສປປ ລາວ ທີ່ຖືກຈັດຂຶ້ນໂດຍ ອົງການ FAO ເຊິ່ງສະແດງໃຫ້ເຫັນເຖິງຄວາມມຸ່ງຫມັ້ນ ພະຍາຍາມຂອງພວກເຮົາຕໍ່ກັບການສ້າງມາດຕະຖານຄວາມປອດໄພທາງດ້ານອາຫານ ໃຫ້ແທດເຫມາະກັບມາດຕະຖານສາກົນ.

ວັນທີ: 23/05/2025 | ຜູ້ປະກາດ: Xiong


ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ
ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ

ກອງປະຊຸມເປີດໂຕສະມາຄົມເພສັຊກອນລາວ ໄດ້ໄຂຂຶ້ນໃນຕອນບ່າຍຂອງ ວັນທີ 13 ພຶດສະພາ 2025 ທີ່ ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ (ເຂດດົງໂພສີ), ກອງປະຊຸມຄັ້ງນີ້ ເປັນກຽດເຂົ້າຮ່ວມ ແລະ ເປັນປະທານ ໂດຍ ທ່ານ ສາດສະດາຈານ ກິຕິມະສັກ ປະລິນຍາເອກ ດຣ. ບຸນແຝງ ພູມມະໄລສ້ດ ລັດຖະມົນຕີກະຊວງສາທາລະສຸກ. ມີ ເພສັດຊະກອນ ຈາກຫລາຍພາກສ່ວນ ຫລາຍຂົງເຂດ ທັງພາກລັດ ແລະ ເອກະຊົນ ເປັນຕົ້ນ ກົມ, ສະຖານບັນ, ສູນ, ກອງ ມະຫາວິທະຍາໄລວິທະຍາສາດສຸຂະພາບ, ໂຮງຫມໍ, ໂຮງງານຜະລິດຢາ, ບໍລິສັດ ແລະ ຮ້ານຂາຍຢາ  ທີ່ນໍາໃຊ້ວິຊາຊີບ ເຂົ້າຮ່ວມ.

ວັນທີ: 15/05/2025 | ຜູ້ປະກາດ: Xiong


ກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ການວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ
ກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ການວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ, ສະພາວິຊາຊີບ ແລະ ວຽກງານການສະໜອງ GPO ຈາກລາດຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 06 ມິຖຸນາ 2025 ກົມອາຫານ ແລະ ຢາ ໄດ້ເປີດກອງປະຊຸມແລກປ່ຽນບົດຮຽນ-ເຜີຍແຜ່ ແລະ ວາງແຜນເພື່ອຜັນຂະຫຍາຍຈັດຕັ້ງປະຕິບັດວຽກງານຮ້ານຂາຍຍ່ອຍຢາທີ່ດີ, ສະພາວິຊາຊີບ ແລະ ວຽກງານການສະໜອງ GPO ຈາກລາດຊະອານາຈັກໄທ ຢູ່ທີ່ຫ້ອງປະຊຸມກົມແຜນການ ແລະ ການເງິນ ກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ.ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫົວໜ້າສູນສະໜອງຢາ ແລະ ອຸປະກອນການແພດພ້ອມດ້ວຍຄະນະ, ຫົວໜ້າກອງກວດກາອາຫານ ແລະ ຢາພ້ອມດ້ວຍຄະນະ, ຄະນະເພສັຊສາດ, ຄະນະພະແນກສາທານະຄອນຫຼວງ, ຂະແໜງອາຫານ ແລະ ຢາ ນະຄອນຫຼວງ, ສະພາວິຊາຊີບ ແລະ ບັນດາພະແນກການພາຍໃນກົມອາຫານ ແລະ ຢາ ເຂົ້າຮ່ວມລວມທັງໝົດ 31 ທ່ານ.

ວັນທີ: 13/05/2025 | ຜູ້ປະກາດ: Xiong


ກອງປະຊຸມ ປຶກສາຫາລືກ່ຽວກັບ ຮາງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ

ກອງປະຊຸມ ປຶກສາຫາລືກ່ຽວກັບ ຮາງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໄດ້ຈັດຂຶ້ນ ລະຫວ່າງວັນທີ 4-5 ເມສາ 2025 ທີ່ ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື ຮອງລັດຖະມົນກະຊວງຍຸຕິທໍາ ແລະ ທ່ານ ນາງ ດຣ. ນາງ ອາພອນ ວິຊາເທບ ຮອງລັດຖະມົນຕີກະຊວງສາທາລະສຸກ ແລະ ມີຫົວໜ້າກົມ, ຮອງກົມ, ຄະນະພະແນກ, ຮອງພະແນກ ແລະ ວິຊາການ ແລະ ຄະນະຮັບຜິດຊອບຮ່າງກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ຫ້ອງວ່າການສໍານັກນາຍົກລັດຖະມົນ, ສະພາແຫ່ງຊາດ, ກະຊວງສາທາລະນະສຸກ ແລະ ກະຊວງຍຸຕິທໍາ ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວ. ກອງປະຊຸມ ໄດ້ຄົ້ນຄວ້າປຶກສາຫາລື ຕໍ່ກັບຄໍາເຫັນຂອງສະມາຊິກລັດຖະບານ ທີ່ໄດ້ ປະກອບໃສ່ຕໍ່ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ໃນວາລະກອງປະຊຸມ ລັດຖະບານ ສະໄໝສາມັນ ເດືອນ ມີນາ 2025. ຜ່ານມາ ເພື່ອສືບຕໍ່ປັບປຸງຮ່າງດັ່ງກ່າວ ໃຫ້ຄົບຖ້ວນ ແລະ ສອດຄ່ອງຍິ່ງຂຶ້ນກ່ອນນໍາສະເໜີ ສະພາແຫ່ງຊາດພິຈາລະນາ ຊຶ່ງຄາດວ່າຮ່າງກົດໝາຍສະບັບດັ່ງກ່າວຈະໄດ້ນໍາເຂົ້າຜ່ານ ກອງປະຊຸມສະໄໝສາມັນຄັ້ງທີ X ຂອງສະພາແຫ່ງຊາດຊຸດທີ່ IX ລະຫວ່າງເດືອນ ມີນາ 2025.

ວັນທີ: 07/04/2025 | ຜູ້ປະກາດ: Xiong


ພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ວັນທີ 07 ມິຖຸນາ 2024

ພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ ປີ 2024

       ໃນຕອນເຊົ້າຂອງວັນທີ 07 ມິຖຸນາ 2024 ກົມອາຫານ ແລະ ຢາ ໄດ້ ຈັດພິທີສະເຫຼີມສະຫຼອງວັນຄວາມປອດໄພອາຫານໂລກ  ໃຫ້ກຽດເປັນປະທານ ແລະ ເປີດພິທີ ໂດຍ ທ່ານ ປອ.ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ຊຶ່ງທ່ານປະທານໄດ້ເນັ້ນໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນຂອງວັນຄວາມອາຫານໂລກ ດັ່ງລາຍລະອຽດຕໍ່ໄປນີ້:

       ວັນຄວາມປອດໄພອາຫານໂລກໄດ້ຖືກຮັບຮອງໂດຍຄະນະກໍາມາທິການ​ມາດຕະຖານ​ອາຫານໂລກໃນປີ 2018 ພາຍ​ໃຕ້​ການ​ຮ່ວມ​ມື​ລະ​ຫວ່າງ ​ອົງ​ການ​​ອາ​ຫານ ​ແລະ​ ການ​ກະ​ສິ​ກໍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ (FAO) ແລະ ​ອົງ​ການ​ອະ​ນາ​ໄມ​ໂລກ (WHO) ຫຼື ກົດລະຫັດອາຫານສາກົນ (Codex Alimentarius) ໄດ້ກຳນົດເອົາວັນທີ 7 ມີຖຸນາ ຂອງແຕ່ລະປີ ເປັນ ວັນຄວາມປອດໄພອາຫານໂລກ (World Food Safety Day)’’ ກົມອາຫານ ແລະ ຢາ ຈຶ່ງໄດ້ສະເຫລີມສະຫລອງວັນສໍາຄັນດັ່ງກ່າວຂຶ້ນ ໂດຍຮ່ວມກັບ ອົງການອະນາໄມໂລກ  ຕັ້ງແຕ່ປີ 2018 ເປັນຕົ້ນມາ. 

 

ວັນທີ: 07/06/2024


ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ກົມອາຫານ ແລະ ຢາ ໄດ້ເປັນຈັດກອງກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ (Good Agriculture and Collection Practices : GACP) ຂື້ນແຕ່ວັນທີ 8-9 ເມສາ 2024

ສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ກົມອາຫານ ແລະ ຢາ ໄດ້ເປັນຈັດກອງກອງປະຊຸມ ຜ່ານຮ່າງຄູ່ມືແຫ່ງຊາດກ່ຽວກັບການກະສິກຳ ແລະ ການເກັບກູ້ພືດທີ່ເປັນຢາ (Good Agriculture and Collection Practices : GACP) ຂື້ນແຕ່ວັນທີ 8-9 ເມສາ 2024 ທີ່ ຣີສອດ ນາປ່າກວາງ, ເມືອງ ທຸລະຄົມ, ແຂວງ ວຽງຈັນ. ໂດຍການເປັນປະທານຮ່ວມຂອງ ທ່ານ ປອ. ດຣ ບຸນເລື່ອນ ດວງເດືອນ ຫົວໜ້າສະຖາບັນການແພດ ແລະ ການຢາພື້ນເມືອງ ແລະ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ. ກອງປະຊຸມໃນຄັ້ງນີ້ມີບັນດາແຂກຜູ້ເຂົ້າຮ່ວມຕາງໜ້າຈາກພາກສ່ວນ ກົມປ່າໄມ້ ແລະ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ຄະນະວິທະຍາສາດທໍາມະຊາດ ມະຫາວິທະຍາໄລແຫ່ງຊາດ, ຄະນະເພສັຊສາດ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ສະມາຄົມອານຸລັກຢາພື້ນເມືອງລາວ, ບໍລິສັດ SPC ຈຳກັດ, ກົມອາຫານ ແລະ ຢາ ແລະ ບັນດາພະແນກການຂອງສະຖານບັນການແພດ-ການຢາພື້ນເມືອງ ເຂົ້າຮ່ວມລວມທັງໝົດ 29 ທ່ານ.

ວັນທີ: 22/04/2024


ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການ ວັນທີ 4 ເມສາ 2024

ໃນຕອນບ່າຍຂອງວັນທີ 4 ເມສາ 2024 ກອງປະຊຸມປຶກສາຫາລື ແລະ ທົບຫວນຄືນກ່ຽວກັບວຽກງານການຮັບປະກັນການມີຢາ ແລະ ຜະລິດພັນການແພດ ການເກັບຮັກສາ ແລະ ການແຈກຢາຍ ຮ່ວມກັບບັນດາຄະນະກຳມະການສະເພາະກິດດ້ານວິຊາການທີ່ຫ້ອງປະຊຸມກະຊວງສາທາລະນະສຸກ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ. ດຣ ສຸລິສັກ ສູນວໍລະວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ຫ້ອງການກະຊວງສາທາລະນະສຸກ, ຫ້ອງການປະກັນສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມແຜນການ ແລະ ການເງິນ, ສູນຕ້ານເອດ, ສູນແມ່ ແລະ ເດັກ, ສູນໂພຊະນາການ, ສູນວັນນະໂລກ, UNFPA ແລະ ບັນດາທ່ານຈາກພະແນກການພາຍໃນ ກົມອາຫານ ແລະ ຢາ ເຂົ້າຮ່ວມທັງໝົດ 23 ທ່ານ.

 

ວັນທີ: 05/04/2024


ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA