ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຂັ້ນຕອນນໍາເຂົ້າຢາ

 

  • ວັດຖຸທີ່ເປັນເຄມີພັນທາງການຢາ ຫຼື ເຄມີພັນທາງການຢາເຄິ່ງສຳເລັດຮູບຊຶ່ງບໍ່ແມ່ນຢາສຳເລັດຮູບເຊັ່ນ: ທາດເຄມີທີ່ເປັນວັດຖຸດິບ;
  • ຢາພື້ນເມືອງທີ່ບໍ່ໄດ້ຜ່ານການປຸງແຕ່ງ, ບໍ່ມີການບັນຈຸສະເພາະ ແລະ ບໍ່ໄດ້ກຳນົດສູດຕຳລາເຊັ່ນ: ຮາກໄມ້, ລຳຕົ້ນ, ເປືອກ, ເຫງົ້າ, ຫົວ, ໃບ, ດອກ, ແກ່ນ ແລະ ອື່ນໆ;
  • ຢາປຸງແຕ່ງຫັດຖະກຳ ນັບທັງຢາຫຼວງ ແລະ ຢາພື້ນເມືອງທີ່ທາງການອະນຸຍາດ;
  • ຢາເພື່ອນຳມາວິໄຈ, ວິເຄາະ, ຄົ້ນຄ້ວາ, ຊວ່ຍເຫລືອ ແລະ ຮັບໃຊ້ພາຍໃນສະຖານທູດ, ແຕ່ຕ້ອງແມ່ນ ຢາທີ່ໄດ້ຂື້ນທະບຽນ ແລະ ອະນຸຍາດຈຳຫນ່າຍຈາກອົງການຄຸ້ມຄອງຢາຂອງປະເທດຜູ້ຜະລິດ ຫລື ສົ່ງອອກ ແລະ ຕ້ອງໄດ້ຜ່ານການກວດກາຈາກກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ.

 

ຂັ້ນຕອນການ ຂໍຈົດທະບຽນຢາ

ຂັ້ນຕອນ 1: ກະກຽມເອກະສານ ເພື່ອຂໍຈົດທະບຽນຢາ

  • ສຳລັບຢາທີ່ຜະລິດພາຍໃນ ຜູ້ທີ່ມີຈຸດປະສົງຢາກຜະລິດຢາຕ້ອງຍື່ນຄຳຮ້ອງຂໍຜະລິດຢາຕົວແບບ ຕາມຮ່າງຄຳຮ້ອງນີ້: ກົດ
  • ສຳລັບຢາທີ່ນຳເຂົ້າຈາກຕ່າງປະເທດ ຜູ້ທີ່ມີຈຸດປະສົງຢາກນໍາຢາເຂົ້າຈາກຕ່າງປະເທດຈະຕ້ອງຍື່ນ ຄຳຮ້ອງຂໍອະນຸຍາດນຳເຂົ້າຢາຕົວແບບ ຕາມຮ່າງ ຄຳຮ້ອງນີ້: ກົດ
  • ສຳລັບລາຍການຢາທີ່ຖືວ່າເປັນຢາໃຫມ່ທີ່ໄດ້ລະບຸໄວ້ໃນ ມາດຕາ 1.3  ຂອງຂໍ້ກຳນົດ ເລກທີ 1441/ກຊສ, ວັນທີ 13 ສິງຫາ 2003 ຕ້ອງປະກອບເອກະສານທີ່ຢັ້ງຢືນເຖິງຄວາມປອດໄພ ແລະ ການມີປະສິດທິຜົນ ໂດຍຄັດຕິດຂໍ້ມູນຂອງການສຶກສາຢ່າງຄົບຖ້ວນ.
  • ແບບຟອມຄຳຮ້ອງຕອ້ງແມ່ນສະບັບຕົ້ນທີ່ມີກາຈ້ຳສີແດງ ແລະ ມີຈຳຫນ່າຍຢູ່ ກົມອາຫານ ແລະ ຢາ;
  • ເອກະສານຢັ້ງຢືນອື່ນໆ ຖ້າແມ່ນສະບັບສຳເນົາຕອ້ງໄດ້ເຊັນຢັ້ງຢືນສຳເນົາຖືກຕ້ອງ ຕາມສະບັບເດີມຈາກບໍລິສັດ.

ການຮັບຄຳຮ້ອງຂໍຂຶ້ນທະບຽນຢາ ປະຕິບັດ ອາທິດລະ1 ວັນໃນທຸກໆ ວັນສຸກ

ຂັ້ນຕອນ 2 ຮັບ ແລະ ກວດກາເອກະສານ

  • ສຳລັບຢາທີ່ຜະລິດພາຍໃນ ພາຍຫລັງໄດ້ຮັບອະນຸຍາດໃຫ້ຜະລິດຢາຕົວແບບ ໂຮງງານຜູ້ຜະລິດຈະຕ້ອງໄດ້ປະກອບຄຳຮ້ອງຂື້ນທະບຽນຢາຕາມ ແບບຟອມນີ້: ກົດ ພາຍໃນກໍານົດ 3 ເຖິງ 6 ເດືອນ;
  • ສຳລັບຢາທີ່ນຳເຂົ້າຈາກຕ່າງປະເທດ ພາຍຫລັງໄດ້ຮັບອະນຸຍາດນໍາເຂົ້າຢາຕົວແບບ ບໍລິສັດກ່ຽວຂ້ອງຕ້ອງໄດ້ປະກອບຄຳຮ້ອງນີ້: ກົດ ພາຍໃນກໍານົດ 3 ເຖິງ 6 ເດືອນ.

ຂັ້ນຕອນ 3 ຄົ້ນຄວ້າ ແລະ ພິຈາລະນາເອກະສານ

          ໄລຍະຂອງການພິຈາລະນາອອກໃບທະບຽນແມ່ນຢູ່ພາຍໃນກຳນົດ 180 ວັນ. ຫຼັກການພິຈາລະນາຄຳຮ້ອງຂໍຂື້ນທະບຽນຢາ ຈະໄດ້ຮັບການພິຈາລະນາກໍຕໍ່ເມື່ອ ຜູ້ປະກອບເອກະສານມີເງື່ອນໄຂຄົບດັ່ງນີ້:

  • ຜູ້ທີ່ໄດ້ຮັບອະນຸຍາດຢ່າງເປັນທາງການໃນການຜະລິດ, ການນຳເຂົ້າຢາສາກົນ ຫລື ພື້ນເມືອງ ເພື່ອຈຳໜ່າຍໃນ ສປປລາວ;
  • ໂຮງງານຜູ້ຜະລິດ ຫລື ບໍລິສັດແມ່ຜູ້ສົ່ງອອກທີ່ມີທະບຽນຖືກຕ້ອງຂອງປະເທດກ່ຽວຂ້ອງ ໂດຍຜ່ານຕົວແທນ ເຊິ່ງແມ່ນບໍລິສັດພາຍໃນທີ່ໄດ້ຮັບອະນຸຍາດຢ່າງເປັນທາງການ ໃນການດຳເນີນທຸລະກິດນຳເຂົ້າ (ຢາສາກົນ ຫລືພື້ນເມືອງ) ເພື່ອຈໍາຫນ່າຍ ຫຼື ຫ້ອງການຜູ້ຕາງຫນ້າຂອງບໍລິສັດແມ່ ທີ່ໄດ້ຮັບອະນຸມັດຢ່າງເປັນທາງການ ໂດຍຮູບການມອບສິດໃນການດຳເນີນງານທີ່ເປັນເອກະພາບກັນທັງສອງຝ່າຍ;
  • ເຈົ້າຂອງຜະລິດຕະພັນທີ່ມີສູດຕຳລາຢາພື້ນເມືອງ ເພື່ອນຳໃຊ້ເຂົ້າໃນການກັນ ແລະ ປິ່ນປົວພະຍາດ ຊຶ່ງມີຂໍ້ມູນທີ່ສະແດງເຖິງຄວາມປອດໄພ ແລະ ປະສິດທິຜົນຂອງຢາ.  
  • ກໍລະນີລາຍການຢາທີ່ບໍ່ຈຳເປັນກວດກາວິໄຈຄືນ. ກ່ອນການອະນຸຍາດຂຶ້ນທະບຽນນັ້ນ ຈະຖືກເກັບຕົວແບບໃນຂັ້ນຕອນການນຳເຂົ້າມາຈຳຫນ່າຍ. ໃນກໍລະນີຂາດສານມາດຕະຖານເພື່ອວິໄຈຄຸນນະພາບ, ບໍລິສັດກ່ຽວຂ້ອງຕ້ອງສະຫນອງສານມາດຕະຖານພ້ອມເອກະສານທີ່ຈຳເປັນອື່ນໆ;

ໝາຍເຫດ:  ຄຳຮ້ອງຂໍຂື້ນທະບຽນຢາຈະຖືກປະຕິເສດໃນກໍລະນີດັ່ງນີ້:

  • ເອກກະສານບໍ່ຄົບຖວ້ນ ຕາມທີ່ໄດ້ລະບຸໄວ້ໃນໃບຄຳຮອ້ງແບບ ຜຢ1, ຜຢ2  ນຂ1, ນຂ2;
  • ໄດ້ແຈ້ງໃຫ້ດັດແກ້ບາງຢ່າງທີ່ບໍ່ຖືກຕອ້ງ ແຕ່ບໍ່ມີການປ່ຽນແປງ;
  • ໄລຍະຍື່ນໃບຄຳຮອ້ງຂໍຂື້ນທະບຽນຕາມແບບ ຜຢ2 ຫຼື ນຂ 2 ກາຍ 12 ເດືອນ;
  • ຢາທີ່ຖືກກຳນົດໃນບັນຊີຢາຕອ້ງຫ້າມຂອງ ສປປລາວ;
  • ຢາທີ່ບໍລິສັດແມ່ຜູ້ຜະລິດລົບລ້າງ ຫຼື ຖອນທະບຽນ;
  • ຢາໃຫ່ມ ຕາມຄຳນິຍາມທີ່ໄດ້ລະບຸໄວ້ໃນ ມາດຕາ 1.3;
  • ຢາທີ່ປະກອບມີຕົວຢາ ກາຍ 3 ຕົວຢາຫຼັກ ( Active Ingredients). ຍົກເວັ້ນຈຳພວກວິຕາມິນລວມ ແລະ ສານຈຳເປັນປົກກະຕິຂອງຮ່າງກາຍ (ກົດອາມິນ, ແຮ່ທາດ, ຢາໃຊ້ພາຍນອກທີ່ເປັນຢາສາມັນປະຈຳບ້ານ, ຢາພື້ນເມືອງ);
  • ຢາທີ່ມີລັກສະນະຮຽນແບບທາງດ້ານເຄື່ອງຫຸ້ມຫໍ່ ແລະ ຊື່ການຄ້າທີ່ໄດ້ມີການຮັບຮອງໃຫ້ຂຶ້ນທະບຽນກ່ອນແລ້ວ.

ຂັ້ນຕອນ 4 ເຊັນ ແລະ ປະທັບກາ ເພື່ອອອກໃບທະບຽນຢາ

          ຄະນະກຳມະການຂຶ້ນທະບຽນຢາ ທີ່ຖືກແຕ່ງຕັ້ງຈາກລັດຖະມົນຕີວ່າການກະຊວງສາທາລະນະສຸກ ເປັນຜູ້ຕົກລົງການຂຶ້ນທະບຽນຢາ.

          ສຳລັບລາຍການຢາທີ່ກົງກັບເງື່ອນໄຂ ຕາມນະໂຍບາຍແຫ່ງຊາດດ້ານຢາ, ບັນຊີຢາພື້ນຖານສະບັບທີ່ພວມປະກາດໃຊ້ ແລະ ຢາຈໍາເປັນສະເພາະໃຊ້ໃນຂະແໜງການ ທີ່ໄດ້ຮັບການຢັ້ງຢືນເຖິງຄວາມຈຳເປັນໃຊ້ຢ່າງເປັນທາງການຈາກຂະແຫນງການທີ່ກ່ຽວຂ້ອງ. ເຊິ່ງວ່າ ກົມອາຫານ ແລະ ຢາ ເປັນອົງການມີສິດອຳນາດອອກໃບທະບຽນຢາໄດ້ເລີຍ, ສ່ວນລາຍການຢາທີ່ບໍ່ກົງກັບເງື່ອນໄຂທີ່ໄດ້ກ່າວມານັ້ນ ຕ້ອງໄດ້ຮັບການພິຈາລະນາຈາກຄະນະກໍາມະການຂື້ນທະບຽນຢາ;

          ຢາທີ່ໄດ້ຮັບອະນຸມັດຂື້ນທະບຽນແລ້ວ, ກົມອາຫານ ແລະ ຢາຈະໄດ້ອອກເລກທະບຽນ ແລະ ໃບຢັ້ງຢືນ. ຈາກນັ້ນຜູ້ໄດ້ຮັບອະນຸຍາດຈື່ງມີສິດຜະລິດ ຫຼື ນຳເຂົ້າໄດ້.

ໝາຍເຫດ: ຢາທີ່ບໍ່ເຄີຍນຳເຂົ້າ ສປປລາວ ມາກອ່ນ ຫຼື ຢາສູດໃຫ່ມຊື່ງຜະລິດເພື່ອຈຸດປະສົງປິ່ນປົວພະຍາດທີ່ຮ້າຍແຮງເຊັ່ນ: ເອດສ, ຕັບອັກເສບ, ມະເຮັງ, ຫົວໃຈ-ເສັ້ນເລືອດ....ອາດຈະພິຈາລະນາບົນເງື່ອນໄຂດັ່ງນີ້:

ກ. ເປັນຢາທີ່ໄດ້ຂື້ນທະບຽນໃນບາງປະເທດແລ້ວເຊັ່ນ: ໜຶ່ງໃນບັນດາປະເທດຂອງກຸ່ມ ສະຫະພາບຍູຣົບ ( EUROPEAN UNION ),ສະຫະລັດອະເມລິກາ, ອົດສະຕາລີ ແລະ ຢີ່ປຸ່ນ.

ຂ. ສາມາດຕອບສະຫນອງເອກະສານເພີ້ມຕື່ມດ້ານ: ພິດເບື່ອວິທະຍາ, ເພສັດວິທະຍາ, ກົນໄກການອອກລິດຂອງຢາ, ຊີວະຄົງທົນ ແລະ ການທົດລອງທາງດ້ານການປິ່ນປົວ ( Toxicology, Pharmacology,  Pharmaco-kinetic, Bio-availability and Clinical trials ).

ຂັ້ນຕອນ 5 ຮັບຊຳລະຄ່າທຳນຽມ ແລະ ຮັບໃບທະບຽນຢາ

ທ່ານສາມາດ ຊໍາລະຄ່າທໍານຽມ ໃນເວລາ..... ແລະ ຮັບໃບຂື້ນທະບຽນຢາ ໄດ້ທີ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

 

ການນໍາເຂົ້າຢາ ຢູ່ດ່ານ

 

          ອີງຕາມ ກົດໝາຍ ວ່າດ້ວຍ ຢາ ແລະ ຜະລິດຕະພັນການແພດ ເລກທີ 07/ສພຊ, ວັນທີ 21/12/2011: ຢາ ແລະ/ຫລື ຜະລິດຕະພັນການແພດ ທີ່ຈະນໍາເຂົ້າມາຈໍາໜ່າຍ ຫຼື ດໍາເນີນການຜະລິດ ໃນ ສປປ ລາວ ຕ້ອງໄດ້ຈົດທະບຽນ ຫຼື ຈົດແຈ້ງ ຕາມລະບຽບການ ຢູ່ ກົມອາຫານ ແລະ ຢາ (ກົມ ອຢ), ກະຊວງສາທາລະນະສຸກ ເສຍກ່ອນ.

          ພາຍຫຼັງໄດ້ຮັບໃບທະບຽນຢາແລ້ວ, ການນໍາເຂົ້າທຸກໆຄັ້ງຕ້ອງໄດ້ ສະເໜີຂໍນໍາເຂົ້າຢາ ທຸກຄັ້ງ ຕໍ່ ກົມ ອຢ ຕາມແບບຟອມນີ້ : ກົດ. ພາຍຫຼັງໄດ້ຮັບອະນຸຍາດການນໍາເຂົ້າແລ້ວ ເອກະສານທີ່ກ່ຽວຂ້ອງຈະຖືກສໍາເນົາເຮັດເປັນ 3 ຊຸດ ໃນນັ້ນ 1 ຊຸດໃຫ້ ກົມ ອຢ, 1 ຊຸດ ໃຫ້ເຈົ້າໜ້າທີ ອຢ ແລະ 1 ຊຸດ ໃຫ້ເຈົ້າໜ້າທີພາສີ ທີ່ປະຈໍາຢູ່ດ່ານ ກວດກາຄວາມຖືກຕ້ອງ ກ່ອນການປ່ອຍອອກຈາກດ່ານ.

 

ຕິດຕໍ່ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: ກົມອາຫານ ແລະ ຢາ,​ ກະຊວງສາທາລະນະສຸກ.

ບ້ານທາດຂາວ, ຖະໜົນສີເມືອງ, ນະຄອນຫຼວງວຽງຈັນ, ສປປລາວ

ໂທລະສັບ: +(856-21) 214013

ໂທລະສານ: +(856-21) 214015

ເວັບໄຊທ໌: www.fdd.gov.la

ອີເມວ: info@fdd.gov.la

ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA