ມອບປ້າຍໄຟຟ້າ LED ໃຫ້ພະແນກສາທາລະນະສຸກແຂວງຈຳປາສັກ ແລະ ອັດຕະປື
ປະກາດວັນທີ: 20/09/2015 | ຜູ້ປະກາດ: Xiong T
ປັບປຸງວັນທີ: 20/09/2015 | ຜູ້ປັບປຸງ: Xiong T
![]() |
| ໃນທ້າຍເດືອນ 8 ຫາ ຕົ້ນເດືອນ 9 / 2015 ທີ່ຜ່ານມານີ້ ກົມອາຫານ ແລະ ຢາ ໄດ້ນຳເອົາປ້າຍໄຟຟ້າ LED ມາມອບໃຫ້ພະແນກສາທາລະນະສຸກແຂວງຈຳປາສັກ ແລະ ອັດຕະປື ເພື່ອນຳໄປຕັ້ງຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ, ດ່ານສາກົນໜອງນົກຂຽນ(ເວີນຄາມ) ແລະ ດ່ານສາກົນພູເກືອ... |
|
ໂດຍ: ນາງ ກອງປະມະນີ ນາມມະວົງມີໄຊ ຫົວໜ້າພະແນກຄຸ້ມຄອງຂ່າວສານ ກົມອາຫານ ແລະ ຢາ ![]() ![]() ![]() |
|
ເພື່ອຫຼຸດຜ່ອນ ແລະ ສະກັດກັ້ນການຂະຫຍາຍຕົວຂອງເຊື້ອໄຂ້ຍຸງ ດື້ຕໍ່ຢາ Artemisinin ໃນສປປ ລາວ ກໍ່ຄືໃນພາກພື້ນອາຊີອາຄະເນ ແລະ ບໍ່ໃຫ້ມີການນຳເຂົ້າ, ຊື້, ຂາຍ ແລະ ນຳໃຊ້ຢາປິ່ນປົວໄຂ້ຍຸງດ້ວຍຢາ Artesunateຊະນິດເມັດຢູ່ ສປປ ລາວ.
ດັ່ງນັ້ນ, ໃນທ້າຍເດືອນ 8 ຫາ ຕົ້ນເດືອນ 9 / 2015 ທີ່ຜ່ານມານີ້ ກົມອາຫານ ແລະ ຢາ ໄດ້ນຳເອົາປ້າຍໄຟຟ້າ LED ມາມອບໃຫ້ພະແນກສາທາລະນະສຸກແຂວງຈຳປາສັກ ແລະ ອັດຕະປື ເພື່ອນຳໄປຕັ້ງຢູ່ດ່ານສາກົນວັງເຕົ່າ-ຊ່ອງເມັກ, ດ່ານສາກົນໜອງນົກຂຽນ(ເວີນຄາມ) ແລະ ດ່ານສາກົນພູເກືອ ຢູ່ບໍລິເວນຈຸດກວດຄົນເຂົ້າປະເທດ, ດ່ານລະ 01 ປ້າຍ ທີ່ມີໂຕໜັງສືຂອງ05 ພາສາຄື: ພາສາລາວ, ອັງກິດ, ໄທ, ຫວຽດນາມ ແລະ ກຳປູເຈຍ ໄຫຼອອກມາ, ຊຶ່ງມີເນື້ອໃນແມ່ນ: “ ຫ້າມນຳເຂົ້າ, ຊື້, ຂາຍ ແລະ ນຳໃຊ້ຢາປິ່ນປົວໄຂ້ຍຸງ Artesunate ຊະນິດເມັດ. ຖ້າລະເມີດຈະຖືກປະຕິບັດມາດຕະການຕາມລະບຽບການທີ່ໄດ້ກຳນົດອອກ ” ການປະກອບອຸປະກອນດັ່ງກ່າວ ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ໂຄງການກອງທຶນໂລກ ໂດຍຜ່ານໂຄງການຕ້ານການແພກະຈາຍຂອງການລຶ້ງຢາ Artemisin ຂອງເຊື້ອໄຂ້ຍຸງ. |
free porn videos free sex videos


