Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມ ກະກຽມການສ້າງຕັ້ງສະມາຄົມທຸລະກິດຢາ ແລະ ອຸປະກອນການແພດ

ປະກາດວັນທີ: 14/02/2022 | ຜູ້ປະກາດ: Xiong
ປັບປຸງວັນທີ: 14/02/2022

ກອຢ

ກອງ​ປະຊຸມ​ໄດ້​ດຳ​ເນີນ​ຂື້ນໃນ​ຕ​ອນ​ເຊົ້າ​ວັນ​ຈັນ ເວ​ລາ 10:00 ໂມງ ຂອງວັນ​ທີ 07 ກຸມພາ 2022, ທີ່​ຫ້ອງ​ປະ​ຊຸມ​ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ​ ໂດຍ​ການເປັນ​ປະ​ທານ​ຮ່ວມ​ ທ່ານ ປອ. ດ​ຣ​ ບຸນ​ຊູ ແກ້ວ​ຫາ​ວົງ, ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ ນ. ວາລີ ເວດຊະພົງ ຮອງປະທານສະພາການຄ້າ. ກອງປະຊຸມໄດ້ມີ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ, ມີ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ຄະນະທິມງານຮັບຜິດຊອບ ໃນການກະກຽມການສ້າງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິຕະພັນການແພດ (ຄະນະດ້ານວິຊາການ, ຄະນະທີ່ປຶກສາ ແລະ ກອງເລຂາ) ຈໍານວນ 17 ທ່ານ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບການສ້າງຕັ້ງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດໃນໄລຍະຜ່ານມາ.

 
ກອງປະຊຸມໄດ້ດຳເນີນຂື້ນໃນຕອນເຊົ້າວັນຈັນ ເວລາ 10:00 ໂມງ ຂອງວັນທີ 07 ກຸມພາ 2022, ທີ່ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ໂດຍການເປັນປະທານຮ່ວມ ທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ, ຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ປອ ນ. ວາລີ ເວດຊະພົງ ຮອງປະທານສະພາການຄ້າ. ກອງປະຊຸມໄດ້ມີ ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ, ມີ ທ່ານ ດຣ ສຸກສົມຄວນ ຈັນທະມາດ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ຄະນະທິມງານຮັບຜິດຊອບ ໃນການກະກຽມການສ້າງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິຕະພັນການແພດ (ຄະນະດ້ານວິຊາການ, ຄະນະທີ່ປຶກສາ ແລະ ກອງເລຂາ) ຈໍານວນ 17 ທ່ານ. ຈຸດປະສົງຂອງກອງປະຊຸມເພື່ອລາຍງານຄວາມຄືບໜ້າ ແລະ ປຶກສາຫາລືກ່ຽວກັບການສ້າງຕັ້ງຕັ້ງສະມາຄົມທຸລະກິດດ້ານຢາ ແລະ ຜະລິດຕະພັນການແພດໃນໄລຍະຜ່ານມາ.
 
ກອງປະຊຸມເຫັນດີເປັນເອກະພາບໃຫ້ດໍາເນີນຂັ້ນຕອນການປັບປຸງຄືນສະມາຄົມດັ່ງກ່າວ ເຊິ່ງເຄີຍໄດ້ຮັບການອະນຸມັດມາໃນເມື່ອກ່ອນ ເພື່ອເຮັດໃຫ້ການດໍາເນີນການຈັດຕັ້ງສະມາຄົມດັ່ງກ່າວໄວຂຶ້ນ ແລະ ເບື້ອງຕົ້ນໄດ້ສະເໜີແຕ່ງຕັ້ງ ທ່ານ ປອ ນ ວາລີ ເວດຊະພົງ ຮອງປະທານສະພາບການຄ້າ, ອໍານວຍການບໍລິສັດ ການຢາມິດຕະພາບ ເປັນປະທານບໍລິຫານຂອງສະມາຄົມ ເພື່ອນໍາພາການປັບປຸງສະມາຄົມດັ່ງກ່າວ. ສ່ວນບັນດາຮອງປະທານບໍລິຫານສະມາຄົມ ຈະໄດ້ສືບຕໍ່ຄັດເລືອກເອົາຜູ້ທີ່ມີມາດຖານເງື່ອນໄຂ ເພື່ອມາຊ່ວຍວຽກດັ່ງກ່າວ. ສໍາລັບທີມງານກອງເລຂາ ໃຫ້ຖືກເອົາຄະນະທີ່ໄດ້ຮັບການແຕ່ງຕັ້ງຈາກກະຊວງສາທາລະນະສຸກແລ້ວ ແລະ ໃຫ້ມີຜູ້ປະສານງານຈາກສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ ເຂົ້າມາສົມທົບຕື່ມ. ສໍາລັບອາຄານສະຖານທີ່ໃນເບື່ອງຕົ້ນຈະໄດ້ກໍານົດເອົາຫ້ອງການຂອງສະມາຄົມ ຢູ່ໃນອາຄານຂອງສະພາບການຄ້າກ່ອນ ເພື່ອເປັນບ່ອນປະຕິບັດງານຂອງສະມາຄົມທຸລະກິດຢາ ແລະ ຜະລິດຕະພັນການແພດ. ກອງປະຊຸມໄດ້ສະເໜີໃຫ້ມີການເລັ່ງ ໃຫ້ສະມາຄົມ ໄດ້ຮັບການສ້າງຕັ້ງສໍາເລັດໃນເດືອນ 6 ປີ 2022. 
 
← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA