Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ຄະນະກົມອາອຫານ ແລະ ຢາ ແລະ ພະນັກງານຫຼັກແຫຼ່ງລົງຕິດຕາມຊຸກຍູ້ວຽກງານສາຍອາຫານ ແລະ ຢາ ຂັ້ນສູນກາງ

ປະກາດວັນທີ: 30/04/2022
ປັບປຸງວັນທີ: 30/04/2022 | ຜູ້ປັບປຸງ: Xiong T

ໃນຕອນເຊົ້າຂອງວັນທີ 29 ເມສາ 2022, ຄະນະກົມອາຫານ ແລະ ຢາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາອາຫານ ແລະ ຢາ ຂອງກອງກວດກາອາຫານ ແລະ ຢາ ເຊິ່ງນໍາພາໂດຍ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ກໍາມະການຄະນະພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ. ເປັນກຽດຕ້ອນຮັບຄະນະກົມ ແລະ ທິມງານຄັ້ງນີ້ ໂດຍແມ່ນທ່ານ ດຣ. ບຸນເລື່ອນ ພະຍາດຊະໂຍທາ....

 

ໃນຕອນເຊົ້າຂອງວັນທີ 29 ເມສາ 2022, ຄະນະກົມອາຫານ ແລະ ຢາ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໄດ້ລົງຕິດຕາມຊຸກຍູ້ວຽກງານກວດກາອາຫານ ແລະ ຢາ ຂອງກອງກວດກາອາຫານ ແລະ ຢາ ເຊິ່ງນໍາພາໂດຍ ທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ກໍາມະການຄະນະພັກກະຊວງ ຫົວໜ້າກົມອາຫານ ແລະ ຢາ. ເປັນກຽດຕ້ອນຮັບຄະນະກົມ ແລະ ທິມງານຄັ້ງນີ້ ໂດຍແມ່ນທ່ານ ດຣ. ບຸນເລື່ອນ ພະຍາດຊະໂຍທາ ແລະ ມີພະນັກງານຫຼັກແຫຼ່ງຈາກກອງກວດກາອາຫານ ແລະ ຢາ ເຂົ້າຮ່ວມ. ໃນວາລະກອງປະຊຸມ ທ່ານຫົວໜ້າກອງກວດກາອາຫານ ແລະ ຢາ ໄດ້ ລາຍງານຫຍໍ້ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານກວດກາໃນໜຶ່ງປີທີ່ຜ່ານມາ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ສິ່ງທ້າທາຍ ແລະ ແຜນການທິດທາງຕໍ່ໜ້າ. ກອງປະຊຸມໄດ້ເປີດໂອກາດໃຫ້ບັນດາຜູ້ເຂົ້າຮ່ວມທັງສອງພາກສ່ວນ ໄດ້ຍົກບັນຫາຕ່າງໆ ທີ່ເຫັນວ່າຍັງບໍ່ໂລ່ງລ່ຽນ ໃນການຈັດຕັ້ງປະຕິບັດທີ່ຜ່ານມາ ເພື່ອສົນທະນາ, ປຶກສາຫາລື ແລະ ສະເໜີວິທີແກ້ໄຂ. ກອງປະຊຸມເຫັນດີເປັນເອກະພາບ ເພື່ອນໍາເອົາບັນຫາຄົ້ງຄ້າງ ເພື່ອສືບຕໍ່ຄົ້ນຄ້ວາ, ວິເຄາະວິໄຈບັນຫາຢ່າງເລິກເຊິ່ງເຖິງຕົ້ນເຫດຂອງບັນຫາ ໃຫ້ຊັດເຈນ ແລະ ຮ່ວມກັນແກ້ໄຂ.

          ການລົງຕິດຕາມຊຸກຍູ້ຄັ້ງນີ້ ແມ່ນການຈັດຕັ້ງປະຕິບັດແຜນກິດຈະກໍາ ປະຈໍາປີ 2022 ເພື່ອຕິດຕາມຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນງານປົກປ້ອງຜູ້ບໍລິໂພກອາຫານ, ຢາ ແລະ ຜະລິດຕະພັນການແພດ ຂອງສາຍແຜນງານອາຫານ ແລະ ຢາ ຂັ້ນສູນກາງ. ກົມອາຫານ ແລະ ຢາ ໄດ້ສໍາເລັດການລົງຕິດຕາມຊຸກຍູ້ວຽກງານການວິໄຈອາຫານ ແລະ ຢາ ຢູ່ ສູນວິໄຈອາຫານ ແລະ ຢາ ແຫ່ງຊາດ, ກອງກວດກາອາຫານ ແລະ ຢາ. ໃນຕໍ່ໜ້າ ຈະໄດ້ສືບຕໍ່ລົງຕິດຕາມຊຸກຍູ້ວຽກງານຢູ່ ສະຖານບັນການແພດການຢາພື້ນເມືອງ, ສູນສະໜອງຢາ-ອຸປະກອນການແພດ, ໂຮງງານຜະລິດຢາ ເລກ 2 ແລະ ໂຮງງານຜະລິດຢາເລກ 3.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA