Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ແຈ້ງການ ເລກທີ 5004/ກອຢ,​ ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.

ປະກາດວັນທີ: 09/05/2022

ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ເປັນພາກສ່ວນໜື່ງທີ່ສຳຄັນໃນການຄັດກອງ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໄດ້ທັນການ, ສະນັ້ນ ເຄື່ອງທົດສອບແບບໄວ AgRDT ຕ້ອງມີຄຸນນະພາບ ແລະ ປະສິດທິພາບ ເຊິ່ງໃນໄລຍະຜ່ານມາກົມອາຫານ ແລະ ຢາ ໄດ້ຈັດຕັ້ງປະຕິບັດການອະນຸຍາດນຳໃຊ້ໃນພາວະສຸກເສີນ (Emergency Use Authorization, EUA)...

ໜັງສືແຈ້ງການ

  ເຖິງ:  ບັນດາສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ຮັບອະນຸຍາດກວດວິເຄາະຊອກຫາການຕິດເຊືອໂຄວິດ-19 ດ້ວຍເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດ

          ເຊື້ອໂຄວິດ-19 ທັງພາກລັດ ແລະ ເອກະຊົນໃນຂອບເຂດທົ່ວປະເທດ.             

  ເລື່ອງ:  ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ.                  

- ອີງຕາມ  ກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ,​ ລົງວັນທີ 21 ທັນວາ 2011;

- ອີງຕາມ  ຄຳສັ່ງວ່າດ້ວຍການນຳເຂົ້າ, ຈໍລະຈອນຈຳໜ່າຍ ແລະ ນຳໃຊ້ ເຄື່ອງທົດສອບແບບໄວ AgRDT ເພື່ອກວດວິເຄາະຊອກຫາການຕິດເຊື້ອໂຄວິດ-19 ສະບັບເລກທີ 3994/ສທ, ລົງວັນທີ 30 ທັນວາ 202.

             ການນຳໃຊ້ເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ເປັນພາກສ່ວນໜື່ງທີ່ສຳຄັນໃນການຄັດກອງ ແລະ ຄົ້ນຫາກໍລະນີຜູ້ຕິດເຊື້ອໄດ້ທັນການ, ສະນັ້ນ ເຄື່ອງທົດສອບແບບໄວ AgRDT ຕ້ອງມີຄຸນນະພາບ ແລະ ປະສິດທິພາບ ເຊິ່ງໃນໄລຍະຜ່ານມາກົມອາຫານ ແລະ ຢາ ໄດ້ຈັດຕັ້ງປະຕິບັດການອະນຸຍາດນຳໃຊ້ໃນພາວະສຸກເສີນ (Emergency Use Authorization, EUA) ໂດຍອີງໃສ່ການອະນຸຍາດນຳໃຊ້ໃນພາວະສຸກເສີນຈາກອົງການອະນາໄມໂລກ ຫຼື ຈາກປະເທດທີ່ເຂັ້ມແຂງ ເຊິ່ງປະຈຸບັນເຄື່ອງທົດສອບແບບໄວ AgRDT ທີ່ໄດ້ຮັບອະນຸຍາດຈາກກົມອາຫານ ແລະ ຢາ ມີທັງໝົດ 10 ລາຍການ (ລາຍລະອຽດດັ່ງເອກະສານຄັດຕິດທີ 1).

             ສະນັ້ນ ກົມອາຫານ ແລະ ຢາ ຈຶ່ງແຈ້ງມາຍັງບັນດາສະຖານທີ່ບໍລິການສາທາລະນະສຸກທີ່ໄດ້ຮັບອະນຸຍາດກວດວິເຄາະຊອກຫາການຕິດເຊື້ອໂຄວິດ-19 ດ້ວຍເຄື່ອງທົດສອບແບບໄວ AgRDT (ຫຼື Antigen Test Kit, ATK) ກວດວິເຄາະການຕິດເຊື້ອໂຄວິດ-19 ທັງພາກລັດ ແລະ ເອກະຊົນ ຈົ່ງຕິດຕາມບັນຊີລາຍການ ແລະ ເລືອກນຳໃຊ້ສະເພາະລາຍການທີ່ໄດ້ຮັບອະນຸຍາດຕາມລະບຽບການ ຈາກກົມອາຫານ ແລະ ຢາເທົ່ານັ້ນ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມຊັດເຈນຂອງການກວດວິເຄາະ (ລາຍລະອຽດດັ່ງເອກະສານຄັດຕິດທີ 2).

             ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ດ້ວຍ.

                                                                                                                                                                       ຫົວໜ້າກົມ

 

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA