Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍວັນກໍາມະກອນສາກົນ ຊົມເຊີຍວັນສ້າງຕັ້ງຊາວໜຸ່ມປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຊົມເຊີຍວັນສ້າງຕັ້ງກອງທັບປະຊາຊົນປະຕິວັດລາວ ຊົມເຊີຍວັນສ້າງຕັ້ງສະຫະພັນກໍາມະບານລາວ ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງສາກົນ ຊົມເຊີຍວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ບໍລິສັດ DKSH ມອບຢາຊ່ວຍເຫຼືອໃຫ້ແກ່ວຽກງານຕ້ານ ໂກວິດ-19

ປະກາດວັນທີ: 17/05/2022 | ຜູ້ປະກາດ: Xiong T
ປັບປຸງວັນທີ: 18/05/2022 | ຜູ້ປັບປຸງ: Xiong T

ນວັນທີ 17 ພຶດສະພາ 2022, ບໍລິສັດ DKSH ຈໍາກັດ ເຊິ່ງນໍາໂດຍທ່ານ Julien Moret ຜູ້ຈັດການບໍລິສັດ ປະຈໍາ ສປປ ລາວ, ກໍາປູເຈຍ ພ້ອມດ້ວຍ ທ່ານ Vishwas GUPTA ຫົວໜ້າບໍລິຫານພະແນກການຢາ ແລະ ອຸປະກອນການແພດ ແລະ ທ່ານນາງ ທິບຖາພອນ ຈັນທະວົງ ຜູ້ຈັດການຝ່າຍຂາຍຢາ ແລະ ອຸປະກອນການແພດ ໄດ້ມອບຢາ Favifiravir ຈໍານວນ 1000 ກັບ (9,000 ໂດສ) ເພື່ອປະກອບສ່ວນເຂົ້າໃນການປິ່ນປົວພະຍາດ ໂກວິດ-19..... 

 

ນວັນທີ 17 ພຶດສະພາ 2022, ບໍລິສັດ DKSH ຈໍາກັດ ເຊິ່ງນໍາໂດຍທ່ານ Julien Moret ຫົວໜ້າບໍລິຫານ ປະຈໍາ ລາວພ້ອມດ້ວຍຄະນະທິມງານຜູ້ບໍລິຫານຂອງບໍລິສັດ ໄດ້ມອບຢາ Favifiravir ຈໍານວນ 1000 ກັບ (ມູນຄ່າ 9,000 ໂດລາສະຫະລັດ) ເພື່ອປະກອບສ່ວນເຂົ້າໃນວຽກງານການປິ່ນປົວພະຍາດ ໂກວິດ-19. ໃນການຮັບການປະກອບສ່ວນຊ່ວຍເຫຼືອຢາໃນຄັ້ງນີ້ ມີທ່ານ ປອ. ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ ພ້ອມດ້ວຍຄະນະກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ຂອງກົມອາຫານ ແລະ ຢາ ເຂົ້າຮ່ວມ. ທ່ານ ປອ. ດຣ. ບຸນຊູແກ້ວຫາວົງ ໄດ້ກ່າວມີຄໍາເຫັນ ໂດຍລາຍງານຫຍໍ້ການຈັດຕັ້ງປະຕິບັດວຽກງານຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂກວິດ-19 ຢູ່ ສປປ ລາວ ໃນໄລຍະຜ່ານມາ ນັບແຕ່ເລີ່ມມີການລະບາດແຕ່ປີ 2020 ຈົນເຖິງປັດຈຸບັນ ເຊິ່ງສະພາບການລະບາດນັບມືນັບຫລຸດລົງ ຍ້ອນພັກ-ລັດໄດ້ເອົາໃຈໃສ່ສົມທົບການກັບຊ່ວຍເຫຼືອພາຍໃນ ແລະ ຕ່າງປະເທດ ລວມທັງການຮ່ວມມືຂອງປະຊາຊົນ. ແຕ່ເຖິງຢ່າງໃດກໍ່ຕາມທ່ານຍັງໄດ້ເນັ້ນຕື່ມວ່າ ກະຊວງສາທາລະນະສຸກ ກໍ່ຍັງສືບຕໍ່ເພີ້ມທະວີການເຝົ້າລະວັງ ແລະ ກະກຽມຕອບໂຕ້ ພະຍາດດັ່ງກ່າວ ເຊິ່ງອາດຈະເກີດການລະບາດໃນຮອບໃໝ່ຂຶ້ນຕື່ມ ພາຍຫຼັງການເປີດປະເທດ. ທ່ານຫົວໜ້າກົມໄດ້ກ່າວສະແດງຄວາມຂອບໃຈ ນໍາການນໍາ ແລະ ພະນັກງານຂອງບໍລິສັດ ທີ່ໄດ້ປະກອບສ່ວນຊ່ວຍເຫຼືອຢາດັ່ງກ່າວ ເຊິ່ງຈະໄດ້ນໍາໃຊ້ເຂົ້າໃນວຽກງານປິ່ນປົວຜູ້ຕິດເຊື້ອ.

     ບໍລິສັດDKSH ຈໍາກັດ ແມ່ນບໍລິສັດແຫ່ງໜຶ່ງລົງທຶນຈາກຕ່າງປະເທດ ເຊິ່ງນັບແຕ່ມື້ສ້າງຕັ້ງບໍລິສັດ ໄດ້ມີການເຄື່ອນໄຫວນໍາເຂົ້າຢາ ແລະ ຜະລິດຕະພັນການແພດທີ່ມີຄຸນນະພາບ ແລະ ປອດໄພ ສະໜອງໃຫ້ແກ່ຕາງໜ່າງສາທາລະນະສຸກ ໃນຂອບເຂດທົ່ວປະເທດ, ປະກອບສ່ວນເຂົ້າໃນວຽກງານປ້ອງກັນ ແລະ ປິ່ນປົວພະຍາດ ໃຫ້ແກ່ປະຊາຊົນ ຢູ່ ສປປ ລາວ. 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA