Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ປຶກສາຫາລືຮ່າງແຜນຍຸດທະສາດຂອງການພັດທະນາວຽກງານການຢາໂຮງໝໍແຕ່ປີ 2022-2030

ປະກາດວັນທີ: 08/06/2022
ປັບປຸງວັນທີ: 08/06/2022

ກົມ​ອາ​ຫານ ແລະ ຢາ ໄດ້​ເປີດກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແລະ ລະ​ດົມ​ແນວ​ຄວາມ​ຄິດ​ປະ​ກອບ​ໃສ່​ຮ່າງ​ແຜນ​ຍຸດ​ທະ​ສາດ​​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຢາ​ໂຮງ​ໝໍ ແຕ່​ປີ 2022-2030 ຢູ່​ທີ່​ທ່າ​ລາດ ແຂວງວຽງ​ຈັນ ໃນ​ວັນ​ທີ 23-25 ພຶດ​ສະ​ພາ 2022 ...

ຂຽນໂດຍ: ດຣ ນາງກອງມະນີ ນາມມະວົງມີໄຊ

ກົມ​ອາ​ຫານ ແລະ ຢາ ໄດ້​ເປີດກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື ແລະ ລະ​ດົມ​ແນວ​ຄວາມ​ຄິດ​ປະ​ກອບ​ໃສ່​ຮ່າງ​ແຜນ​ຍຸດ​ທະ​ສາດ​​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຢາ​ໂຮງ​ໝໍ ແຕ່​ປີ 2022-2030 ຢູ່​ທີ່​ທ່າ​ລາດ ແຂວງວຽງ​ຈັນ ໃນ​ວັນ​ທີ 23-25 ພຶດ​ສະ​ພາ 2022 ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ ປອ.ດ​ຣ. ບຸນ​ຊູ ແກ້ວ​ຫາ​ວົງ ຫົວ​ໜ້າ​ກົມ​ອາ​ຫານ ແລະ ຢາ. ມີ​ຜູ້​ເຂົ້າ​ຮ່ວມ​ຈາກ ຫ້ອງ​ການ​ກະ​ຊວງ, ກົມ​ອາ​ຫານ ແລະ ຢາ, ກົມ​ແຜນ​ການ  ແລະ ການ​ຮ່ວມ​ມື, ກົມ​ຈັດ​ຕັ້ງ ແລະ ພະ​ນັກ​ງານ, ຫ້ອງ​ການ​ປະ​ກັນ​ສຸ​ຂະ​ພາບ ແຫ່ງ​ຊາດ, 05 ໂຮງ​ໝໍ​ສູນ​ກາງ​, ມະ​ຫາ​ວິ​ທະ​ຍາ​ໄລ ວິ​ທະ​ຍາ​ສາດ ສຸ​ຂະ​ພາບ, ກອງກວດ​ກາ​ອາ​ຫານ ແລະ ຢາ,  ສູນ​ສະ​ໜອງ​ຢາ ແລະ ອຸ​ປະ​ກອນ​ການ​ແພດ, ​ແຂວງ​ຊຽງ​ຂວາງ, ຫຼວງ​ພະ​ບາງ, ນະ​ຄອນ​ຫຼວງວຽງ​ຈັນ, ບໍ​ລິ​ຄຳ​ໄຊ, ຄຳ​ມ່ວນ ແລະ ສະ​ຫວັນ​ນະ​ເຂດ, ຊ່ຽວ​ຊານ​ພະ​ລາ​ທິ​ການ, ​ຜູ້​ຕາງ​ໜ້າ WHO ແລະ CHAI  ລວມ​ທັງ​ໝົດ 63 ທ່ານ.

ຈຸດ​ປະ​ສົງ​ຂອງກອງ​ປະ​ຊຸມເພື່ອລະ​ດົມ​ແນວ​ຄວາມ​ຄິດ​ປະ​ກອບ​ໃສ່​ຮ່າງ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຢາ​ໂຮງ​ໝໍ ແຕ່​ປີ 2022-2030 ແລະ ກຳ​ນົດ​ບັນ​ດາ​ກິດ​ຈະ​ກຳ​ ພ້ອມ​ທັງ​ຄາດ​ຄະ​ເນ​ງົບ​ປະ​ມານ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ບັນ​ລຸ​ຍຸດ​ທະ​ສາດ​ດ່ງ​ກ່າວ.

ຜົນ​ກອງ​ປະ​ຊຸມແມ່ນ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໂດຍ​ພື້ນ​ຖານ​ຕໍ່​ກັບ​ເນື້ອ​ໃນຮ່າງ​ຍຸດ​ທະ​ສາດ​ແຜນ​ຍຸດ​ທະ​ສາດ​ຂອງ​ການ​ພັດ​ທະ​ນາ​ວຽກ​ງານ​ການ​ຢາ​ໂຮງ​ໝໍ ແຕ່​ປີ 2022-2030 ແລະ​ໃຫ້​ກຳ​ນົດ​ບັນ​ດາ​ກິດ​ຈະ​ກຳ​ໃນ​ແຕ່​ລະ​ຍຸດ​ທະ​ສາດ​ໃຫ້​ໃຫ້​ລະ​ອຽດ ພ້ອມ​ທັງ​ຈັດ​ລຽງ​ບູ​ລິ​ມະ​ສິດ​ຂອງ​ກິດ​ຈະ​ກຳ​ດັ່ງ​ກ່າວ, ຄາດ​ຄະ​ເນ​ງົບ​ປະ​ມານ ແລະ ລະ​ບຸພາກ​ສ່ວນ​ຮັບ​ຜິດ​ຊອບ​ແຕ່​ແຕ່​ລະ​ກິດ​ຈະ​ກຳ.

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA