Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “

ປະກາດວັນທີ: 21/06/2022

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ Dr. Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ; ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຄື: ຜູ້ຕາງໜ້າອົງການອະນາໄມໂລກ (WHO), ອົງການອາຫານ ແລະ ການກະເສດ (FAO), ຫ້ອງການກະຊວງສາທາລະນະສຸກ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ກົມມາດຕະຖານ ແລະ ວັດແທກ, ກົມນຳເຂົ້າ-ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຜູ້ປະກອບການດ້ານອາຫານ ແລະ ຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ.

 

ຂຽນໂດຍ: ດຣ ນາງ ກອງມະນີ ນາມມະວົງມີໄຊ

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ

ງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ໄດ້ຈັດຂື້ນວັນທີ 17 ມິຖຸນາ 2022 ທີ່ ໂຮງແຮມຄຣາວ ພລາຊາພາຍໃຕ້ຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ດຣ. ໄພວັນ ແກ້ວປະເສີດ ຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານນາງ Dr. Ying-Ru Lo ຜູ້ຕາງໜ້າອົງການອະນາໄມໂລກປະຈຳ ສປປ ລາວ; ກອງປະຊຸມ ມີຜູ້ເຂົ້າຮ່ວມທັງໝົດ 60 ທ່ານ ຈາກພາກສ່ວນຕ່າງໆ ທີ່ກ່ຽວຂ້ອງ ຄື: ຜູ້ຕາງໜ້າອົງການອະນາໄມໂລກ (WHO), ອົງການອາຫານ ແລະ ການກະເສດ (FAO), ຫ້ອງການກະຊວງສາທາລະນະສຸກ, ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້, ກົມມາດຕະຖານ ແລະ ວັດແທກ, ກົມນຳເຂົ້າ-ສົ່ງອອກ, ກົມອຸດສາຫະກຳ ແລະ ຫັດຖະກຳ, ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ກົມອາຫານ ແລະ ຢາ, ກອງກວດກາ ອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ພະແນກສາທາລະນະສຸກນະຄອນຫຼວງວຽງຈັນ, ຜູ້ປະກອບການດ້ານອາຫານ ແລະ ຂະແໜງອາຫານ ແລະ ຢາ ແຂວງ ແລະ ນະຄອນຫຼວງ.ໃນວາລະກ່າວເປີດງານ 

 

ທ່ານຄະນະປະທານໄດ້ກ່າວມີຄໍາເຫັນເຊິ່ງທ່ານ ໄດ້ກ່າວເຖິງຄວາມສໍາຄັນຂອງວັນສະເຫຼີມສະຫຼອງວັນອາຫານປອດໄພ, ຄວາມສໍາຄັນຂອງການເຮັດໃຫ້ອາຫານປອດໄພ ເຊິ່ງແມ່ນຄວາມຮັບຜິດຊອບທຸກຄົນ, ທຸກພາສ່ວນຢູ່ໃນສັງຄົມ.​ ​ ວຽກງານອາຫານແມ່ນ ນອນຢູ່ແຜນງານທີ່ 8 ຂອງແຜນພັດທະນາກະຊວງສາທາລະນະສຸກ ເພື່ອຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນຕໍ່ຜູ້ບໍລິໂພກ ກະຊວງສາທາລະນະສຸກ ຈຶ່ງໄດ້ອອກກົດໝາຍ ແລະ ນິຕິກໍາລຸ່ມກົດໝາຍ ຈໍານວນໜຶ່ງໃນການຄຸ້ມຄອງ ແລະ ຮັບປະກັນຄຸນນະພາບ ແລະ ຄວາມປອດໄພຂອງຜະລິດຕະພັນ. 

            ສະນັ້ນ, ວັນອາຫານປອດໄພສາກົນ ປີນີ້ ກໍ່ເປັນໂອກາດໜຶ່ງທີ່ພວກເຮົາຈະຕ້ອງໄດ້ພ້ອມກັນເພີ້ມທະວີຄວາມເອົາໃຈໃສ່ ເພື່ອຮັບປະກັນວ່າ ອາຫານທີ່ພວກເຮົາຮັບປະທານແມ່ນ ມີຄວາມປອດໄພ. ດັ່ງນັ້ນ  ຜູ້ຜະລິດ, ແປຮູບ, ຂາຍ ຫຼື ປຸງແຕ່ງລ້ວນແລ້ວແຕ່ມີບົດບາດ ແລະ ໜ້າທີ່ໃນການຮັກສາຄວາມປອດໄພຂອງອາຫານ ລວມເຖິງທຸກຄົນ ທີ່ຢູ່ໃນຕ່ອງໂສ້ອາຫານ ແມ່ນມີຄວາມຮັບຜິດຊອບຕໍ່ຄວາມປອດໄພຂອງອາຫານ ດັ່ງຄຳຂວັນ “ ການຮັບປະກັນອາຫານປອດໄພ ແມ່ນໜ້າທີ່ຂອງໝົດທຸກຄົນ “ ໂດຍອົງການອະນາໄມໂລກ ໄດ້​ປະກາດ​ເອົາ​ວັນ​ທີ 7 ມິຖຸນາຂອງທຸກປີ ​ເປັນ​ວັນ​​​ອາຫານ​ປອດ​ໄພໂລກ ເລີ່ມແຕ່ປີ 2018 ເປັນຕົ້ນມາ. ສະນັ້ນ, ກົມອາຫານ ແລະ ຢາຈຶ່ງໄດ້ຈັດງານສະເຫຼີມ ສະຫຼອງວັນອາຫານປອດໄພໂລກ ຂຶ້ນ ຮ່ວມກັບ ອົງການອະນາໄມໂລກ ສຳລັບຄຳຂວັນ ປີ 2022 ແມ່ນ “ບໍລິໂພກອາຫານປອດໄພ ຈະເຮັດໃຫ້ມີສຸຂະພາບທີ່ດີ  “Safer food, better health

 

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA