Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມການ ມອບ-ຮັບ ງົບປະມານເພື່ອຈັດຊື້ສານມາດຕະຖານເຂົ້້າໃນວຽກງານວິໃຈ ຢາເສບຕິດຈາກ ປກສ ນະຄອນຫຼວງວຽງຈັນ, ວັນທີ 2 ມິຖຸນາ 2023.

ປະກາດວັນທີ: 23/06/2023 | ຜູ້ປະກາດ: Xiong

ພິທີມອບ-ຮັບງົບປະມານເພື່ອຈັດຊື້້ສານມາດຕະຖານ

ໃນຕອນເຊົ້າຂອງວັນທີ 2 ມິຖຸນາ 2023 ກົມອາຫານ ແລະ ຢາໄດ້ຈັດຕັ້ງພິທີມອບ-ຮັບງົບປະມານເພື່ອຈັດຊື້້ສານມາດຕະຖານ ລວມມູນຄ່າທັງໝົດ 19,500,000 ກີບ ຈາກ ປກສ ນະຄອນຫຼວງວຽງຈັນ. ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ດຣ ນ. ວຽງໄຊ ວັນສີລາລົມ ຮອງຫົວໜ້າກົມອາຫານ ແລະ ຢາ ແລະ ທ່ານ ພັນໂທ ບຸນມີ ແກ້ວພົມມາ ຮອງຫ້ອງການຕຳຫຼວດ ປກສ ນະຄອນຫຼວງວຽງັນ. ໃຫ້ກຽດເຂົ້າຮ່ວມກອງປະຊູມໃນຄັ້ງນີ້ມີ ທ່ານ ຮອງຫົວໜ້າສູນວິໄຈ ອາຫານ ແລະ ຢາແຫ່ງຊາດ ພ້ອມດ້ວຍພະນັກງານວິຊາການ, ພະນັກງານວິຊາການຈາກກອງບັນຊາການ ປກສ ນະຄອນຫລວງ, ກົມໃຫຍ່ຕຳຫຼວດ, ຫ້ອງການຕຳຫຼວດນະຄອນຫຼວງ ແລະ ພະນັກງານຈາກພະແນກ   ຄຸ້ມຄອງຢາເສບຕິດ, ເຄມີ ແລະ ເຄື່ອງສຳອາງ ເຂົ້້າຮ່ວມເປັນສັກຂີພິຍານໃນຄັ້ງນີ້ ລວມທັງໝົດ 13 ທ່ານ.

ຂຽນຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອມອບ-ຮັບງົບປະມານ ໃນເບື້ອງຕົ້ນເພື່ອນໍາໃຊ້ເຂົ້້າໃນການຈັດຊື້ສານມາດຕະຖານ ເພື່ອສະໜອງໃຫ້ແກ່ສູນວິໄຈອາຫານ ແລະ ຢາ ແຫ່ງຊາດ ນໍາໄປປະຕິບັດວຽກງານຕົວຈິງໃນການວິໄຈຕົວຢ່າງປະເພດຢາເສບຕິດ. ນອກຈາກນັ້ນ, ຍັງໄດ້ລາຍງານສະພາບລວມຂອງການປະຕິບັດວຽກງານໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນຂໍ້ຫຍຸ້ງຫຍາກ ແລະ ສິ່ງທີ່ທ້າທາຍ ເພື່ອຮ່ວມມື ແລະ ປະສານງານໃນຕໍ່ໜ້າ.

ໃນກອງປະຊຸມຍັງໄດ້ມີການແລກປ່ຽນທາງດ້ານວິຊາການກ່ຽວກັບເຕັກນິກການວິໄຈ, ການບໍາລຸງຮັກສາ ແລະ ການສ້ອມແປງອຸປະກອນການວິໄຈ ລະຫວ່າງສູນວິໄຈອາຫານ ແລະ ຢາແຫ່ງຊາດ ແລະ ກອງບັນຊາການ ປກສ ນະຄອນຫຼວງພ້ອມດຽວກັນນີ້ໄດ້ສະເໜີໃຫ້ ປກສ ນະຄອນຫຼວງ ສືບຕໍ່ສະໜັບສະໜູນເພື່ມເສີມສ້າງຄວາມອາດສາມາດໃຫ້ແກ່ບຸກຄະກອນ, ສະໜອງອຸປະກອນທີ່ທັນສະໄໝ ແລະ  ເຄມີທີ່ກ່ຽວຂ້ອງໃນການວິໄຈເພື່ອອໍານວຍຄວາມສະດວກໃຫ້ມີຄວາມວ່ອງໄວ ແລະ ທັນການໃນການປະຕິບັດວຽກງານ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA