Sorry, no content data!
ກົມອາຫານ ແລະ ຢາ :: ກະຊວງສາທາລະນະສຸກ, ສປປລາວ ::
ຊົມເຊີຍ ວັນກຳມະກອນສາກົນສາກົນ ວັນທີ 1/5/1886 - 1/5/2025. ຊົມເຊີຍ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1/6/1950 - 1/6/ 2025. ຊົມເຊີຍ ວັນແພດລາວ ວັນທີ 18/06/1965 - 18/06/2025. ຊົມເຊີຍ ວັນຄ້າຍວັນເກີດ ທ່ານປະທານສຸພານຸວົງ ວັນທີ 13/07/1909 - 13/07/2025. ຊົມເຊີຍວັນສ້າງຕັ້ງສະຫະພັນແມ່ຍິງລາວ ວັນທີ 20/07/2025. ຊົມເຊີຍວັນລັດຖະທຳມະນູນ ວັນທີ 15/08/1991 - 15/08/2025. ຊົມເຊີຍ ວັນຍຶດອຳນາດທົ່ວປະເທດ ວັນທີ 23/8/1975 - 23/8/2025. ຊົມເຊີຍ ວັນປະກາດເອກະລາດ ວັນທີ 12/10/1945 -12/10/2025. ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 02/12/1975. ຊົມເຊີຍ ວັນຄ້າຍວັນເກີດຂອງ ທ່ານປະທານໄກສອນ ພົມວິຫານ ວັນທີ 13/12/1928 - 13/12/2025.

ກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວ ນຳໃຊ້ທາງການການແພດ ແລະ ເປັນສິນຄ້າ ແລະ ລະບຽບການທີ່ກ່ຽວຂ້ອງ

ປະກາດວັນທີ: 04/07/2023 | ຜູ້ປະກາດ: Xiong

ກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວ ນຳໃຊ້ທາງການການແພດ ແລະ ເປັນສິນຄ້າ ແລະ ລະບຽບການທີ່ກ່ຽວຂ້ອງ

ໃນວັນທີ 23 ມິຖຸນາ 2023 ກົມອາຫານ ແລະ ຢາ ໄດ້ຈັດກອງປະຊຸມເຜີຍແຜ່ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວນຳໃຊ້ທາງການແພດ ແລະ ເປັນສິນຄ້າ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ທີ່ໂຮງແຮມດອນຈັນພາເຣດ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງທ່ານ ປອ. ດຣ ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ເຂົ້າຮ່ວມກອງປະຊຸມທີ່ສໍາຄັນໃນຄັ້ງນີ້ມີຜູ້ຕາງໜ້າຈາກ ພະແນກຄົ້ນຄ້ວາການລົງທຶນ ກະຊວງແຜນການ ແລະ ການລົງທຶນ, ກົມຕຳຫຼວດຕ້ານ ແລະ ສະກັດກັ້ນຢາເສບຕິດ, ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້, ກົມທະບຽນວິສາຫະກິດ ກະຊວງອູດສາຫະກຳ ແລະ ການຄ້າ, ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການ ກະຊວງສາທາລະນະສຸກ, ສະຖາບັນການແພດ ແລະ ການຢາພື້ນເມືອງ, ກອງກວດກາອາຫານ ແລະ ຢາ, ສູນວິໄຈອາຫານ ແລະ ຢາ, ຄະນະເພສັຊສາດ, ພະແນກການພາຍໃນກົມອາຫານ ແລະ ຢາ  ແລະ ຜູ້ດຳເນີນທຸລະກິດ ລວມທັງໝົດ 49 ທ່ານ.

ນຳສະເໜີຂ່າວໂດຍ: ກິລ່າ ບຸນປະເສີດ ພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ

ຈຸດປະສົງຂອງກອງປະຊຸມ ໃນຄັ້ງນີ້ ແມ່ນໄດ້ນໍາສະເໜີ ເນື້ອໃນ ຂອງຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວນຳໃຊ້ໃນທາງການແພດ ແລະ ເປັນສິນຄ້າ (ໄລຍະທົດລອງ), ຂໍ້ແນະນໍາກ່ຽວກັບການກະກຽມເອກະສານ ແລະ ຂໍ້ມູນທີ່ກ່ຽວຂ້ອງສໍາລັບຂະແໜງສາທາລະນະສຸກ, ເຕັກນິກການວິໄຈ ແລະ ມາດຕະຖານວິໄຈ, ການຄຸ້ມຄອງສິ່ງແວດລ້ອມຂອງການປູກພືດປໍແກ້ວ ແລະ ລະບຽບການຄຸ້ມຄອງຢາເສບຕິດ ແລະ ການຄຸ້ມຄອງສານ THC ໃນພືດປໍແກ້ວ ພ້ອມກັນນັ້ນກໍ່ໄດ້ແລກປ່ຽນຄໍາຄິດເຫັນເຊິ່ງກັນ ແລະ ກັນໃນວາລະກອງປະຊຸມໃນຄັ້ງນີ້ ເພື່ອເພີ່ມຄວາມເຂົ້າໃຈ ແລະ ນຳໄປຈັດຕັ້ງປະຕິບັດ ໃນການຄຸ້ມຄອງພຶດດັ່ງກ່າວ ໃນຕໍ່ໜ້າຢ່າງມີປະສິດທິຜົນ.

ຈາກນັ້ນທ່ານປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ ແລະ ສະເໜີໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດເຫັນຕໍ່ກົນໄກການຄຸ້ມຄອງ ແລະ  ທິດທາງການປະຕິບັດວຽກງານໃນຕໍ່ໜ້າ, ຄວາມຄືບໜ້າໃນການກະກຽມຂອງບັນດາບໍລິສັດ ແລະ ຄວາມພ້ອມໃນຈັດຕັ້ງປະຕິບັດຂໍ້ຕົກລົງວ່າດ້ວຍການຄຸ້ມຄອງພືດປໍແກ້ວນຳໃຊ້ທາງການການແພດ ແລະ ເປັນສິນຄ້າສະບັບເລກທີ 3789/ສທ, ລົງວັນທີ 28 ທັນວາ 2022, ກອງປະຊຸມດັ່ງກ່າວໄດ້ດໍາເນີນໄປເປັນເວລາ ເຄິ່ງວັນ.

← ກັບໄປໜ້າຂ່າວ
ADB ASEAN COVID-19 Laos JICA KOICA Global Fund WFP UHS Laos World Bank MOH Laos UNODC WHO SIDA